| ຂີດໝາຍຂອງປະທານ ໄຊສົມພອນ ພົມວິຫານ ໃນສາຍພົວພັນ ຫວຽດນາມ - ລາວ ສະມາຄົມມິດຕະພາບຫວຽດນາມ - ລາວ ຮ່ວມໄວ້ອາໄລ ສະຫາຍ ໄຊສົມພອນ ພົມວິຫານ |
![]() |
| ທ່ານນາງ ເລທິທູຮັ່ງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ແລະ ສະຫາຍ ສົມຄິດ ວັນຄຳ, ຫົວໜ້າກົມການຂ່າວ, ໂຄສົກກະຊວງການຕ່າງປະເທດລາວ, ໃນການພົບປະວັນທີ 17/8. |
ກ່າວຕ້ອນຮັບຄະນະກົມການຂ່າວ, ກະຊວງການຕ່າງປະເທດລາວ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ທ່ານນາງ ເລທິທູຮັ່ງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຢືນຢັນວ່າ ການຢ້ຽມຢາມຄັ້ງນີ້ແມ່ນກິດຈະກຳທີ່ແທດຈິງ ແນໃສ່ຊຸກຍູ້ການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດເວົ້າລວມ, ລະຫວ່າງກົມຂ່າວສານ ແລະ ໜັງສືພິມ, ກະຊວງການຕ່າງປະເທດຫວຽດນາມ ແລະ ກົມການຂ່າວ, ກະຊວງການຕ່າງປະເທດລາວເວົ້າສະເພາະ.
ທ່ານນາງ ເລທິທູຮັ່ງ ເນັ້ນໜັກວ່າ ການຢ້ຽມຢາມຄັ້ງນີ້ດຳເນີນໄປໃນສະພາບການທີ່ມີຄວາມໝາຍສຳຄັນຕໍ່ສາຍພົວພັນສອງປະເທດ, ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແລະ ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ. ພິເສດ, ເນື້ອໃນສາຍພົວພັນຫວຽດນາມ - ລາວ ໄດ້ຮັບການເພີ່ມເຕີມເປັນ 16 ຄຳຄຳ: “ມິດຕະພາບອັນຍິ່ງໃຫຍ່, ສາມັກຄີພິເສດ, ຮ່ວມມືຮອບດ້ານ, ເຊື່ອມໂຍງຍຸດທະສາດ”.
ຕາມທ່ານນາງ ເລທິທູຮັ່ງ, ການນຳກະຊວງການຕ່າງປະເທດຫວຽດນາມແຕ່ລະຮຸ່ນ ຍາມໃດກໍໃຫ້ຄວາມສຳຄັນຕໍ່ສາຍພົວພັນມິດຕະພາບມູນເຊື້ອຫວຽດນາມ - ລາວ, ພ້ອມແລ້ວທີ່ຈະແບ່ງປັນ, ຊ່ວຍເຫຼືອ ແລະ ແລກປ່ຽນບົດຮຽນປະສົບການກັບບັນດາສະຫາຍລາວອ້າຍນ້ອງ, ໂດຍສະເພາະໃນວຽກງານຂໍ້ມູນຂ່າວສານຕ່າງປະເທດ.
ສ່ວນຝ່າຍລາວ, ສະຫາຍ ສົມຄິດ ວັນຄຳ, ຫົວໜ້າກົມການຂ່າວ, ໂຄສົກກະຊວງການຕ່າງປະເທດລາວ ໄດ້ຂອບໃຈທ່ານນາງ ເລທິທູຮັ່ງ ທີ່ໄດ້ສະຫຼະເວລາຕ້ອນຮັບຄະນະ ກໍຄືການຕ້ອນຮັບຢ່າງອົບອຸ່ນ, ສະໜິດສະໜົມຂອງບັນດາເພື່ອນຮ່ວມງານຢູ່ກະຊວງການຕ່າງປະເທດຫວຽດນາມ.
ສະຫາຍ ສົມຄິດ ວັນຄຳ ຢືນຢັນວ່າ ກົນໄກການປະສານງານລະຫວ່າງກົມການຂ່າວ, ກະຊວງການຕ່າງປະເທດລາວ ແລະ ກົມຂ່າວສານ ແລະ ໜັງສືພິມ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຮັບການຮັກສາມາເປັນເວລາຫຼາຍປີ. ສິ່ງນີ້ສະແດງເຖິງການໃຫ້ຄວາມສຳຄັນຂອງສອງປະເທດຕໍ່ສາຍພົວພັນມິດຕະພາບ, ສາມັກຄີອ້າຍນ້ອງລາວ - ຫວຽດນາມ, ກໍຄືສາຍພົວພັນລະຫວ່າງສອງກະຊວງການຕ່າງປະເທດ ແລະ ລະຫວ່າງສອງກົມ.
![]() |
| ທ່ານນາງ ເລທິທູຮັ່ງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ພ້ອມດ້ວຍບັນດາຜູ້ແທນຫວຽດນາມ ແລະ ລາວ ຖ່າຍຮູບຮ່ວມກັນ. |
ສະຫາຍ ສົມຄິດ ວັນຄຳ, ຫົວໜ້າກົມການຂ່າວ ກະຊວງການຕ່າງປະເທດລາວ ປາດຖະໜາວ່າ ຜ່ານການຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້, ຄະນະຈະສາມາດຮຽນຮູ້ບັນດາບົດຮຽນປະສົບການອັນລ້ຳຄ່າຈາກບັນດາເພື່ອນຮ່ວມງານກົມຂ່າວສານ ແລະ ໜັງສືພິມ, ກະຊວງການຕ່າງປະເທດຫວຽດນາມ ໃນວຽກງານຂໍ້ມູນຂ່າວສານ, ໜັງສືພິມ ແລະ ການໂຄສະນາຕ່າງປະເທດ, ໂດຍສະເພາະກ່ຽວກັບການຖະແຫຼງຂ່າວ, ການອອກຖະແຫຼງການ ແລະ ວຽກງານຂໍ້ມູນຂ່າວສານຕ່າງປະເທດ.
ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງກົມຂ່າວສານ ແລະ ໜັງສືພິມ, ກະຊວງການຕ່າງປະເທດຫວຽດນາມ ແລະ ກົມການຂ່າວ, ກະຊວງການຕ່າງປະເທດລາວ ໃນວຽກງານຂໍ້ມູນຂ່າວສານ ແລະ ການໂຄສະນາຕ່າງປະເທດໃນໄລຍະຜ່ານມາ, ທ່ານນາງ ເລທິທູຮັ່ງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ສະເໜີໃຫ້ສອງກົມສືບຕໍ່ແລກປ່ຽນບົດຮຽນປະສົບການ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ປະສານງານຢ່າງມີປະສິດທິຜົນ ບົນພື້ນຖານຄວາມໄວ້ວາງໃຈທາງການເມືອງ, ໜ້າທີ່ ແລະ ພາລະກິດຂອງສອງກົມ.
ໃນນັ້ນ, ສອງຝ່າຍຕ້ອງເອົາໃຈໃສ່ເພີ່ມທະວີການປະສານງານ, ແລກປ່ຽນທັດສະນະ ແລະ ຈຸດຢືນຕໍ່ບັນດາບັນຫາສາກົນທີ່ສອງຝ່າຍຕ່າງກໍສົນໃຈ; ຊຸກຍູ້ການເຜີຍແຜ່ຂໍ້ມູນຂ່າວສານໃນແງ່ດີກ່ຽວກັບສາຍພົວພັນຫວຽດນາມ - ລາວ ແລະ ສະພາບການຂອງແຕ່ລະປະເທດ, ຜ່ານນັ້ນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນສອງປະເທດ, ໂດຍສະເພາະຄົນຮຸ່ນໜຸ່ມໃນໄລຍະຕໍ່ໜ້າ.
ຍສໝ - ທ່ານ ຫງວຽນມິງເຕີມ, ເອກອັກຄະລາຊະທູດ ຫວຽດນາມ ປະຈຳ ລາວ ເນັ້ນໜັກວ່າ ການເຊື່ອມໂຍງລະຫວ່າງບັນດາທ້ອງຖິ່ນ ກຳລັງກາຍເປັນແຮງຂັບເຄື່ອນສຳຄັນ ໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການລົງທຶນ ແລະ ການແລກປ່ຽນລະຫວ່າງ ຫວຽດນາມ ແລະ ລາວ ໃຫ້ພັດທະນາໄປໃນທິດທາງທີ່ເປັນຮູບປະທຳ ແລະ ມີປະສິດທິຜົນຫຼາຍຂຶ້ນ. |
ຍສໝ - ໃນໂອກາດຢ້ຽມຢາມ ລາວ ຢ່າງເປັນທາງການ ໃນວັນທີ 5 ສິງຫາ, ການນຳກອງທັບຂອງສອງປະເທດ ຢືນຢັນຈະສືບຕໍ່ເພີ່ມທະວີການປະສານງານດ້ານວຽກງານພັກ, ວຽກງານການເມືອງ, ການຝຶກອົບຮົມພະນັກງານ, ການຄຸ້ມຄອງຊາຍແດນ ແລະ ການຊອກຫາ, ເກັບກຳອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບພິເສດ ຫວຽດນາມ - ລາວ ນັບມື້ນັບເລິກເຊິ່ງຍິ່ງຂຶ້ນ. |
ມິງດຶກ

