ຖວທ ແຂວງສາລະວັນ ສຳຫລວດແຫລ່ງທ່ອງທ່ຽວ ຜາແຕ້ມ-ພູລະຫິດ

15:35 | 17/05/2018

ແຫລ່ງທ່ອງທ່ຽວ ຜາແຕ້ມ-ພູລະຫິດ ຂຶ້ນກັບເມືອງຄົງເຊໂດນ ເປັນຜູ້ຄຸ້ມຄອງ ແລະ ປົກປັກຮັກສາ ເປັນແຫລ່ງທ່ອງທ່ຽວ ທີ່ມີຈຸດຊົມວິວທີ່ງົດງາມ, ທິວທັດທຳມະຊາດ, ຖ້ຳ ແລະ ສະຖານທີ່ຕ່າງໆ.

ຖວທ ແຂວງສາລະວັນ ສຳຫລວດແຫລ່ງທ່ອງທ່ຽວ ຜາແຕ້ມ-ພູລະຫິດ


ຖວທ ແຂວງສາລະວັນ ສຳຫລວດແຫລ່ງທ່ອງທ່ຽວ ຜາແຕ້ມ-ພູລະຫິດ

ຜາແຕ້ມ-ພູລະຫິດ, ແຂວງສາລະວັນ

ເມື່ອ​ບໍ່​ດົນ​ຜ່ານ​ມາ, ທ່ານ ສົມໃຈ ອຸ່ນຈິດ ຫົວໜ້າ ພະແນກ ຖວທ ແຂວງສາລະວັນພ້ອມຄະນະ ໄດ້ລົງສຳຫລວດ ເກັບກຳຂໍ້ມູນຕົວຈິງ ເພື່ອເປັນຂໍ້ມູນພື້ນຖານ ໃຫ້ແກ່ການທ່ອງທ່ຽວ, ສ້າງເງື່ອນໄຂ ໃຫ້ແກ່ນັກທ່ອງທ່ຽວຕື່ມອີກ ໃນການທ່ຽວຊົມ ແລະ ເພື່ອພັດທະນາແຫລ່ງທ່ອງທ່ຽວຜາແຕ້ມ ພູລະຫິດ ເມືອງຄົງເຊໂດນ ​ໃຫ້ກາຍເປັນຈຸດທ່ຽວຊົມ ແລະ ຈຸດແວ່ຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

ທ່ານ ສົມບູນ ສາຍຕາ ປະຊາຊົນ ບ້ານ ຄຳຕື້ ເມືອງ ຄົງເຊໂດນ ໄດ້ເລົ່າປະຫວັດກ່ຽວກັບແຫລ່ງທ່ອງທ່ຽວດັ່ງກ່າວວ່າ: ພູລະຫິດ ​ໃນເມື່ອກ່ອນເອີ້ນວ່າ ພູໂລຫິດ ໝາຍເຖິງສາຍເລືອດຂອງຍັກກຸມພັນ ທີ່ຕໍ່ສູ້ກັບສິນໄຊ ແຕ່ປັດຈຸບັນປ່ຽນມາເປັນ ພູລະຫິດ ໃນພູແຫ່ງນີ້ຍັງມີສະຖານທີ່ອີກຫລາຍບ່ອນ ທີ່ເປັນຮ່ອງຮອຍກ່ຽວກັບນິຍາຍສັງສິນໄຊ ເປັນຕົ້ນ: ຕັ່ງສິນໄຊ, ສະຖານທີ່ສິນໄຊລອງລິດ, ບ່ອນຕາກໜັງເສືອ, ຫີນຫລັກເມືອງ, ຮອຍເສື້ອສາມລ້ານ ແລະ ອື່ນໆ, ນອກນັ້ນ ຍັງມີຖ້ຳຝາມື ເຊິ່ງມີຮອຍຝາມື ທີ່ຕິດຢູ່ໃນຫີນ ແລະ ຜາແຕ້ມ ແມ່ນມີຮູບແຕ້ມ ສັດສາວາສິ່ງ ແລະ ອື່ນໆ ທີ່ມີນິທານເລົ່າຂານ ກັບສືບມາຈົນຮອດປັດຈຸບັນນີ້.

ແຫລ່ງທ່ອງທ່ຽວຜາແຕ້ມ-ພູລະຫິດ ຂຶ້ນກັບເມືອງຄົງເຊໂດນ ເປັນຜູ້ຄຸ້ມຄອງ ແລະ ປົກປັກຮັກສາ ເປັນແຫລ່ງທ່ອງທ່ຽວ ທີ່ມີຈຸດຊົມວິວທີ່ງົດງາມ, ທິວທັດທຳມະຊາດ, ຖ້ຳ ແລະ ສະຖານທີ່ຕ່າງໆ ໃນຂອບເຂດບໍລິເວນແຫ່ງນີ້, ໃນຂອບເຂດບໍລິເວນເທິງສັນພູ ເປັນພື້ນທີ່ຮາບພຽງ ກວມເອົາຫລາຍຮ້ອຍເຮັກຕາ ເໝາະແກ່ການທ່ຽວຊົມພັກຜ່ອນ, ພະຈົນໄພ, ຍ່າງປ່າ, ຕັ້ງແຄ້ມ ແລະ ກິດຈະກຳອື່ນໆ, ທັງເປັນສະຖານທີ່ທ່ອງທ່ຽວ ທີ່ໜ້າສຶກສາຫລາຍ ເນື່ອງຈາກມີປະຫວັດ ແລະ ຄວາມເປັນມາ ທີ່ກ່ຽວຂ້ອງກັບນະວະນິຍາຍເລື່ອງສັງສິນໄຊ ທັງເປັນແຫລ່ງທ່ອງທ່ຽວ ຕິດກັບນ້ຳຂອງ ສາມາດຊົມວິວທິວທັດໄດ້ທັງສອງຝັ່ງ ລະຫວ່າງ ຜາແຕ້ມ ຂອງລາວ ແລະ ໄທ ໄດ້ອີກ. ສ່ວນເສັ້ນທາງເຂົ້າໄປຫາສານຖານທີ່ ທ່ອງທ່ຽວແມ່ນສະດວກສະບາຍ ເປັນເສັ້ນທາງດິນແດງ ສາມາດເຂົ້າຮອດເຖິງສະຖານທີ່ ເຊິ່ງຫ່າງຈາກທາງເລກທີ 13 ໃຕ້ ເຂົ້າໄປ 20 ຫລັກກິໂລແມັດ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.