![]() |
| ທ່ານ ເລຮວ່າຍຈູງ, ລັດຖະມົນຕີກະຊວງການຕ່າງປະເທດ ໃນການຕ້ອນຮັບທ່ານນາງ Valeria Csukasi Cabrera, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດອູຣູກວາຍ ໃນວັນທີ 17/8. |
ໂດຍຕ້ອນຮັບທ່ານນາງ Valeria Csukasi Cabrera, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ກັບຄືນມາຢ້ຽມຢາມຫວຽດນາມອີກຄັ້ງ, ທ່ານ ເລຮວ່າຍຈູງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕີລາຄາສູງບັນດາກິດຈະກຳຂອງຄະນະ, ປະກອບສ່ວນຫັນວາລະສອງຝ່າຍເປັນຮູບປະທຳ ແລະ ນຳສາຍພົວພັນສອງປະເທດເຂົ້າສູ່ລວງເລິກ.
ທ່ານລັດຖະມົນຕີ ຢືນຢັນວ່າ ຫວຽດນາມໃຫ້ຄວາມສຳຄັນຕໍ່ສາຍພົວພັນມູນເຊື້ອກັບອູຣູກວາຍ, ຕີລາຄາສູງບົດບາດ, ຖານະ ແລະ ບັນດາການປະກອບສ່ວນຂອງອູຣູກວາຍຕໍ່ປະຊາຄົມພາກພື້ນ ແລະ ໂລກ; ພ້ອມທັງຕີລາຄາສູງບັນດາຜົນສຳເລັດທີ່ອູຣູກວາຍບັນລຸໄດ້ພາຍໃຕ້ການນຳຂອງທ່ານ Yamandú Orsi, ປະທານປະເທດ.
ກ່າວເຖິງສາຍພົວພັນສອງຝ່າຍໃນໄລຍະຜ່ານມາ, ທ່ານ ເລຮວ່າຍຈູງ ສະແດງຄວາມພໍໃຈຕໍ່ບັນດາບາດກ້າວພັດທະນາ, ໂດຍສະເພາະບັນດາການພົບປະຂັ້ນສູງ, ການເຄື່ອນໄຫວຂອງບັນດາກົນໄກຮ່ວມມືສອງຝ່າຍ, ການສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ບັນດາເວທີຫຼາຍຝ່າຍ ແລະ ການພັດທະນາຢ່າງວ່ອງໄວຂອງສາຍພົວພັນການຄ້າ, ເຖິງວ່າຜົນທີ່ໄດ້ຮັບຍັງບໍ່ທັນສົມກັບທ່າແຮງ.
ເພື່ອຊຸກຍູ້ສາຍພົວພັນສອງປະເທດ, ທ່ານລັດຖະມົນຕີ ສະເໜີໃຫ້ສອງຝ່າຍປະສານສົມທົບຈັດແຈງ, ກະກຽມການແລກປ່ຽນຄະນະຂັ້ນສູງ; ເພີ່ມທະວີສາຍພົວພັນທາງພັກ, ສາຍພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ ແລະ ບັນດາກະຊວງ, ຂະແໜງການຂອງສອງປະເທດ; ຊຸກຍູ້ການແລກປ່ຽນຂໍ້ມູນ ແລະ ເຊື່ອມຕໍ່ວິສາຫະກິດ, ຜ່ານນັ້ນຫັນເຈດຈຳນົງທາງການເມືອງ ແລະ ທ່າແຮງການຮ່ວມມືໃຫ້ເປັນບັນດາຜົນສຳເລັດອັນເປັນຮູບປະທຳ.
ສອງຝ່າຍຍັງຕ້ອງສົ່ງເສີມບົດບາດເຊື່ອມຕໍ່, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນການເພີ່ມທະວີສາຍພົວພັນກັບບັນດາກົນໄກພາກພື້ນ ເຊັ່ນ CELAC, MERCOSUR ແລະ ASEAN. ທ່ານ ເລຮວ່າຍຈູງ ພ້ອມກັນນັ້ນກໍປາດຖະໜາຢາກສົ່ງເສີມບົດບາດປະຕູເຊື່ອມຕໍ່ສອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາເມລິກາລາຕິນ.
![]() |
| ທ່ານນາງ Valeria Csukasi Cabrera, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດອູຣູກວາຍ ໄດ້ຮັບການຕ້ອນຮັບຈາກທ່ານ ເລຮວ່າຍຈູງ, ລັດຖະມົນຕີກະຊວງການຕ່າງປະເທດ ໃນໂອກາດຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. |
ສ່ວນຝ່າຍອູຣູກວາຍ, ທ່ານນາງ Valeria Csukasi Cabrera, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ໄດ້ຂອບໃຈທ່ານ ເລຮວ່າຍຈູງ, ລັດຖະມົນຕີ ທີ່ໄດ້ສະຫຼະເວລາຕ້ອນຮັບ ແລະ ແລກປ່ຽນກ່ຽວກັບສາຍພົວພັນສອງຝ່າຍ; ຢືນຢັນວ່າ ອູຣູກວາຍໃຫ້ຄວາມສົນໃຈເປັນພິເສດຕໍ່ການເພີ່ມທະວີສາຍພົວພັນທີ່ມີລະດັບຍຸດທະສາດກັບຫວຽດນາມ ໃນໂລກທີ່ພວມມີການຜັນແປຢ່າງສັບສົນ ແລະ ຄາດຄະເນໄດ້ຍາກ.
ເຫັນດີກັບບັນດາຄຳເຫັນຊີ້ນຳຂອງທ່ານ ເລຮວ່າຍຈູງ, ທ່ານນາງ Valeria Csukasi Cabrera ຢືນຢັນວ່າ ອູຣູກວາຍພ້ອມແລ້ວທີ່ຈະຮ່ວມມືເພື່ອຍົກລະດັບສາຍພົວພັນສອງຝ່າຍດ້ວຍບັນດາບາດກ້າວອັນເປັນຮູບປະທຳ, ພ້ອມທັງປະສານສົມທົບຢ່າງແໜ້ນແຟ້ນກັບຫວຽດນາມໃນການຮ່ວມມືລະຫວ່າງພາກພື້ນ.
ທ່ານນາງ Valeria Csukasi Cabrera ປາດຖະໜາຢາກເພີ່ມທະວີສາຍພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ, ປະຊາຄົມວິສາຫະກິດສອງຝ່າຍ ແລະ ບັນດາອົງການສົ່ງເສີມການຄ້າຂອງສອງປະເທດ. ທ່ານນາງ ຍັງສະເໜີໃຫ້ຊຸກຍູ້ຍິ່ງຂຶ້ນການຮ່ວມມືດ້ານການປ້ອງກັນ ແລະ ຕ້ານອາຊະຍາກຳຂ້າມຊາດ, ວັດທະນະທຳ ແລະ ກິລາ, ໂດຍສະເພາະກິລາບານເຕະ ເພື່ອເຊື່ອມສານສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ.
ໃນຕອນທ້າຍການພົບປະ, ທ່ານ ເລຮວ່າຍຈູງ, ລັດຖະມົນຕີ ໄດ້ຝາກຄຳທັກທາຍ ແລະ ຄຳຖາມຂ່າວເຖິງທ່ານ Mario Lubetkin, ລັດຖະມົນຕີກະຊວງການຕ່າງປະເທດອູຣູກວາຍ, ພ້ອມທັງສະແດງຄວາມເຊື່ອໝັ້ນຕໍ່ການພັດທະນາຢ່າງແຂງແຮງຂອງສາຍພົວພັນຫວຽດນາມ - ອູຣູກວາຍ ໃນໄລຍະຕໍ່ໜ້າ.
ໃນຂອບເຂດການຢ້ຽມຢາມຫວຽດນາມ, ທ່ານນາງ Valeria Csukasi Cabrera, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດອູຣູກວາຍ ຍັງໄດ້ມີການເຮັດວຽກກັບທ່ານ ດັ້ງຮວ່າງຢາງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ. ສອງຝ່າຍໄດ້ປຶກສາຫາລືບັນດາມາດຕະການຊຸກຍູ້ສາຍພົວພັນໃນບັນດາຂົງເຂດການເມືອງ - ການທູດ, ເສດຖະກິດ - ການຄ້າ, ການລົງທຶນ, ການຮ່ວມມືຫຼາຍຝ່າຍ, ວັດທະນະທຳ, ການສຶກສາ, ການທ່ອງທ່ຽວ ແລະ ກິລາ; ພ້ອມທັງແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ສອງຝ່າຍຕ່າງກໍສົນໃຈ.
ທ່ານນາງ Valeria Csukasi Cabrera ຍັງໄດ້ມີບັນດາການເຮັດວຽກກັບປະທານກຸ່ມສະມາຊິກສະພາມິດຕະພາບຫວຽດນາມ - ອູຣູກວາຍ, ການນຳບັນດາກະຊວງ: ກະຊວງປ້ອງກັນຄວາມສະຫງົບ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມກັບວິສາຫະກິດຫວຽດນາມຈຳນວນໜຶ່ງ.
ຍສໝ - ທ່ານເອກອັກຄະລັດຖະທູດ ອູຣູກວາຍ ປະຈຳ ຫວຽດນາມ Raúl Juan Pollak Giampietro ຢືນຢັນວ່າ, ອູຣູກວາຍ ແລະຫວຽດນາມຍັງມີຫຼາຍຄວາມສາມາດບົ່ມຊ້ອນເພື່ອເພີ່ມທະວີການແລກປ່ຽນດ້ານການຄ້າ. |
ຍສໝ - ຫວ່າງແລ້ວນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວກຢຸງ ໄດ້ດຳເນີນກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງທີ 4 ກັບທ່ານ ນາງ Carolina Ache Batlle ຮອງລັດຖະມົນຕີການຕ່າງປະເທດ ອູຣູກວາຍ ໃນຮູບແບບການໂອ້ລົມເຈລະຈາທາງອອນໄລ ເພື່ອປຶກສາຫາລືກ່ຽວກັບສະພາບການຂອງແຕ່ລະປະເທດ, ບັນດາມາດຕະການເພີ່ມທະວີການພົວພັນສອງຝ່າຍ ແລະ ບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. |
ມິງດຶກ

