| “ຈົດໝາຍຮັກ” ສົ່ງເຖິງຫວຽດນາມ ບັນດາ “ມື້ບຸນແຫ່ງການສານສາຍສຳພັນ” |
![]() |
| ທ່ານນາງ ເຈິ່ນທິເຟືອງ, ຮອງປະທານຜູ້ປະຈຳ ສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍ. |
ເມື່ອວັດທະນະທຳກາຍເປັນ “ພາສາ” ຂອງການຕ່າງປະເທດ
ໃນສະພາບການທີ່ບັນດາທ້ອງຖິ່ນນັບມື້ນັບເປັນເຈົ້າການໃນການເຊື່ອມໂຍງສາກົນ, ຄວາມດຶງດູດບໍ່ໄດ້ມາຈາກພຽງແຕ່ທ່າແຮງທາງເສດຖະກິດ ຫຼື ບັນດາໂຄງການຮ່ວມມືຂະໜາດໃຫຍ່ເທົ່ານັ້ນ. ຫຼາຍສະຖານທີ່ໃນໂລກໄດ້ເລືອກເອົາວັດທະນະທຳ, ປະຫວັດສາດ ແລະ ອັດຕະລັກຂອງທ້ອງຖິ່ນ ເປັນ “ພາສາຮ່ວມ” ເພື່ອສ້າງຄວາມໄວ້ວາງໃຈ, ປຸກຄວາມເຂົ້າອົກເຂົ້າໃຈ ແລະ ຂະຫຍາຍສາຍພົວພັນກັບມິດສະຫາຍສາກົນ. ດ້ວຍເຫດນັ້ນ, ການຕ່າງປະເທດປະຊາຊົນຈຶ່ງບໍ່ໄດ້ຢຸດຢູ່ພຽງການຈັດກິດຈະກຳແລກປ່ຽນ, ແຕ່ຍັງມຸ່ງໄປສູ່ການເລົ່າບັນດາເລື່ອງລາວອັນແທ້ຈິງກ່ຽວກັບຜືນແຜ່ນດິນ ແລະ ຜູ້ຄົນ.
ຈາກພຶດຕິກຳຕົວຈິງໃນການເຄື່ອນໄຫວ, ສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍ ກໍໄດ້ເລືອກໃຊ້ວິທີເຂົ້າເຖິງນີ້. ແທນທີ່ຈະສ້າງບັນດາໂຄງການແບບຕາຍຕົວ, ຮ່າໂນ້ຍໄດ້ນຳເອົາບັນດາຄຸນຄ່າທີ່ສ້າງເປັນອັດຕະລັກຂອງນະຄອນຫຼວງ ມາເປັນຈຸດເນັ້ນໃນກິດຈະກຳການຕ່າງປະເທດປະຊາຊົນ. ນາມມະຍົດ “ນະຄອນເພື່ອສັນຕິພາບ”, ປະເພນີອາລະຍະທຳອັນຍາວນານ, ລະບົບມໍລະດົກ, ບ້ານຫັດຖະກຳດັ້ງເດີມ ແລະ ພື້ນທີ່ວັດທະນະທຳທີ່ມີລັກສະນະສະເພາະ ໄດ້ກາຍເປັນ “ທູດ” ໂຄສະນາພາບລັກຂອງຮ່າໂນ້ຍໄປສູ່ມິດສະຫາຍສາກົນ.
ບັນດາໂຄງການ ເຊັ່ນ ການແລກປ່ຽນສິລະປະສາກົນຕ້ອນຮັບປີໃໝ່, ທັດສະນະລະດູບານໃໝ່ແຫ່ງມິດຕະພາບ, ການແລກປ່ຽນ “ສີສັນວັດທະນະທຳອາຊຽນ” ຫຼື ຂະບວນປັ່ນລົດຖີບມິດຕະພາບເພື່ອຮ່າໂນ້ຍສີຂຽວ... ໄດ້ຖືກອອກແບບໄປຕາມທິດເພີ່ມທະວີປະສົບການຕົວຈິງ. ພາບຂອງບັນດາເອກອັກຄະລັດຖະທູດ, ນັກການທູດ ແລະ ຜູ້ຕາງໜ້າບັນດາອົງການສາກົນ ທີ່ໄດ້ລົງມືເຮັດເຄື່ອງປັ້ນດິນເຜົາບາດຈ່າງ, ທໍໄໝຫວ້ານຟຸກ ຫຼື ຄົ້ນຫາບັນດາຄຸນຄ່າວັດທະນະທຳດັ້ງເດີມ ໄດ້ປະກອບສ່ວນສ້າງບັນດາເລື່ອງລາວການຕ່າງປະເທດທີ່ມີຊີວິດຊີວາ, ແຜ່ຂະຫຍາຍໄດ້ງ່າຍ ແລະ ມີພະລັງໃນການໂນ້ມນ້າວຫຼາຍກວ່າການແນະນຳແບບທົ່ວໄປ.
ແຕ່ລະທ້ອງຖິ່ນລ້ວນມີຈຸດແຂງສະເພາະຂອງຕົນທາງດ້ານປະຫວັດສາດ, ວັດທະນະທຳ, ພູມສັນຖານ ຫຼື ບ້ານຫັດຖະກຳດັ້ງເດີມ. ເມື່ອຮູ້ຈັກຂຸດຄົ້ນບັນດາຄຸນຄ່າເຫຼົ່ານັ້ນໃຫ້ເກີດປະສິດທິຜົນໃນກິດຈະກຳການຕ່າງປະເທດປະຊາຊົນ, ອັດຕະລັກຂອງທ້ອງຖິ່ນບໍ່ພຽງແຕ່ກາຍເປັນຮ່ອງຮອຍສຳລັບການຈົດຈຳ, ແຕ່ຍັງເປີດໂອກາດໃຫ້ແກ່ການເຊື່ອມຕໍ່, ເພີ່ມທະວີຄວາມເຂົ້າໃຈ ແລະ ສ້າງພື້ນຖານໃຫ້ແກ່ສາຍພົວພັນຮ່ວມມືທີ່ຍາວນານ.
![]() |
| ໂຄງການແລກປ່ຽນມິດຕະພາບ “ສີສັນວັດທະນະທຳອາຊຽນ ປີ 2026” ຈັດຂຶ້ນໂດຍສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍ ປະສານສົມທົບກັບສະຖານທູດຟີລິບປິນ ແລະ ສະຖານທູດບັນດາປະເທດອາຊຽນປະຈຳຫວຽດນາມ, ໃນວັນທີ 19/8 ຢູ່ຮ່າໂນ້ຍ. |
ຈາກຮ່ອງຮອຍວັດທະນະທຳ ສູ່ໂອກາດການຮ່ວມມື
ຖ້າອັດຕະລັກຂອງທ້ອງຖິ່ນແມ່ນ “ຈຸດສຳຜັດ” ທຳອິດກັບມິດສະຫາຍສາກົນ, ແລ້ວເປົ້າໝາຍສຸດທ້າຍຂອງການຕ່າງປະເທດປະຊາຊົນ ກໍຍັງແມ່ນການສ້າງບັນດາຄຸນຄ່າທີ່ເປັນຮູບປະທຳໃຫ້ແກ່ການພັດທະນາ. ນີ້ກໍແມ່ນການປ່ຽນແປງທີ່ໜ້າສົນໃຈໃນວິທີດຳເນີນງານຂອງສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍ ໃນຊຸມປີມໍ່ໆມານີ້: ຈາກບັນດາກິດຈະກຳແລກປ່ຽນແບບແຍກສ່ວນ ໄປສູ່ວິທີເຂົ້າເຖິງແບບຫຼາຍເປົ້າໝາຍ, ເຊື່ອມໂຍງຢ່າງແໜ້ນແຟ້ນລະຫວ່າງການຕ່າງປະເທດປະຊາຊົນ ກັບການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ.
ຕາມນັ້ນ, ຫຼາຍກິດຈະກຳການຕ່າງປະເທດ ບໍ່ພຽງແຕ່ມຸ່ງໄປສູ່ການເພີ່ມທະວີມິດຕະພາບ, ແຕ່ຍັງໄດ້ປະສົມປະສານກັບການຊຸກຍູ້ການຮ່ວມມື, ໂຄສະນາສະພາບແວດລ້ອມການລົງທຶນ, ເຊື່ອມຕໍ່ວິສາຫະກິດ, ຂະຫຍາຍສາຍພົວພັນກັບບັນດາອົງການສາກົນ ແລະ ຊຸມຊົນຄົນຫວຽດນາມຢູ່ຕ່າງປະເທດ. ວິທີດຳເນີນງານນີ້ ຊ່ວຍໃຫ້ແຕ່ລະໂຄງການແລກປ່ຽນກາຍເປັນໂອກາດຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ແທນທີ່ຈະສິ້ນສຸດລົງຫຼັງຈາກການພົບປະ ຫຼື ກິດຈະກຳທີ່ມີລັກສະນະພິທີການ.
ເພື່ອປະຕິບັດເປົ້າໝາຍດັ່ງກ່າວ, ສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍ ຍັງໃຫ້ຄວາມສຳຄັນຕໍ່ການຍົກສູງຄວາມສາມາດດ້ານການຄົ້ນຄວ້າ ແລະ ການຄາດຄະເນ ໃນວຽກງານການຕ່າງປະເທດປະຊາຊົນ. ການອັບເດດສະພາບການສາກົນເປັນປະຈຳ, ການເພີ່ມທະວີແລກປ່ຽນກັບບັນດາຊ່ຽວຊານ, ນັກວິຊາການ ແລະ ບັນດາອົງການສາກົນ ບໍ່ພຽງແຕ່ຮັບໃຊ້ວຽກງານສະເໜີແນະ, ແຕ່ຍັງຊ່ວຍເລືອກໃຫ້ຖືກຄູ່ຮ່ວມ, ຖືກຈັງຫວະເວລາ ແລະ ຖືກເນື້ອໃນການຮ່ວມມື. ດັ່ງນັ້ນ, ການຄົ້ນຄວ້າ ແລະ ການຄາດຄະເນ ຈຳເປັນຕ້ອງກາຍເປັນເຄື່ອງມືສະໜັບສະໜູນການວາງແຜນກິດຈະກຳການຕ່າງປະເທດປະຊາຊົນ ໃນສະພາບການທີ່ໂລກຜັນຜວນຢ່າງໄວວາ ແລະ ນັບມື້ນັບຄາດຄະເນໄດ້ຍາກ.
ອີກບົດຮຽນໜຶ່ງທີ່ສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍ ຖອດຖອນໄດ້ ແມ່ນການສົ່ງເສີມກຳລັງລວມຂອງທົ່ວສັງຄົມໃນກິດຈະກຳການຕ່າງປະເທດປະຊາຊົນ. ແທນທີ່ຈະສຸມທຸກກິດຈະກຳໄວ້ທີ່ຫົວໜ່ວຍດຽວ, ສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍ ໄດ້ສ້າງເງື່ອນໄຂໃຫ້ບັນດາສະມາຄົມມິດຕະພາບສະມາຊິກ ສົ່ງເສີມຈຸດແຂງສະເພາະຂອງຕົນ, ພ້ອມກັນນັ້ນ ເພີ່ມທະວີການປະສານສົມທົບກັບບັນດາພະແນກ, ຂະແໜງການ ແລະ ຄູ່ຮ່ວມສາກົນ ໃນການຂົນຂວາຍ ແລະ ປະສານແຫຼ່ງກຳລັງ. ໂດຍສະເພາະ, ໃນຂົງເຂດການຊ່ວຍເຫຼືອຈາກອົງການ NGO ຕ່າງປະເທດ, ວິທີເຂົ້າເຖິງແບບເປັນເຈົ້າການຮ່ວມເດີນທາງກັບຄູ່ຮ່ວມ, ຊ່ວຍເຫຼືອດ້ານຂັ້ນຕອນ, ເຊື່ອມຕໍ່ກັບທ້ອງຖິ່ນ ແລະ ຕິດຕາມປະສິດທິຜົນການຜັນຂະຫຍາຍ ໄດ້ປະກອບສ່ວນນຳແຫຼ່ງກຳລັງສາກົນໄປເຖິງຖືກເຂດພື້ນທີ່ ແລະ ກຸ່ມເປົ້າໝາຍທີ່ມີຄວາມຕ້ອງການ.
ຈາກພຶດຕິກຳຕົວຈິງສາມາດເຫັນໄດ້ວ່າ, ການຕ່າງປະເທດປະຊາຊົນໃນປັດຈຸບັນ ບໍ່ໄດ້ວັດແທກດ້ວຍຈຳນວນກິດຈະກຳ ຫຼື ການພົບປະທີ່ຖືກຈັດຂຶ້ນເທົ່ານັ້ນ, ແຕ່ສິ່ງສຳຄັນກວ່າແມ່ນຄວາມສາມາດໃນການຫັນບັນດາສາຍພົວພັນມິດຕະພາບໃຫ້ກາຍເປັນໂຄງການຮ່ວມມືທີ່ສະເພາະ, ລະດົມແຫຼ່ງກຳລັງຮັບໃຊ້ການພັດທະນາ ແລະ ເຜີຍແຜ່ພາບລັກຂອງທ້ອງຖິ່ນຢ່າງຍືນຍົງ. ນັ້ນກໍແມ່ນທິດທາງທີ່ຫຼາຍທ້ອງຖິ່ນສາມາດນຳໄປອ້າງອີງ ໃນຂະບວນການປ່ຽນໃໝ່ກິດຈະກຳການຕ່າງປະເທດປະຊາຊົນ ຕໍ່ໜ້າຄວາມຮຽກຮ້ອງຂອງໄລຍະພັດທະນາໃໝ່.
ເຈິ່ນທິເຟືອງ
ຮອງປະທານຜູ້ປະຈຳ
ສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍ
ຍສໝ - ໃນເດືອນພຶດສະພາ 2026, ໃນເວທີປາໄສສຸດຍອດການພັດທະນາອຸດສາຫະກຳປັນຍາປະດິດ ຈີນ - ອາຊຽນ ຄັ້ງທີ II, ສຽງ “ແຕກ” ເບົາໆຂອງຂໍ້ຕໍ່ກົນຈັກໄດ້ດັງຂຶ້ນ ເມື່ອແຂນຂອງຫຸ່ນຍົນທີ່ຖືກສ້າງຂຶ້ນຈາກຈິງໄດ້ຄ່ອຍໆຍື່ນອອກມາ ແລະ ວາງລົງໃນຝາມືຂອງທ່ານ ຫງວຽນກວັນ – ອະດີດລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ. ຊ່ວງເວລານັ້ນເກີດຂຶ້ນພຽງບໍ່ກີ່ວິນາທີ, ແຕ່ສຳລັບຂ້າພະເຈົ້າ, ມັນແມ່ນຈຸດຈົບທີ່ສົມບູນຂອງເສັ້ນທາງອັນຍາວນານ ແລະ ກໍເປັນການເລີ່ມຕົ້ນຂອງຄວາມຝັນໃໝ່ທີ່ຂ້າພະເຈົ້າບົ່ມເພາະປູກຝັງມາຕະຫຼອດ 2 ທົດສະວັດຢູ່ເທິງຜືນແຜ່ນດິນຮູບຮ່າງຄ້າຍຕົວ S ແຫ່ງນີ້. |
ຍສໝ - ແຫຼ່ງກຳລັງການຜະລິດຂອງຫວຽດນາມມີຄວາມຫຼາກຫຼາຍຢ່າງຫຼວງຫຼາຍ. ແຕ່ທ່າແຮງຫຼາຍຢ່າງຍັງຄົງ “ຫຼັບຢູ່” ໃນສ່ວນລຸ່ມຂອງຕ່ອງໂສ້ມູນຄ່າ. ໃນການສຳພາດກັບວາລະສານ ຍຸກສະໄໝ, ທ່ານນາງ ຫຼິວ ຢິດົງ (ຜູ້ອຳນວຍການບໍລິຫານສະຖາບັນຄົ້ນຄວ້າເສດຖະກິດສາກົນ Vista, ຈີນ) ເຫັນວ່າ, ເພື່ອປະກອບສ່ວນແກ້ໄຂບັນຫານີ້, ຫວຽດນາມ ແລະ ຈີນຈຳເປັນຕ້ອງມີການເຊື່ອມໂຍງທີ່ເລິກເຊິ່ງ ແລະ ຫຼາກຫຼາຍຫຼາຍຂຶ້ນ. |
ຄຳສີ

