ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອລ້າ ຈຳນວນ 522.221 ໂດລາສະຫະລັດ ໃຫ້ໂຄງການດ້ານສາທາລະນະສຸກ ສອງໂຄງການ ຢູ່ແຂວງຊຽງຂວາງ ແລະ ແຂວງວຽງຈັນ ແລະ ສາມໂຄງການ ດ້ານການສຶກສາ ຢູ່ ແຂວງ ຫລວງນ້ຳທາ, ແຂວງອຸດົມໄຊ ແລະ ແຂວງໄຊຍະບູລີ, ໂດຍຜ່ານໂຄງການ ເສີມສ້າງຄວາມໝັ້ນຄົງ ຂອງມະນຸດຂັ້ນຮາກຖານ (GGPs).
ຍສໝ - ໃນວັນທີ 20 ມັງກອນ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ດຳເນີນການເຈລະຈາບໍ່ເປັນທາງການ ກັບລັດຖະມົນຕີກະຊວງການຕ່າງປະເທດໂຊມາເລຍ, ທ່ານ Mohamed Abdirizik ກ່ຽວກັບຂະບວນການເລືອກຕັ້ງ ແລະ ສະພາບຄວາມໝັ້ນຄົງຢູ່ໂຊມາລີ.
ຍສໝ - ກອງປະຊຸມວົງແຄບລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນທາງອອນລາຍໄດ້ປຶກສາຫາລືກຳນົດທິດ, ບຸລິມະສິດທົ່ວປີຂອງອາຊຽນ ແລະ ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ມີຄວາມສົນໃຈ.
ຍສໝ - ເມື່ອບໍ່ດົນມານີ້, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງທ່ານປະທານາທິບໍດີອິນໂດເນເຊຍ ພາຍຫຼັງອິນໂດເນເຊຍປະສົບຄວາມເສຍຫາຍຈາກແຜ່ນດິນໄຫວຢ່າງແຮງ ແລະ ອຸບັດຕິເຫດເຮືອບິນຕົກຢູ່ນອກຝັ່ງທະເລຈາກາຕາ.
ຍສໝ - ຫວ່າງແລ້ວນີ້, ຢູ່ສະຖາບັນການທູດລາຊະກຸມມານ Saud Al-Faisal Diplomatic Academy (IDS) ຢູ່ Riyadh, Saudi Arabia ໄດ້ຈັດຕັ້ງພິທີລົງນາມໃນໂຄງການ “ຮ່ວມມືລະຫວ່າງສະຖາບັນການທູດຫວຽດນາມ ແລະ ກະຊວງການຕ່າງປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ສະຖາບັນການທູດລາຊະກຸມມານ Saud Al-Faisal, ກະຊວງການຕ່າງປະເທດແຫ່ງລາຊະອານາຈັກ Saudi Arabia.
ຍສໝ - ຫວ່າງແລ້ວນີ້, ທີ່ນະຄອນຫຼວງວຽງຈັນ ສປປ.ລາວ, ບໍລິສັດ Startechm - ວິສາຫະກິດ ຫວຽດນາມ ທີ່ລົງທຶນຢູ່ລາວ, ໄດ້ຈັດຕັ້ງພິທີມອບຮັບໄລຍະທີ 1 ໂຄງການ “ນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການຄຸ້ມຄອງ ແລະ ບໍລິຫານຂອງຄະນະກຳມະການຮ່ວມມື ລາວ - ຫວຽດນາມ”.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳ ເນັ້ນໜັກວ່າ: ເພີ່ມທະວີການລາດຕາເວນຢູ່ເສັ້ນຊາຍແດນ, ຮັບປະກັນຄວາມປອດໄພດ້ານໂລກລະບາດໃນໂອກາດບຸນເຕັດປີສະຫຼູ...
ຍສໝ - ກ່າວຄຳເຫັນທີ່ພິທີ, ທ່ານ Kari Kahiluoto ເອກອັກຄະລັດຖະທູດ ແຟນລັງປະຈຳ ຫວຽດນາມ ໃຫ້ຮູ້ວ່າ ພິທີລົງນາມສັນຍາແມ່ ໄດ້ດຳເນີນໃນວັນທີ 21 ມັງກອນ. ທ່ານ Kari Kahiluoto ແລະ ທ່ານ ເຈິ່ນຊວັນຮ່າ ຮອງລັດຖະມົນຕີກະຊວງການເງິນຫວຽດນາມ ໄດ້ຮັບການມອບສິດລົງນາມສັນຍາຈາກລັດຖະບານສອງປະເທດ.
ຍສໝ - ທ່ານນາງ Mary Tarnowka ໃຫ້ຮູ້ວ່າ ເຖິງວ່າໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນກໍ່ຕາມ ແຕ່ມັນບໍ່ສາມາດກີດຂວາງຄວາມສົນໃຈ ແລະ ການເຂົ້າຮ່ວມຂອງປະຊາຄົມວິສາຫະກິດອາເມລິກາຕໍ່ຕະຫຼາດ ຫວຽດນາມ.
ຍສໝ - ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຍິນດີຕ້ອນຮັບບັນດາເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງປະເທດ ແອັດສະປາຍ, ອີຣານ ແລະ ຟີລິບປິນ.
ຍສໝ - ຕາງໜ້າ ທະນາຄານ Standard Chartered ໄດ້ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ແມ່ນສະຖານທີ່ດຶງດູດບັນດານັກລົງທຶນ. ນີ້ແມ່ນປັດໄຈຕັ້ງໜ້າໃຫ້ແກ່ແງ່ຫວັງເຕີບໂຕຂອງຫວຽດນາມໃນໄລຍະກາງ ແລະ ໄລຍະຍາວ.
ກ່ອນການຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ, ເຊິ່ງຈະດຳເນີນແຕ່ວັນທີ 25 ມັງກອນ - 2 ກຸມພາ. ສື່ມວນຊົນລາວໄດ້ລົງຂ່າວກ່ຽວກັບວຽກງານກະກຽມບຸກຄະລາກອນ ໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ.
ຍສໝ - ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ໄດ້ສະແດງຄວາມຍິນດີຕໍ່ບັນດາຜົນງານທີ່ບຸກທະລຸຂອງ ຫວຽດນາມ ໃນປີ 2021, ກາຍເປັນແບບຢ່າງປະສົບຜົນສຳເລັດທີ່ຫາຍາກໃນໂລກ ກ່ຽວກັບການຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ພ້ອມທັງຍັງຮັກສາໄດ້ການພັດທະນາເສດຖະກິດ - ສັງຄົມໃນສະພາບການເສດຖະກິດໂລກຖືກຊຸດໂຊມຢ່າງຮ້າຍແຮງທີ່ສຸດໃນທົດສະວັດ.
ຍສໝ - ເນື່ອງໃນໂອກາດທ່ານ Sir Joseph R. Biden Jr. ໄດ້ຮັບຕຳແໜ່ງເປັນປະທານາທິບໍດີສະຫະລັດອາເມລິກາ ຄັ້ງທີ 46, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສົ່ງສານສະແດງຄວາມຊົມເຊີຍ ແລະ ອວຍພອນ.
ຍສໝ - ໃນຊຸມວັນສຸດທ້າຍ ຂອງປີ 2021, ການປະຕິບັດງານຢູ່ທ່າເຮືອແມ່ນມີຄວາມຂ້ຽວຂາດຫຼາຍ, ສະນັ້ນມັນຍັງມີຄວາມສ່ຽງທີ່ຈະແຜ່ລະບາດຂອງພະຍາດ COVID-19. ເພື່ອແນໃສ່ປ້ອງກັນຄວາມສ່ຽງໃນການແຜ່ລະບາດດ້ວຍຜ່ານທາງທະເລ, ກຳລັງປະຕິບັດໜ້າທີ່ຂອງແຂວງກວາງນາມ ໄດ້ເພີ່ມທະວີການຄວບຄຸມຢູ່ບັນດາເຂດທະເລ, ພິເສດແມ່ນໃນໂອກາດບຸນປີໃໝ່.
ຍສໝ - ສະມາຄົມຈະແມ່ນສະຖານທີ່ເຕົ້າໂຮມ ແລະ ລະດົມກຳລັງໃຈນັກຮົບອາສາສະໝັກ, ຊ່ຽວຊານ ແລະ ທະຫານຫວຽດນາມຊ່ວຍກຳປູເຈຍໃນການຮັກສາ ແລະ ສົ່ງເສີມກຽດສັກສີຂອງບັນດານາຍທະຫານລຸງໂຮ່, ປະກອບສ່ວນຄວາມພະຍາຍາມ ແລະ ສະຕິປັນຍາເຂົ້າໃນວຽກງານສ້າງສາບ້ານເກີດເມືອງນອນ ແລະ ປະເທດຊາດ...
ຫວ່າງແລ້ວນີ້, ທີ່ຫ້ອງຮັບແຂກ ກະຊວງປ້ອງກັນປະເທດ ຄະນະພັກ-ຄະນະນຳ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ), ຊຶ່ງນຳໂດຍ ທ່ານ ບໍ່ວຽງຄຳ ວົງດາລາກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກວຕ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ (20 ມັງກອນ) ຄົບຮອບ 72 ປີ (1949-2021) ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ພົທ ທອງລອຍ ສີລິວົງ ຫົວໜ້າກົມໃຫຍ່ ການເມືອງກອງທັບ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ.
ໃນໂອກາດ ໄຂກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ທີ່ນະຄອນຫລວງວຽງຈັນ ໃນລະຫວ່າງ ວັນທີ 13-15 ມັງກອນ 2021, ຄະນະບໍລິຫານງານສູນກາງພັກ ຂອງບັນດາພັກເພື່ອນມິດ ໃນພາກພື້ນຕ່າງໆຂອງໂລກ ຈຳນວນ 50 ພັກ, 7 ອົງການຈັດຕັ້ງຂອງພັກ ແລະ ລັດ ຫວຽດນາມ ແລະ 1 ສຳພັນຄົນລາວ ຢູ່ຕ່າງປະເທດ ໄດ້ສົ່ງສານຊົມເຊີຍມາຍັງ ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ ເພື່ອສະແດງຄວາມ ຂໍ່ານັບຊົມເຊີຍຕໍ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ກໍຄື ຜົນງານໃນຕະຫລອດໄລຍະ 65 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງພັກປະຊາຊົນ ປະຕິວັດລາວ ແລະ ຜົນງານ 45 ປີ ແຫ່ງການສ້າງ ສາພັດທະນາ ປະເທດຊາດຂອງ ສປປ ລາວ, ພ້ອມທັງອວຍພອນໄຊ ອັນປະເສີດ ໃຫ້ແກ່ການນຳພັກ-ລັດ, ສະມາຊິກພັກ ແລະ ປະຊາຊົນລາວ ຈົ່ງສືບຕໍ່ໄດ້ຮັບຜົນສຳເລັດອັນໃໝ່ ໃຫຍ່ຫລວງກວ່າເກົ່າ ແລະ ສະ ແດງຄວາມເຊື່ອໝັ້ນ ໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ກັບ ພັກປະຊາຊົນ ປະຕິວັດລາວ.
ໃນວັນທີ 20 ມັງກອນ 2021 ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ທາເກວະກະ ເຄໂຊ ໄດ້ຕາງໜ້າມອບລົດ ລາດຕະເວນ ໃຫ້ແກ່ ທ່ານ ວິໄລ ຫລ້າຄຳຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ. ພິທີດັ່ງກ່າວ, ໄດ້ຈັດຂຶ້ນທີ່ກະຊວງ ປ້ອງກັນຄວາມສະຫງົບ ນະຄອນ ຫລວງວຽງຈັນ ພາຍໃຕ້ໂຄງການຊ່ວຍເຫລືອລ້າ ເພື່ອສົ່ງເສີມ ການພັດທະນາ ເສດຖະກິດ-ສັງຄົມ ຂອງ ຍີ່ປຸ່ນ ໃຫ້ແກ່ ສປປ ລາວ. (ໃນຂົງເຂດປ້ອງກັນຄວາມສະຫງົບ).
ໃນວັນທີ 21 ມັງກອນ 2021 ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມ ວົງແຄບລັດຖະມົນຕີ ຕ່າງປະເທດອາຊຽນ ແບບທາງໄກ ເຊິ່ງເປັນກອງປະຊຸມທຳອິດ ພາຍໃຕ້ການເປັນປະທານ ອາຊຽນຂອງ ບຣູໄນ ດາຣູຊາລາມ (ສຳລັບສົກປີ 2021) ໂດຍມີບັນດາລັດຖະມົນຕີ ຕ່າງປະເທດອາຊຽນອື່ນ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມຕື່ມອີກ.