| ຂີດໝາຍຂອງປະທານ ໄຊສົມພອນ ພົມວິຫານ ໃນສາຍພົວພັນ ຫວຽດນາມ - ລາວ ສະມາຄົມມິດຕະພາບຫວຽດນາມ - ລາວ ຮ່ວມໄວ້ອາໄລ ສະຫາຍ ໄຊສົມພອນ ພົມວິຫານ |
ສະຖານກົງສຸນໃຫຍ່ (TLSQ) ຫວຽດນາມປະຈຳປາກເຊ ຫາກໍ່ໄດ້ປະສານສົມທົບກັບສະມາຄົມວິສາຫະກິດຫວຽດນາມຢູ່ລາວ (AVILA) ພາກໃຕ້ລາວ ຈັດກອງປະຊຸມສະຫຼຸບເບື້ອງຕົ້ນວຽກງານການທູດເສດຖະກິດ ແລະ ວຽກງານປະສານສົມທົບກັບ AVILA ພາກໃຕ້ລາວ ໃນ 6 ເດືອນຕົ້ນປີ, ພ້ອມທັງວາງທິດທາງ ແລະ ໜ້າທີ່ສຳລັບ 6 ເດືອນທ້າຍປີ 2026.
ລາຍງານທີ່ກອງປະຊຸມ, ທ່ານນາງ ຕະເຟືອງຢຸງ, ກົງສຸນໃຫຍ່ ໃຫ້ຮູ້ວ່າ ໃນ 6 ເດືອນຕົ້ນປີ, ສະຖານກົງສຸນໃຫຍ່ໄດ້ເປັນເຈົ້າການຜັນຂະຫຍາຍບັນດາກິດຈະກຳການທູດເສດຖະກິດ, ຜ່ານນັ້ນຊຸກຍູ້ການເຊື່ອມຕໍ່ດ້ານການລົງທຶນ, ການຄ້າ, ການທ່ອງທ່ຽວ ແລະ ດຶງດູດວິສາຫະກິດຫວຽດນາມເຂົ້າມາລົງທຶນຢູ່ພາກໃຕ້ລາວ. ໃນໄລຍະນີ້, ມີວິສາຫະກິດຫວຽດນາມເພີ່ມອີກ 5 ແຫ່ງ ເຂົ້າມາລົງທຶນຢູ່ພາກໃຕ້ລາວ.
ຄຽງຄູ່ກັບກິດຈະກຳເຊື່ອມຕໍ່, ສະຖານກົງສຸນໃຫຍ່ໄດ້ສະໜັບສະໜູນບັນດາກຸ່ມບໍລິສັດ ແລະ ວິສາຫະກິດຫວຽດນາມ ໃນການແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນຂະບວນການລົງທຶນ, ໂດຍສະເພາະບັນດາບັນຫາທີ່ກ່ຽວຂ້ອງກັບຂັ້ນຕອນການລົງທຶນ, ທີ່ດິນ, ພາສີ ແລະ ການຮັບປະກັນຄວາມສະຫງົບປອດໄພຢູ່ເຂດໂຄງການ.
![]() |
| ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສະຫຼຸບເບື້ອງຕົ້ນວຽກງານການທູດເສດຖະກິດ ແລະ ວຽກງານປະສານສົມທົບລະຫວ່າງສະຖານກົງສຸນໃຫຍ່ຫວຽດນາມປະຈຳປາກເຊ ກັບ AVILA ພາກໃຕ້ລາວ. |
ເພີ່ມທະວີການເຊື່ອມຕໍ່, ສະໜັບສະໜູນວິສາຫະກິດ
ສະຖານກົງສຸນໃຫຍ່ ຮັກສາການແລກປ່ຽນຂໍ້ມູນເປັນປະຈຳກັບ AVILA ແລະ AVILA ພາກໃຕ້ລາວ, ປະສານສົມທົບຈັດຕັ້ງບັນດາກິດຈະກຳຢູ່ໃນພື້ນທີ່ ແລະ ເຜີຍແຜ່ຂໍ້ມູນກ່ຽວກັບນະໂຍບາຍຂອງທ້ອງຖິ່ນໃຫ້ແກ່ວິສາຫະກິດ.
ໜຶ່ງໃນຜົນງານທີ່ພົ້ນເດັ່ນໃນ 6 ເດືອນຕົ້ນປີ ແມ່ນສະຖານກົງສຸນໃຫຍ່ໄດ້ປະສານສົມທົບກັບຄະນະກຳມະການປະຊາຊົນນະຄອນດານັງ, ຄະນະກຳມະການປົກຄອງແຂວງຈຳປາສັກ, ບັນດາແຂວງພາກໃຕ້ລາວ ແລະ ບັນດາທ້ອງຖິ່ນຂອງຫວຽດນາມ ຈັດຕັ້ງເປັນຢ່າງດີ ເວທີປາໄສຮ່ວມມືການລົງທຶນ, ການຄ້າ, ການທ່ອງທ່ຽວ ປີ 2026: ຊຸກຍູ້ການເຊື່ອມຕໍ່ແລວເສດຖະກິດຕາເວັນອອກ - ຕາເວັນຕົກ ແລະ ງານວາງສະແດງສິນຄ້າ - ການທ່ອງທ່ຽວ ປີ 2026 ໃນເດືອນ 4/2026.
ນີ້ແມ່ນສອງເຫດການທີ່ມີຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາ ໂດຍສະຖານກົງສຸນໃຫຍ່ເປັນຜູ້ຈັດ, ແລະ ເປັນຄັ້ງທຳອິດທີ່ມີການເຂົ້າຮ່ວມຂອງການນຳບັນດາອົງການສູນກາງຫວຽດນາມ ແລະ ລາວ; ການນຳ 16 ທ້ອງຖິ່ນຂອງຫວຽດນາມ, ບັນດາແຂວງພາກໃຕ້-ພາກກາງລາວ ແລະ ແຂວງອຸບົນຣາຊະທານີ (ໄທ). ໃນບັນດາເຫດການດັ່ງກ່າວ, ໄດ້ມີການລົງນາມ 16 ບົດບັນທຶກການຮ່ວມມືລະຫວ່າງບັນດາສະມາຄົມ ແລະ ວິສາຫະກິດຂອງສອງປະເທດ.
ພ້ອມກັນນັ້ນ, ເພື່ອປະກອບສ່ວນຜັນຂະຫຍາຍມະຕິເລກທີ 57 ຂອງກົມການເມືອງ, ສະຖານກົງສຸນໃຫຍ່ໄດ້ຜັນຂະຫຍາຍບັນດາກິດຈະກຳການສຶກສາ STEM ຢູ່ບັນດາໂຮງຮຽນມິດຕະພາບລາວ - ຫວຽດນາມ ໃນບັນດາແຂວງພາກໃຕ້ລາວຢ່າງມີປະສິດທິຜົນ.
ທີ່ກອງປະຊຸມ, ທ່ານ ເຢືອງດິ່ງບ໋າງ, ປະທານ AVILA ແລະ ທ່ານ ໂງກວ່ຽນ, ຮອງປະທານ AVILA, ປະທານ AVILA ພາກໃຕ້ລາວ ໄດ້ກ່າວຄຳເຫັນ, ຕີລາຄາສູງບັນດາຄວາມພະຍາຍາມທີ່ພົ້ນເດັ່ນຂອງ AVILA ພາກໃຕ້ລາວ ກໍຄືການປະສານສົມທົບ, ສະໜັບສະໜູນຂອງສະຖານກົງສຸນໃຫຍ່ໃນໄລຍະຜ່ານມາ, ພ້ອມທັງຕອບບາງຄຳເຫັນຂອງບັນດາຜູ້ແທນ.
ຕາມບົດລາຍງານຂອງ AVILA ພາກໃຕ້ລາວ, ໃນ 6 ເດືອນຕົ້ນປີ, AVILA ໄດ້ຕັ້ງໜ້າປະສານສົມທົບກັບສະຖານກົງສຸນໃຫຍ່ ໃນການເຊື່ອມຕໍ່ ແລະ ສະໜັບສະໜູນບັນດາວິສາຫະກິດສະມາຊິກແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ; ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງສະມາຊິກ; ຮັບເອົາສະມາຊິກໃໝ່ເພີ່ມອີກ 3 ສະມາຊິກ ແລະ ຜັນຂະຫຍາຍບັນດາກິດຈະກຳທີ່ປະກອບສ່ວນເພີ່ມທະວີຄວາມຜູກພັນກັບອຳນາດການປົກຄອງທ້ອງຖິ່ນ.
AVILA ພາກໃຕ້ລາວ ຍັງໄດ້ຈັດການລົງຄະແນນເລືອກຕັ້ງເພີ່ມ 2 ຮອງປະທານ ຮັບຜິດຊອບກິດຈະກຳຂອງສະມາຄົມຢູ່ແຂວງສາລະວັນ ແລະ ອັດຕະປື. ບັນດາຜູ້ແທນໄດ້ແລກປ່ຽນກ່ຽວກັບສະພາບການຜະລິດ, ດຳເນີນທຸລະກິດ ພ້ອມທັງບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນຂະບວນການດຳເນີນງານຢູ່ 4 ແຂວງພາກໃຕ້ລາວໃນໄລຍະຜ່ານມາ.
ຍົກສູງປະສິດທິຜົນການຮ່ວມເດີນທາງກັບວິສາຫະກິດ
ກ່າວສະຫຼຸບກອງປະຊຸມ, ທ່ານນາງ ຕະເຟືອງຢຸງ, ກົງສຸນໃຫຍ່ ໄດ້ຕີລາຄາສູງຈິດໃຈຮັບຜິດຊອບ ພ້ອມດ້ວຍບັນດາຄຳເຫັນປະກອບສ່ວນທີ່ລະອຽດ, ແທດຈິງ ຂອງສະມາຄົມວິສາຫະກິດ ແລະ ບັນດາວິສາຫະກິດຫວຽດນາມ.
ກົງສຸນໃຫຍ່ ເນັ້ນໜັກເຖິງຄວາມໝາຍ, ຄວາມສຳຄັນຂອງບັນດາໂຄງການລົງທຶນຢູ່ລາວ ໃນການປະກອບສ່ວນຫັນເນື້ອໃນ “ການເຊື່ອມໂຍງຍຸດທະສາດ” ເປັນຮູບປະທຳ. ທ່ານນາງ ສະເໜີໃຫ້ AVILA ພາກໃຕ້ລາວ ສືບຕໍ່ເປີດກວ້າງສະມາຊິກ, ກະກຽມເປັນຢ່າງດີສຳລັບການຈັດກອງປະຊຸມໃຫຍ່ AVILA ໃນຕົ້ນປີ 2027, ໃນນັ້ນເອົາໃຈໃສ່ເພີ່ມເຕີມບຸກຄະລາກອນໃຫ້ຄະນະບໍລິຫານງານ.
AVILA ພາກໃຕ້ລາວ ໄດ້ຮັບການສະເໜີໃຫ້ຮັກສາການແລກປ່ຽນຂໍ້ມູນກ່ຽວກັບສະພາບການລົງທຶນຂອງວິສາຫະກິດຫວຽດນາມຢູ່ພາກໃຕ້ລາວ; ຍົກສູງບົດບາດໃນການເຊື່ອມຕໍ່, ສະໜັບສະໜູນວິສາຫະກິດຫວຽດນາມເຂົ້າມາລົງທຶນ; ຕິດຕາມ ແລະ ສະທ້ອນບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດເປັນປະຈຳ ເພື່ອໃຫ້ສະຖານກົງສຸນໃຫຍ່ສາມາດສະໜັບສະໜູນໄດ້ທັນການ; ສືບຕໍ່ຮ່ວມເດີນທາງກັບສະຖານກົງສຸນໃຫຍ່ ໃນການຜັນຂະຫຍາຍບັນດາໜ້າທີ່ການເມືອງ, ການຕ່າງປະເທດ ປີ 2026 ແລະ ໃນປີສາມັກຄີ-ມິດຕະພາບ 2027.
ສຳລັບບັນດາວິສາຫະກິດ, ກົງສຸນໃຫຍ່ ສະເໜີໃຫ້ສືບຕໍ່ປະກອບສ່ວນກໍ່ສ້າງໂຄງລ່າງພື້ນຖານ, ສະຫວັດດີການສັງຄົມຢູ່ທ້ອງຖິ່ນ; ເພີ່ມທະວີການແລກປ່ຽນ, ເຊື່ອມຕໍ່ກັບອຳນາດການປົກຄອງທ້ອງຖິ່ນ; ຊຸກຍູ້ບັນດາກິດຈະກຳກຸສົນ, ສະໜັບສະໜູນປະຊາຊົນລາວຢູ່ເຂດໂຄງການ, ຜ່ານນັ້ນຍົກສູງພາບພົດ ແລະ ຊື່ສຽງຂອງວິສາຫະກິດຫວຽດນາມຢູ່ພາກໃຕ້ລາວ.
ໃນໂອກາດນີ້, ທ່ານນາງ ຕະເຟືອງຢຸງ, ກົງສຸນໃຫຍ່ ໄດ້ຂອບໃຈການຮ່ວມເດີນທາງ ແລະ ການສະໜັບສະໜູນຂອງສະມາຄົມວິສາຫະກິດຫວຽດນາມຢູ່ພາກໃຕ້ລາວ, ບັນດາວິສາຫະກິດຫວຽດນາມ, ວິສາຫະກິດຂອງຊາວຫວຽດນາມຢູ່ຕ່າງປະເທດ ແລະ ຜູ້ຕາງໜ້າຫ້ອງການພະແນກອຸດສາຫະກຳ ແລະ ການຄ້າ ດານັງ ປະຈຳພາກໃຕ້ລາວ.
ກົງສຸນໃຫຍ່ ເຊື່ອໝັ້ນວ່າ ສະຖານກົງສຸນໃຫຍ່ ແລະ AVILA, AVILA ພາກໃຕ້ລາວ ຈະສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ, ຍົກສູງປະສິດທິຜົນການສະໜັບສະໜູນວິສາຫະກິດ, ປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມືຫວຽດນາມ - ລາວ, ເປັນຕົ້ນໃນບັນດາຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ; ພ້ອມທັງຢືນຢັນວ່າ AVILA ຈະສືບຕໍ່ເປັນປັດໄຈສຳຄັນໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການລົງທຶນລະຫວ່າງສອງປະເທດ, ປະກອບສ່ວນສ້າງສາສາຍພົວພັນພິເສດຫວຽດນາມ - ລາວໃຫ້ນັບມື້ນັບແໜ້ນແຟ້ນ.
ຍສໝ - ທ່ານ ຫງວຽນມິງເຕີມ, ເອກອັກຄະລາຊະທູດ ຫວຽດນາມ ປະຈຳ ລາວ ເນັ້ນໜັກວ່າ ການເຊື່ອມໂຍງລະຫວ່າງບັນດາທ້ອງຖິ່ນ ກຳລັງກາຍເປັນແຮງຂັບເຄື່ອນສຳຄັນ ໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການລົງທຶນ ແລະ ການແລກປ່ຽນລະຫວ່າງ ຫວຽດນາມ ແລະ ລາວ ໃຫ້ພັດທະນາໄປໃນທິດທາງທີ່ເປັນຮູບປະທຳ ແລະ ມີປະສິດທິຜົນຫຼາຍຂຶ້ນ. |
ຍສໝ - ໃນໂອກາດຢ້ຽມຢາມ ລາວ ຢ່າງເປັນທາງການ ໃນວັນທີ 5 ສິງຫາ, ການນຳກອງທັບຂອງສອງປະເທດ ຢືນຢັນຈະສືບຕໍ່ເພີ່ມທະວີການປະສານງານດ້ານວຽກງານພັກ, ວຽກງານການເມືອງ, ການຝຶກອົບຮົມພະນັກງານ, ການຄຸ້ມຄອງຊາຍແດນ ແລະ ການຊອກຫາ, ເກັບກຳອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບພິເສດ ຫວຽດນາມ - ລາວ ນັບມື້ນັບເລິກເຊິ່ງຍິ່ງຂຶ້ນ. |
ມິງດຶກ
