ຍສໝ - ການສາຍຮູບເງົາກ່ຽວກັບເສັ້ນທາງການເຄື່ອນໄຫວປະຕິວັດຂອງເພິ່ນ, ການຈັດກິດຈະກຳເດີນທາງ “ກັບຄືນສູ່ຮາກເຫງົ້າ”, ການວາງສະແດງເອກະສານຂໍ້ມູນ ຫຼື ງານມະຫະກຳກິລາເພື່ອສືບສານຈິດໃຈແຫ່ງການອອກກຳລັງກາຍເພື່ອສຸຂະພາບ… ແມ່ນບັນດາກິດຈະກຳອັນມີຄວາມໝາຍຄວາມສຳຄັນ ເຊິ່ງຊຸມຊົນຄົນຫວຽດນາມ ປະຈຳ ໄທ, ລາວ, ເກົາຫຼີໃຕ້ ແລະ ຈີນ ໄດ້ຮ່ວມກັນຈັດຂຶ້ນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ (19 ພຶດສະພາ 1890 - 19 ພຶດສະພາ 2026).
ຍສໝ - ໃນທ່າມກາງບັນຍາກາດອັນສະຫງ່າຜ່າເຜີຍ ແລະ ດ້ວຍຄວາມເຄົາລົບຮັກຢ່າງສຸດຊຶ້ງ, ບັນດາລູກຫຼານຜູູ້ຢູ່ຫ່າງໄກບ້ານເກີດເມືອງນອນ ໄດ້ຮ່ວມກັນສະຫງົບນິ່ງເປັນເວລາໜຶ່ງ ເພື່ອລະນຶກເຖິງຄຸນງາມຄວາມດີອັນໃຫຍ່ຫຼວງຄືຟ້າແລະມະຫາສະໝຸດ ຂອງປະທານ ໂຮ່ຈີມິນ ທີ່ມີຕໍ່ກັບພູຜາປ່າດົງ ແລະ ປະເທດຊາດ.
ຍສໝ - ຫໍບູຊາ ປະທານ ໂຮ່ຈີມິນ ຍາມໃດກໍແມ່ນຄວາມພາກພູມໃຈຂອງປະຊາຊົນຕາແສງ ແທັງຮຶງ (Thanh Hưng) ພ້ອມດ້ວຍບັນດາຕາແສງອ້ອມຂ້າງ ຂອງແຂວງ ດົ່ງທາບ (Đồng Tháp). ນີ້ບໍ່ພຽງແຕ່ແມ່ນສະຖານທີ່ເພື່ອລະນຶກເຖິງຜູ້ນຳຜູ້ເຄົາລົບຮັກຂອງປະຊາຊາດເທົ່ານັ້ນ ແຕ່ໄດ້ກາຍເປັນສັນຍາລັກທາງດ້ານວັດທະນະທຳ ແລະ ປະຫວັດສາດອັນສຳຄັນ ໃນຊີວິດການເປັນຢູ່ ຂອງປະຊາຊົນພາຍໃນທ້ອງຖິ່ນ.
ຍສໝ - ຫວ່າງມໍ່ໆມານີ້, ສະຖານກົງສຸນໃຫຍ່ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ເມືອງ ວານຄູເວີ (Vancouver), ປະເທດ ການາດາ ໄດ້ຈັດພິທີສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ (19 ພຶດສະພາ 1890 – 19 ພຶດສະພາ 2026) ຢ່າງສົມກຽດ.
ຍສໝ - ນັບຕັ້ງແຕ່ການເລືອກຕັ້ງທົ່ວໄປ (ການຢັ່ງປະຊາມະຕິ) ຄັ້ງທຳອິດໃນປີ 1946 ຈົນເຖິງຂະບວນການສ້າງສາລັດແຫ່ງກົດໝາຍສັງຄົມນິຍົມ, ແນວຄິດ ໂຮ່ຈີມິນ ກ່ຽວກັບສະພາແຫ່ງຊາດ ແລະ ສິດເປັນເຈົ້າຂອງປະຊາຊົນ ແມ່ນຍັງຄົງມີຄຸນຄ່າໃນການເປັນເຂັມທິດເຍືອງທາງອັນເລິກເຊິ່ງສະເໝີມາ.
ຍສໝ - ເພື່ອນັບຕ້ອນ ແລະ ສະເຫຼີມສະຫຼອງວັນຄ້າຍວັນເກີດຂອງ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ (19 ພຶດສະພາ 1890 - 19 ພຶດສະພາ 2026), ໃນຄ່ຳຄືນວັນທີ 14 ພຶດສະພາ, ຢູ່ທີ່ແຂວງ ເຢືອງໂນ້, ພະແນກວັດທະນະທຳ ແລະ ກິລາ ນະຄອນ ເຫວ້ ໄດ້ຈັດເທສະການໝູ່ບ້ານ ເຢືອງໂນ້ ປະຈຳປີ 2026 ພາຍໃຕ້ຫົວຂໍ້ "ເຢືອງໂນ້ - ເສັ້ນທາງເດືອນພຶດສະພາ".
ຍສໝ - ກ່ອນທີ່ຈະເລີ່ມວາລະກຽມຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026-2031, ໃນຕອນເຊົ້າວັນທີ 11 ພຶດສະພາ, ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ ໂດຍແມ່ນທ່ານນາງ ບຸຍທິມິງຮວ່າຍ (Bùi Thị Minh Hoài) - ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ເລຂາຄະນະພັກແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງມະຫາຊົນສູນກາງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມວາງພວງມາລາຢ້ຽມຢາມສຸສານປະທານ ໂຮ່ຈີມິນ ແລະ ຈຸດທູບລະນຶກເຖິງບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ຢູ່ທີ່ອະນຸສອນສະຖານວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ.
ຍສໝ - ຄະນະປະຕິບັດງານຂອງສະຖານທູດ ຫວຽດນາມ ປະຈຳ ບຣາຊິນ ໄດ້ເຂົ້າຮ່ວມກອງປະຊຸມເສວະນາ ພາຍໃຕ້ຫົວຂໍ້ “ບຣາຊິນ - ຫວຽດນາມ: ການເຈລະຈາກ່ຽວກັບມໍລະດົກ ໂຮ່ຈີມິນ” ໂດຍສະພາຜະລິດຕະກຳລັດ ຣີໂອ ເດ ຈາເນໂຣ ຈັດຕັ້ງຂຶ້ນ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 51 ປີ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 - 30 ເມສາ 2026), ໃນຕອນເຊົ້າວັນທີ 28 ເມສາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ວາງພວງມາລາ, ເຂົ້າຢ້ຽມຂໍ່ານັບສຸສານ ປະທານ ໂຮ່ຈີມິນ ແລະ ຈຸດທູບ, ອາໄລຫາບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ຢູ່ທີ່ອະນຸສາວະລີບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ຢູ່ຖະໜົນ ບັກເຊີນ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 51 ປີ (30/4/1975 - 30/4/2026), ໃນຕອນເຊົ້າວັນທີ 28 ເມສາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ເຂົ້າວາງພວງມາລາ, ໄປຖະຫວາຍທູບທຽນປະທານ ໂຮ່ຈີມິມ, ອາໄລຫາບັນດານັກຮົບວິລະຊົນທີ່ເສຍສະລະຊີວິດເພື່ອຊາດ ຢູ່ອະນຸສາວະລີນັກຮົບວິລະຊົນທີ່ເສຍສະລະຊີວິດເພື່ອຊາດ ຢູ່ຖະໜົນ ບັກເຊີນ.
ຍສໝ - ໃນໃຈຂອງຄູອາຈານ ແລະນັກຮຽນຢູ່ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ, ຮູບພາບປະທານໂຮ່ຈີມິນ ຍາມໃດກໍ່ໃກ້ຊິດຕິດແທດ, ເປັນແບບຢ່າງທີ່ລຽບງ່າຍແຕ່ສູງສົ່ງ.
ຍສໝ - ຫວ່າງແລ້ວນິ້, ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ເຈີ່ນລິວກວາງ ໄປຖະຫວາຍດອກໄມ້ທູບທຽນເພື່ອໄຫວ້ອາໄລຫາປະທານ ໂຮ່ຈີມິນ ທີ່ອະນຸສາວະລີ ໂຮ່ຈີມິນ ຢູ່ຖະໜົນຫຼວງ Simón Bolívar, ນະຄອນຫຼວງ Caracas.
ຍສໝ - ຕອນບ່າຍວັນທີ 16 ພຶດສະພາ, ຢູ່ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ບ້ານ ຊຽງວາງ, ເມືອງ ໜອງບົກ, ແຂວງ ຄຳມ່ວນ, ພາກກາງລາວ ໄດ້ດຳເນີນພິທີຖະຫວາຍທູບທຽນ ເພື່ອສະເຫຼີມສະຫຼອງ 134 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈິມິນ (ວັນທີ 19 ພຶດສະພາ 1890 – 19 ພຶດສະພາ 2024) ເພື່ອລະນຶກເຖິງຄຸນງາມຄວາມດີຂອງປະທານ ໂຮ່ຈິມິນ ທີ່ມີຕໍ່ປະຊາຊົນ ແລະ ປະເທດຊາດລະຫວາ່ງ ຫວຽດນາມ - ລາວ.
ຍສໝ - ຕອນຄ່ຳວັນທີ 8 ຕຸລາ, ຢູ່ນະຄອນ ບັກຢາງ, ແຂວງ ບັກຢາງ ໄດ້ຈັດພິທີສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈີມິນ ລົງຢ້ຽມຢາມ ແລະ ຊີ້ນຳກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ບັກຢາງ ຄັ້ງທີ I (17/10/1963 – 17/10/2023).
ຍສໝ - ແຜ່ນສີລາໄຫວ້ອາໄລປະທານໂຮ່ຈີມິນ, ສ້າງຮູບແກະຄວັດສະຫຼັກແຜ່ນໃຫມ່ຢູ່ຫຼັງແຜ່ນສີລາໃໝ່; ສ້າງຫໍວາງສະແດງ, ຕຶກອາຄານເຮັດວຽກແຫ່ງໃໝ່; ບໍລິເວນ ແລະ ລະບົບດອກໄຟເຍືອງທາງຂອງເຂດອະນຸສອນສະຖານ.
ຕອນເຊົ້າວັນທີ 24 ມີນາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ໄດ້ເຂົ້າຮ່ວມ ແລະກ່າວຄໍາເຫັນຊີ້ນໍາທີ່ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈີມິນ ພົບປະກັບຖັນແຖວປັນຍາຊົນ ແລະ 40 ປີແຫ່ງວັນສ້າງຕັ້ງສະຫະພັນບັນດາສະມາຄົມວິທະຍາສາດ ແລະເຕັກນິກຫວຽດນາມ.
ສຸສານ ໂຮ່ຈີມິນ ໄດ້ປະຕິບັດສຳເລັດວຽກງານການສ້ອມແປງ, ບູລະນະປະຕິສັງຂອນປະຈຳ ປີ 2022.
ຍສໝ - ຕອນເຊົ້າວັນທີ 19 ພຶດສະພາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 132 ປີ ວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ (19 ພຶດສະພາ 1890 – 19 ພຶດສະພາ 2022), ອົງຄະນະພັກທີ່ກຳປູເຈຍ ແລະ ບັນດາໜ່ວຍພັກຮາກຖານໃນສັງກັດໄດ້ຈັດພິທີຖະຫວາຍທູບທຽນ ອາໄລຫາປະທານ ໂຮ່ຈີມິນ ຢູ່ສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ.
ໃນຊີວິດແຫ່ງການເຄື່ອນໄຫວປະຕິວັດ, ທ່ານປະທານ ໂຮ່ຈີມິນ ໄດ້ໄປ ສິງກະໂປ 2 ຄັ້ງ, ນັ້ນແມ່ນໃນເດືອນ ມີນາ 1930 ແລະ ເດືອນ ມັງກອນ 1933.
ຍສໝ - ຕອນເຊົ້າວັນທີ 19 ພຶດສະພາ 2020, ທ່ານ ກົງສຸນໃຫຍ່ ຮ່ວາງຫງອກເຊີນ ໄດ້ເຂົ້າຮ່ວມພິທີຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ ຢູ່ສວນສາທາລະນະລະນຶກ ປະທານ ໂຮ່ຈີມິນ ຢູ່ ບ້ານ ໜອງໂອນ, ຕາແສງ ຊ່ຽງປິນ, ເມືອງ ເມືອງ, ແຂວງ ອຸດອນ ທານີ.