ເພີ່ມທະວີການສື່ສານນະໂຍບາຍໃຫ້ແກ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ | |
ເພີ່ມທະວີການສະໜິດຕິດພັນໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ |
![]() |
ການປຶກສາຫາລື ລວມໄຂກອງປະຊຸມປະຈຳປີ ຄັ້ງທີ 61 ຂອງຄະນະກຳມະການພິເສດກ່ຽວກັບການເຄື່ອນໄຫວຮັກສາສັນຕິພາບ ສປຊ (ພາບ: baotintuc.vn) |
ເຂົ້າຮ່ວມມີທ່ານປະທານສະມັດຊາໃຫຍ່ ສປຊ ຊຸດທີ 77 Csaba Korosi, ຜູ້ຕາງໜ້າບາງປະເທດສະມາຊິກ, ໃນນັ້ນມີ 125 ປະເທດໄດ້ສົ່ງກຳລັງ (ທະຫານ ແລະ ຕຳຫຼວດ) ເຂົ້າຮ່ວມກຳລັງຮັກສາສັນຕິພາບ ສປຊ, ພ້ອມກັບຫຼາຍອົງການຈັດຕັ້ງສາກົນ ແລະ ພາກພື້ນທີ່ກ່ຽວຂ້ອງ.
ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາສິ່ງທ້າທາຍພວມເກີດຂຶ້ນຕໍ່ການເຄື່ອນໄຫວຮັກສາສັນຕິພາບ ເຊິ່ງເປັນເຄື່ອງມືທີ່ຈຳເປັນຂອງສປຊ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ.
ໃນສະພາບການການເມືອງ, ຄວາມໝັ້ນຄົງທົ່ວໂລກພວມມີການຜັນແປທີ່ສັບສົນ, ກຳລັງຮັກສາສັນຕິພາບ ສປຊ ນັບມື້ນັບຕ້ອງປະເຊີນໜ້າກັບຄວາມສ່ຽງຫຼາຍຢາງ, ເປັນຕົ້ນແມ່ນຄວາມສ່ຽງຖືກບຸກໂຈມຕີ, ອຸບັດຕິເຫດຈາກລູກລະເບີດ, ຜົນກະທົບຈາກໄພພິບັດ ແລະ ການປ່ຽນແປງຂອງດິນຟ້າອາກາດ.
![]() |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ອັກຄະລັດຖະທູດ ຫງວຽນຮ່ວາງງວຽນ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ,ເນັ້ນໜັກວ່າ ການສົ່ງກຳລັງເຂົ້າຮ່ວມການຮັກສາສັນຕິພາບ ສປຊ ນັບແຕ່ປີ 2014 ແມ່ນຂີດໝາຍສຳຄັນໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ. ທ່ານ ອັກຄະລັດຖະທູດ ຫງວຽນຮ່ວາງງວຽນ ຢັ້ງຢືນຄວາມຫວັງຢາກສືບຕໍ່ເປີດກວ້າງຂອບຂະໜາດ ສົ່ງກຳລັງໃນໄລຍະຈະມາເຖິງ, ໃນນັ້ນສືບຕໍ່ໃຫ້ບຸລິມະສິດຊຸກຍູ້ການເຂົ້າຮ່ວມຂອງແມ່ຍິງໃນການເຄື່ອນໄຫວຮັກສາສັນຕິພາບ. ທ່ານກໍ່ ຮຽກຮ້ອງໃຫ້ ສປຊ ມີບັນດາມາດຕະການຢ່າງທັນການ ເພື່ອແນໃສ່ຍົກສູງຄວາມສາມາດຮັບປະກັນຄວາມໝັ້ນຄົງ ແລະ ປອດໄພ ໃຫ້ແກ່ບັນດາກຳລັງຮັກສາສັນຕິພາບ ສປຊ. ຫວຽດນາມ ສະໜັບສະໜູນຄວາມມານະພະຍາຍາມຂອງ ສປຊ ເພື່ອແນໃສ່ສ້າງການພົວພັນຄູ່ຮ່ວມມືທົ່ວໂລກກ່ຽວກັບການຮັກສາສັນຕິພາບ, ຊຸກຍູ້ການຮ່ວມມືລະຫວ່າງ ສປຊ ກັບບັນດາອົງການຈັດຕັ້ງໃນພາກພື້ນ, ໃນນັ້ນມີ ອາຊຽນ.
ບຸນຄົງ