ໃນວັນທີ 28 ພຶດສະພາ 2021 ມູນນິທິຮ່ວມໃຈ ໄດ້ນຳເອົາຜ້າອັດປາກ, ດັງ, ເຈວລ້າງມື, ສະເປຂ້າເຊື້ອ, ເຫລົ້າ 90 ລວມມູນຄ່າ 22 ລ້ານກວ່າກີບ, ມາມອບໃຫ້ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19.
ໂອກາດນີ້, ສະຫາຍ ສົມນຶກ ສຸວັນນະສານ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ ຂອງການເຕີບໃຫຍ່ຂະຫຍາຍຕົວຂອງອົງການກຳມະບານລາວ, ເຊິ່ງອົງການກຳມະບານລາວ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການຢູ່ເຂດທີ່ໝັ້ນແຂວງຫົວພັນ ແລະ ໄດ້ມອບໃຫ້ ສະຫາຍ ສີສົມພອນ ລໍວັນໄຊ ເປັນຜູ້ຮັບຜິດຊອບ ພາຍໃຕ້ການຊີ້ນຳຂອງຄະນະສູນກາງພັກ.
ໃນວັນທີ 3 ກັນຍາ 2020 ຊາວໜຸ່ມ ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ພ້ອມກັນເຂົ້າຊົມງານ ວາງສະແດງຮູບພາບ ການຮ່ວມມື ລາວ-ຫວຽດນາມ, ເຊິ່ງຈັດຂຶ້ນເພື່ອສະເຫລີມສະຫລອງວັນຊາດ ສສ. ຫວຽດນາມ ຄົບຮອບ 75 ປີ ທີ່ຫໍວັດທະນະທຳແຫ່ງຊາດ.
ໃນວັນທີ 2 ກັນຍາ 2020 ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີ ກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ເພຍ ຣີແບນໂລ ບຣິດໂຕ (Dr Pia Rebello Britto) ຜູ້ຕາງໜ້າຂອງອົງການອຸຍນິເຊຟ (UNICEF) ຄົນໃໝ່ ປະຈຳ ສປປ ລາວ.
ຜ່ານການ ຕິດຕາມ ກວດກາ ຂອງຄະນະ ປະຈຳສະພາ ແຫ່ງຊາດ, ບັນດາກຳມາທິການ, ສະມາຊິກສະພາແຫ່ງຊາດ ແລະ ການສັງລວມຈາກຫາງສຽງສັງຄົມ ກ່ຽວກັບການຈັດຕັ້ງປະຕິບັດມະຕິ 081/ສພຊ, ລົງວັນທີ 17 ພະຈິກ 2017 ວ່າດ້ວຍວຽກງານທ່ອງທ່ຽວ 2018 ຕິດພັນກັບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ-ຈີນ ໃນປີ 2019 ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIIIໂດຍຄະນະປະຈໍາ ສະພາແຫ່ງຊາດ ໄດ້ສະເໜີໃຫ້ລັດຖະບານ ສືບຕໍ່ຊີ້ນຳຂະແໜງ ການທີ່ກ່ຽວຂ້ອງປັບປຸງ ແລະ ແກ້ໄຂຫລາຍບັນຫາ ເພື່ອຮັບປະກັນການສືບຕໍ່ພັດທະນາວຽກງານການ ທ່ອງທ່ຽວ ໃນຕໍ່ໜ້າ ແລະ ການຈັດຕັ້ງປະຕິບັດແຜນປີທ່ອງທ່ຽວລາວ-ຈີນ 2019 ໃຫ້ບັນລຸຄາດໝາຍດັ່ງກ່າວ.
ໃນວັນທີ 1 ພະຈິກ 2018, ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຟ້າມຈິແທ່ງ ຮັກສາການ ຜູ້ອຳນວຍການ-ບັນນາທິການໃຫຍ່ ຂອງສຳນັກພິມການເມືອງແຫ່ງຊາດຊື້ເທິດ ສສ. ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ໃນວັນທີ 8 ພຶດສະພາ 2018 ທີ່ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ນາງ wibke Thies ທີ່ປຶກສາຂັ້ນສູງ ຂົງເຂດປ່າໄມ້ຊີວະນານາພັນ ແລະ ກະສິກຳ ຂອງສຳນັກງານໃຫຍ່ (GIZ) ໂຄງການຂອງ (ProFEB ) ພ້ອມດ້ວຍຄະນະ.
ແຫລ່ງທ່ອງທ່ຽວ ຜາແຕ້ມ-ພູລະຫິດ ຂຶ້ນກັບເມືອງຄົງເຊໂດນ ເປັນຜູ້ຄຸ້ມຄອງ ແລະ ປົກປັກຮັກສາ ເປັນແຫລ່ງທ່ອງທ່ຽວ ທີ່ມີຈຸດຊົມວິວທີ່ງົດງາມ, ທິວທັດທຳມະຊາດ, ຖ້ຳ ແລະ ສະຖານທີ່ຕ່າງໆ.
ຍສໝ - ວັນທີ 10 ກຸມພາ 2025, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນມິງເຕີມ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກກັບ ທ່ານ ວິໄລວົງ ບຸດດາຄຳ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງພາຍໃນລາວ.
ໃນວັນທີ 5 ທັນວາ 2018, ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ຫວຽນ ເທ່ ຮຸ່ງ ຫົວໜ້າກົມມໍລະດົກ-ວັດທະນະທຳ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ.ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມ ປຶກສາຫາລື ລະຫວ່າງ ຊ່ຽວຊານ ລາວ-ຫວຽດນາມ ກ່ຽວກັບການກະກຽມນຳເອົາປ່າສະຫງວນແຫ່ງຊາດຫີນໜາມໜໍ່ ເຂົ້າເປັນມໍລະດົກຮ່ວມຊາຍແດນ ກັບອຸທິຍານຟອງຍາແກບັງ ໃນລະ ຫວ່າງ ວັນທີ 4-5 ທັນວາ 2018 ທີ່ນະຄອນຫລວງວຽງຈັນ.
ຕົ້ນອາທິດນີ້, ຢູ່ພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ເນື່ອງ ໃນໂອກາດທີ່ມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບໜັງສືພິມວຽງຈັນໃໝ່ ວັນທີ 19-23 ພະຈິກນີ້ . ທ່ານ ພອນຈັນ ແພງພູວັນ ຮອງຫົວໜ້າພະແນກ (ຖວທ ນວ) ໄດ້ໃຫ້ການຕ້ອນຮັບ ການເຂົ້າພົບປະຂອງ ທ່ານ ເລ ຮ່ວງແອັງ ຮອງຫົວໜ້າບັນນາທິການໃຫຍ່ໜັງສືພິມຮ່າໂນ້ຍເໝີ້ຍ ສສ ຫວຽດນາມ ພ້ອມຄະນະ.
ໃນຕອນບ່າຍວັນທີ 28 ມີນາ 2019, ຢູ່ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານສຈ.ປອ. ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຕ້ອນຮັບຄະນະຜູ້ແທນສະມາພັນນັກຂ່າວອາຊຽນນຳໂດຍທ່ານ ເທບໄຊ ຢ໋ອງ, ປະທານສະມາພັນນັກຂ່າວອາຊຽນ ໃນໂອກາດເດີນທາງມາຮ່ວມກອງປະຊຸມຄະນະບໍລິຫານງານສະມາພັນນັກຂ່າວອາຊຽນ ແລະ ຢ້ຽມຢາມລາວຢ່າງເປັນທາງການ ໃນລະຫວ່າງວັນທີ 27-30 ມີນາ 2019 ນີ້.
ໃນວັນທີ 6 ພຶດສະພາ 2019, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງ ການຕາງປະເທດ ໄດ້ຕ້ອນຮັບ ການເຂົ້າຢ້ຽມ ຂ່ຳນັບ ແລະ ຍື່ນຈົດໝາຍ ແຕ່ງຕັ້ງຂອງ ທ່ານ ນາງ ຣິຄາດ້າ ຣິເຈີ (Ms. Ricarda Rieger), ເພື່ອມາເປັນຜູ້ ຕາງໜ້າຄົນໃໝ່ ຂອງອົງການ ສະຫະປະຊາຊາດ ເພື່ອການ ພັດທະນາ (UNDP) ປະຈຳ ສປປ ລາວ.
ຍສໝ - ໃນລະຫວ່າງວັນທີ 7 – 8 ກໍລະກົດ, ຄະນະຜູ້ແທນຫວຽດນາມ ໂດຍມີຜູ້ຕາງໜ້າຈາກ 9 ອົງການ ລວມມີ ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ກະຊວງຍຸຕິທຳ, ກະຊວງການຕ່າງປະເທດ, ກະຊວງຕຳຫຼວດ, ກະຊວງພາຍໃນ, ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ, ກະຊວງຊົນເຜົ່າ ແລະສາສະໜາ, ຫ້ອງວ່າການລັດຖະບານ, ໂດຍທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ຫງວຽນແທ່ງຕິ້ງ ເປັນນຳໜ້າ ຈະເຂົ້າຮ່ວມວາລະປະຊຸມສົນທະນາກ່ຽວກັບບົດລາຍງານແຫ່ງຊາດກ່ຽວກັບການປະຕິບັດພັນທະສັນຍາສາກົນກ່ຽວກັບສິດທິພົນລະເມືອງ ແລະ ການເມືອງ (ICCPR) ທີ່ວາລະປະຊຸມຄັ້ງທີ 144 ຂອງຄະນະກຳມະການສິດທິມະນຸດສະຫະປະຊາຊາດທີ່ Geneve, ສະວິດ. ພວກຂ້າພະເຈົ້າໄດ້ໃຫ້ສຳພາດທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ຫງວຽນແທ່ງຕິ້ງ ກ່ຽວກັບເຫດການສຳຄັນນີ້.
ຍສໝ - ຕອນບ່າຍວັນທີ 24 ສິງຫາ, ຢູ່ຮ່າໂນ້ຍ, ຫ້ອງວ່າການກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານວຽກງານຂາເຂົ້າ-ຂາອອກ, ສຳເນົາເອກະສານໃຫ້ແກ່ພະນັກງານ, ພາລະກອນກະຊວງປ້ອງກັນປະເທດລາວ ປີ 2023.
ຍສໝ - ວັນທີ 10 ທັນວາ , ລັດຖະມົນຕີ ກະຊວງ ຍຸດຕິທຳ ແຫ່ງ ສປປ ລາວ ໄຊສີ ສັນຕິວົງ ພ້ອມຄະນະ ໄດ້ ຢ້ຽມຢາມ ແລະ ເຮັດວຽ ກັບ ສະຖາບັນ ຍຸດຕິທຳ ຫວຽດນາມ.
ພິທີເຊັນບົດບັນທຶກການມອບ-ຮັບວຽກອຸດໜູນປະກັນສຸຂະພາບລະຫວ່າງຫ້ອງການປະກັນສຸຂະພາບແຫ່ງຊາດ ກະ ຊວງສາທາລະນະສຸກ, ຫ້ອງ ການກອງທຶນປະກັນສັງຄົມແຫ່ງ ຊາດ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ກົມ ໃຫຍ່ການເມືອງ ກະຊວງປ້ອງ ກັນຄວາມສະຫງົບໄດ້ຈັດຂຶ້ນເມື່ອວັນທີ 5 ກໍລະກົດນີ້ ທີ່ກະ ຊວງສາທາລະນະສຸກ.