UNICEF: ຫວຽດນາມ ໄດ້ມີຄວາມຄືບໜ້າຢ່າງໃຫຍ່ຫຼວງໃນການດູແລ ແລະ ປົກປ້ອງເດັກ

12:49 | 20/11/2022

ຍສໝ - ທ່ານນາງ Catherine Russell ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ UNICEF ໄດ້​ຕີ​ລາ​ຄາ​ສູງ​ຫວຽດ​ນາມ ສຳ​ລັບ​ບັນ​ດາ​ຜົນ​ງານ​ຫລາຍ​ຢ່າງ​ໃນ​ການ​ປົກປ້ອງ ແລະ ດູ​ແລ​ເດັກ.

ອົງ​ການ UNICEF ໄດ້ຕີ​ລາ​ຄາ​ຫວຽດ​ນາມ ບັນ​ລຸ​ຄວາມ​ຄືບ​ໜ້າ​ອັນ​ໃຫ​ຍ່ຫຼວງ​ໃນ​ການ​ເບິ່ງ​ແຍງ, ປົກ​ປ້ອງ​ເດັກ ອົງ​ການ UNICEF ໄດ້ຕີ​ລາ​ຄາ​ຫວຽດ​ນາມ ບັນ​ລຸ​ຄວາມ​ຄືບ​ໜ້າ​ອັນ​ໃຫ​ຍ່ຫຼວງ​ໃນ​ການ​ເບິ່ງ​ແຍງ, ປົກ​ປ້ອງ​ເດັກ
ອົດສະຕາລີ ແລະ UNICEF ສືບຕໍ່ໜູນຊ່ວຍວັກຊິນກັນໂຄວິດ-19 ຈຳນວນ 4,2 ລ້ານໂດສ ໃຫ້ແກ່ ຫວຽດນາມ ອົດສະຕາລີ ແລະ UNICEF ສືບຕໍ່ໜູນຊ່ວຍວັກຊິນກັນໂຄວິດ-19 ຈຳນວນ 4,2 ລ້ານໂດສ ໃຫ້ແກ່ ຫວຽດນາມ

ຕາມຂໍ້ມູນ​ຂ່າວສານ​ຈາກກອງ​ທຶນເພື່ອ​ເດັກ ​ສະຫະ​ປະຊາ​ຊາດ (UNICEF) ປະຈຳ ຫວຽດນາມ, ຫວ່າງແລ້ວນີ້, ທ່ານນາງ Catherine Russell ຜູ້​ອຳ​ນວຍ​ການ​ໃຫຍ່ UNICEF ​ໄດ້​ສິ້ນ​ສຸດ​ການ​ຢ້ຽມຢາມ​ຫວຽດນາມ ​ເປັນ​ເວລາ 3 ວັນ, ​ໃນ​ນັ້ນ​ ທ່ານນາງ Catherine Russell ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ທີ່​ຕັ້ງໜ້າ​ໃນ​ການ​ປົກ​ປ້ອງ ​ແລະ ດູ​ແລ​ເດັກ​ຂອງ​ສະຫະ​ປະຊາ​ຊາດ, ພ້ອມກັນນັ້ນ ກໍຮຽກຮ້ອງ​ໃຫ້​ມີ​ການ​ດຳ​ເນີນ​ການ​ຢ່າງ​ຮີບ​ດ່ວນ ​ເພື່ອ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ຕ່າງໆ ​ເຊັ່ນ: ການຂາດ​ສານ​ອາຫານ ​ແລະ ຄວາມ​ບໍ່​ສະ​ເໝີ​ພາບ, ​ເຊິ່ງບັນຫາເຫຼົ່ານີ້ຍິ່ງໜັກໜ່ວງຫຼາຍ​ຂຶ້ນ ຍ້ອນ​ພະຍາດ​ໂຄ​ວິດ-19 ​ແລະ ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

UNICEF: ຫວຽດນາມ ໄດ້ມີຄວາມຄືບໜ້າຢ່າງໃຫຍ່ຫຼວງໃນການດູແລ ແລະ ປົກປ້ອງເດັກ

ທ່ານນາງ Catherine Russell ກ່າວວ່າ “ໃນໄລຍະສອງສາມທົດສະວັດຜ່ານມາ, ຫວຽດນາມ ໄດ້ມີຄວາມຄືບໜ້າຢ່າງໃຫຍ່ຫຼວງ ໃນການຮັບປະກັນໃຫ້ເດັກນ້ອຍໃນທົ່ວປະເທດມີສຸຂະພາບແຂງແຮງ, ປອດໄພ, ໄດ້ຮັບການສຶກສາ ແລະ ສ້າງເງື່ອນໄຂສະດວກເພື່ອເສີມຂະຫຍາຍກຳລັງບົ່ມຊ້ອນຂອງຕົນໄດ້ຢ່າງເຕັມທີ່”.

ຜູ້​ອຳ​ນວຍ​ການ​ໃຫຍ່ UNICEF ຢືນຢັນ​ວ່າ ອົງການ​ນີ້ ຈະ​ສືບ​ຕໍ່​ສົມທົບ​ກັບ​ລັດຖະບານ ຫວຽດນາມ ​ແລະ ບັນດາ​ຄູ່​ຮ່ວມ​ມື ​ເພື່ອ​ໃຫ້​ເດັກນ້ອຍ​ທຸກ​ຄົນ, ພິ​ເສດ​ແມ່ນ​ຜູ້​ທີ່ມີຄວາມສ່ຽງສູງ ​ໄດ້​ຮັບ​ການ​ບໍລິການ ​ແລະ ໜູນ​ຊ່ວຍ​ທີ່​ຈຳ​ເປັນ.

ຄຽງ​ຂ້າງ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້, ທ່ານ​ນາງ Catherine Russell ຜູ້ອຳນວຍການ​ບໍລິຫານ UNICEF ​ໃຫ້​ຮູ້​ວ່າ: ການ​ປົກ​ປ້ອງ ​ແລະ ດູ​ແລ​ເດັກ​ຢູ່ ຫວຽດນາມ ຍັງ​ປະເຊີນໜ້າ​ກັບ​ຄວາມ​ສິ່ງທ້າທາຍ​ຫຼາຍ​ຢ່າງ.

UNICEF: ຫວຽດນາມ ໄດ້ມີຄວາມຄືບໜ້າຢ່າງໃຫຍ່ຫຼວງໃນການດູແລ ແລະ ປົກປ້ອງເດັກ
UNICEF: ຫວຽດນາມ ໄດ້ມີຄວາມຄືບໜ້າຢ່າງໃຫຍ່ຫຼວງໃນການດູແລ ແລະ ປົກປ້ອງເດັກ

ຍັງ​ມີ​ເດັກນ້ອຍ​ສ່ວນ​ໜຶ່ງ​ທີ່​ປະ​ເຊີນ​ກັບ​ຄວາມທຸກ​ຍາກ ​ແລະ ບໍ່​ໄດ້​ເຂົ້າ​ເຖິງ​ການ​ບໍລິການ​ປົກ​ປ້ອງ, ກໍ່ຄື ​ການ​ບໍລິການ​ພື້ນຖານ, ພິເສດ​ແມ່ນ​ເດັກນ້ອຍ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ເດັກນ້ອຍ​ທີ່​ພໍ່​ແມ່​ໄປເຮັດວຽກ​ຫ່າງ​ໄກ​ຈາກ​ບ້ານ ​ແລະ ​ເດັກນ້ອຍ​ພິການ. ສະພາບການນີ້ ໄດ້ຮັບຜົນສະທ້ອນຕື່ມອີກຈາກຜົນກະທົບຂອງໂລກລະບາດ COVID-19. ພ້ອມ​ກັນ​ນັ້ນ, ກໍຍັງ​ມີ​ສະພາບ​ເດັກ​ຂາດ​ສານ​ອາຫານ​ຢ່າງ​ໜັກໜ່ວງ.

ອີງຕາມອົງການ UNICEF, ເດັກນ້ອຍທີ່ຂາດສານອາຫານຮ້າຍແຮງ, ບໍ່ໄດ້ຮັບການປິ່ນປົວ, ມີຄວາມສ່ຽງສູງຕໍ່ການເສຍຊີວິດ ຫຼື ມີຜົນກະທົບຕໍ່ຮ່າງກາຍ ແລະ ສະຕິຕະຫຼອດຊີວິດ.

​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ທ່ານນາງ Catherine Russell ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ UNICEF ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ຕົວຈິງ​ຢູ່ແຂວງ​ຢາ​ລາຍ. ຢູ່ທີ່ນັ້ນ, ທ່ານ​ນາງ Catherine Russell ໄດ້ໄປຢ້ຽມຢາມສູນການແພດ ແລະ ໂຮງຫມໍ, ບ່ອນທີ່ເດັກນ້ອຍໄດ້ກວດ ແລະ ປິ່ນປົວສໍາລັບອາການຂາດສານອາຫານທີ່ຮ້າຍແຮງ.

ຕາມ​ທ່ານ​ຜູ້​ອຳ​ນວຍ​ການ​ໃຫຍ່ UNICEF ​ແລ້ວ, ອົງການ​ນີ້​ພວມ​ຂົນຂວາຍ ໃນເ​ອົາ​ການ​ປິ່ນປົວ​ພະຍາດ​ຂາດ​ສານ​ອາຫານ​ຢ່າງ​ຮ້າຍ​ແຮງ ​ແລະ ຊຳເຮື້ອ ​ເຂົ້າ​ໃນ​ໂຄງການ​ປະກັນ​ສຸຂະພາບ​ແຫ່ງ​ຊາດ ຫວຽດນາມ ​ແລະ ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ສັງຄົມ ​ເພື່ອ​ສະກັດ​ກັ້ນ​ສະພາບ​ຂາດ​ສານ​ອາຫານ​ໃນ​ເດັກ.

UNICEF: ຫວຽດນາມ ໄດ້ມີຄວາມຄືບໜ້າຢ່າງໃຫຍ່ຫຼວງໃນການດູແລ ແລະ ປົກປ້ອງເດັກ

ກໍ່ຢູ່​ແຂວງ​ຢາ​ລາຍ, ທ່ານ​ນາງ Russell ​ໄດ້​ໄປ​ຢ້ຽມຢາມ​ໂຮງຮຽນ​ອະນຸບານ ​ແລະ ພົບ​ປະ​ກັບ​ເດັກນ້ອຍ, ພໍ່​ແມ່ ​ແລະ ສະມາຊິກ​ອື່ນໆ​ຂອງ​ຊຸມ​ຊົນ. UNICEF ສະໜັບສະໜູນ​ການ​ສຶກສາ​ໃນໄວ​ເດັກເຍົາວະຊົນຢ່າງ​​ແຮງ, ເປັນ​ພື້ນຖານ​ອັນ​ສຳຄັນ​ໃນ​ການ​ພັດທະນາ​ສະຕິ​ປັນຍາ​ຂອງ​ເດັກ.

​ໂດຍເນັ້ນ​ໜັກ​ເຖິງຄວາມສ່ຽງທີ່​ເດັກຈະຕ້ອງປະເຊີນໜ້າ ​ແມ່ນ​ຜົນ​ສະທ້ອນ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ຫວຽດນາມ ​ແມ່ນ​ປະ​ເທດ​ທີ່​ມີຄວາມສ່ຽງຕໍ່​ໄພ​ທຳ​ມະ​ຊາດ​ຫຼາຍ​ທີ່​ສຸດ​ໃນ​ໂລກ, ​ໃນ​ນັ້ນ ​ມີ​ໄພ​ນ້ຳ​ຖ້ວມ ​ແລະ ດິນ​ເຈື່ອນ, ທ່ານ​ນາງ Catherine Russell ຜູ້ອຳນວຍການ​ບໍລິຫານ UNICEF ຕີ​ລາຄາ​ສູງ​ຄຳ​ໝັ້ນ​ສັນຍາ​ຂອງ​ລັດຖະບານ ຫວຽດນາມ ​ໃນ​ການ​ແກ້​ໄຂ​ວິ​ກິດ​ການ​ດິນ​ຟ້າ​ອາກາດ ​ແລະ ຄວາມສ່ຽງທີ່ການປ່ຽນແປງດິນຟ້າອາກາດສ້າງໃຫ້ເດັກນ້ອຍ.

ທ່ານ​ນາງ Russel ກ່າວ​ວ່າ “ຜົນ​ກະທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ເປັນ​ໄພ​ຂົ່ມຂູ່​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ຕໍ່​ກັບສຸຂະພາບ, ໂພຊະນາການ, ການດຳລົງຊີວິດ ​ແລະ ການ​ພັດທະນາ​ຂອງ​ເດັກນ້ອຍ​ໃນ​ທົ່ວ​ໂລກ.

"ການລົງທຶນໃນການຍົກສູງການປັບຕົວ ແລະ ຄວາມອາດສາມາດໃນການຟື້ນຟູ ແມ່ນສິ່ງຕົ້ນຕໍເພື່ອແກ້ໄຂບັນຫາທີ່ກ່ຽວຂ້ອງກັບການປ່ຽນແປງຂອງດິນຟ້າອາກາດ ກໍ່ຄືຄວາມບໍ່ສະເຫມີພາບທີ່ການປ່ຽນແປງດິນຟ້າອາກາດສ້າງຂຶ້ນໃນອະນາຄົດ."

UNICEF: ຫວຽດນາມ ໄດ້ມີຄວາມຄືບໜ້າຢ່າງໃຫຍ່ຫຼວງໃນການດູແລ ແລະ ປົກປ້ອງເດັກ

ຢູ່ ຫວຽດນາມ, ອົງການ UNICEF ​ໄດ້​ໜູນ​ຊ່ວຍ​ລັດຖະບານ​ໃນ​ການ​ບຳລຸງ​ສ້າງ​ຄູອາຈານ ​ແລະ ປະຕິ​ຮູບຫຼັກສູດການສິດສອນ. ຄວາມພະຍາຍາມເຫຼົ່ານີ້ ຈະຊ່ວຍໃຫ້ເດັກນ້ອຍປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ ແລະ ເສີມຂະຫຍາຍຄວາມສາມາດໃນການສ້າງວິທີແກ້ໄຂຂອງເດັກນ້ອຍ.

​ກໍ່ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ຜູ້ອຳນວຍການ​ບໍລິຫານ UNICEF ​ໄດ້​ມີ​ການ​ພົບ​ປະ ​ແລະ ​ເຮັດ​ວຽກ​ກັບ​ບັນດາ​ການ​ນຳ​ຂັ້ນ​ສູງ​ຂອງ​ລັດຖະບານ ​ແລະ ສະພາ​ແຫ່ງ​ຊາດ; ບັນດາ​ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ວຽກ​ງານ​ປົກ​ປ້ອງ, ດູ​ແລ ​ແລະ ການ​ສຶກສາສຳລັບເດັກ...

ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາງ Russell ມີ​ຂຶ້ນ​ໃນ​ຈຸດ​ເວ​ລາ​ທີ່​ຫວຽດ​ນາມ ​ພວມ​ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເພື່ອ​ສະ​ເຫຼີມ​ສະ​ຫຼອງ 45 ປີ​ແຫ່ງ​ການ​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ຫະ​ປະ​ຊາ​ຊາດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.