ຫວຽດ​ນາມ ຍາດ​ໄດ້​ຄວາມ​ເຊື່ອ​ໝັ້ນ​ຂອງ​ສາ​ກົນ ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ

15:13 | 11/10/2022

ຍ​ສ​ໝ - ທ່ານ ປ.ອ ຫງວຽນ​ຮົ່ງ​ຫາຍ, ນັກ​ຄົ້ນ​ຄ້​ວາ​ສູນ​ກ່ຽວກັບອະ​ນາ​ຄົດນະ​ໂຍ​ບາຍ, ມະ​ຫາ​ວິ​ທະ​ຍາ​ໄລ Queensland ຢັ້ງ​ຢືນວ່າ​ ທີ່​ຕັ້ງ​ບົດ​ບາດ ແລະ ອິດ​ທິ​ພົນ​ຊື່​ສຽງ​ຂອງ ຫວຽດ​ນາມ ມີ​ໄດ້​ຄື​ໃນ​ປັດ​ຈຸ​ບັນ ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ ຫວຽດ​ນາມ ບົນ​ເວ​ທີ​ສາ​ກົນ, ໃນ​ນັ້ນ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ຂອງ ສ​ປ​ຊ.

ຫວຽດ​ນາມ - ເຢຍ​ລະ​ມັນ ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ກັນ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື ຫວຽດ​ນາມ - ເຢຍ​ລະ​ມັນ ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ກັນ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື
ຫວຽດ​ນາມ ມີ 10 ແຂ​ວງ​ນະ​ຄອນ​ຕິດ​ກັບ​ລາວ, 10 ຄູ່​ດ່ານ​ຊາຍ​ແດນ​ສາ​ກົນ, ແຕ່​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ບັນ​ດາ​ແຂວງ​ເຂດ​ຊາຍ​ແດນ​ຍັງ​ບໍ່​ທັນ​ພັດ​ທະ​ນາ​ຢ່າງ​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ຫວຽດ​ນາມ ມີ 10 ແຂ​ວງ​ນະ​ຄອນ​ຕິດ​ກັບ​ລາວ, 10 ຄູ່​ດ່ານ​ຊາຍ​ແດນ​ສາ​ກົນ, ແຕ່​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ບັນ​ດາ​ແຂວງ​ເຂດ​ຊາຍ​ແດນ​ຍັງ​ບໍ່​ທັນ​ພັດ​ທະ​ນາ​ຢ່າງ​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ
ຫວຽດ​ນາມ ຍາດ​ໄດ້​ຄວາມ​ເຊື່ອ​ໝັ້ນ​ຂອງ​ສາ​ກົນ ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ
ພາບ​ປະ​ກອບ: (ພາບ: TTXVN)

ໂດຍການຕີ​ລາຄາ​ໝາກຜົນ​ການ​ພັດທະນາ​, ການຮັບປະກັນ​ສິດທິ​ມະນຸດ, ບົດບາດຂອງ​ຫວຽດນາມ, ທ່ານ ປ.ອ ຫງວຽນ​ຮົ່ງ​ຫາຍ, ນັກ​ຄົ້ນຄວ້າ​ສູນ​ອະ​ນາ​ຄົດນະ​ໂຍບາຍ, ມະຫາວິທະຍາ​ໄລ Queensland (ອົດ​ສະ​ຕາ​ລີ) ​ໄດ້​ຢ້ຳຄືນ​ຄຳ​ເວົ້າຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ວ່​າ “ປະ​ເທດພວກ​ເຮົາ ​ຍັງບໍ່​ເຄີຍມີເວລາໃດທີ່​ມີ​ໂອກາດ, ຄວາມ​ສ​າ​ມາດ​ບົ່ມ​ຊ້ອນ, ທີ່​ຕັ້ງ ​ແລະ ອິດ​ທິ​ພົນ​ຊື່​ສຽງ​ໃນ​ສາ​ກົນ​ຄື​ປະຈຸ​ບັນ”. ທ່ານ​ ປ.ອ ຫງວຽນ​ຮົ່ງ​ຫາຍ ​ເນັ້ນ​ໜັກ​ວ່າ: ​ປະ​ໂຫຍກນີ້​ໄດ້ສັງລວມ​ການ​ພັດທະນາຮອບດ້ານ​ຂອງ​ຫວຽດນາມ ພາຍຫຼັງ 35 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ປະຕິບັດ​ພາລະກິດແຫ່ງການປ່ຽນ​ແປງ​ໃໝ່, ນັບ​ແຕ່ດ້ານເສດຖະກິດຕະຫຼອດຮອດການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ຕ່າງປະ​ເທດ.

ເມື່ອແລກ​ປ່ຽນ​ກັບ​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານຫວຽດນາມ ປະຈຳ ອົດ​ສະ​ຕາ​ລີ, ທ່ານ ປ.ອ ຫງວຽນ​ຮົ່ງ​ຫາຍ ຢືນຢັນວ່າ ​ທີ່​ຕັ້ງ ​ແລະ ອິດ​ທິ​ພົນ​ຊື່​ສຽງ​ຂອງ​ຫວຽດນາມ ​ມີໄດ້​ຄືໃນ​ປະຈຸ​ບັນແມ່ນ​​ຍ້ອນ​ການ​ປະກອບສ່ວນ​ຂອງ ຫວຽດນາມ ​ໃນ​ເວທີ​ສາກົນ, ​ໃນ​ນັ້ນ ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ກຳລັງ​ຮັກສາ​ສັນຕິພາບ​ສະຫະ​ປະຊາ​ຊາດ (ສປຊ). ເພາະ​ສະ​ນັ້ນ​ ການ​ເຂົ້າ​ຮ່ວມ​ຂອງ ຫວຽດນາມ ​ເກີດ​ຈາກ​ສະຕິຄວາມ​ຮັບ​ຜິດ​ຊອບ, ແຕ່ບໍ່​ແມ່ນ​ພັນທະ, ​ດັ່ງ​ນັ້ນ ຫວຽດ​ນາມ ຈິ່ງຍາດໄດ້​ຄ​ວາມໄວ້​ເນື້ອ​ເຊື່ອ​ໃຈ​ຈາກ ສປຊ, ບັນດາ​ຄູ່​ຮ່ວມ​ມື ​ແລະ ປະ​ເທດປະຈຳຖິ່ນ​ທີ່​​ກຳລັງ​ຮັກສາ​ສັນຕິພາບ​ຂອງ ຫວຽດນາມ ມີໜ້າ. ຕາມ​ທ່ານ​ແລ້ວ, ບໍ່​ແມ່ນ​ປະ​ເທດໃດ, ກຳລັງ​ຮັກສາ​ສັນຕິພາບ​ຂອງ​​ປະ​ເທດໃດ ກໍ​ລ້ວນ​ແຕ່​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຄືດັ່ງກ່າວ.

ຫວຽດ​ນາມ ຍາດ​ໄດ້​ຄວາມ​ເຊື່ອ​ໝັ້ນ​ຂອງ​ສາ​ກົນ ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ
ຫວຽດ​ນາມ ຍາດ​ໄດ້​ຄວາມ​ເຊື່ອ​ໝັ້ນ​ຂອງ​ສາ​ກົນ ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ

ເຕື້ອງເຖິງຄວາມມານະພະຍາຍາມ ແລະ ການປະກອບສ່ວນຂອງຫວຽດນາມ ໃນການຮັບປະກັນສິດທິມະນຸດ, ທ່ານ ປ.ອ ຫງວຽນຮົ່ງຫາຍ ເນັ້ນໜັກວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດນຳ​ໜ້າເຂົ້າຮ່ວມຫຼາຍສົນທິສັນຍາສາກົນກ່ຽວກັບສິດທິມະນຸດ, ໃນນັ້ນ ສຳ​ລັບສົນທິສັນຍາວ່າ​ດ້ວຍ​ສິດ​ທິ​ເດັກ, ຫວຽດນາມ ແມ່ນປະເທດທຳອິດຢູ່​ອາ​ຊີ ​ແລະ ເປັນ​ປະ​ເທດ​ທີ​ສອງ​ໃນພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ ທີ່ໄດ້​ລົງ​ນາມ ​ແລະ​ ໃຫ້​ສັດ​ຕະ​ຍາ​ບັນ​ສົນ​ທິ​ສັນ​ຍາ​ນີ້​. ຫວຽດນາມ ກໍ່​ໄດ້​ເຂົ້າ​ຮ່ວມ ​ແລະ ​ໃຫ້​ສັດຕະຍາບັນ​ສົນທິສັນຍາ​ຕ້ານ​ການ​ຈຳ​ແນ​ກການ​ປະ​ພຶດ​ສຳ​ລັບ​ແມ່ຍິງ ​ແລະ ສົນທິສັນຍາ​ກ່ຽວ​ກັບ​ສິດທິ​ຄົນ​ພິການ. ພາຍຫຼັງ​ໄດ້​ເຂົ້າ​ຮ່ວມ ​ແລະ ​ໃຫ້​ສັດຕະຍາບັນ​ບັນດາ​ສົນທິສັນຍາ​ນີ້, ຫວຽດນາມ ​ໄດ້​ເປັນເຈົ້າການ ​ແລະ ຕັ້ງໜ້າ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ກຳນົດ​ຂອງ​ສົນທິສັນຍາ​ນີ້. ຍ້ອນ​ເຫດ​ນັ້ນ, ສາມາດ​ເວົ້າ​ໄດ້​ວ່າ ກອບ​ກົດໝາຍ​ແຫ່ງ​ຊາດ​ຂອງ​ຫວຽດນາມ ​ໃນ​ການ​ປົກ​ປ້ອງ​ສິດ​ຂອງ​ບັນດາ​ກຸ່ມ​ຜູ້ທີ່ອ່ອນແອ​ແມ່ນໄດ້ດັດປັບໃຫ້ສົມ​ບູນ​ແບບກວ່າ ແລະ ເໝະ​ສົມກັບ​ບັນ​ດາມ​າດ​ຖາ​ນ​ສາ​ກົນ​ໃນ​ການ​ປົກ​ປ້ອງ​ສິດທິ​ຂອງ​ບັນ​ດາ​ກຸ່ມ​ດັ່ງກ່າວ.

ຫວຽດ​ນາມ ຍາດ​ໄດ້​ຄວາມ​ເຊື່ອ​ໝັ້ນ​ຂອງ​ສາ​ກົນ ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ

ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ໄປ​ຢ້ຽມຢາມ​ສຳນັກງານ​ອົງການ​ສະຫະ​ປະຊາ​ຊາດ ຢູ່ Geneva ​ແລະ ພົບ​ປະ​ກັບ​ທ່ານ​ນາງ Tatiana Valovaya ຜູ້ອຳນວຍການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ.

ທ່ານ ຫງວຽນ​ຮົ່ງ​ຫາຍ ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ​ການທີ່ເສດ​ຖະ​ກິດພັດ​ທະ​ນາ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ບັນ​ດາ​ຜົນ​ສຳ​ເລັດ​ຂອງ​ຫວຽດ​ນາມ ໃນ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ. ທ່ານ​ໄດ້​ອ້າງອີງໃສ່​ຂໍ້​ມູນ​ຂອງ​ກອງ​ທຶນ​ເງິນຕາ​ສາກົນ (IMF) ​ໃນ​ໄລຍະ​ປີ 1993 – 2014 ​ໂດຍ​ກ່າວ​ວ່າ ຫວຽດນາມ ​ໄດ້​ນຳ​ປະຊາຊົນ​ກ່ວາ 40 ລ້ານ​ຄົນ, ໝາຍ​ຄວາມ​ວ່າປະມານ​ເຄິ່ງໜຶ່ງ​ຂອງ​ປະຊາກອນ​ທົ່ວ​ປະ​ເທດ​ ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ. ​ນັກ​ຊ່ຽວ​ຊານ​ສາ​ກົນຫຼາຍ​ທ່ານໄດ້ຮັບ​ຮູ້ການ​ພັດທະນາ​ເສດຖະກິດຢ່າງ​ກະ​ໂດດ​ຂັ້ນ​ຂອງ ຫວຽດ​ນາມ ແລະ ຄາດ​ວ່າ ຫວຽດນາມ ຈະ​ກາຍ​ເປັນ​ເສືອ, ​ມັງກອນ​ເສດຖະກິດ​ຢູ່​ອາຊີ.

​ພາຍຫຼັງ 2 ປີ​ທີ່​ຖືກ​ຜົນ​ກະ​ທົບຂອງໂລກ​ລະ​ບາດ​ໂຄວິດ - 19 ດ້ວຍ​ທິດ​ນຳ​ທີ່​ວ່າ “ບໍ່​ປະ​ໃຫ້​ຜູ້​ໃດ​ຖືກ​ຕົກ​ຢູ່​ທາງຫຼັງ”, ລັດ ​ແລະ ລັດຖະບານ​ຫວຽດນາມ ​ໄດ້​ມານະ​ພະຍາຍາມ​ຮັບປະກັນ​ສິດທິ​ຂອງ​ປະຊາຊົນ​ເຊັ່ນ: ການກວດ​ສຸ​ຂະ​ພາບ​ໂດຍ​ບໍ່​ເສຍ​ຄ່າ, ສັກ​ຢາ​ປ້ອງ​ກັນ​ພະຍາດ. ມີຫຼາຍບ້ວງເພື່ອສະໜັບສະໜູນທຸລະກິດ ແລະ ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ. ທ່ານ ​ປ.ອ ຫງວຽນ​ຮົ່ງ​ຫາຍ ຕີ​ລາຄາ​ວ່າ ນີ້​ແມ່ນແຜນນະໂຍບາຍ ​ແລະ ນະ​ໂຍບາຍ​ທັງມີ​ລັກສະນະ​ມະນຸດສະທຳ, ​ເພື່ອ​ປະຊາຊົນ ​ແລະ ກໍ່ທັງຄວາມພັດທະນາຂອງ​ປະ​ເທດ​ຊາດ.

ດ້ວຍ​ໝາກຜົນ​ຂອງ​ຂະ​ບວນການ​ສັກ​ຢາ​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19, ໝາກຜົນ​ຂອງ​ຫວຽດນາມ​ໃນ​ການ​ຄວບ​ຄຸມ​ໂລກ​ລະບາດ​ເພື່ອ​ໃຫ້​ເສດຖະກິດ​ຂອງ​ປະ​ເທດຊາດ​ມີ​ທ່າ​ຟື້ນ​ຟູ​ຄືໃນ​ປະຈຸ​ບັນ​ແມ່ນ​ສິ່ງ​ທີ່​ໜ້າ​ເອກອ້າງທະນົງ​ໃຈ.

ທ່ານ ​ປ.ອ ຫງວຽນ​ຮົ່ງ​ຫາຍ ​ໃຫ້​ຮູ້​ວ່າ ​ໃນ​ລະດັບ​ສາກົນ, ການທີ່​ຫວຽດນາມ ​ເຂົ້າຮ່ວມ​ໃນ​ກຳລັງ​ຮັກສາ​ສັນຕິພາບ ສປຊ ມີ​ຄວາມ​ໝາຍ​ພິ​ເສດ ​ເພາະວ່າ ຫວຽດນາມ ​ເຄີຍ​ຕົກ​ເປັນ​ເຫຍື່ອ​ຂອງ​ສົງຄາມ, ​ແມ່ນ​ປະ​ເທດທີ່​ສະ​ແຫວ​ງຫາ​ສັນຕິພາບ, ປະຈຸ​ບັນ​ແມ່ນ​ປະ​ເທດ​ປະກອບສ່ວນ​ຊ່ວຍ ແລະ ສ້າງ​ສັນຕິພາບ​ໃຫ້​ແກ່​ບັນດາ​ປະ​ເທດ​ທີ່​ຖືກ​ເຄາະ​ຮ້າຍ​ຈາກ​ສົງຄາມ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບຜິດຊອບ​ຂອງ​ຫວຽດນາມ.

ບຸນ​ຄົງ

ເຫດການ