ຫວຽດນາມ ຈະຮັບວັກຊິນປ້ອງກັນພະຍາດໂຄວິດ-19 ກວ່າ 5,6 ລ້ານຫຼອດ

06:03 | 23/03/2021

ຍສໝ - ຕາມຂ່າວຈາກໂຄງການສັກວັກຊິນເປີດກວ້າງແຫ່ງຊາດ, ຄາດຄະເນວ່າ ໃນເດືອນມີນາ ແລະເດືອນເມສາ, ຫວຽດນາມ ຈະຮັບວັກຊິນປ້ອງກັນພະຍາດໂຄວິດ-19 ຈໍານວນ 5,657 ລ້ານຫຼອດຂອງ AstraZeneca.

ຫວຽດນາມ ຈະຮ ບວ ກຊ ນປ ອງກ ນພະຍາດໂຄວ ດ 19 ກວ າ 5 6 ລ ານຫ ອດ ຫວຽດນາມ ຖືເປັນສຳຄັນການຮ່ວມມືໃນພາກພື້ນ ແລະ ສາກົນໃນການປ້ອງກັນຕ້ານອາດຊະຍາກຳ ຂ້າມຊາດ
ຫວຽດນາມ ຈະຮ ບວ ກຊ ນປ ອງກ ນພະຍາດໂຄວ ດ 19 ກວ າ 5 6 ລ ານຫ ອດ ສະຖານທູດຫວຽດນາມ ເພີ່ມທະວີການຮ່ວມມືກັບມະຫາວິທະຍາໄລ FHNW ປະເທດສະວິດເຊີແລນ
ຫວຽດນາມ ຈະຮ ບວ ກຊ ນປ ອງກ ນພະຍາດໂຄວ ດ 19 ກວ າ 5 6 ລ ານຫ ອດ
ພາບປະກອບ

ຕາມນັ້ນແລ້ວ, ໃນເດືອນ ມີນາ 2021, ເມສາ 2021, ຫວຽດນາມ ຈະໄດ້ຮັບວັກຊິນກັນໂຄວິດ-19 ເກືອບ 4,2 ລ້ານໂດສ ໂດຍ COVAX Facility ໜູນຊ່ວຍຜ່ານກອງທຶນ UNICEF ແລະ ໃນເດືອນ ເມສາ 2021, ຫວຽດນາມ ຈະຮັບວັກຊິນກັນໂຄວິດ-19 ເກືອບ 1,5 ລ້ານໂດສ ຂອງ AstraZeneca ໂດຍກະຊວງສາທາລະນະສຸກຈັດຊື້.

ທັງໝົດ 377 ຄົນທີ່ໄດ້ສັກວັກຊິນກັນໂຄວິດ-19 AstraZeneca ຢູ່ທັງ 4 ຈຸດ ເປັນຕົ້ນຄື: ໂຮງໝໍພະຍາດເຂດຮ້ອນສູນກາງ, ໂຮງໝໍພະຍາດເຂດຮ້ອນນະຄອນໂຮ່ຈີມິນ, ສູນສາທາລະນະສຸກນະຄອນຫ໋າຍເຢືອງ ແລະສູນສາທາລະນະສຸກເມືອງກິມແທ່ງ, ແຂວງຫ໋າຍເຢືອງ ສສ.ຫວຽດນາມ ໃນວັນທີ 8 ມີນາ 2021, ຍັງບໍ່ທັນສະແດງອາການໃດເທື່ອພາຍຫຼັງສັກຢາ. ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ, ໃນວັນທີ 9 ມີນາ, ຈຸດດັ່ງກ່າວນັ້ນສືບຕໍ່ຜັນຂະຫຍາຍການສັກວັກຊິນກັນໂຄວິດ-19 ຕາມແຜນການ, ພ້ອມທັງເປີດກວ້າງການຜັນຂະຫຍາຍການສັກວັກຊິນກັນໂຄວິດ-19 ຢູ່ ຮ່າໂນ້ຍ ແລະ ແຂວງຢາລາຍ. ບັນດາແຂວງທີ່ຍັງເຫຼືອພວມສ້າງແຜນການສັກວັກຊິນກັນໂຄວິດ-19 ໃນໄລຍະຈະມາເຖິງ.

ໃນງວດທໍາອິດນີ້, ຮ່າໂນ້ຍ ໄດ້ຮັບວັກຊິນກວ່າ 8000 ໂດສ ແລະ ໃຫ້ບຸລິມະສິດແກ່ 6 ຮາກຖານສາທາລະນະສຸກທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອພະຍາດໂຄວິດ - 19. ໃນຕອນເຊົ້າວັນທີ 9 ມີນາ 2021, ໂຮງໝໍແທັງຍ່ານ ແມ່ນຮາກຖານສາທາລະນະສຸກແຫ່ງທຳອິດ ຂຶ້ນກັບພະແນກສາທາລະນະສຸກ ນະຄອນ ຮ່າໂນ້ຍ ໄດ້ຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ງວດທຳອິດ ໃຫ້ແກ່ກຸ່ມພະນັກງານ, ແພດໝໍ ທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອ. ວັກຊິນທີ່ໄດ້ນຳໃຊ້ໃນຄັ້ງນີ້ ແມ່ນວັກຊິນ AstraZeneca ໂດຍກະຊວງສາທາລະນະສຸກ ຫວຽດນາມ ແຈກຢາຍໃຫ້.

ໄລ່ຮອດວັນທີ 10 ມີນາ 2021, ຫວຽດນາມ ຢັ້ງຢືນບໍ່ມີກໍລະນີຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ. ສະນັ້ນ, ປັດຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດ 2.526 ຄົນ, ໃນນັ້ນ ມີ 2.004 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ 35 ຄົນ ເສຍຊີວິດ.

ຕາມ ທ່ານນາງ Rana Flowers, ຫົວໜ້າຜູ້ຕາງໜ້າ UNICEF ປະຈຳຫວຽດນາມ ແລ້ວ, ເປົ້າໝາຍຂອງ UNICEF ແມ່ນເຮັດທຸກວິທີເພື່ອສົ່ງວັກຊິນມາຫວຽດນາມ ດ້ວຍຄວາມປອດໄພ ແລະ ໄວທີ່ສຸດ. ບັ້ນເຄື່ອນໄຫວນີ້ບໍ່ພຽງແຕ່ເປັນການໜູນຊ່ວຍທາງດ້ານສາທາລະນະສຸກໃຫ້ແກ່ຫວຽດນາມ ເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນການຟື້ນຟູພື້ນຖານເສດຖະກິດຂອງຫວຽດນາມ, ຍ້ອນຜົນກະທົບຂອງໂລກລະບາດອີກດ້ວຍ.

ຫວຽດນາມ ຈະຮ ບວ ກຊ ນປ ອງກ ນພະຍາດໂຄວ ດ 19 ກວ າ 5 6 ລ ານຫ ອດ Asia Times, ຮົ່ງກົງ(ຈີນ) ຕີລາຄາສູງກ່ານຊີ້ນຳນຳພາຂອງພັກກອມມູນິດຫວຽດນາມຕໍ່​ປະ​ຊາ​ຊົນ

ຍ​ສ​ໝ - ບົດຂຽນໄດ້ສະຫລຸບວ່າຄວາມເຊື່ອຂອງປະຊາຊົນຕໍ່ພັກກອມມູນິດຫວຽດນາມກ່ອນການລະບາດຂອງໂລກລະ​ບ​າດ ໂຄວິດ-19 ໄດ້ສ້າງໂອກາດໃຫ້ພັກກອມມູນິດຫວຽດນາມວາງ​ອອກເສັ້ນທາງ ແລະ ນະ​ໂຍ​ບາຍ​ທີ່​ເໝາະ​ສົມເພື່ອຮັບ​ມືກັບໂລກລະບາດໂຄ​ວິດ -19 ຢ່າງ​ມີ ປະສິດທິຜົນ.

ຫວຽດນາມ ຈະຮ ບວ ກຊ ນປ ອງກ ນພະຍາດໂຄວ ດ 19 ກວ າ 5 6 ລ ານຫ ອດ ເພີ່ມທະວີບົດບາດຂອງກະຊວງການຕ່າງປະເທດ 2 ປະເທດໃນການຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ - ນິວຊີແລນ

ການເຈລະຈາ, 2 ຝ່າຍໄດ້ເຫັນດີເພີ່ມທະວີບົດບາດຂອງກະຊວງການຕ່າງປະເທດ 2 ປະເທດ ໃນການຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ

ຫວຽດນາມ ຈະຮ ບວ ກຊ ນປ ອງກ ນພະຍາດໂຄວ ດ 19 ກວ າ 5 6 ລ ານຫ ອດ ຫວຽດນາມ ແລະອິນໂດເນເຊຍ ແມ່ນສອງຄູ່ຮ່ວມມືທີ່ສຳຄັນຢູ່ພາກພື້ນ ແລະ ໃນໂລກ

ຍສໝ - ລັດຖະບານສອງປະເທດຍາມໃດກໍ່ສະໜັບສະໜູນ ແລະໜູນຊ່ວຍການຮ່ວມມືຮອບດ້ານໃນທຸກຂົງເຂດເສດຖະກິດ, ວັດທະນະທຳ, ການສຶກສາ, ໃນນັ້ນຍາມໃດກໍ່ສ້າງເງື່ອນໄຂສະດວກ ແລະໜູນຊ່ວຍບັນດາວິສາຫະກິດຂອງສອງປະເທດໃນການເຄື່ອນໄຫວລົງທຶນ, ຜະລິດ ແລະດຳເນີນທຸລະກິດ ແລະ ອື່ນໆ ເພື່ອແນໃສ່ປະຕິບັດແຜນການດຳເນີນງານຄູ່ຮ່ວມມືຍຸດທະສາດຫວຽດນາມ - ອິນໂດເນເຊຍ ໄລຍະປີ 2019-2023 ໃຫ້ສຳເລັດ.

ໄຊພອນ

ເຫດການ
302 Found

Found

The document has moved here.