ຍສໝ - ຕອນເຊົ້າວັນທີ 16/8, ກຳລັງເຈົ້າໜ້າທີ່ໄດ້ພົບເຫັນອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດຫຼາຍກວ່າ 30 ຊຸດ ໃນຂະນະທີ່ຂະຫຍາຍຂອບເຂດການຄົ້ນຫາຢູ່ບໍລິເວນແຜ່ນຈາລຶກລະນຶກເຖິງວິລະຊົນນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ເລທິຣຽງ, ສວນສາທາລະນະ ເລທິຣຽງ (ນະຄອນໂຮ່ຈີມິນ). ມາຮອດປັດຈຸບັນ, ອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດຫຼາຍກວ່າ 1.700 ຊຸດ ໄດ້ຮັບການຄົ້ນຫາ ແລະ ເຕົ້າໂຮມໂດຍບັນດາກຳລັງໃນຂອບເຂດທົ່ວປະເທດ.
ຍສໝ - ປັນຍາປະດິດ (AI) ພວມປ່ຽນແປງຂະແໜງການສຶກສາຢ່າງຮອບດ້ານ. ດ້ວຍປະຊາກອນໜຸ່ມ ພ້ອມກັບຄວາມສາມາດໃນການປັບຕົວຢ່າງວ່ອງໄວ, ຫວຽດນາມມີທ່າໄດ້ປຽບເພື່ອກ້າວນຳໜ້າໃນຂະບວນການນີ້. ແຕ່ການບຳລຸງສ້າງແນວຄິດວິພາກວິຈານ, ສ້າງຄວາມຮູ້ພື້ນຖານໃຫ້ໝັ້ນຄົງ ແລະ ຝຶກອົບຮົມຄືນໃໝ່ໃຫ້ແກ່ຄູອາຈານ ແມ່ນບັນດາສິ່ງທ້າທາຍທີ່ຕ້ອງໄດ້ແກ້ໄຂ ເພື່ອສາມາດກຳເຕັກໂນໂລຊີໄດ້.
ຍສໝ - ວັນທີ 17/8, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານນາງ ເລທິທູຮັ່ງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ໄດ້ຕ້ອນຮັບຄະນະກົມການຂ່າວ, ກະຊວງການຕ່າງປະເທດລາວ ນຳໂດຍສະຫາຍ ສົມຄິດ ວັນຄຳ, ຫົວໜ້າກົມການຂ່າວ, ໂຄສົກກະຊວງການຕ່າງປະເທດລາວ, ໃນໂອກາດຄະນະຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ຍສໝ - ວັນທີ 17/8, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ເລຮວ່າຍຈູງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບທ່ານນາງ Valeria Csukasi Cabrera, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດອູຣູກວາຍ, ໃນໂອກາດຢ້ຽມຢາມເຮັດວຽກຢູ່ຫວຽດນາມ ແຕ່ວັນທີ 16-18/8. ສອງຝ່າຍໄດ້ແລກປ່ຽນບັນດາທິດທາງເພື່ອຊຸກຍູ້ສາຍພົວພັນສອງຝ່າຍ ແລະ ການຮ່ວມມືລະຫວ່າງພາກພື້ນ.
ຍສໝ - ຕອນບ່າຍວັນທີ 17/8 ຢູ່ຮ່າໂນ້ຍ, ທ່ານ ເຈິ່ນແທງເໝີນ, ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງພັກແຮງງານເມັກຊິໂກ ນຳໂດຍທ່ານ Alberto Anaya Gutierrez, ສະມາຊິກສະພາສູງ, ເລຂາທິການໃຫຍ່ເມັກຊິໂກ, ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ສອງຝ່າຍເຫັນດີເພີ່ມທະວີການຮ່ວມມື ແລະ ການແລກປ່ຽນລະຫວ່າງອົງການນິຕິບັນຍັດຂອງສອງປະເທດ.
ຍສໝ - ໃນ 6 ເດືອນຕົ້ນປີ 2026, ມີວິສາຫະກິດຫວຽດນາມເພີ່ມອີກ 5 ແຫ່ງ ເຂົ້າມາລົງທຶນຢູ່ພາກໃຕ້ລາວ. ຄຽງຄູ່ກັບການຊຸກຍູ້ການເຊື່ອມຕໍ່ດ້ານການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ, ສະຖານກົງສຸນໃຫຍ່ຫວຽດນາມປະຈຳປາກເຊ ແລະ ສະມາຄົມວິສາຫະກິດຫວຽດນາມຢູ່ລາວ (AVILA) ພາກໃຕ້ລາວ ໄດ້ປະສານສົມທົບກັນສະໜັບສະໜູນວິສາຫະກິດໃນການແກ້ໄຂບັນດາຄວາມຫຍຸ້ງຍາກ ແລະ ຂໍ້ຕິດຂັດໃນຂະບວນການດຳເນີນງານຢູ່ໃນພື້ນທີ່.
ຍສໝ - ການປະສົມປະສານເອກະສານປະຫວັດສາດ, ຂໍ້ມູນຈາກພະຍານ, ວັດຖຸພະຍານ ກັບບັນດາວິທີການທາງວິທະຍາສາດ ແລະ ເຕັກໂນໂລຊີ ໃນການຊອກຫາ, ເກັບກຳ ແລະ ກຳນົດອັດຕະລັກຂອງອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ຢູ່ສວນສາທາລະນະ ເລທິຣຽງ ພວມຖືກສະຫຼຸບຖອດຖອນເປັນບົດຮຽນ ເພື່ອຄົ້ນຄວ້າ ແລະ ນຳໄປປະຍຸກໃຊ້ຢູ່ບັນດາເຂດສຸສານລວມທີ່ຍັງຂາດຂໍ້ມູນ.
ຍສໝ - ສາຍພົວພັນເສດຖະກິດຫວຽດນາມ - ອົດສະຕຣາລີ ພວມເປີດກວ້າງໂອກາດການຮ່ວມມືໃໝ່ໆ, ຈາກການຄ້າ ໄປສູ່ການສ້າງຂີດຄວາມສາມາດດ້ານການຜະລິດ, ຕ່ອງໂສ້ສະໜອງ ແລະ ບັນດາແຮງຂັບເຄື່ອນການເຕີບໂຕໃໝ່. ເພື່ອນຳໃຊ້ໂອກາດນີ້ໃຫ້ເກີດປະໂຫຍດ, ວິສາຫະກິດຫວຽດນາມຈຳເປັນຕ້ອງຫັນຈາກເປົ້າໝາຍ “ສາມາດສົ່ງອອກສິນຄ້າໄດ້” ໄປສູ່ການຊອກຫາຕຳແໜ່ງທີ່ເລິກເຊິ່ງກວ່າເກົ່າໃນຕ່ອງໂສ້ມູນຄ່າຂອງ ອົດສະຕຣາລີ.
ຍສໝ - ໂຄງການ “ວັນແຫ່ງຫວຽດນາມ” ຄັ້ງທີ 4 ໄດ້ຈັດຂຶ້ນຢູ່ Baku, ນະຄອນຫຼວງຂອງ Azerbaijan, ແຕ່ວັນທີ 29/7 ຫາ 3/8, ໂດຍສະຖານທູດ Azerbaijan ປະຈຳຫວຽດນາມເປັນຜູ້ຈັດ.
ຍສໝ - ແຕ່ວັນທີ 13-15/8, ຄະນະເຮັດວຽກຂອງສະມາຄົມນັກທຸລະກິດ ແລະ ການລົງທຶນຫວຽດນາມ - ສ.ເກົາຫຼີ (VKBIA) ພ້ອມດ້ວຍບັນດາຄູ່ຮ່ວມມືຈາກ ສ.ເກົາຫຼີ ໄດ້ດຳເນີນໂຄງການເຮັດວຽກຢູ່ແຂວງນິງບິ່ງ, ໂດຍສຸມໃສ່ຊຸກຍູ້ການຮ່ວມມືລະຫວ່າງທ້ອງຖິ່ນ, ສົ່ງເສີມການລົງທຶນ - ການຄ້າ, ໂຄສະນາການທ່ອງທ່ຽວ, ເຊື່ອມໂຍງວິສາຫະກິດ ແລະ ດຳເນີນກິດຈະກຳສະຫວັດດີການສັງຄົມຢູ່ຕາແສງໂກເລ້.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດອິນເດຍ (15/8), ວາລະສານ ເທີ່ຍດ້າຍ ຂໍແນະນຳບົດຂຽນຂອງທ່ານ Tshering W. Sherpa, ເອກອັກຄະລັດຖະທູດອິນເດຍປະຈຳຫວຽດນາມ, ແບ່ງປັນກ່ຽວກັບບັນດາບາດກ້າວພັດທະນາຂອງອິນເດຍ, ກໍຄືຄວາມຕັ້ງໃຈຂອງອິນເດຍ ແລະ ຫວຽດນາມ ໃນການເສີມຂະຫຍາຍສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ເຂັ້ມແຂງຍິ່ງຂຶ້ນ.
ຍສໝ - ນັກສຶກສາຫວຽດນາມຮ່ວມກັບສິລະປິນອິນໂດເນເຊຍ ສະແດງດົນຕີດ້ວຍເຄື່ອງດົນຕີ angklung, ເຄື່ອງດົນຕີພື້ນເມືອງຂອງອິນໂດເນເຊຍ, ໃນໂຄງການແລກປ່ຽນຕອນຄ່ຳວັນທີ 15/8 ຢູ່ນະຄອນໂຮ່ຈີມິນ. ບັນດາກິດຈະກຳສຳຜັດປະສົບການ ແລະ ການສະແດງຮ່ວມກັນ ໄດ້ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມຜູກພັນລະຫວ່າງປະຊາຊົນສອງປະເທດ.
ຍສໝ - ມະຕິເລກທີ 23-NQ/TW ໄດ້ວາງອອກຂໍ້ຮຽກຮ້ອງໃໝ່ໃນວຽກງານຊາວຫວຽດນາມຢູ່ຕ່າງປະເທດ: ບໍ່ພຽງແຕ່ຢຸດຢູ່ການຂົນຂວາຍ, ເຕົ້າໂຮມ ແລະ ເອົາໃຈໃສ່ດູແລ ເທົ່ານັ້ນ, ຫາກຍັງສຸມໃສ່ສ້າງກົນໄກເພື່ອເຊື່ອມໂຍງແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດ ເຂົ້າກັບບັນດາຄວາມຕ້ອງການພັດທະນາອັນລະອຽດຂອງປະເທດ, ພ້ອມທັງສົ່ງເສີມບົດບາດເປັນຂົວຕໍ່ເຊື່ອມໂຍງຫວຽດນາມກັບໂລກ.
ຍສໝ - ເນື່ອງໃນໂອກາດລະນຶກ 100 ປີແຫ່ງວັນເກີດຂອງທ່ານ Fidel Castro, ຜູ້ນຳກູບາ (13/8/1926 - 13/8/2026), ບັນດາຄວາມຊົງຈຳກ່ຽວກັບການຢ້ຽມຢາມຄັ້ງປະຫວັດສາດຂອງທ່ານມາຍັງເຂດປົດປ່ອຍກວາງຈິ ໃນປີ 1973 ໄດ້ຖືກຫວນຄືນອີກຄັ້ງ. ຕະຫຼອດໄລຍະກວ່າເຄິ່ງສະຕະວັດຜ່ານມາ, ຄວາມຮັກແພງພິເສດນັ້ນຍັງຄົງປະກົດຢູ່ໃນຄວາມຊົງຈຳຂອງປະຊາຊົນ ແລະ ຜ່ານບັນດາສິ່ງກໍ່ສ້າງທີ່ຈາລຶກເຖິງມິດຕະພາບ ຫວຽດນາມ - ກູບາ.
ຍສໝ - ວັນທີ 13/8 ຢູ່ແຂວງຕວຽນກວາງ ໄດ້ຈັດການພົບປະລະນຶກ 50 ປີແຫ່ງການສ້າງຕັ້ງການພົວພັນການທູດ ຫວຽດນາມ - ໄທ (06/8/1976 - 06/8/2026). ໃນໂອກາດນີ້, ທ່ານ ຫງວຽນວັນແທ່ງ, ປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ - ໄທ ສະເໜີໃຫ້ເຊື່ອມໂຍງກິດຈະກຳມິດຕະພາບປະຊາຊົນເຂົ້າກັບຍຸດທະສາດ “ສາມການເຊື່ອມໂຍງ” ກ່ຽວກັບຕ່ອງໂສ້ສະໜອງ, ວິສາຫະກິດ - ທ້ອງຖິ່ນ ແລະ ການພັດທະນາທີ່ຍືນຍົງ; ພ້ອມທັງເປີດແນວທາງຮ່ວມມືກັບໄທໃນບັນດາຂົງເຂດທີ່ສອດຄ່ອງກັບທ່າແຮງຂອງແຂວງ.
ຍສໝ - ວັນທີ 13/8, ພິທີລະນຶກຄົບຮອບ 100 ປີແຫ່ງວັນເກີດປະທານ Fidel Castro Ruz ໄດ້ຈັດຂຶ້ນຢ່າງສົມກຽດທີ່ແຂວງກວາງຈິ - ທ້ອງຖິ່ນທີ່ຜູກພັນກັບການຢ້ຽມຢາມຄັ້ງປະຫວັດສາດຂອງຜູ້ນຳການປະຕິວັດກູບາ ມາຍັງເຂດປົດປ່ອຍພາກໃຕ້ຫວຽດນາມ ໃນປີ 1973, ເຊິ່ງເປັນຂີດໝາຍພິເສດໃນການພົວພັນ ຫວຽດນາມ - ກູບາ.
ຍສໝ - ຕອນເຊົ້າວັນທີ 12/8, ທີ່ນະຄອນຫຼວງ Canberra, ທ່ານ ຫງວຽນຢວ໊ານແອັງ, ຮອງປະທານສະພາແຫ່ງຊາດ ໄດ້ພົບປະກັບ ທ່ານນາງ Sharon Claydon, ຮອງປະທານສະພາຕ່ຳອົດສະຕາລີ, ປະທານກຸ່ມສະມາຊິກສະພາມິດຕະພາບອົດສະຕາລີ - ຫວຽດນາມ, ແລກປ່ຽນບັນດາມາດຕະການເພື່ອເພີ່ມທະວີການຮ່ວມມືລະຫວ່າງອົງການນິຕິບັນຍັດຂອງສອງປະເທດ.
ຍສໝ - ຢູ່ທີ່ ນະຄອນຫຼວງ ແຄນເບີຣາ, ທ່ານ ພົນເອກ ຟານວັນຢາງ ໄດ້ເຈລະຈາຮ່ວມກັບ ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຊາດ ອົດສະຕຣາລີ Richard Marles, ເພື່ອຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ອົດສະຕຣາລີ.
ຍສໝ - ວັນທີ 12/8, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດວ່າດ້ວຍຊາວຫວຽດນາມຢູ່ຕ່າງປະເທດ ສັງກັດກະຊວງການຕ່າງປະເທດ ໄດ້ປະສານສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ບັນດາສຳນັກງານຕາງໜ້າຫວຽດນາມຢູ່ຕ່າງປະເທດ ຈັດພິທີສະຫຼຸບວັນເຊີດຊູພາສາຫວຽດນາມໃນປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ ປີ 2026.
ຍສໝ - ວັນທີ 13/8, ຢູ່ Wellington, ໃນຂອບເຂດການຢ້ຽມຢາມຂັ້ນລັດຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ຫວຽດນາມ ຢູ່ນູແວນເຊລັງ, ທ່ານ ເລຮວ່າຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ຮ່ວມກັບທ່ານ Winston Peters, ລັດຖະມົນຕີວ່າການກະຊວງການຕ່າງປະເທດນູແວນເຊລັງ, ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ຫວຽດນາມ - ນູແວນເຊລັງ ຄັ້ງທີ 4 (FMM-4).