ຍສໝ - ໃນລະດູຮ້ອນປີ 2025, ນັກສຶກສາອາເມລິກາ 31 ຄົນທີ່ເຂົ້າຮ່ວມໂຄງການອາສາສະໝັກສາກົນໄດ້ປະກອບສ່ວນກໍ່ສ້າງເຮືອນການກຸສົນ 6 ຫຼັງໃຫ້ແກ່ປະຊາຊົນແຂວງ ກວາງຫງາຍ. ວຽກງານຂອງເຂົາເຈົ້າບໍ່ພຽງແຕ່ໄດ້ສ້າງເຄື່ອງໝາຍອັນດີງາມຢູ່ທ້ອງຖິ່ນເທົ່ານັ້ນ, ຫາກຍັງປະກອບສ່ວນຢ່າງແທດຈິງເຂົ້າໃນການເພີ່ມພູນຄູນສ້າງມິດຕະພາບຫວຽດນາມ - ອາເມລິກາ.
ຍສໝ - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມແມ່ນເພື່ອນທີ່ຈິງໃຈ, ເປັນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນປະຊາຄົມ BRICS ແລະ ສາກົນ.
ຍສໝ - ໄລ່ສະເພາະເດືອນມິຖຸນາ 2025, ຈຳນວນແຂກທ່ອງທ່ຽວບັນລຸເກືອບ 1,5 ລ້ານເທື່ອຄົນ, ເພີ່ມຂຶ້ນ 17%ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024.
ຍສໝ - ວັນທີ 7 ກໍລະກົດ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ມອບຫຼຽນກາ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາຊົນເຜົ່າ” ໃຫ້ທ່ານເອກອັກຄະລັດຖະທູດ ອີຣານ ປະຈຳ ຫວຽດນາມ Ali Akbar Nazari. ລາງວັນນີ້ແມ່ນເພື່ອຮັບຮູ້ບັນດາການປະກອບສ່ວນອັນດີງາມຂອງທ່ານເອກອັກຄະລັດຖະທູດ ໃນການຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນສອງປະເທດ.
ຍສໝ - ວັນທີ 6 ກໍລະກົດ 2025, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ແລະ ຄະນະທະນາຍຄວາມ ນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງການເຜີຍແຜ່, ສະເຫຼີຍດ້ານກົດໝາຍໃຫ້ແກ່ຊາວຫວຽດນາມ ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ ສ.ເກົາຫຼີ.
ຍສໝ- ວັນທີ 5 ກໍລະກົດ, ໃນຂອບເຂດຂອງງານບຸນຖະໜົນ Festival Streets Happy 2025 - ເຫດການປະຈໍາປີທີ່ຟົດຟື້ນຢູ່ ລອນດອນ ໄດ້ໂຮມສຸມ 20 ປະຊາຄົມສາກົນທີ່ອາໄສຢູ່ລາຊະອານາຈັກ ອັງກິດ - ຄະນະສິລະປະຂອງສະມາຄົມແມ່ຍິງ ແລະ ເດັກນ້ອຍຫວຽດນາມ ຢູ່ ອັງກິດ ເຂົ້າຮ່ວມເປັນຄັ້ງທຳອິດ ແລະ ໄດ້ນໍາເອົາລາຍການສະແດງທີ່ເປັນເອກະລັກສະເພາະ, ອາລົມຈິດ, ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃນໃຈຜູ້ຊົມ.
ຍສໝ - ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກຄັ້ງທີ 35 ຢູ່ Berlin, ສາທາລະນະລັດສະຫະພັນ ເຢຍລະມັນ ແຕ່ວັນທີ 3-5 ກໍລະກົດ 2025, ຄະນະຜູ້ແທນຫວຽດນາມ ລວມມີ ສະມາຊິກຂອງເວທີປາໄສແມ່ຍິງ ຫວຽດນາມ ຢູ່ ເອີລົບ 35 ຄົນ ແລະ ນັກທຸລະກິດຜູ້ຍິງ 30 ຄົນຂຶ້ນກັບເຄືອຂ່າຍການນຳເປັນແມ່ຍິງ WeLead (ຫວຽດນາມ) ໄດ້ມີໂຄງການເຮັດວຽກ ເພື່ອເຊື່ອມຕໍ່ທຸລະກິດກັບບັນດາຄະນະຜູ້ແທນ ຟີລິບປິນ ແລະ ກາຊັກສະຖານ.
ຍສໝ - ຄະນະປະຕິບັດງານສະມາຄົມມິດຕະພາບ ຫວຽດນາມ - ເນປານ (ສະມາຄົມ) ໂດຍທ່ານ ປອ ເຈີ່ນແອງຕວນ, ກໍາມະການຄະນະປະທານສູນກາງແນວໂຮມປະເທດຊາດຫວຽດນາມ, ປະທານສະມາຄົມເປັນຫົວໜ້າຄະນະ, ໄດ້ໄປເຖິງບາງກອກ (ໄທ) ເພື່ອເຮັດວຽກກັບສະຖານທູດ ເນປານ ປະຈຳ ໄທ ທັງຄວບຕຳແໜ່ງຖິ່ນຖານຫວຽດນາມ. ການຢ້ຽມຢາມເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບ ແລະ ເຫັນດີເປັນເອກະພາບຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເນປານ.
ຍສໝ - ໃນລະຫວ່າງວັນທີ 7 – 8 ກໍລະກົດ, ຄະນະຜູ້ແທນຫວຽດນາມ ໂດຍມີຜູ້ຕາງໜ້າຈາກ 9 ອົງການ ລວມມີ ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ກະຊວງຍຸຕິທຳ, ກະຊວງການຕ່າງປະເທດ, ກະຊວງຕຳຫຼວດ, ກະຊວງພາຍໃນ, ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ, ກະຊວງຊົນເຜົ່າ ແລະສາສະໜາ, ຫ້ອງວ່າການລັດຖະບານ, ໂດຍທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ຫງວຽນແທ່ງຕິ້ງ ເປັນນຳໜ້າ ຈະເຂົ້າຮ່ວມວາລະປະຊຸມສົນທະນາກ່ຽວກັບບົດລາຍງານແຫ່ງຊາດກ່ຽວກັບການປະຕິບັດພັນທະສັນຍາສາກົນກ່ຽວກັບສິດທິພົນລະເມືອງ ແລະ ການເມືອງ (ICCPR) ທີ່ວາລະປະຊຸມຄັ້ງທີ 144 ຂອງຄະນະກຳມະການສິດທິມະນຸດສະຫະປະຊາຊາດທີ່ Geneve, ສະວິດ. ພວກຂ້າພະເຈົ້າໄດ້ໃຫ້ສຳພາດທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ຫງວຽນແທ່ງຕິ້ງ ກ່ຽວກັບເຫດການສຳຄັນນີ້.
ຍສໝ - ລາຍການສະແດງສິລະປະໄດ້ຢັ້ງຢືນບົດບາດ, ທີ່ຕັ້ງ, ຂອບຂະໜາດໃໝ່ຂອງ ກວາງນິງ ໃນວິວັດທະນາການພັດທະນາຢ່າງວ່ອງໄວ, ຍືນຍົງ, ຮອບດ້ານ.
ຍສໝ - ຕອນບ່າຍວັນທີ 02 ກໍລະກົດ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບ ທ່ານນາງ Gillian Bird ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ເນື່ອງໃນໂອກາດເລີ່ມປະຕິບັດໜ້າທີ່ທາງການທູດຢູ່ ຫວຽດນາມ.
ຍສໝ - ນັບແຕ່ວັນທີ 1 ກໍລະກົດ ປີ 2025, ຫວຽດນາມ ຈະດຳເນີນຮູບແບບລັດຖະບານທ້ອງຖິ່ນ 2 ຊັ້ນໃນທົ່ວປະເທດຢ່າງເປັນທາງການ. ຊາວຫວຽດນາມຢູ່ຕ່າງປະເທດຫຼາຍຄົນຢູ່ລາວ, ອິດສະຣາແອນ, ອິນໂດເນເຊຍ ສະແດງຄວາມສະໜັບສະໜູນຢ່າງແຂງແຮງຕໍ່ນະໂຍບາຍນີ້, ພ້ອມກັນນັ້ນ ກໍຄາດວ່າຈະມີການຫັນປ່ຽນຢ່າງໃຫຍ່ຫຼວງໃນກົງຈັກການບໍລິຫານ - ມຸ່ງໄປເຖິງຜົນສັກສິດ, ປະສິດທິຜົນ, ຈະແຈ້ງ ແລະ ໃກ້ຊິດກັບປະຊາຊົນ.
ຍສໝ - ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ເນັ້ນໜັກວ່າ: ຂໍ້ລິເລີ່ມແບ່ງປັນພະທາດຂອງພຣະພຸດທະເຈົ້າກັບ ຫວຽດນາມ ໄດ້ສ້າງປະກົດການວັດທະນະທຳ ແລະ ຈິດໃຈ, ດ້ວຍຈຳນວນຜູ້ໄປນະມັດສະການພະທາດ 15 ລ້ານກວ່າເທື່ອຄົນຢູ່ 9 ແຫ່ງຕ່າງກັນໃນທົ່ວປະເທດ ຫວຽດນາມ.
ຍສໝ - ນທີ 2 ກໍລະກົດ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນມິງເຕີມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບສະມາຄົມຊາວຫວຽດນາມ ອາໄສຢູ່ແຂວງອຸດົມໄຊ (ລາວ). ທ່ານເອກອັກຄະລັດຖະທູດ ໄດ້ຕີລາຄາສູງບົດບາດຂອງປະຊາຄົມຊາວຫວຽດນາມ ໃນການກໍ່ສ້າງຊີວິດທີ່ໝັ້ນຄົງ, ຮັກສາເອກະລັກວັດທະນະທຳ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບຫວຽດນາມ - ລາວ.
ຍສໝ - ຄວາມຮຸນແຮງພາຍໃນຄອບຄົວບໍ່ແມ່ນເລື່ອງສ່ວນຕົວພາຍຫຼັງປະຕູວົງປິດ. ຈາກບັນດາກໍລະນີທີ່ໂສກເສົ້າດັ່ງກ່າວ, ຫວຽດນາມ ໄດ້ມີຄວາມມານະພະຍາຍາມຮອບດ້ານ, ນັບແຕ່ສ້າງກົດໝາຍໃຫ້ສົມບູນແບບ, ຊຸກຍູ້ການສື່ສານຢ່າງກວ້າງຂວາງເຖິງການກໍ່ສ້າງເຄືອຂ່າຍໜູນຊ່ວຍເພື່ອ ປົກປັກຮັກສາຜູ້ປະສົບເຄາະຮ້າຍ ແລະ ກ້າວໄປສູ່ສັງຄົມປອດໄພ, ມີມະນຸດສະທຳ ແລະ ພົນລະເຮືອນ.
ຍສໝ - ວັນທີ 2 ກໍລະກົດ, ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ການາດາ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງກອງປະຊຸມພົບປະສະເຫຼີມສະຫຼອງ 158 ປີແຫ່ງວັນຊາດການາດາ (1 ກໍລະກົດ 1867 – 1 ກໍລະກົດ 2025). ເຫດການນີ້ແມ່ນໂອກາດເພື່ອຫວນຄືນເສັ້ນທາງການພັດທະນາການພົວພັນຫວຽດນາມ - ການາດາ ໃນຫຼາຍຂົງເຂດ, ພ້ອມທັງປະກອບສ່ວນຊຸກຍູ້ການພົວພັນແລກປ່ຽນປະຊາຊົນ ແລະ ເຮັດໃຫ້ການພົວພັນມິດຕະພາບລະຫວ່າງ 2 ປະເທດເລິກເຊິ່ງກ່ວາອີກ.
ຍສໝ - ທ່ານປະທານສະພາຕ່ຳ ອີຕາລີ Lorenzo Fontana ຢືນຢັນ ຈະຂົນຂວາຍສະພາແຫ່ງຊາດບັນດາປະເທດສະມາຊິກ ອີຢູ ທີ່ຍັງເຫລືອ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ (EVIPA) ໂດຍໄວ
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ຮຸງກາຣີ, ສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ໄດ້ສົມທົບກັບອຳນາດການປົກຄອງເມືອງ 3, ນະຄອນຫຼວງ Budapest ຈັດຕັ້ງວັນວັດທະນະທຳ ຫວຽດນາມ ດ້ວຍບັນດາການເຄື່ອນໄຫວວັດທະນະທຳທີ່ເປັນເອກະລັກສະເພາະຄື: ງານວາງສະແດງພາບແຕ້ມ, ຮູບພາບ, ລາຍການຮູບເງົາເອກະສານ, ແນະນຳປະເທດຊາດ, ປະຊາຊົນ ແລະ ບັນດາຜົນງານທີ່ບັນລຸໄດ້ພາຍຫຼັງ 40 ປີປ່ຽນໃໝ່.
ຍສໝ - ໃນຂອບເຂດການຜັນຂະຫຍາຍມະຕິເລກທີ່ 57-NQ/TW ລົງວັນທີ 22 ທັນວາ 2024 ຂອງກົມການເມືອງກ່ຽວກັບບຸກທະລຸການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນແຫ່ງຊາດ, ຫ້ອງວ່າການວິທະຍາສາດ ແລະ ເຕັກໂນໂລຢີ (ສະຖານທູດ ຫວຽດນາມ ປະຈຳ ການາດາ) ຫາກໍ່ຈັດຕັ້ງພິທີເປີດຕົວເຄືອຂ່າຍນັກຊ່ຽວຊານ ແລະ ນັກວິທະຍາສາດຫວຽດນາມ ຢູ່ການາດາ (CVSE). ນີ້ແມ່ນຂໍ້ລິເລີ່ມອັນສຳຄັນເພື່ອລະດົມແຫຼ່ງກຳລັງປັນຍາຊົນຂອງຊຸມຊົນປັນຍາຊົນຊາວຫວຽດນາມ ຢູ່ ການາດາ ເພື່ອຮັບໃຊ້ໃຫ້ແກ່ພາລະກິດສ້າງສາ ແລະ ພັດທະນາປະເທດຊາດ.
ຍສໝ - ວັນທີ 30 ມິຖຸນາ, ຄະນະພັກແນວໂຮມປະເທດຊາດ, ບັນດາອົງຄະນະສູນກາງໄດ້ຈັດຕັ້ງກອງປະຊຸມປະກາດໃຊ້ຂໍ້ຕົກລົງຂອງກົມການເມືອງກ່ຽວກັບວຽກງານພະນັກງານ. ທ່ານ ໂດ້ວັນຈ໋ຽນ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ເລຂາຄະນະພັກແນວໂຮມປະເທດຊາດ, ບັດດາອົງຄະນະສູນກາງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເປັນປະທານກອງປະຊຸມ.