ຍສໝ - “ຂ້າພະເຈົ້າຍາມໃດກໍໃຊ້ຄວາມຮູ້ສຶກພິເສດຕໍ່ຫວຽດນາມ ແລະ ຕີລາຄາສູງບັນດາຜົນງານທີ່ຕົນບັນລຸໄດ້”.ນັ້ນແມ່ນນ້ຳໃຈຫຼັກໃນການພົບປະແລກປ່ຽນລະຫວ່າງທ່ານ Alisher Rustamovich Mukhamedov, ປະທານສະມາຄົມມິດຕະພາບ Uzbekistan - ຫວຽດນາມ ແລະ ວາລະສານ ຍຸກສະໄໝ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ (2 ກັນຍາ 1945 – 2 ກັນຍາ 2025), ທ່ານນາງ Anjuska Marija Weil, ປະທານສະມາຄົມມິດຕະພາບສະວິດ - ຫວຽດນາມ ໄດ້ແບ່ງປັນຄວາມຕື້ນຕັນໃຈເມື່ອໄດ້ເຫັນປະເທດ ເຊິ່ງນາງເຄີຍຕໍ່ສູ້ເພື່ອສັນຕິພາບ ແລະ ເອກະລາດກັບເພື່ອນມິດສາກົນ, ປະຈຸບັນໄດ້ພັດທະນາຢ່າງເຂັ້ມແຂງ ແລະ ເຊື່ອມຕໍ່ນັບມື້ນັບເລີກເຊິ່ງກັບສະວິດ.
ຍສໝ - ໃນທຸກສະພາບການ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ຮັກສາ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ສະໜິດສະໜົມ, ສັດຊື່ບໍລິສຸດຫວຽດນາມ - ລາວ.
ຍສໝ - ວັນທີ 15 ກໍລະກົດນີ້, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ບຣາຊິນ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ 3 ອາຍຸການ 2025-2030. ທ່ານ ຫງວຽນຮ່ວາງຮ້ຽບ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມອາຍຸການໃໝ່.
ຍສໝ - ນທີ 2 ກໍລະກົດ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນມິງເຕີມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບສະມາຄົມຊາວຫວຽດນາມ ອາໄສຢູ່ແຂວງອຸດົມໄຊ (ລາວ). ທ່ານເອກອັກຄະລັດຖະທູດ ໄດ້ຕີລາຄາສູງບົດບາດຂອງປະຊາຄົມຊາວຫວຽດນາມ ໃນການກໍ່ສ້າງຊີວິດທີ່ໝັ້ນຄົງ, ຮັກສາເອກະລັກວັດທະນະທຳ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບຫວຽດນາມ - ລາວ.
ຍສໝ - ສະມາຄົມມິດຕະພາບລາວ-ຫວຽດນາມ ໄດ້ສົ່ງຈົດໝາຍສະແດງຄວາມເສຍໃຈມາຍັງ ຫວຽດນາມ ໃນການເສຍຊີວິດຂອງທ່ານພົນຈັດຕະວາ ຮ່ວາງດັກເຮີອງ - ຜູ້ມີບັນດາການປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ການປະຕິວັດລາວ ແລະ ການພົວພັນມິດຕະພາບແບບພິເສດລະຫວ່າງສອງປະເທດ.
ຍສໝ - ວັນທີ 10 ມິຖຸນາ (ຕາມເວລາທ້ອງຖິ່ນ), ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກູບາ ເລກວາງລອງ ໄດ້ໄປຢ້ຽມຢາມ ແລະ ຮັບຮູ້ໝາກຜົນແຫ່ງການປະຕິບັດໂຄງການຮ່ວມມື ຫວຽດນາມ - ກູບາ ກ່ຽວກັບການພັດທະນາການຜະລິດເຂົ້າສານ ໄລຍະ 2019-2023 (ໄລຍະ 5) ຢູ່ຟາມ José Martí, ເມືອງ Calimete, ແຂວງ Matanzas.
ຍສໝ - ໂດຍໄດ້ຮັບຄຳເຊີນຂອງພັກສັງຄົມນິຍົມເອກະພາບ ເວເນຊູເອລາ (PSUV), ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ - ເວເນຊູເອລາ ນຳໜ້າໂດຍທ່ານຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ດົງຮຸຍເກືອງ ໄດ້ໄປຢ້ຽມຢາມ, ເຮັດວຽກ ແລະ ເປັນສັກຂີພິຍານການເລືອກຕັ້ງສະພາແຫ່ງຊາດ ແລະ ສະພາທ້ອງຖິ່ນຢູ່ ເວເນຊູເອລາ ແຕ່ວັນທີ 24 – 29 ພຶດສະພາ.
ຍສໝ - ວັນທີ 23 ເມສາ, ຢູ່ຮ່າໂນ້ຍ, ສະຖາບັນຄົ້ນຄວ້າເອີຣົບ ແລະ ອາເມລິກາ (ສະຖາບັນວິທະຍາສາດສັງຄົມຫວຽດນາມ) ໄດ້ສົມທົບກັບສະຖານທູດ ເມັກຊິກ ປະຈໍາ ຫວຽດນາມ ໄດ້ຈັດຕັ້ງການສຳມະນາສາກົນ “50 ປີແຫ່ງການພົວພັນ ຫວຽດນາມ - ເມັກຊິກ: ສະພາບການ ແລະ ແງ່ຫວັງໃນປະຈຸບັນ”. ບັນດາຜູ້ຄຸ້ມຄອງ, ນັກຊ່ຽວຊານ, ນັກວິທະຍາສາດ ແລະ ບັນດາວິສາຫະກິດເບິ່ງຄືນໄລຍະເຄິ່ງສະຕະວັດຂອງການກໍ່ສ້າງ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ, ພ້ອມກັນນັ້ນໄດ້ປຶກສາຫາລື ແລະ ສະເໜີບັນດາມາດຕະການແກ້ໄຂເພື່ອຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງ ແລະ ແທດຈິງໃນໄລຍະຈະມາເຖິງ.
ຍສໝ - ຕອນບ່າຍວັນທີ 11 ມີນາ, ຢູ່ຫໍສະພາແຫ່ງຊາດ, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ໄດ້ຕ້ອນຮັບທ່ານ Tsutomu Takebe, ທີ່ປຶກສາພິເສດສະຫະພັນລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຍສໝ - ວັນທີ 18 ກຸມພາ, ກອງປະຊຸມໃຫຍ່ສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ກູບາ ແຂວງ ກວາງບິ່ງ ຊຸດທີ 1, ອາຍຸການ 2025-2030 ໄດ້ໄຂຂຶ້ນຢູ່ແຂວງ ກວາງບິ່ງ.
ຍສໝ - ຕອນເຊົ້າວັນທີ 16 ກຸມພາ, ຢູ່ໂຮງລະຄອນໂຮ່ຈີມິນ, ສະຖານກົງສຸນໃຫຍ່ ລາຊະອານາຈັກ ໂຮນລັງ ປະຈຳນະຄອນໂຮ່ຈີມິນ ພ້ອມກັບບັນດາອົງການ, ຄະນະ, ຂະແໜງການ ໄດ້ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ໂຮນລັງ ຢູ່ນະຄອນໂຮ່ຈີມິນ, ສະມາຄົມວິສາຫະກິດ ໂຮນລັງ ປະຈຳ ຫວຽດນາມ ແລະ ບັນດາຄູ່ຮ່ວມມືຈັດຕັ້ງເຫດການ “ລົດຖີບເພື່ອອະນາຄົດ”.
ຍສໝ - ຕອນເຊົ້າວັນທີ 18 ມັງກອນນີ້, ຢູ່ສວນສາທາລະນະມິດຕະພາບ ສວາຍງ່ວນ (ຫວ້ຍງ່ວນ - ທາງແຍກ ຮ່ວາງຊາ - ເລວັນເລືອງ - ເລືອງຫຶວແຂງ, ຕາແສງ ເຖາະກວາງ, ເມືອງ ເຊີນຈ່າ, ນະຄອນ ດ່າໜັງ)ໄດ້ດຳເນີນພິທີປູກຕົ້ນໄມ້ມິດຕະພາບ. ເຫດການດັ່ງກ່າວແມ່ນຢູ່ໃນຂອບເຂດຂອງລາຍການເວທີປາໄສ ບັນດານະຄອນ ມິດຕະພາບຮ່ວມມື ຈັດຂຶ້ນໂດຍ ຄະນະກຳມະການ ປະຊາຊົນ ນະຄອນດ່າໜັງ.
ຍສໝ - ວັນທີ 13 ມັງກອນນີ້, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ຈັດຕັ້ງການພົບປະສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ (15 ມັງກອນ 1975 - 15 ມັງກອນ 2025). ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ເລືອງເກື່ອງ ໄດ້ສົ່ງຈົດໝາຍ ແລະ ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ໄດ້ສົ່ງດອກໄມ້ອວຍພອນສະມາຄົມ.
ຍສໝ - ຫຼາຍການເຄື່ອນໄຫວເພີ່ມພູນຄູນສ້າງນ້ຳໃຈມິດຕະພາບຫວຽດນາມ - ລາວ - ກຳປູເຈຍ ໄດ້ຈັດຕັ້ງໂດຍບັນດາສະມາຄົມມິດຕະພາບ ໃນອາທິດຜ່ານມາ .
ຍສໝ - ນີ້ແມ່ນຂໍ້ສັງເກດທີ່ໄດ້ຍົກອອກຢູ່ກອງປະຊຸມເຮັດວຽກລະຫວ່າງຄະນະຜູ້ແທນແຂວງ ບິ່ງເຢືອງ ແລະ ແຂວງຈຳປາສັກ ເນື່ອງໃນການໄປປະຕິບັດງານຢູ່ ລາວ ໃນວັນທີ 6 ທັນວາ.
ຍສໝ - ບ້ານ ລາວໂຄ ຂຶ້ນກັບຕາແສງ ຟຽງຄວາຍ, ເມືອງ ອຽນເຈົາ, ແຂວງ ເຊີນລາ ໄດ້ກາຍເປັນ “ຫຼັກໝາຍ” ຂອງນ້ຳໃຈມິດຕະພາບແບບພິເສດລະຫວ່າງ ຫວຽດນາມ - ລາວ, ເປັນສັນຍາລັກແຫ່ງນ້ຳໃຈທີ່ສັດຊື່, ໃສແຈ້ງທີ່ຫາຍາກຕະຫຼອດໄລຍະປະຫວັດສາດອັນຍາວນານ.
ຍສໝ - ປະຊາຊົນສອງປະເທດ ແມ່ນປັດໄຈຢ່າງໝັ້ນແກ່ນຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍາວນານ, ໝັ້ນແກ່ນ ແລະ ສາຍພົວພັນມິດແບບພິເສດລະຫວ່າງ ຫວຽດນາມ - ລັດເຊຍ
ຍສໝ - ວັນທີ 31 ຕຸລາ, ຢູ່ແຂວງ ດົ່ງທາບ, ສະມາຄົມມິດຕະພາບ ຫວຽດນາມ - ໂຮນລັງ ແຂວງ ດົ່ງທາບ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 3 ອາຍຸການ 2024 – 2029.
ຍສໝ - ນີ້ແມ່ນຂໍ້ມູນ ໄດ້ຍົກອອກຢູ່ກອງປະຊຸມຄະນະບໍລິຫານງານສະຫະພັນບັນດາອົງການມິດຕະພາບແຂວງ ກວາງນາມ ທີ່ດຳເນີນໃນວັນທີ 21 ຕຸລາ. ກອງປະຊຸມເພື່ອກະກຽມບັນດາເນື້ອໃນໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 5 ອາຍຸການ 2024-2029. ທ່ານ ເຈີ່ນແອງຕ໋ວນ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງນາມ, ປະທານສະຫະພັນບັນດາອົງການມິດຕະພາບແຂວງ ກວາງນາມ ເປັນປະທານກອງປະຊຸມ.