| ລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ ພົບປະກັບຮອງປະທານພັກ BJP Ram Madhav ກິດຈະກຳການຕ່າງປະເທດຂັ້ນສູງ ຫັນແນວທາງເອກະລາດ, ເປັນເຈົ້າການ ໃຫ້ເປັນຮູບປະທຳ |
ຄຽງຄູ່ກັບບັນດາກິດຈະກຳການຕ່າງປະເທດຂອງການນຳສຳຄັນຂອງພັກ ແລະ ລັດ, ແຜນງານການເຮັດວຽກຂອງທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ໃນອາທິດຜ່ານມາ ໄດ້ສຸມໃສ່ເສີມສ້າງສາຍພົວພັນກັບລາວ ແລະ ກຳປູເຈຍ, ພ້ອມທັງຊຸກຍູ້ການຮ່ວມມືກັບປານາມາ, ເປີດກວ້າງການເຊື່ອມຕໍ່ລະຫວ່າງອາຊີຕາເວັນອອກສຽງໃຕ້ ແລະ ພາກພື້ນອາເມລິກາລາຕິນ.
ບັນດາການພົບປະ ແລະ ການເຮັດວຽກລ້ວນແຕ່ມຸ່ງໄປສູ່ການຫັນບັນດາຂໍ້ຕົກລົງຂັ້ນສູງໃຫ້ເປັນຮູບປະທຳ, ແກ້ໄຂຂໍ້ຕິດຂັດໃນການຜັນຂະຫຍາຍໂຄງການ ແລະ ຊອກຫາໂອກາດການຮ່ວມມືໃໝ່, ໂດຍສະເພາະໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ແລະ ການເຊື່ອມຕໍ່ໂຄງລ່າງພື້ນຖານ.
![]() |
| ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີລາວ ເປັນປະທານພິທີຕ້ອນຮັບທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໃນຕອນບ່າຍວັນທີ 8/10. (ພາບ: ເຍິດ ບັກ/chinhphu.vn) |
ຊຸກຍູ້ການເຊື່ອມໂຍງທາງເສດຖະກິດກັບບັນດາປະເທດເພື່ອນບ້ານ ແລະ ຄູ່ຮ່ວມມືສາກົນ
ການຢ້ຽມຢາມຢ່າງເປັນທາງການຢູ່ລາວ ແລະ ກຳປູເຈຍ ຂອງທ່ານ ເລ ມິງ ຮຶງ ໄດ້ສືບຕໍ່ຢືນຢັນການໃຫ້ຄວາມສຳຄັນ ແລະ ບູລິມະສິດຂອງພັກ, ລັດ ແລະ ລັດຖະບານຫວຽດນາມ ຕໍ່ສາຍພົວພັນກັບສອງປະເທດເພື່ອນບ້ານ. ຜ່ານນັ້ນ, ປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນທາງຍຸດທະສາດ ຫວຽດນາມ - ລາວ ແລະ ສາຍພົວພັນເພື່ອນບ້ານທີ່ດີ, ມິດຕະພາບມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ ຫວຽດນາມ - ກຳປູເຈຍ.
ຜ່ານບັນດາການພົບປະຂັ້ນສູງ, ຫວຽດນາມຮ່ວມກັບລາວ ແລະ ກຳປູເຈຍ ໄດ້ເພີ່ມທະວີຄວາມໄວ້ວາງໃຈທາງການເມືອງ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ເຫັນດີຮ່ວມກັນຕໍ່ບັນດາທິດທາງສຳຄັນໃນສາຍພົວພັນສອງຝ່າຍ, ພ້ອມທັງສືບຕໍ່ກຳນົດວ່າການປ້ອງກັນຊາດ ແລະ ຄວາມໝັ້ນຄົງ ແມ່ນເສົາຄ້ຳການຮ່ວມມືທີ່ມີຄວາມໝາຍພິເສດ.
ສິ່ງທີ່ໜ້າສົນໃຈແມ່ນ ການນຳບັນດາປະເທດໄດ້ແລກປ່ຽນໂດຍກົງ ແລະ ແກ້ໄຂບັນດາຂໍ້ຕິດຂັດທີ່ແກ່ຍາວຢູ່ໃນບັນດາໂຄງການຮ່ວມມື, ກຳນົດທິດທາງພັດທະນາຍຸດທະສາດດ້ວຍເປົ້າໝາຍທີ່ຊັດເຈນ, ເນັ້ນໜັກຂໍ້ຮຽກຮ້ອງໃນການປະຕິບັດຄຳໝັ້ນສັນຍາໃຫ້ເປັນຜົນສຳເລັດທີ່ເປັນຮູບປະທຳ.
ໃນສາຍພົວພັນກັບລາວ, ສອງປະເທດຕັ້ງໃຈຍົກມູນຄ່າການຄ້າສອງຝ່າຍຂຶ້ນເປັນ 5 ຕື້ໂດລາສະຫະລັດ ແລະ ມຸ່ງໄປສູ່ 10 ຕື້ໂດລາສະຫະລັດຕໍ່ປີ. ໃນການຢ້ຽມຢາມຄັ້ງນີ້, ໄດ້ມີການມອບໃບຢັ້ງຢືນການລົງທຶນ ແລະ ຂໍ້ຕົກລົງການຮ່ວມມື 17 ສະບັບ, ດ້ວຍມູນຄ່າລວມປະມານ 5 ຕື້ໂດລາສະຫະລັດ, ໂດຍສຸມໃສ່ຂົງເຂດຕ່າງໆ ເຊັ່ນ: ໄຟຟ້າພະລັງງານລົມ, ໄຟຟ້າພະລັງງານແສງຕາເວັນ ແລະ ພະລັງງານທົດແທນ.
ນາຍົກລັດຖະມົນຕີທັງສອງທ່ານຍັງໄດ້ເຫັນດີຮ່ວມກັນສ້າງຕັ້ງກົນໄກຊີ້ນຳໂດຍກົງ, ມອບໝາຍໜ້າທີ່ຢ່າງລະອຽດໃຫ້ບັນດາຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ທັນການ, ເລັ່ງລັດຄວາມຄືບໜ້າໃນການຜັນຂະຫຍາຍໂຄງການ.
ສຳລັບກຳປູເຈຍ, ເປົ້າໝາຍມູນຄ່າການຄ້າສອງຝ່າຍໃຫ້ບັນລຸ 20 ຕື້ໂດລາສະຫະລັດ ໄດ້ຮັບການຕີລາຄາວ່າມີຄວາມສາມາດປະຕິບັດໄດ້. ສອງຝ່າຍໄດ້ເຫັນດີຮ່ວມກັນຍົກລະດັບຄະນະກຳມະການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຂຶ້ນເປັນລະດັບຮອງນາຍົກລັດຖະມົນຕີເປັນປະທານ ແລະ ຈັດການສົນທະນາກັບວິສາຫະກິດເປັນປະຈຳຢ່າງໜ້ອຍປີລະໜຶ່ງຄັ້ງ.
ໃນຂອບເຂດການຢ້ຽມຢາມ, ວິສາຫະກິດຫວຽດນາມ ແລະ ກຳປູເຈຍ ໄດ້ແລກປ່ຽນເອກະສານການຮ່ວມມື 5 ສະບັບ, ດ້ວຍມູນຄ່າທຶນລົງທຶນລວມໃນຂົງເຂດກະສິກຳສູງເຖິງ 648 ລ້ານໂດລາສະຫະລັດ.
ຄຽງຄູ່ກັບການຊຸກຍູ້ການຄ້າ, ຫວຽດນາມຮ່ວມກັບລາວ ແລະ ກຳປູເຈຍ ໃຫ້ບູລິມະສິດແກ່ການພັດທະນາບັນດາໂຄງການເຊື່ອມຕໍ່ໂຄງລ່າງພື້ນຖານຍຸດທະສາດ. ບັນດາໂຄງການທີ່ສຸມໃສ່ເລັ່ງລັດປະກອບມີ ທາງດ່ວນຮ່າໂນ້ຍ - ວຽງຈັນ, ທາງລົດໄຟວຽງຈັນ - ຫວຸງອາງ, ທາງດ່ວນວິງ - ແທງຖຸຍ, ລະບົບທາງດ່ວນເຊື່ອມຕໍ່ນະຄອນໂຮ່ຈີມິນ - ມົກບ່າຍ - ບາເວດ - ພະນົມເປັນ ແລະ ເຄືອຂ່າຍຄົມມະນາຄົມທາງນ້ຳຫວຽດນາມ - ກຳປູເຈຍ.
ໃນຂົງເຂດພະລັງງານ, ບັນດາຝ່າຍໃຫ້ຄວາມສຳຄັນຕໍ່ການຜັນຂະຫຍາຍບັນດາໂຄງການໄຟຟ້າພະລັງງານລົມ ແລະ ໄຟຟ້າພະລັງງານແສງຕາເວັນຂະໜາດໃຫຍ່, ການເຊື່ອມຕໍ່ຕາຂ່າຍໄຟຟ້າ, ການກໍ່ສ້າງຄັງເກັບນ້ຳມັນເຊື້ອໄຟ ແລະ ເສັ້ນທາງທໍ່ສົ່ງນ້ຳມັນເຊື້ອໄຟ ເກືອລໍ - ແທງຖຸຍ/ນ້ຳອ່ອນ ເພື່ອຕອບສະໜອງຄວາມຕ້ອງການພະລັງງານຮັບໃຊ້ການເຕີບໂຕ.
ນອກຈາກສາຍພົວພັນກັບສອງປະເທດເພື່ອນບ້ານແລ້ວ, ທ່ານ ເລ ມິງ ຮຶງ ໄດ້ເຂົ້າພົບປະທ່ານ ໂຮເຊ ຣາອູນ ມູລີໂນ ກິນເຕໂຣ (José Raúl Mulino Quintero) ປະທານາທິບໍດີສາທາລະນະລັດປານາມາ ເນື່ອງໃນໂອກາດຜູ້ນຳປານາມາເດີນທາງຢ້ຽມຢາມຫວຽດນາມຢ່າງເປັນທາງການ.
ບົນພື້ນຖານຜົນສຳເລັດການເຈລະຈາລະຫວ່າງທ່ານ ໂຕ ເລິມ ເລຂາທິການໃຫຍ່, ປະທານປະເທດ ແລະ ທ່ານປະທານາທິບໍດີປານາມາ, ພ້ອມທັງບັນດາເອກະສານການຮ່ວມມືທີ່ໄດ້ລົງນາມໃນຂົງເຂດຄວາມໝັ້ນຄົງ, ກະສິກຳ, ການຂົນສົ່ງທາງທະເລ, ການບິນ, ພາສີ, ການທ່ອງທ່ຽວ, ການສຶກສາ ແລະ ຝຶກອົບຮົມ, ທ່ານ ເລ ມິງ ຮຶງ ໄດ້ສະເໜີໃຫ້ລັດຖະບານສອງປະເທດຮີບຮ້ອນຫັນບັນດາຂໍ້ຕົກລົງຂັ້ນສູງໃຫ້ເປັນຮູບປະທຳ.
ໃນນັ້ນ, ຕ້ອງກຳນົດອົງການປະສານງານຫຼັກ, ແຜນດຳເນີນງານ ແລະ ຜົນສຳເລັດການປະຕິບັດຢ່າງຈະແຈ້ງ ເພື່ອຮັບປະກັນໃຫ້ການຮ່ວມມືນຳມາຊຶ່ງຜົນປະໂຫຍດອັນແທ້ຈິງແກ່ທັງສອງຝ່າຍ.
ທ່ານນາຍົກລັດຖະມົນຕີຍັງໄດ້ສະເໜີໃຫ້ຫວຽດນາມ ແລະ ປານາມາ ສ້າງຄວາມສະດວກໃຫ້ບັນດາສິນຄ້າທີ່ມີຈຸດແຂງຂອງແຕ່ລະຝ່າຍເຂົ້າເຖິງຕະຫຼາດຂອງກັນ ແລະ ກັນ, ເປີດກວ້າງການເຊື່ອມຕໍ່ດ້ານການຂົນສົ່ງ, ໂລຈິສຕິກ ແລະ ຕ່ອງໂສ້ສະໜອງ. ຜ່ານນັ້ນ, ນຳໃຊ້ບົດບາດຂອງສອງປະເທດໃນຖານະເປັນປະຕູເຊື່ອມຕໍ່ ເພື່ອຊຸກຍູ້ການຄ້າ ແລະ ການເຊື່ອມໂຍງລະຫວ່າງອາຊີຕາເວັນອອກສຽງໃຕ້ກັບອາເມລິກາລາຕິນ.
ທ່ານ ໂຮເຊ ຣາອູນ ມູລີໂນ ກິນເຕໂຣ ເຫັນດີກັບບັນດາຂໍ້ສະເໜີ, ຢືນຢັນວ່າ ປານາມາພ້ອມສະໜັບສະໜູນຫວຽດນາມໃນການເຂົ້າເຖິງຕະຫຼາດ ແລະ ຕ່ອງໂສ້ສະໜອງໃນພາກພື້ນອາເມລິກາ ໂດຍຜ່ານຂໍ້ໄດ້ປຽບຂອງຄອງປານາມາ, ລະບົບທ່າເຮືອທະເລ, ສະໜາມບິນ, ຄັງສິນຄ້າທັນທະພາສີ, ໂຄງລ່າງພື້ນຖານໂລຈິສຕິກສາກົນ ແລະ ເຄືອຂ່າຍການຄ້າທີ່ກວ້າງຂວາງ.
ບັນດາກິດຈະກຳການຕ່າງປະເທດກັບລາວ, ກຳປູເຈຍ ແລະ ປານາມາ ສະແດງໃຫ້ເຫັນຈຸດສຸມໃນການຊຸກຍູ້ການຮ່ວມມື ຈາກພື້ນຖານສາຍພົວພັນທາງການເມືອງ ແລະ ບັນດາຂໍ້ຕົກລົງຂັ້ນສູງ ໃຫ້ກາຍເປັນແຜນງານ ແລະ ໂຄງການທີ່ນຳມາຊຶ່ງປະສິດທິຜົນທາງເສດຖະກິດຢ່າງເປັນຮູບປະທຳ.
![]() |
| ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີຫວຽດນາມ ໃນການເຈລະຈາກັບທ່ານ ຮຸນ ມາແນດ ນາຍົກລັດຖະມົນຕີກຳປູເຈຍ. (ພາບ: ເຍິດ ບັກ/chinhphu.vn) |
ເປີດກວ້າງໂອກາດການຮ່ວມມືກັບບັນດາກຸ່ມບໍລິສັດສາກົນ
ຄຽງຄູ່ກັບບັນດາກິດຈະກຳຂອງທ່ານນາຍົກລັດຖະມົນຕີ, ບັນດາການພົບປະລະຫວ່າງບັນດາຮອງນາຍົກລັດຖະມົນຕີກັບການນຳວິສາຫະກິດສາກົນ ໄດ້ສືບຕໍ່ສຸມໃສ່ບັນດາຂົງເຂດທີ່ຫວຽດນາມມີຄວາມຕ້ອງການພັດທະນາສູງ ເຊັ່ນ: ທ່າເຮືອທະເລ, ໂລຈິສຕິກ, ພະລັງງານ, ເຕັກໂນໂລຊີ ແລະ ສາທາລະນະສຸກ.
ຕອນບ່າຍວັນທີ 9/10, ທ່ານ ຟ້າມ ຢາ ຕຸກ ຮອງນາຍົກລັດຖະມົນຕີຜູ້ປະຈຳການ ໄດ້ຕ້ອນຮັບທ່ານ Soren Toft ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ MSC (ສະວິດເຊີແລນ), ແລກປ່ຽນຄຳເຫັນກ່ຽວກັບທ່າແຮງການຮ່ວມມືໃນຂົງເຂດທ່າເຮືອທະເລ ແລະ ບໍລິການໂລຈິສຕິກ.
ໂດຍຕີລາຄາສູງຕໍ່ອັດຕາການເຕີບໂຕ ແລະ ທິດທາງພັດທະນາໄລຍະຍາວຂອງຫວຽດນາມ, ທ່ານ Soren Toft ເຫັນວ່າ ບັນດາເປົ້າໝາຍພັດທະນາທີ່ຈະແຈ້ງໄດ້ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ, ໂດຍສະເພາະໃນບັນດາຂົງເຂດທີ່ຕ້ອງການທຶນຈຳນວນຫຼາຍ ແລະ ມີໄລຍະເວລາດຳເນີນງານຍາວນານຫຼາຍສິບປີ.
ການນຳ MSC ຢືນຢັນວ່າ ຫວຽດນາມມີຖານະສຳຄັນໃນຍຸດທະສາດພັດທະນາຂອງກຸ່ມບໍລິສັດ, ພ້ອມທັງສະແດງຄວາມປາຖະໜາຢາກເປີດກວ້າງການລົງທຶນ, ປະກອບສ່ວນພັດທະນາຫວຽດນາມໃຫ້ກາຍເປັນສູນກາງຂົນຖ່າຍສິນຄ້າຂອງພາກພື້ນ.
ກ່ອນໜ້ານັ້ນ, ວັນທີ 5/10, ໃນການຕ້ອນຮັບທ່ານ Thorbjorn Fors ປະທານ ແລະ ຜູ້ອຳນວຍການໃຫຍ່ Siemens Energy ປະຈຳພາກພື້ນອາຊີ - ປາຊີຟິກ, ທ່ານ ຟ້າມ ຢາ ຕຸກ ຮອງນາຍົກລັດຖະມົນຕີຜູ້ປະຈຳການ ໄດ້ສະເໜີໃຫ້ວິສາຫະກິດເພີ່ມທະວີການລົງທຶນ, ການຮ່ວມມືຖ່າຍທອດເຕັກໂນໂລຊີ ແລະ ຄ່ອຍໆເຂົ້າຮ່ວມການຜະລິດຢູ່ຫວຽດນາມ.
![]() |
| ທ່ານ ຟ້າມ ຢາ ຕຸກ ຮອງນາຍົກລັດຖະມົນຕີຜູ້ປະຈຳການຫວຽດນາມ ໃນການຕ້ອນຮັບທ່ານ Soren Toft ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ MSC, ໂດຍໄດ້ແລກປ່ຽນຄຳເຫັນກ່ຽວກັບການຮ່ວມມືດ້ານທ່າເຮືອທະເລ, ການຂົນສົ່ງ, ການຕໍ່ເຮືອ ແລະ ໂລຈິສຕິກ. (ພາບ: ເຟືອງ ຫງວຽນ/chinhphu.vn) |
ທິດທາງນີ້ແນໃສ່ຕອບສະໜອງຄວາມຕ້ອງການພະລັງງານທີ່ນັບມື້ນັບເພີ່ມຂຶ້ນ, ເພື່ອຮັບໃຊ້ບັນດາເປົ້າໝາຍພັດທະນາເສດຖະກິດ.
ທ່ານ Thorbjorn Fors ຢືນຢັນວ່າ Siemens Energy ມີຄວາມເຊື່ອໝັ້ນຕໍ່ທ່າແຮງຂອງຕະຫຼາດຫວຽດນາມ, ປາຖະໜາຢາກເປີດກວ້າງການຮ່ວມມືໃນທິດທາງສ້າງຕ່ອງໂສ້ສະໜອງພາຍໃນປະເທດ. ຂອບເຂດການຮ່ວມມືບໍ່ຈຳກັດພຽງແຕ່ການສະໜອງອຸປະກອນ, ແຕ່ຍັງລວມເຖິງການຜະລິດຊິ້ນສ່ວນ, ການປະກອບ, ໂລຈິສຕິກ, ການຕິດຕັ້ງ, ການທົດສອບ, ການດຳເນີນງານ ແລະ ການບຳລຸງຮັກສາ.
ໃນຂົງເຂດສາທາລະນະສຸກ, ວັນທີ 7/10, ທ່ານນາງ ຟ້າມ ທິ ແທງ ຈ່າ ຮອງນາຍົກລັດຖະມົນຕີ ໄດ້ເຮັດວຽກກັບທ່ານ César Louis-Philip Marseille ຜູ້ອຳນວຍການໃຫຍ່ບໍລິສັດ VAMED Engineering GmbH (ອອສເຕຣຍ), ກຳມະການສະພາບໍລິຫານກຸ່ມບໍລິສັດ VAMED+WWH (ເຢຍລະມັນ).
ຜູ້ແທນ VAMED ກຳນົດວ່າ ຫວຽດນາມແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຢູ່ອາຊີຕາເວັນອອກສຽງໃຕ້ ແລະ ໄດ້ແຈ້ງແຜນການຄາດວ່າຈະລົງທຶນ 1,2 ຕື້ເອີໂຣ ເຂົ້າຫວຽດນາມໃນ 5 ປີຕໍ່ໜ້າ. ກິດຈະກຳການລົງທຶນດັ່ງກ່າວຄາດວ່າຈະສ້າງວຽກເຮັດງານທຳໃຫ້ແກ່ແຮງງານຫຼາຍພັນຄົນ, ພ້ອມທັງຊຸກຍູ້ການຖ່າຍທອດຄວາມຮູ້ ແລະ ເຕັກໂນໂລຊີ.
ສິ່ງທີ່ໜ້າສົນໃຈແມ່ນ ກຸ່ມບໍລິສັດໄດ້ສະເໜີໃຫ້ສຶກສາຮູບແບບເຮືອໂຮງໝໍຢູ່ຟູກວກ ເພື່ອເພີ່ມຄວາມສາມາດໃນການສະໜອງບໍລິການດູແລສຸຂະພາບ.
ໂດຍຕີລາຄາສູງຕໍ່ຂໍ້ສະເໜີດັ່ງກ່າວ, ທ່ານນາງ ຟ້າມ ທິ ແທງ ຈ່າ ໄດ້ສະເໜີໃຫ້ VAMED ຮີບຮ້ອນປັບປຸງແຜນການລະອຽດ, ເຮັດໃຫ້ຈະແຈ້ງບັນດາວິທີແກ້ໄຂດ້ານເຕັກໂນໂລຊີ, ການດຳເນີນງານ ແລະ ກົນໄກການຜັນຂະຫຍາຍ. ພ້ອມກັນນັ້ນ, ທ່ານນາງຍັງສະເໜີໃຫ້ວິສາຫະກິດສຶກສາຄວາມສາມາດໃນການລົງທຶນພັດທະນາລະບົບສາທາລະນະສຸກດູແລຜູ້ສູງອາຍຸຢູ່ຫວຽດນາມ.
ໃນການຮ່ວມມືດ້ານເຕັກໂນໂລຊີ, ທ່ານ ໂຮ່ ກວກ ຢຸງ ຮອງນາຍົກລັດຖະມົນຕີ ໄດ້ຕ້ອນຮັບທ່ານ Cris Turner ຮອງປະທານລະດັບໂລກຮັບຜິດຊອບສາຍພົວພັນກັບລັດຖະບານ ແລະ ນະໂຍບາຍສາທາລະນະຂອງ Google ໃນວັນທີ 5/10.
ໃນການພົບປະ, ທ່ານຮອງນາຍົກລັດຖະມົນຕີໄດ້ເນັ້ນໜັກນະໂຍບາຍຊຸກຍູ້ການເຊື່ອມໂຍງສາກົນດ້ານເຕັກໂນໂລຊີ, ນຳໃຊ້ແຫຼ່ງກຳລັງຈາກພາຍນອກຢ່າງມີປະສິດທິຜົນ ເພື່ອຍົກສູງຄວາມສາມາດດ້ານເຕັກໂນໂລຊີຂອງຊາດ.
ຜູ້ແທນ Google ສະແດງຄວາມປາຖະໜາຢາກສືບຕໍ່ພັດທະນາສາຍພົວພັນຄູ່ຮ່ວມມືກັບຫວຽດນາມ, ຊອກຫາວິທີການຮ່ວມມືທີ່ນຳມາຊຶ່ງຜົນປະໂຫຍດອັນແທ້ຈິງໃຫ້ແກ່ປະຊາຊົນ, ໂດຍສະເພາະໃນຂະບວນການຫັນບັນດາເປົ້າໝາຍພັດທະນາປັນຍາປະດິດ (AI) ໃຫ້ເປັນຈິງ.
ບັນດາການເຮັດວຽກກັບ MSC, Siemens Energy, VAMED ແລະ Google ສະທ້ອນໃຫ້ເຫັນຄວາມສົນໃຈຂອງບັນດາກຸ່ມບໍລິສັດສາກົນຕໍ່ຫວຽດນາມ, ພ້ອມທັງເຮັດໃຫ້ເຫັນທ່າແຮງການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດສ້າງມູນຄ່າເພີ່ມໃຫ້ແກ່ເສດຖະກິດ.
ນອກຈາກວຽກງານການຕ່າງປະເທດແລ້ວ, ການນຳລັດຖະບານຍັງສືບຕໍ່ຊີ້ນຳແກ້ໄຂບັນດາໜ້າທີ່ພັດທະນາເສດຖະກິດ - ສັງຄົມ, ໂດຍສຸມໃສ່ແກ້ໄຂຂໍ້ຕິດຂັດດ້ານການລົງທຶນ, ຮັກສາສະຖຽນລະພາບເສດຖະກິດມະຫາພາກ ແລະ ປັບປຸງກົນໄກລະບຽບການ.
ໃນອາທິດ, ທ່ານ ຟ້າມ ຢາ ຕຸກ ຮອງນາຍົກລັດຖະມົນຕີຜູ້ປະຈຳການ ໄດ້ເຂົ້າຮ່ວມພິທີເລີ່ມຄືນໂຄງການເຂດຕົວເມືອງນິເວດ Golden Hills ຢູ່ດ່ານັງ; ກວດກາສະໜາມບິນສາກົນລອງແທງ ພ້ອມບັນດາເສັ້ນທາງຄົມມະນາຄົມເຊື່ອມຕໍ່ ແລະ ໂຄງການໂຮງງານໄຟຟ້າກາຊ LNG ຫຽບເຟືອກ ຢູ່ນະຄອນໂຮ່ຈີມິນ.
ບັນດາກິດຈະກຳກວດກາ ແລະ ຊີ້ນຳໄດ້ສຸມໃສ່ການແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ຄວາມຄືບໜ້າ, ພ້ອມທັງຮັບປະກັນຄຸນນະພາບ, ຄວາມສອດຄ່ອງຂອງໂຄງລ່າງພື້ນຖານ ແລະ ບັນດາເງື່ອນໄຂເພື່ອໃຫ້ໂຄງການສາມາດນຳເຂົ້າສູ່ການຂຸດຄົ້ນນຳໃຊ້ ແລະ ດຳເນີນງານຢ່າງມີປະສິດທິຜົນໂດຍໄວ.
ໃນການບໍລິຫານເສດຖະກິດມະຫາພາກ, ວັນທີ 9/10, ທ່ານ ຫງວຽນ ວັນ ຖັງ ຮອງນາຍົກລັດຖະມົນຕີ ໄດ້ເປັນປະທານກອງປະຊຸມຄະນະຊີ້ນຳການບໍລິຫານລາຄາ ເພື່ອຕີລາຄາຜົນສຳເລັດການຄຸ້ມຄອງ ແລະ ບໍລິຫານລາຄາໃນໄຕມາດ III ແລະ ສ້າງບັນດາສະຖານະການຄາດຄະເນສຳລັບບັນດາເດືອນທ້າຍປີ 2026.
ທ່ານຮອງນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ຕິດຕາມສະພາບການເສດຖະກິດພາຍໃນ ແລະ ສາກົນຢ່າງໃກ້ຊິດ, ເປັນເຈົ້າການຜັນຂະຫຍາຍບັນດາວິທີແກ້ໄຂທີ່ທັນການ ແລະ ເດັດຂາດ ເພື່ອຫຼຸດດັດຊະນີລາຄາຜູ້ບໍລິໂພກ (CPI), ຜ່ານນັ້ນສ້າງພື້ນທີ່ເພີ່ມເຕີມເພື່ອສະໜັບສະໜູນການເຕີບໂຕ.
ໃນວັນທີ 9/10 ເຊັ່ນດຽວກັນ, ທີ່ກອງປະຊຸມກ່ຽວກັບການທົບທວນຄືນລະບົບເອກະສານນິຕິກຳທັງໝົດ, ທ່ານ ເລ ຕຽນ ເຈົາ ຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ເປົ້າໝາຍຂອງວຽກງານທົບທວນຄືນບໍ່ແມ່ນພຽງແຕ່ການສະຖິຕິຈຳນວນເອກະສານທີ່ໄດ້ພິຈາລະນາ ຫຼື ຍົກເລີກເທົ່ານັ້ນ.
ສິ່ງທີ່ສຳຄັນກວ່າແມ່ນການກຳນົດ ແລະ ແກ້ໄຂບັນດາຂໍ້ບົກຜ່ອງໃນລະບົບກົດໝາຍທີ່ພວມກີດຂວາງການພັດທະນາ, ປົດປ່ອຍແຫຼ່ງກຳລັງ ແລະ ສ້າງສະພາບແວດລ້ອມທາງກົດໝາຍທີ່ໂປ່ງໃສ, ເປັນເອກະພາບ, ຮັບໃຊ້ເປົ້າໝາຍພັດທະນາຢ່າງວ່ອງໄວ ແລະ ຍືນຍົງ.
ສຳລັບຂົງເຂດການສຶກສາ, ທີ່ການເຮັດວຽກກ່ຽວກັບການຈັດລຽງບັນດາສະຖານສຶກສາອະນຸບານ, ສາມັນສຶກສາ ແລະ ການກໍ່ສ້າງ, ດຳເນີນງານໂຮງຮຽນກິນນອນສາມັນຫຼາຍຂັ້ນຢູ່ບັນດາຕາແສງຊາຍແດນ, ທ່ານ ເລ ຕຽນ ເຈົາ ໄດ້ຮຽກຮ້ອງໃຫ້ການຈັດລຽງຕ້ອງມຸ່ງໄປສູ່ປະສິດທິຜົນທີ່ເປັນຮູບປະທຳ, ຍົກສູງຄຸນນະພາບການບໍລິຫານ ແລະ ການສຶກສາ.
ໂດຍລວມແລ້ວ, ບັນດາກິດຈະກຳການຕ່າງປະເທດຂອງການນຳລັດຖະບານໃນອາທິດຜ່ານມາ ໄດ້ສືບຕໍ່ສະແດງໃຫ້ເຫັນທິດທາງການສົມທົບຢ່າງແໜ້ນແຟ້ນລະຫວ່າງການຮ່ວມມືສາກົນກັບໜ້າທີ່ພັດທະນາເສດຖະກິດ - ສັງຄົມ. ຈາກການເສີມສ້າງສາຍພົວພັນກັບບັນດາປະເທດເພື່ອນບ້ານ, ເປີດກວ້າງການເຊື່ອມຕໍ່ໄປສູ່ອາເມລິກາລາຕິນ ຈົນເຖິງການເພີ່ມທະວີການຮ່ວມມືກັບບັນດາກຸ່ມບໍລິສັດສາກົນ, ຈຸດສຸມທີ່ດຳເນີນຢ່າງຕໍ່ເນື່ອງແມ່ນການຫັນບັນດາຄຳໝັ້ນສັນຍາໃຫ້ເປັນກິດຈະກຳ ແລະ ຜົນສຳເລັດການຮ່ວມມືທີ່ເປັນຮູບປະທຳ.
ຍສໝ - ສະຫະພັນບັນດາອົງການມິດຕະພາບນະຄອນເກິ່ນເທີ ສະເໜີໃຫ້ປະກາດໃຊ້ຊຸດມາດຖານປະເມີນກິດຈະກຳການຕ່າງປະເທດປະຊາຊົນ ໂດຍອີງໃສ່ປະສິດທິຜົນ, ການແຜ່ຂະຫຍາຍ ແລະ ຄວາມຍືນຍົງ; ສ້າງຖານຂໍ້ມູນນຳໃຊ້ຮ່ວມກັນ, ເພີ່ມທະວີການບຳລຸງສ້າງພະນັກງານ ແລະ ການປະສານສົມທົບລະຫວ່າງພາກພື້ນ. |
ຍສໝ - ສິ່ງໃດທີ່ສ້າງຄວາມດຶງດູດໃຫ້ແກ່ທ້ອງຖິ່ນໜຶ່ງໃນສາຍຕາຂອງມິດສະຫາຍສາກົນ? ສຳລັບສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍ, ສິ່ງນັ້ນບໍ່ພຽງແຕ່ແມ່ນບັນດາໂຄງການແລກປ່ຽນ, ແຕ່ຍັງແມ່ນຄວາມສາມາດໃນການເລົ່າເລື່ອງກ່ຽວກັບຜືນແຜ່ນດິນ, ຜູ້ຄົນ ແລະ ວັດທະນະທຳ ຜ່ານບັນດາປະສົບການອັນແທ້ຈິງ, ຈາກນັ້ນ ຫັນອັດຕະລັກຂອງທ້ອງຖິ່ນໃຫ້ກາຍເປັນຈຸດແຂງໃນກິດຈະກຳການຕ່າງປະເທດປະຊາຊົນ. |
ຄຳສີ


