ນະວັດຕະກຳ ກາຍເປັນແຮງຂັບເຄື່ອນຮູບແບບການເຕີບໂຕໃໝ່

10:37 | 17/07/2026

ຍສໝ - ຕອນບ່າຍວັນທີ 15 ກໍລະກົດ, ທີ່ນະຄອນຫຼວງ ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດກອງປະຊຸມພາຍໃຕ້ຫົວຂໍ້ “ກົນໄກ ແລະ ນະໂຍບາຍດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນເປັນດິຈິຕອນ - ແກ້ໄຂຂໍ້ຈຳກັດ ແລະ ສ້າງສັນການພັດທະນາ”.

ຫວຽດນາມ, ອິນເດຍ ຊຸກຍູ້ການຮ່ວມມືພັດທະນາຊັບພະຍາກອນມະນຸດ, ວິທະຍາສາດເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະ ການຫັນເປັນດີຈີຕອນ
ແຮງບັນດານໃຈໃນການປະດິດສ້າງ ແລະ ຄວາມຄິດສ້າງສັນ, ປັບປຸງຄຸນນະພາບຊີວິດ
ນະວັດຕະກຳ ກາຍເປັນແຮງຂັບເຄື່ອນຮູບແບບການເຕີບໂຕໃໝ່
ບັນຍາກາດຂອງກອງປະຊຸມ

ກ່າວປາໄສໃນກອງປະຊຸມ, ທ່ານ ໂຮ່ ກວົກ ຢຸງ, ຮອງນາຍົກລັດຖະມົນຕີ, ໄດ້ຢືນຢັນວ່າ ພັກ ແລະ ລັດ ໄດ້ກຳນົດໃຫ້ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນເປັນດິຈິຕອນ ເປັນກຳລັງຂັບເຄື່ອນຫຼັກຂອງການພັດທະນາປະເທດຢ່າງວ່ອງໄວ ແລະ ຍືນຍົງ.

ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ມີຄວາມເປັນເອກະພາບສູງທັງດ້ານການຮັບຮູ້ ແລະ ການລົງມືປະຕິບັດ, ເພື່ອຫັນເອົາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນເປັນດິຈິຕອນ ໃຫ້ກາຍເປັນແຮງຂັບເຄື່ອນການພັດທະນາຢ່າງແທ້ຈິງ. ທ່ານເນັ້ນວ່າ ປະສິດທິຜົນຂອງຂົງເຂດດັ່ງກ່າວຕ້ອງຖືກວັດແທກຜ່ານຄວາມສາມາດໃນການເປັນເຈົ້າການດ້ານເຕັກໂນໂລຊີ, ຈຳນວນຜະລິດຕະພັນທີ່ສາມາດນຳອອກສູ່ຕະຫຼາດ, ຈຳນວນວິສາຫະກິດນະວັດຕະກຳທີ່ຖືກສ້າງຕັ້ງຂຶ້ນ ແລະ ລະດັບການປະກອບສ່ວນຕໍ່ການເຕີບໂຕທາງເສດຖະກິດ.

ທ່ານ ໂຮ່ ກວົກ ຢຸງ ໄດ້ກ່າວວ່າ: “ພາຍຫຼັງກອງປະຊຸມຄັ້ງນີ້, ແຕ່ລະຂະແໜງການ ແລະ ແຕ່ລະທ້ອງຖິ່ນ ຕ້ອງມີແຜນດຳເນີນງານທີ່ລະອຽດ ແລະ ເປັນຮູບປະທຳຫຼາຍຂຶ້ນ; ນັກວິທະຍາສາດແຕ່ລະທ່ານຕ້ອງມີຜົນງານຄົ້ນຄວ້າທີ່ເຊື່ອມໂຍງກັບສະພາບຕົວຈິງຫຼາຍຂຶ້ນ; ວິສາຫະກິດແຕ່ລະແຫ່ງຕ້ອງມີຄວາມກ້າຫານ ແລະ ມຸ່ງໝັ້ນຍິ່ງຂຶ້ນໃນການລົງທຶນດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ. ທຸກຝ່າຍຕ້ອງຮ່ວມກັນສ້າງສະພາບແວດລ້ອມທີ່ກົນໄກ ແລະ ນະໂຍບາຍບໍ່ເປັນອຸປະສັກຂັດຂວາງອີກຕໍ່ໄປ, ແຕ່ກາຍເປັນຄວາມໄດ້ປຽບໃນການແຂ່ງຂັນຢ່າງແທ້ຈິງ; ເຮັດໃຫ້ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນເປັນດິຈິຕອນ ບໍ່ພຽງແຕ່ເປັນຂົງເຂດພັດທະນາເທົ່ານັ້ນ, ແຕ່ຕ້ອງກາຍເປັນ ‘ເຄື່ອງຈັກ’ ທີ່ຂັບເຄື່ອນຮູບແບບການເຕີບໂຕໃໝ່ຂອງປະເທດຢ່າງແທ້ຈິງ”.

ຈິດໃຈຜ່ານຜ່າຄວາມຫຍຸ້ງຍາກ, ປ່ຽນແປງໃໝ່ປະດິດສ້າງປະກອບສ່ວນຢັ້ງຢືນຄຸນຄ່າທະຫານລຸງໂຮ່ ຈິດໃຈຜ່ານຜ່າຄວາມຫຍຸ້ງຍາກ, ປ່ຽນແປງໃໝ່ປະດິດສ້າງປະກອບສ່ວນຢັ້ງຢືນຄຸນຄ່າທະຫານລຸງໂຮ່

ເຖິງວ່າຕ້ອງປະຕິບັດໜ້າທີ່ໃນເງື່ອນໄຂທີ່ປະສົບຄວາມຫຍຸ້ງຍາກລໍາບາກທີ່ສຸດນັບແຕ່ຊຸມວັນສ້າງຕັ້ງ ກໍ່ຄືໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ, ຈັກກະພັດຜູ້ຮຸກຮານ, ປົກປັກຮັກສາປະເທດຊາດ; ແຕ່ວ່າດ້ວຍຈິດໃຈມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ຊອກຮູ້, ປະດິດສ້າງຢ່າງບໍ່ຢຸດຢັ້ງຂອງພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ ເຊິ່ງຍາມໃດກໍ່ໄດ້ຮັບການປຸກລຸກ, ເສີມຂະຫຍາຍຢ່າງແຂງແຮງ, ປະກອບສ່ວນສ້າງຄຸນທາດ, ຄຸນຄ່າອັນສູງສົ່ງຂອງທະຫານລຸງໂຮ່ ແລະມູນເຊື້ອຕັດສິນໃຈສູ້ຮົບ - ຕັດສິນໃຈຍາດເອົາໄຊຊະນະ.

ໜູນຊ່ວຍວິສາຫະກິດສັງຄົມປ່ຽນແປງໃໝ່ປະດິດສ້າງ: ກຳລັງຜັກດັນໃຫ້ພັດທະນາແບບຍືນຍົງ ໜູນຊ່ວຍວິສາຫະກິດສັງຄົມປ່ຽນແປງໃໝ່ປະດິດສ້າງ: ກຳລັງຜັກດັນໃຫ້ພັດທະນາແບບຍືນຍົງ

ຍສໝ - ວັນທີ 22 ຕຸລາ, ຢູ່ຮ່າໂນ້ຍ ໄດ້ຈັດພິທີປະກາດລາຍການໜູນຊ່ວຍວິສາຫະກິດສັງຄົມນະ​ວັດ​ຕະ​ກຳ, ເປັນຂີດໝາຍບາດກ້າວສຳຄັນໃນການຊຸກຍູ້ການພັດທະນາວິສາຫະກິດສັງຄົມ ໃນສະພາບການເສດຖະກິດດີຈີຕອນ ແລະ ການຫັນເປັນດີຈີຕອນຢ່າງເຂັ້ມແຂງ. ​ໂດຍ​ສະ​ມາ​ຄົມ​ມິດ​ຕະ​ພາບ ​ຫວຽດ​ນາມ - ສິງ​ກະ​ໂປ, ບໍ​ລິ​ສັດ​ຫຸ້ນ​ສ່ວນ​ຄົ້ນ​ຄ້​ວາ​ຂະແໜງການ ແລະ ໃຫ້ຄຳປຶກ​ສາ ​ຫວຽດ​ນາມ (VIRAC), ກອງ​ທຶນ​ລົງ​ທຶນ​ເລີ່ມທຸລະກິດ​ປະ​ດິດ​ສ້າງສັບພະວິຊາ ຮ່າ​ໂນ້ຍ (BK Fund) ແລະ ...

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ