![]() | ອົງການ COPI (ອາເມລິກາ) ຈັດຕັ້ງການກວດພະຍາດໂດຍບໍ່ເສຍຄ່າໃຫ້ປະຊາຊົນເກືອບ 1.000 ຄົນຢູ່ ກວາງນາມ |
![]() | ບັນດາການເຄື່ອນໄຫວທີ່ອຸດົມສົມບູນໃນງານບຸນວັດທະນະທຳຫວຽດນາມ ຢູ່ Sakai, ຍີ່ປຸ່ນ |
![]() |
ນາຍທະຫານຫວຽດນາມ ແນະນຳ ກ່ຽວກັບທັກສະປະຖົມພະຍາບານສຸກເສີນ. |
ເພື່ອແນໃສ່ ຮັກສາສຸຂະພາບ ແລະ ຍົກສູງຄວາມສາມາດດ້ານການແພດຂອງກຳລັງປົກປັກຮັກສາສັນຕິພາບ ສປຊ, ໂຮງໝໍກາງສະໜາມລະດັບສອງເລກ 6 (ກະຊວງປ້ອງກັນປະເທດ ຫວຽດນາມ) ຫາກໍ່ຜັນຂະຫຍາຍສຳເລັດບັນດາການເຄື່ອນໄຫວລວມມີການກວດພະຍາດປະຈຳໄຕມາດ ແລະ ຝືກອົບຮົບທັກສະປະຖົມພະຍາບານສຸກເສີນ ໃຫ້ແກ່ບັນດານາຍທະຫານ ແລະ ບັນດາກົມກອງຈັດສົ່ງນາຍທະຫານພວມປະຕິບັດໜ້າທີ່ຢູ່ ເຂດ Unity, ຊູດັງໃຕ້.
ບັນດາການເຄື່ອນໄຫວນີ້ຊ່ວຍກວດພົບບັນດາບັນຫາກ່ຽວກັບສຸຂະພາບໂດຍໄວ, ພິເສດແມ່ນໃນເງື່ອນໄຂອາກາດຮ້າຍແຮງ ແລະ ສະພາບການເຮັດວຽກທີ່ມີຄວາມກົດດັນຫຼາຍຢ່າງຢູ່ຊູດັງໃຕ້. ທ່ານ Marco Latorre ຜູ້ບັນຊາການກົມກອງທະຫານເຮືອ ຢູ່ຄະນະປະຕິບັດງານ ຢູ່, ຊູດັງໃຕ້ ແບ່ງປັນວ່າ:
ບັນດາຊຸດຝືກອົບຮົບນີ້ມີຄວາມສຳຄັນທີ່ສຸດ, ຊ່ວຍພວກຂ້າພະເຈົ້າຍົກສູງຄວາມຮັບຮູ້ກ່ຽວກັບວຽກງານປະຖົມພະຍາບານ, ປະກອບບັນດາທັນສະທີ່ຈຳເປັນໃຫ້ແກ່ກຳລັງນາຍທະຫານ ເພື່ອປົກປ້ອງຕົນເອງ ແລະ ເພື່ອນຮ່ວມກົມກອງໃນວິວັດການປະຕິບັດໜ້າທີ່ຢູ່ກຳລັງປົກປັກຮັກສາສັນຕິພາບ ສປຊ. ຂອບໃຈເພື່ອນໆຫວຽດນາມ ໄດ້ຈັດການເຄື່ອນໄຫວທີ່ມີຄວາມໝາຍນີ້.
ທ່ານພັນຕີ ນາງ Phichayathida Ratanapirom, ກອງທັບລາຊະອານາຈັກ ໄທ ໃຫ້ຮູ້ວ່າ:
ປັດຈຸບັນ, ຂ້າພະເຈົ້າພວມເຮັດວຽກຢູ່ຄະນະປະຕິວັດວຽກງານພົນລະເຮືອນ ຢູ່ເຂດ Unity. ມື້ນີ້, ເຂົ້າຮ່ວມຊຸກບຳລຸງສ້າງນີ້ຂ້າພະເຈົ້າຮູ້ສຶກມີປະໂຫຍດຫຼາຍ, ຊ່ວຍເພີ່ມທະວີຄວາມສາມາດຮັບມືກັບວຽກງານໂດຍໄວ, ຂໍຂອບໃຈໂຮງໝໍກາງສະໜາມຂັ້ນສອງເລກ 6 ຫວຽດນາມ.
![]() | ບຸກທະລຸຕາມມະຕິເລກທີ 57: ສ້າງທີ່ຕັ້ງຂອງຫວຽດນາມ ໃນແຜນທີ່ເຕັກໂນໂລຢີທົ່ວໂລກ ຍສໝ - ມະຕິເລກທີ 57-NQ/TW ກ່ຽວກັບບຸກທະລຸການພັດທະນາດ້ານວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນແຫ່ງຊາດ ພວມໄດ້ຮັບການຫັນເປັນຕົວຈິງເທື່ອລະກ້າວຜ່ານຫຼາຍນະໂຍບາຍ. |
![]() | ຫວຽດນາມ “ຮັກສາ” ບັນດານັກລົງທຶນ ສ.ເກົາຫຼີ ຍສໝ - ຫວຽດນາມ ຍາມໃດກໍ່ແມ່ນຈຸດໝາຍປາຍທາງການລົງທຶນຍຸດທະສາດຂອງບັນດາວິສາຫະກິດ ສ.ເກົາຫຼີ. ຄຽງຂ້າງຂົງເຂດການຜະລິດ, ປຸງແຕ່ງ, ກະແສທຶນການລົງທຶນຈາກ ສ.ເກົາຫຼີ ກໍາລັງເປີດກວ້າງ ໄປສູ່ຫຼາຍຂົງເຂດທີ່ມີທ່າແຮງ. |
ມີງດຶກ