ໃນວັນທີ 3 ມີນາ 2021 ຢູ່ຫ້ອງວ່າການປະທານປະເທດ ໄດ້ຈັດກອງປະຊຸມສະ ຫລຸບປະຈຳປີ 2020 ແລະ ທິດທາງແຜນການປີ 2021, ໂດຍການເປັນປະທານຂອງ ທ່ານ ຄຳເມິງ ພົງທະດີ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະ ເທດ, ມີບັນດາຄະນະພັກ, ຮອງຫົວໜ້າຫ້ອງວ່າການປະທານປະເທດ, ພະນັກງານ-ລັດຖະກອນ ປະ ຈຳຫ້ອງວ່າການປະທານປະເທດເຂົ້າຮ່ວມ.
ວັນທີ 3 ມີນາ, ຕໍາຫຼວດແຂວງສະຫວັນນະເຂດ, ສປປ ລາວ ໄດ້ຈັດຕັ້ງພິທີຍ້ອງຍໍຊົມເຊີຍຫ້ອງຕໍາຫຼວດດັບເພີງ ແລະກູ້ຊີບ, ກູ້ໄພຕໍາຫຼວດແຂວງກວາງຈີ໊.
ປັດຈຸບັນ ທົ່ວປະເທດ ລາວ ມີສູນຈໍາກັດບໍລິເວນ ທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 32 ສູນ, ມີຜູ້ຖືກຈຳກັດ ບໍລິເວນຢູ່ສູນ 2.302 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງ ໄດ້ຢືນຢັນວ່າ, ຫວຽດນາມ ຈະສະໜັບສະໜູນ, ໜູນຊ່ວຍປະທານອາຊຽນ 2021 ໃນການປະຕິບັດສຳເລັດໜ້າທີ່, ສືບຕໍ່ຊຸກຍູ້ການກໍ່ສ້າງປະຊາຄົມອາຊຽນ, ຄວບຄຸມ ແລະ ຕ້ານໂລກລະບາດ COVID-19 ຢ່າງມີປະສິດທິຜົນ.
ຍສໝ - ໂຮງໝໍກາງສະໜາມຂອງຫວຽດນາມ ໄດ້ກາຍເປັນສະຖານທີ່ຮັກສາສຸຂະພາບທີ່ໄວ້ເນື້ອເຊື່ອໃຈ, ເປັນບ່ອນອີງທາງດ້ານຈິດໃຈໃຫ້ແກ່ກ້ອນກໍາລັງທີ່ໃສ່ໝວກເບເລສີຟ້າ ສປຊ ຢູ່ຖານທັບ Bentiu. ບໍ່ພຽງແຕ່ບັນດາກົມກອງການແພດຂອງຄະນະປະຕິບັດງານເທົ່ານັ້ນ ຫາກຍັງມີໂຮງໝໍຂອງທ້ອງຖິ່ນກໍ່ສະເໜີໃຫ້ໜູນຊ່ວຍທາງດ້ານວິຊາສະເພາະ, ອຸປະກອນການແພດເມື່ອປະສົບຄວາມຫຍຸ້ງຍາກອີກດ້ວຍ.
ຍສໝ - ປະຈຸບັນ, ຄວາມສາມາດຮ່ວມມືໃນຂົງເຂດການຄ້າລະຫວ່າງສອງປະເທດຍັງໃຫຍ່ຫຼວງຢູ່, ເມື່ອມູນຄ່າສິນຄ້າຫວຽດນາມ ສົ່ງອອກສູ່ອັງກິດ ກວມພຽງ 1% ຍອດວົງເງິນນຳເຂົ້າຂອງອັງກິດ ແລະມູນຄ່າສິນຄ້ານຳເຂົ້າຂອງຫວຽດນາມ ກວມພຽງ 0,17% ມູນຄ່າສິນຄ້າອັງກິດສົ່ງອອກສູ່ໂລກ.
ຍສໝ - ກອງປະຊຸມໄດ້ຄົ້ນຄວ້າປຶກສາຫາລື ແລະ ຮັບຮອງເອົາບັນຫາສໍາຄັນດັ່ງນີ້: ຕີລາຄາຜົນສໍາເລັດຂອງການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ປຶກສາຫາລື ກ່ຽວກັບຄວາມຮັບຜິດຊອບຂອງສູນກາງ ຕໍ່ການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍທີ່ກອງປະຊຸມໃຫຍ່ຄັ້ງທີ XI ວາງອອກ, ຮັບຮອງເອົາແຜນການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ.
ຍສໝ - ທີ່ການໂອ້ລົມສົນທະນາ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ສິງກະໂປ Vivian Balakrishnanໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຂອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ແລະ ເລື່ອງທ່ານຮອງນາຍົກລັດຖະມົນຕີໄດ້ຮັບການເລືອກຕັ້ງເຂົ້າເປັນສະມາຊິກຂອງກົມການເມືອງ.
ຍສໝ - ການເຄື່ອນໄຫວດັ່ງກ່າວ ຂອງແຂວງດົ່ງທາບ ເພື່ອແນໃສ່ເພີ່ມທະວີນ້ຳໃຈມິດຕະພາບຄວາມສາມັກຕີ, ການຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງອຳນາດການປົກຄອງ ແລະ ອົງການແນວໂຮມຂອງບັນດາໜ່ວຍງານຕິດກັບຊາຍແດນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.
ຍສໝ - ໃນ 20 ປີທີ່ຜ່ານມາ, ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ລັດເຊຍ ບັນລຸໄດ້ບັນດາໝາກຜົນທີ່ໜ້າປະທັບໃຈ. ໃນນັ້ນ, ມີການເຈລະຈາດ້ານການເມືອງລະດັບສູງ ແລະ ການຢ້ຽມຢາມຂອງການນຳຂັ້ນສູງຂອງສອງປະເທດໄດ້ຮັບການຮັກສາໄວ້.
ຍສໝ - ຫວ່າງແລ້ວນີ້, ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ ໄດ້ຍື່ນສານຕາຕັ້ງຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ເຖິງທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi, ກາຍເປັນຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ.
ຍສໝ - ເຂົ້າຮ່ວມເຫດການມີທ່ານ ຫງວຽນເລຟຸກ ຮອງຫົວໜ້າກົມໃຫຍ່ການທ່ອງທ່ຽວ ຫວຽດນາມ, ທ່ານ Demyan O. Smilevets ຫົວໜ້າຫ້ອງການຮ່ວມມືສາກົນກົມໃຫຍ່ການທ່ອງທ່ຽວສະຫະພັນລັດເຊຍ, ທ່ານນາງ Nana M. Gvichia ຮອງຫົວໜ້າຄະນະກຳມະການພັດທະນາການທ່ອງທ່ຽວ St. Petersburg, ທ່ານ Vyacheslav G. Kalganov ຮອງຫົວໜ້າຄະນະກຳມະການພົວພັນຕ່າງປະເທດ St. Petersburg, ພ້ອມກັບຜູ້ຕາງໆທີ່ມາຈາກບັນດາວິສາຫະກິດການທ່ອງທ່ຽວ ຫວຽດນາມ ແລະ ສະຫະພັນລັດເຊຍ…
ຍສໝ - ທີ່ພິທີມອບຮັບ, ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ລົງຢ້ຽມຢາມ, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການໂລກລະບາດໂຄວິດ - 19.
ຍສໝ - ຕໍ່ໜ້າສະພາບການຢ່າງສັບສົນຂອງໂລກລະບາດໂຄວິດ - 19, ທ່ານ ຫງວຽນແມັງເກືອງ ມີຄວາມປາດຖະໜາຢາກພໍ່ແມ່ປະຊາຊົນຊາວຫວຽດນາມ ເວົ້າລວມ, ປະຊາຄົມ ຊາວຫວຽດນາມ ອາໄສຢູ່ເຊັກໂກເວົ້າສະເພາະຈົ່ງມີຄວາມສາມັກຄີນຳກັນ ເພື່ອຜ່ານຜ່າໄລຍະທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຄືໃນປັດຈຸບັນ.
ຍສໝ - ທ່ານ ເລຢູງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ໂອຕະລິດ ຖືວ່າ ບັນດາວິສາຫະກິດໂອຕະລິດ ມີກາລະໂອກາດ ແລະແງ່ຫວັງຫຼາຍຢ່າງເມື່ອລົງທຶນເຂົ້າຫວຽດນາມໃນອະນາຄົດ.
ຍສໝ - ທ່ານ ຫ່າກີມຫງອກ, ເອກອັກຄະລັດຖະທູດຫວຽດນາມປະຈຳສະຫະລັດອາເມລິກາ ໄດ້ກ່າວຄຳປາໄສໃນກອງປະຊຸມສຳມະນາທາງຖ່າຍທອດສົດ ໂດຍປະກາດບົດລາຍງານ “ເພີ່ມທະວີການປົກຄອງຂອງແມ່ນໍ້າຜ່ານຂ້າມຊາຍແດນ: ແກ້ໄຂສິ່ງທ້າທາຍຕ່າງໆໃນເຂດຫຼົ້ົ້ງແມ່ນ້ຳຂອງ” ທີ່ຈັດຕັ້ງໂດຍສູນກາງຕາເວັນອອກ - ຕາເວັນຕົກ.
ຍສໝ - ກົມສົ່ງເສີມການຄ້າ ແລະ ຫ້ອງການການຄ້າ - ສະຖານທູດ ຫວຽດນາມ ປະຈຳ ໂອຕາລິດ ທັງປະຈຳ ສະໂລເວນີ ພ້ອມກັບຫ້ອງການການຄ້າ - ອຸດສາຫະກຳ ສະໂລເວນີ ຈັດກອງປະຊຸມພົວພັນການຄ້າ ວິສາຫະກິດ ຫວຽດນາມ ສະໂລເວນີ ທາງອອນລາຍ.
ຍສໝ - ພາຍຫຼັງຜັນຂະຫຍາຍມາເປັນເວລາ 1 ປີ, ບັນດາກຸ່ມປະຕິບັດງານຢູ່ສະໜາມບິນ ບຽນຮ່ວາ ໄດ້ຕັກດິນຕິດທາດພິດ ເກີດມາດຕະຖານເພື່ອນຳເອົາໄປບຳບັດ.
ຍສໝ - ຄະນະຜູ້ແທນຫວຽດນາມ ໂດຍທ່ານ ເຈິ່ນກວ໊ກແຄງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ນຳໜ້າ ພ້ອມກັບຜູ້ຕາງໜ້າຂອງບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ບັນດາໜ່ວຍງານໃນກະຊວງເຂົ້າຮ່ວມກອງປະຊຸມ.
ຍສໝ - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານດັ້ງດິ່ງກຸ໊ຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ ໄດ້ຕີລາຄາສູງ ບັນດາຄວາມຄືບໜ້າຢ່າງຕັ້ງໜ້າ ກ່ຽວກັບການເມືອງ - ຄວາມໝັ້ນຄົງ ຢູ່ ປະເທດຊູດັງໃຕ້ ໃນໄລຍະທີ່ຜ່ານມາ, ໃນນັ້ນ UNMISS ໄດ້ສວມບົດບາດສຳຄັນໃນການຊຸກຍູ້ບັນດາຄວາມຄືບໜ້າດັ່ງກ່າວ.