ສາມ ກະຊວງຮ່ວມລົງນາມກ່ຽວກັບ ວຽກງານອຸດໜູນປະກັນສຸຂະພາບ

16:38 | 08/07/2019

ພິທີເຊັນບົດບັນທຶກການມອບ-ຮັບວຽກອຸດໜູນປະກັນສຸຂະພາບລະຫວ່າງຫ້ອງການປະກັນສຸຂະພາບແຫ່ງຊາດ ກະ ຊວງສາທາລະນະສຸກ, ຫ້ອງ ການກອງທຶນປະກັນສັງຄົມແຫ່ງ ຊາດ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ກົມ ໃຫຍ່ການເມືອງ ກະຊວງປ້ອງ ກັນຄວາມສະຫງົບໄດ້ຈັດຂຶ້ນເມື່ອວັນທີ 5 ກໍລະກົດນີ້ ທີ່ກະ ຊວງສາທາລະນະສຸກ.

ສາມ ກະຊວງຮ່ວມລົງນາມກ່ຽວກັບ ວຽກງານອຸດໜູນປະກັນສຸຂະພາບ

ພິທີເຊັນບົດບັນທຶກການມອບ-ຮັບວຽກອຸດໜູນປະກັນສຸຂະພາບ

ໂດຍການລົງນາມຮ່ວມກັນຄັ້ງນີ້ມີ ທ່ານ ບຸນແຝງ ພູມມະໄລສິດ ຫົວໜ້າຫ້ອງການປະກັນສຸຂະ ພາບແຫ່ງຊາດ ກະຊວງສາທາ ລະນະສຸກ; ທ່ານ ພົນຕີ ວັນທອງ ກອງມະນີ ຫົວໜ້າກົມໃຫຍ່ການ ເມືອງ ກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານ ປະເດີມ ພອນ ສົນທະນີ ຫົວໜ້າຫ້ອງ ການກອງທຶນປະກັນສັງຄົມແຫ່ງຊາດ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ, ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະ ນະສຸກ ແລະ ທ່ານ ພົນຕີ ສົມ ຫວັງ ທຳມະສິດ ຮອງລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ; ມີທ່ານຫົວໜ້າກົມ ຫ້ອງການ, ຄະນະກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ການຮ່ວມລົງນາມໃນຄັ້ງນີ້ເພື່ອກຳນົດຄວາມຮັບຜິດຊອບໃຫ້ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດການອຸດໜູນປະກັນສຸຂະພາບເພື່ອແນໃສ່ເຮັດໃຫ້ການສະໜອງການບໍລິການປິ່ນປົວສຸຂະພາບໃຫ້ແກ່ສະມາຊິກກອງທຶນປະກັນສັງຄົມແຫ່ງຊາດໄດ້ຢ່າງຕໍ່ເນື່ອງ ແລະ ມີຄຸນນະພາບປະກອບສ່ວນເຂົ້າໃນການກ້າວໄປສູ່ປະກັນສຸຂະພາບໃຫ້ທົ່ວປວງຊົນ.

ຫ້ອງການກອງທຶນປະກັນສັງຄົມແຫ່ງຊາດແມ່ນມີໜ້າທີ່ ໂຄສະນາປະຊາສຳພັນໃຫ້ແກ່ທຸກເປົ້າໝາຍໃຫ້ຮັບຮູ້ ແລະເຂົ້າໃຈກ່ຽວກັບລະບຽບການ ແລະ ສິດຜົນປະໂຫຍດຕ່າງໆ; ການຂຶ້ນທະບຽນ, ການປັບປຸງ ຂໍ້ມູນຜູ້ເກີດສິດ, ການເລືອກ ໂຮງໝໍປິ່ນປົວ, ການຄັດຂໍ້ມູນ ແລະ ສົ່ງຂໍ້ມູນຜູ້ເກີດສິດປິ່ນ ປົວສຸຂະພາບ ເພື່ອສົ່ງໃຫ້ໂຮງ ໝໍ ແລະ ຫ້ອງການປະກັນສຸຂະ ພາບແຫ່ງຊາດອາທິດລະຄັ້ງ; ຫ້ອງການກອງທຶນປະກັນສັງ ຄົມແຫ່ງຊາດຈະສົ່ງຂໍ້ມູນຜູ້ເກີດ ສິດໃຫ້ໂຮງໝໍຈົນກວ່າຫ້ອງການ ປະກັນສຸຸຂະພາບແຫ່ງຊາດມີເງື່ອນໄຂ ໃນການຈັດຕັ້ງປະຕິ ບັດ; ການເກັບເງິນສົມທົບຈາກພະນັກງານ ລັດຖະກອນ, ຜູ້ອອກແຮງງານ ໃນວິສາຫະກິດ ແລະ ຜູ້ປະກັນຕົນສະໝັກໃຈຕາມລະບຽບການຂອງປະກັນສັງຄົມ; ການສະໜອງການປິ່ນ ປົວສຸຂະພາບໃຫ້ຫ້ອງການປະ ກັນສຸຂະພາບແຫ່ງຊາດແມ່ນ ອີງໃສ່ລາຍຮັບເງິນສົມທົບ ໃນແຕ່ລະເດືອນ ພາຍຫຼັງມີການສົມທຽບກັບພາກສ່ວນກ່ຽວຂ້ອງແລ້ວ ຈະໂອນໃຫ້ພາຍໃນ 15 ວັນ; ຊຸກຍູ້, ຕິດຕາມ ແລະ ກວດ ກາຂໍ້ມູນການບໍລິການທາງ ການ ແພດ, ການເງິນ ແລະ ການຮ້ອງຮຽນຕ່າງໆເປັນແຕ່ລະໄລຍະ.

ຄວາມຮັບຜິດຊອບຂອງກົມໃຫຍ່ການເມືອງ ປກສ ເພື່ອໂຄສະນາປະຊາສຳພັນໃຫ້ແກ່ທຸກເປົ້າໝາຍທີ່ເປັນສະມາຊິກຂອງປະກັນສັງຄົມໃຫ້ເຂົ້າໃຈຮັບຮູ້ກ່ຽວກັບລະບຽບການ ແລະ ສິດຜົນປະໂຫຍດຕ່າງໆເຊັ່ນ: ຂຶ້ນທະບຽນ, ການປັບປຸງຂໍ້ມູນຜູ້ເກີດສິດ, ການເລືອກໂຮງໝໍປິ່ນປົວ, ການຄັດຂໍ້ມູນ ແລະ ສົ່ງຂໍ້ມູນຜູ້ເກີດສິດປິ່ນປົວສຸຂະພາບສົ່ງໃຫ້ໂຮງໝໍ ແລະ ຫ້ອງການປະກັນສຸຂະພາບແຫ່ງຊາດ 3 ເດືອນຕໍ່ຄັ້ງ ຫຼື 4 ຄັ້ງຕໍ່ປີ ຈົນກວ່າຫ້ອງການປະກັນສຸຂະພາບ ແຫ່ງຊາດມີເງື່ອນໄຂ ໃນການ ຈັດຕັ້ງປະຕິບັດ; ການສະໜອງ ເງິນປິ່ນປົວສຸຂະພາບໃຫ້ຫ້ອງການປະກັນສຸຂະພາບແຫ່ງຊາດ ແມ່ນອີງໃສ່ລາຍຮັບເງິນສົມທົບໃນແຕ່ລະເດືອນ ພາຍຫຼັງມີການສົມທົບກັບພາກສ່ວນກ່ຽວ ຂ້ອງແລ້ວຈະໂອນໃຫ້ພາຍໃນ 15 ວັນຂອງເດືອນຖັດໄປ; ຊຸກຍູ້ຕິດຕາມ ແລະ ກວດກາຂໍ້ມູນການບໍລິການທາງການແພດ, ການເງິນ, ການຮຽກຮ້ອງຕ່າງໆ ເປັນແຕ່ລະໄລຍະ.

ຄວາມຮັບຜິດຊອບຂອງຫ້ອງການປະກັນສຸຂະພາບ ແຫ່ງຊາດແມ່ນເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບກອງທຶນປະກັນສຸຂະພາບແຫ່ງຊາດໃຫ້ແກ່ທຸກເປົ້າໝາຍທີ່ເປັນສະມາຊິກຂອງກອງທຶນ; ປະສານສົມທົບກັບບັນດາສະຖານທີ່ບໍລິການ ປິ່ນປົວສຸຂະພາບ; ຄິດໄລ່ ແລະ ຈ່າຍເງິນໃຫ້ແກ່ໂຮງໝໍ; ຕິດຕາມ ແລະ ຕິດຕາມຊຸກຍູ້ໃຫ້ໂຮງ ໝໍເອົາໃຈໃສ່ໃນການບໍລິການ ປິ່ນປົວສຸຂະພາບໃຫ້ແກ່ຜູ້ປະກັນຕົນ. ພ້ອມນັ້ນຍັງໄດ້ຮ່ວມກັນ ປຶກສາຫາລືຖອດຖອນບົດຮຽນ ແລະ ແກ້ໄຂບັນຫາທີ່ພົວພັນເຖິງການບໍລິການເປັນແຕ່ລະໄລຍະ ໃນກໍລະນີມີຄວາມຈຳ ເປັນ ຖ້າຝ່າຍໃດ ຝ່າຍໜຶ່ງສາ ມາດຮຽກປະຊຸມດ່ວນ ເພື່ອປຶກ ສາຫາລືຮ່ວມກັນ; ຄົ້ນຄວ້າ, ກຳນົດ ແລະ ປັບປຸງຜົນປະ ໂຫຍດທີ່ກ່ຽວຂ້ອງ; ຮ່ວມກັນແກ້ໄຂບັນຫາໃນກໍລະນີມີຂໍ້ຂັດ ແຍ່ງລະຫວ່າງຜູ້ເກີດສິດ ແລະ ໂຮງໝໍ; ຕິດຕາມ, ຊຸກຍູ້ ແລະ ກວດກາຄຸນນະພາບການບໍລິ ການໃຫ້ດີຂຶ້ນ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.