UNICEF ຮ່ວມກັບ ສະຫະພາບເອີຣົບ ຕິດຕາມ ບັນດາກິດຈະກໍາດ້ານໂພຊະນາການ ຢູ່ແຂວງຫົວພັນ

06:54 | 26/03/2021

ອົງການອຸຍ​ນີເຊັບ ຮ່ວມກັບ ສະຫະພາບເອີຣົບ ລົງຕິດຕາມການຈັດຕັ້ງປະຕິບັດ ບັນດາກິດຈະກໍາດ້ານໂພຊະການ ພາຍໃຕ້ໂຄງການຮ່ວມມື ປັບປຸງດ້ານ ໂພຊະນາການ (PIN) ຢູ່ເມືອງຊໍາເໜືອ ແລະ ເມືອງວຽງໄຊ ແຂວງຫົວພັນ ນຳໂດຍ ທ່ານ ນາງ ອີນາ ມາຈູລໍນີແຕ ເອກະອັກຄະລັດຖະທູດ ສະຫະ ພາບເອີຣົບ ປະຈໍາລາວ ແລະ ທ່ານ ນາງ ດຣ. ເພຍ ບຣິດໂຕ ຜູ້ຕາງໜ້າ ຈາກອົງການຢູນີເຊັບ ປະຈຳ​ລາວ ​ແລະ ໃນລະຫວ່າງ ການລົງຢ້ຽມຢາມ ໄດ້ຖືເອົາໂອກາດນີ້ ເຂົ້າຢ້ຽມຂ່ຳນັບ ທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງຫົວພັນ ແລະ ບັນດາທ່ານຫົວໜ້າພະແນກ ເພື່ອປຶກສາຫາລືແຜນດໍາເນີນງານ ຢູ່ຂັ້ນແຂວງ ເພື່ອແກ້ໄຂບັນຫາການຂາດສານອາຫານ.

ບັນດາອົງການຈັດຕັ້ງສາກົນ UNDP, UNICEF, WHO ຕີລາຄາສູງຕໍ່ໝາກຜົນປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ
ດ່າ​ນັ້ງ ເພີ່ມ​ທະ​ວີ​ກາ​ນ​ຮ່ວມກັບ ສະ​ຫະ​ພາບ ເອີ​ລົບ (EU)

ຈຸດປະສົງ ຂອງໂຄງການເພື່ອແນໃສ່ ການສ້າງຄວາມເຂັ້ມແຂງ ໃນການຄຸ້ມຄອງວຽກງານ ດ້ານໂພຊະນາການ ທີ່ເປັນການເຮັດວຽກຮ່ວມກັນ ຂອງລາຍຂະແໜງການ ເພື່ອຂະຫຍາຍການບໍລິການ ໂພຊະນາການທາງກົງ ທີ່ຈໍາເປັນທີ່ສຸດ ອີງຕາມຫລັກຖານ ທີ່ຈະນໍາໄປສູ່ການປັບປຸງ ໂພຊະນາການເດັກນ້ອຍ ແລະ ແມ່ ຢູ່ ສປປ ລາວ, ​ເຊິ່ງສອດຄ່ອງກັບຍຸດທະສາດ ໂພຊະນາການແຫ່ງຊາດ ປີ 2016-2025, ເປົ້າໝາຍທີ 2 ຂອງ ເປົ້າໝາຍການພັດທະນາ ແບບຍືນຍົງ “ລຶບລ້າງຄວາມອຶດຫິວ, ບັນລຸໄດ້ ຄວາມໝັ້ນຄົງ ດ້ານສະບຽງອາຫານ ແລະ ປັບປຸງໂພຊະນາການ ແລະ ສົ່ງເສີມກະສິກໍາແບບຍືນຍົງ” ແລະ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ປີ 2016-2020 ຂອງ ສປປ ລາວ.

UNICEF ຮ່ວມກັບ ສະຫະພາບເອີຣົບ ຕິດຕາມ ບັນດາກິດຈະກໍາດ້ານໂພຊະນາການ ຢູ່ແຂວງຫົວພັນ
UNICEF ຮ່ວມກັບ ສະຫະພາບເອີຣົບ ຕິດຕາມ ບັນດາກິດຈະກໍາດ້ານໂພຊະນາການ ຢູ່ແຂວງຫົວພັນ. (ພາບ: KPL)

ໂຄງການຮ່ວມມືປັບປຸງ ດ້ານໂພຊະນາການ ເປັນໂຄງການລິເລີ່ມ ທີ່ສະຫະພາບເອີຣົບ ໄດ້ຮ່ວມມືກັບຫລາຍຝ່າຍ, ເຊິ່ງໄດ້ຮ່ວມກັບອົງການອຸຍ​ນີເຊັບ ໃນເດືອນກໍລະກົດ 2016 ແລະ ຈະສີ້ນສຸດລົງໃນວັນທີ 15 ທັນວາ 2021. ລວມມູນຄ່າໂຄງການ 14.750.000 ເອີໂຣ, ​ໃນ​ນັ້ນສະຫະພາບເອີຣົບປະກອບ ສ່ວນ 11.500.000 ເອີໂຣ ແລະ ອຸຍ​ນິ​ເຊັບ 2.250.000 ເອີໂຣ ​ໂດ​ຍ​ໄດ້ດໍາເນີນການ ຈັດຕັ້ງປະຕິບັດຢູ່ 10 ແຂວງ ຂອງ ສປປ ລາວ ຄື: ແຂວງຜົ້ງສາລີ, ຫລວງພະບາງ, ຫລວງນໍ້າທາ, ຫົວພັນ, ບໍ່ແກ້ວ, ຊຽງຂວາງ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ​ແຂວງອັດຕະປື.

UNICEF ຮ່ວມກັບ ສະຫະພາບເອີຣົບ ຕິດຕາມ ບັນດາກິດຈະກໍາດ້ານໂພຊະນາການ ຢູ່ແຂວງຫົວພັນ
ທ່ານ ນາງ ອີນາ ມາຈູລໍນີແຕ. (ພາບ: KPL)

ທ່ານ ນາງ ອີນາ ມາຈູລໍນີແຕ ກ່າວວ່າ: ການໄປຢ້ຽມຢາມແຂວງຫົວພັນ ໃນຄັ້ງນີ້, ເປັນໂອກາດອັນດີ ທີ່ໄດ້ເຫັນບາງບັນດາ ກິດຈະກໍາ ທີ່ກໍາລັງຈັດຕັ້ງປະຕິບັດ ຢູ່ຂັ້ນແຂວງ ​ໂດຍເລັງໃສ່ເພື່ອປັບປຸງ ໂພຊະນາການຂອງແມ່ ແລະ ເດັກ, ພ້ອມທັງໄດ້ປະເມີນຄືນ ໃນສິ່ງທີ່ເຮົາຈະສາມາດ ເຮັດໄດ້ໃນອະນາຄົດ ເພື່ອປັບປຸງວຽກງານ ໂພຊະນາການໃນ ສປປ ລາວ.

UNICEF ຮ່ວມກັບ ສະຫະພາບເອີຣົບ ຕິດຕາມ ບັນດາກິດຈະກໍາດ້ານໂພຊະນາການ ຢູ່ແຂວງຫົວພັນ
(ພາບ: KPL)

ທ່ານ ນາງ ເພຍ ບຣິດໂຕ ກ່າວວ່າ: ການຮ່ວມມືໃນການປັບປຸງ ດ້ານໂພຊະນາການ ຊ່ວຍໃຫ້ເຮົາສາມາດຍາດໄດ້ ໂອກາດໃນການປະກອບສ່ວນ ເພື່ອໃຫ້ບັນລຸ ໄດ້ເປົ້າໝາຍ ອັນສໍາຄັນ ຕາມແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ VIII, ພ້ອມດຽວກັນນີ້, ຍັງເປັນສິ່ງທີ່ໜ້າຍິນດີ ທີ່ຈະໄດ້ເຫັນວ່າ ແຂວງຫົວພັນ ມີຄວາມຄືບໜ້າສູງ ໃນການຮັບມືກັບຈໍານວນເດັກເຕ້ຍ ທີ່ເກີດຂຶ້ນໃນຊຸມປີທີ່ຜ່ານມາ. ແຕ່ກໍຍັງມີຫລາຍຢ່າງ ທີ່ພວກເຮົາຍັງສາມາດເຮັດໄດ້ ເພື່ອຮັບປະກັນວ່າເດັກນ້ອຍ ຢູ່ໃນແຂວງຫົວພັນ ຈະໄດ້ຮັບອາ ຫານທີ່ມີຄຸນຄ່າ ທາງໂພຊະນາການ, ການບໍລິການ ແລະ ການດູແລທີ່ຈໍາເປັນ ທີ່ສໍາຄັນຕໍ່ການເຕີບໃຫຍ່ ແລະ ຄວາມອາດສາມາດ ໃນການຮັບຮູ້ເຖິງສັກກະຍາພາບ ທີ່ຕົນເອງມີ.

ເພີ່ມທະວີການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະ ສະຫະພາບເອີຣົບ

ຍ​ສ​ໝ - ທ່ານຫງວຽນແທ່ງຟອງໃຫ້ຮູ້ວ່າ: ນະຄອນໂຮ່ຈີມິນຍາມໃດກໍ່ພ້ອມແລ້ວທີ່ຈະສະໜັບສະໜູນ ແລະເຊື້ອເຊີນບັນດາວິສາຫະກິດເອີຣົບມາລົງທຶນຢູ່ນະຄອນ, ພິເສດແມ່ນໃນບັນດາຂົງເຂດທີ່​ເປັນ​ທ່າ​ແຮງ​ຂອງເອີຣົບ ແລະ ນະຄອນໂຮ່ຈີມິນ ສຸມໃສ່ການພັດທະນາ.

UNICEF ໜູນຊ່ວຍໃຫ້ເດັກນ້ອຍພາກກາງ ຫວຽດນາມ

ຍ​ສ​ໝ - ທ່ານນາງ Rana Flowers, ຫົວໜ້າຜູ້ຕາງໜ້າ UNICEF ປະຈຳ ຫວຽດນາມ ໃຫ້ຮູ້ວ່າUNICEF ໄດ້ຈັດແບ່ງງົບປະມານ 100.000 USD ເພື່ອໜູນຊ່ວຍສຸກເສີນກ່ຽວກັບນ້ຳສະອາດ, ຮັກສາອະນາໄມສ່ວນຕົວ, ຮັກສາອະນາໄມສິ່ງແວດລ້ອມ, ສາທາລະນະສຸກ, ໂພສະນາການ ແລະ ການສຶກສາ, ກໍ່ຄືໜູນຊ່ວຍຈິດຕະວິທະຍາທາງສັງຄົມ ແລະ ປົກປ້ອງເດັກ.

ສະຫະພາບເອີຣົບ ສະໜອງທຶນ 2 ລ້ານກວ່າເອີໂຣ ເຂົ້າໃນວຽກຕ້ານການລະບາດໂຄວິດ-19 ຢູ່ລາວ

ພິທີ​ເປີດ​ໂຄງການ​ດັ່ງກ່າວ, ​ໄດ້​ຈັດ​ຂຶ້ນ ​ໃນ​ວັນ​ທີ 18 ສິງຫາ 2020 ທີ່ນະຄອນຫລງວຽງຈັນ, ​ໂດຍ ທ່ານ ໄບຣອັນ ອຸປະທູດ ອີຢູປະຈຳລາວ ​ກ່າວວ່າ: ໂຄງການດັ່ງກ່າວ, ເປັນສ່ວນໜຶ່ງໃນການສະໜັບສະໜູນລັດຖະບານລາວ ໃນການຕອບໂຕ້ການລະບາດ ຂອງພະຍາດໂຄວິດ-19 ແນໃສ່ຫລຸດ ຜ່ອນຄວາມສ່ຽງ, ຜົນກະທົບທາງ ເສດຖະກິດ-ສັງຄົມ ແລະ ສຸຂະພາບ ຂອງ​ປະຊາຊົນ​ລາວ ​ບັນດາ​ເຜົ່າ ຈາກການລະບາດຂອງ​ໂຄ​ວິດ-19.

kpl.gov.la

ເຫດການ
302 Found

Found

The document has moved here.