| ຫວຽດນາມພວມມຸ່ງໄປສູ່ການເຕີບໂຕທີ່ມີຄຸນນະພາບ ແລະ ຍືນຍົງ ຄວາມຮັກຂອງພໍ່ ພາຂ້າພະເຈົ້າມາຫາຫວຽດນາມ |
![]() |
| ທີ່ການພົບປະ, ທ່ານ ເລຮວ່າຍຈຸງ ໄດ້ຕີລາຄາສູງສາຍພົວພັນ ຫວຽດນາມ - ອິນເດຍ ແລະ ສະເໜີໃຫ້ສອງພັກເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ແບ່ງປັນປະສົບການ, ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ - ຄວາມໝັ້ນຄົງ, ເສດຖະກິດ - ການຄ້າ, ການລົງທຶນ, ວິທະຍາສາດ - ເຕັກໂນໂລຊີ, ການຫັນປ່ຽນດິຈິຕອນ, ການຫັນປ່ຽນສີຂຽວ, ວັດທະນະທຳ ແລະ ການແລກປ່ຽນປະຊາຊົນ. ທ່ານ Ram Madhav, ຮອງປະທານ BJP ຢືນຢັນວ່າ BJP ໃຫ້ຄວາມສຳຄັນຕໍ່ສາຍພົວພັນກັບຫວຽດນາມ, ເຫັນດີເພີ່ມທະວີການແລກປ່ຽນສະມາຊິກພັກ, ສະມາຊິກສະພາໜຸ່ມ, ກອງສຳມະນາ ແລະ ເວທີປາໄສວິຊາການ. ສອງຝ່າຍຍັງເຫັນດີເພີ່ມທະວີການປະສານສົມທົບ ແລະ ສະໜັບສະໜູນເຊິ່ງກັນແລະກັນ ຢູ່ບັນດາເວທີຫຼາຍຝ່າຍລະດັບພາກພື້ນ ແລະ ສາກົນ. |
ຍສໝ - ວັນທີ 14/9 ຢູ່ຮ່າໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, ອາຍຸການ 2026-2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ສຳເລັດລົງຢ່າງຈົບງາມ. ທ່ານ ຟານແອັງເຊີນ, ເລຂາຄະນະພັກ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຊຸດທີ VI, ໄດ້ຮັບຄວາມໄວ້ວາງໃຈເລືອກເປັນປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຊຸດທີ VII. |
ຍສໝ - ໃນອາຍຸການ 2026-2031, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ກຳນົດໃຫ້ຫັນຈຸດສຸມໄປສູ່ປະສິດທິຜົນຕົວຈິງ, ມີຜະລິດຕະຜົນ ແລະ ຜົນສຳເລັດສະເພາະທີ່ສາມາດວັດແທກໄດ້. ບົດລາຍງານການເມືອງ ໄດ້ກຳນົດ 6 ໜ້າທີ່, ວິທີແກ້ໄຂຈຸດສຸມ ແລະ 3 ຂອດບຸກທະລຸຍຸດທະສາດ. |
ດວງດີ
