ທ່ານນາງ Catherine Russell ຢັ້ງຢືນວ່າ UNICEF ຈະສືບຕໍ່ຜັນຂະຫຍາຍໂຄງການແຫ່ງຊາດ ຫວຽດນາມ - UNICEF ໄລຍະ 2022 – 2026 ຢ່າງຕັ້ງໜ້າ ເພື່ອຕອບສະໜອງບັນດາບຸລິມະສິດຂອງ ຫວຽດນາມ.
ຄະນະເລຂາສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ສົມທົບກັບກອງທຶນສະຫະປະຊາຊາດເພື່ອເດັກນ້ອຍ (UNICEF) ປະຈຳພາກພື້ນອາຊີຕາເວັນອອກ ແລະປາຊີຟິກ ຫາຫໍ່ຈັດກອງປະຊຸມສໍາມະນາທາງໄກ ກ່ຽວກັບການອຸປະຖໍາທຶນ ເພື່ອຮັບມືກັບໄພທຳມະຊາດ-ໄພພິບັດ ແລະຊ໊ອກ, ແລກປ່ຽນບົດຮຽນ, ກາລະໂອກາດ ແລະສິ່ງທ້າທາຍ ໃນການອຸປະຖໍາທຶນ ແລະອຸປະກາລະສັງຄົມ ເພື່ອຮັບມືກັບ ຊ໊ອກໄພພິບັດຢູ່ອາຊີຕາເວັນອອກສ່ຽງໃຕ້.
ຍສໝ - ເມື່ອບໍ່ດົນມານີ້, ອົງການ UNICEF ປະຈໍາ ຫວຽດນາມ ໄດ້ອອກແຈ້ງການຕໍ່ສື່ມວນຊົນ ໂດຍໃຫ້ຮູ້ວ່າ: ທ່ານນາງ Rana Flowers, ຫົວໜ້າຄະນະຜູ້ຕາງໜ້າອົງການ UNICEF ປະຈໍາ ຫວຽດນາມ ໄດ້ຕີລາຄາສູງຕໍ່ເລື່ອງຫວ່າງແລ້ວນີ້ ກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມຫວຽດນາມ ໄດ້ອອກເອກະສານແນະນໍາບັນດາແຂວງ ແລະນະຄອນໃຫ້ບຸລິມະສິດໃນການເບິ່ງແຍງດູແລເດັກກ່ຳພ້າຍ້ອນໂຄວິດ-19 ແທນໃຫ້ການອີງໃສ່ຄອບຄົວ ແລະວົງຄະນາຍາດຊຸມຊົນ.
ອົງການສຶກສາ STEAM for Vietnam Foundation ໄດ້ລະດົມແຫຼ່ງຊັບພະຍາກອນມະນຸດທີ່ດີທີ່ສຸດ ເພື່ອແຕ່ງຫຼັກສູດການຮຽນທີ່ກ້າວໜ້າໃນບັນດາຂົງເຂດ ເຊິ່ງເດັກຍິງບໍ່ຍັງບໍ່ທັນໄດ້ເຂົ້າເຖິງ. ການຮ່ຳຮຽນທີ່ກ່ຽວຂ້ອງເຖິງວິທະຍາສາດ, ເຕັກໂນໂລຢີ, ເຕັກນິກ, ສິລະປະ ແລະ ຄະນິດສາດ ດ້ວຍວິທີຮຽນທີ່ທັນສະໄໝນີ້ ຈະຊຸກຍູ້ສົ່ງເສີມການພັດທະນາຫົວຄິດປະດິດສ້າງ, ຈິນຕະນາການ ແລະ ທັກສະໃນການແກ້ໄຂບັນດາບັນຫາຂອງເດັກ…
UNICEF ປະຈຳ ຫວຽດນາມ ມີຄວາມເອົາໃຈໃສ່ເຖິງບັນຫາທີ່ກ່ຽວຂ້ອງເຖິງສິດທິເດັກເພື່ອສໍາເລັດແຜນການຮ່ວມມື 5 ປີລະຫວ່າງ UNICEF ແລະຫວຽດນາມ...
ວັນທີ 19 ເມສາ, ສະຖານທູດອົດສະຕາລີ ປະຈໍາຮ່າໂນ້ຍ ແລະກອງທຶນເພື່ອເດັກນ້ອຍສະຫະປະຊາຊາດ (UNICEF) ໄດ້ປະກາດລາຍການຮ່ວມມືທີ່ມີມູນຄ່າ 13,5 ລ້ານ AUD (ເກືອບ 10,5 ລ້ານໂດລາສະຫະລັດ) ລະຫວ່າງອົດສະຕາລີ ແລະ UNICEF ເພື່ອໜູນຊ່ວຍການແນະນໍາ ແລະແຈກຢາຍວັກຊິນກັນໂຄວິດ-19 ຢູ່ຫວຽດນາມ ໃຫ້ສໍາເລັດ.
ອົງການອຸຍນີເຊັບ ຮ່ວມກັບ ສະຫະພາບເອີຣົບ ລົງຕິດຕາມການຈັດຕັ້ງປະຕິບັດ ບັນດາກິດຈະກໍາດ້ານໂພຊະການ ພາຍໃຕ້ໂຄງການຮ່ວມມື ປັບປຸງດ້ານ ໂພຊະນາການ (PIN) ຢູ່ເມືອງຊໍາເໜືອ ແລະ ເມືອງວຽງໄຊ ແຂວງຫົວພັນ ນຳໂດຍ ທ່ານ ນາງ ອີນາ ມາຈູລໍນີແຕ ເອກະອັກຄະລັດຖະທູດ ສະຫະ ພາບເອີຣົບ ປະຈໍາລາວ ແລະ ທ່ານ ນາງ ດຣ. ເພຍ ບຣິດໂຕ ຜູ້ຕາງໜ້າ ຈາກອົງການຢູນີເຊັບ ປະຈຳລາວ ແລະ ໃນລະຫວ່າງ ການລົງຢ້ຽມຢາມ ໄດ້ຖືເອົາໂອກາດນີ້ ເຂົ້າຢ້ຽມຂ່ຳນັບ ທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງຫົວພັນ ແລະ ບັນດາທ່ານຫົວໜ້າພະແນກ ເພື່ອປຶກສາຫາລືແຜນດໍາເນີນງານ ຢູ່ຂັ້ນແຂວງ ເພື່ອແກ້ໄຂບັນຫາການຂາດສານອາຫານ.
ຍສໝ - ຕາມຂ່າວຈາກໂຄງການສັກວັກຊິນເປີດກວ້າງແຫ່ງຊາດ, ຄາດຄະເນວ່າ ໃນເດືອນມີນາ ແລະເດືອນເມສາ, ຫວຽດນາມ ຈະຮັບວັກຊິນປ້ອງກັນພະຍາດໂຄວິດ-19 ຈໍານວນ 5,657 ລ້ານຫຼອດຂອງ AstraZeneca.
ຍສໝ - ມາຮອດປັດຈຸບັນ, ສະພາບພະຍາດໂຄວິດ-19 ຢູ່ນະຄອນຫຼວງຮ່າໂນ້ຍ, ບັນດາທ້ອງຖິ່ນໃກ້ຄຽງ ແລະໃນທົ່ວປະເທດ ສາມາດຄວບຄຸມໄດ້ເປັນຢ່າງດີ, ຮັບປະກັນໃຫ້ປະຊາຊົນຫວຽດນາມ ໄດ້ຕ້ອນຮັບປີໃໝ່ປະຈໍາຊາດທີ່ໃກ້ຈະມາເຖິງນີ້ຢ່າງປອດໄພ.
ຍສໝ - ໃນຕອນເຊົ້າວັນທີ 18 ພະຈິກ 2020 ທີ່ກະຊວງແຜນການ ແລະ ການລົງທຶນ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ຕ້ອນຮັບການຢ້ຽມຂໍ່ານັບ ຂອງທ່ານນາງ ເພຍ ບຣິດໂຕ(Pia Britto) ຜູ້ຕາງໜ້າຂອງອົງການ ອຸຍນີເຊບ (UNICEF) ຄົນໃໝ່ ປະຈຳ ສປປ ລາວ.
ຍສໝ - ທ່ານນາງ Rana Flowers, ຫົວໜ້າຜູ້ຕາງໜ້າ UNICEF ປະຈຳ ຫວຽດນາມ ໃຫ້ຮູ້ວ່າUNICEF ໄດ້ຈັດແບ່ງງົບປະມານ 100.000 USD ເພື່ອໜູນຊ່ວຍສຸກເສີນກ່ຽວກັບນ້ຳສະອາດ, ຮັກສາອະນາໄມສ່ວນຕົວ, ຮັກສາອະນາໄມສິ່ງແວດລ້ອມ, ສາທາລະນະສຸກ, ໂພສະນາການ ແລະ ການສຶກສາ, ກໍ່ຄືໜູນຊ່ວຍຈິດຕະວິທະຍາທາງສັງຄົມ ແລະ ປົກປ້ອງເດັກ.
ທ່ານນາງຮອງລັດຖະມົນຕີ ໂງທິມິນ ໄດ້ສະແດງຄວາມເຫັນດີເຫັນພ້ອມຕໍ່ຂໍ້ສະເໜີຮ່ວມມືຂອງ UNICEF ໃນໄລຍະຈະມາເຖິງ ເພື່ອແນໃສ່ສ້າງສະພາບແວດລ້ອມຮ່ຳຮຽນ ຂຽວ - ສະອາດ - ສວຍງາມ ແລະ ປອດໄພໃຫ້ແກ່ນັກຮຽນທຸກໆຄົນ.
ໃນວັນທີ 2 ກັນຍາ 2020 ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີ ກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ເພຍ ຣີແບນໂລ ບຣິດໂຕ (Dr Pia Rebello Britto) ຜູ້ຕາງໜ້າຂອງອົງການອຸຍນິເຊຟ (UNICEF) ຄົນໃໝ່ ປະຈຳ ສປປ ລາວ.
ໃນວັນທີ 20 ສິງຫາ 2020 ທີ່ສຳນັກງານສູນກາງແນວລາວສ້າງຊາດ, ທ່ານປອ ໄຊສົມພອນ ພົມວິຫານ - ກຳມະການ ກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງດຣ ເພຍຣີແບນ ໂລບຣິດໂຕ - ຜູ້ຕາງໜ້າຂອງອົງ ການອຸຍນີເຊັບຄົນໃໝ່ ປະຈຳ ສປປ ລາວ.
ວັນທີ 04 ສິງຫາ 2020 ນີ້, ທີ່ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການ ຕ່າງປະເທດ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບ ແລະ ຍື່ນຈົດໝາຍ ແຕ່ງຕັ້ງ ທ່ານ ດຣ ນາງ ເພຍ ຣີ ແບນໂລ ບຣິດໂຕ (Dr PiaRebello Britto), ເພື່ອມາດຳ ລົງຕຳແໜ່ງເປັນຜູ້ຕາງໜ້າຂອງ ອົງການຢູນິເຊັບ (UNICEF) ປະຈຳ ສປປ ລາວ ຄົນໃໝ່.
ຍສໝ - ເນື່ອງໃນໂອກາດສັບປະດາສັກຢາກັນພະຍາດໂລກແຕ່ວັນທີ 24-30 ເມສາປີ 2020, ອົງການອະນາໄມໂລກ (WHO) ແລະ ກອງທຶນສປຊ ເພື່ອເດັກນ້ອຍ (UNICEF) ປະຈຳຫວຽດນາມ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການຮັບປະກັນການສັກຢາກັນພະຍາດໃຫ້ແກ່ເດັກນ້ອຍໃນຈຸດເວລາທີ່ເກີດໂລກລະບາດໂຄຕິດ-19.
ຍສໝ - ໃນວັນທີ 30 ກໍລະກົດ 2019 ທີ່ສຳນັກງານນາຍົກລັດຖະມົນຕີ ນະຄອນຫລວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບຜູ້ແທນຈາກສະຫະພາບເອີຣົບ ປະຈຳລາວ ແລະ ອົງການ ສະຫະ ປະຊາຊາດ ກອງທຶນເດັກ ປະຈຳ ສປປ ລາວ, ເຊິ່ງນຳໂດຍ ທ່ານ ລີໂອ ເຟເບີ Mr Leo Faber ເອກອັກຄະລັດຖະທູດສະຫະພາບເອີຣົບປະຈຳລາວ, ທ່ານ ອ໋ອກຕາວຽນ ບີໂວນ Mr Octavian Bivol ຜູ້ຕາງໜ້າອົງການອຸຍນີເຊບ.
ຍສໝ - ຕອນບ່າຍວັນທີ 15 ສິງຫາ ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານ Kamal Malhotra, ຜູ້ປະສານງານປະຈຳສະຫະປະຊາຊາດ ແລະ ທ່ານ Youssouf Abdel-Jelil ຫົວໜ້າອົງການ Unicef ປະຈຳ ຫວຽດນາມ.