ລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຕ້ອນຮັບ ຄະນະຜູ້ແທນສະມາພັນນັກຂ່າວອາຊຽນ

00:54 | 15/05/2019

ໃນ​ຕອນ​ບ່າຍວັນທີ 28 ມີນາ​ 2019, ຢູ່ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານສຈ.ປອ. ບໍ່​ແສງ​ຄຳ ວົງ​ດາ​ລາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫລງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ໄດ້​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ສະ​ມາພັນ​ນັກ​ຂ່າວ​ອາ​ຊຽນນຳໂດຍທ່ານ ເທບໄຊ ຢ໋ອງ, ປະທານສະມາພັນນັກຂ່າວອາຊຽນ ໃນ​ໂອ​ກາດເດີນທາງມາ​​ຮ່ວມກອງ​ປະ​ຊຸມ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາພັນນັກຂ່າວອາຊຽນ ແລະ ຢ້ຽມ​ຢາມລາວຢ່າງເປັນທາງການ ໃນ​ລະ​ຫວ່າງວັນ​ທີ 27-30 ມີ​ນາ​ 2019 ນີ້.

ລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຕ້ອນຮັບ ຄະນະຜູ້ແທນສະມາພັນນັກຂ່າວອາຊຽນ

ທ່ານສຈ.ປອ. ບໍ່​ແສງ​ຄຳ ວົງ​ດາ​ລາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫລງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ໄດ້​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ສະ​ມາພັນ​ນັກ​ຂ່າວ​ອາ​ຊຽນນຳໂດຍທ່ານ ເທບໄຊ ຢ໋ອງ, ປະທານສະມາພັນນັກຂ່າວອາຊຽນ ,

ໃນ​ໂອກາດ​ນີ້, ທ່ານ ສຈ.ປອ. ບໍ່​ແສງຄຳ ວົງ​ດາ​ລາ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ແລະ ໃຫ້ການຕ້ອນ​ຮັບ​ອັນ​ອົບ​ອຸ່ນຕໍ່​ຄະ​ນະ​ຜູ້​ແທນ​ສະ​ມາພັນນັກຂ່າວອາຊຽນທີ່​ໄດ້​ເດີນ​ທາງ​ມາ​ເຮັດ​ວຽກ​ຢູ່ລາວໃນຄັ້ງນີ້ ເພື່ອສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງສະມາຄົມນັກຂ່າວປະເທດສະມາຊິກອາຊຽນໃຫ້ແໜ້ນແຟ້ນ ແລະ ມີປະສິດທິຜົນສູງສຸດໃນຕໍ່ໜ້າ.

ພ້ອມດຽວກັນນີ້, ທ່ານລັດ​ຖະ​ມົນ​ຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຍັງ​ໄດ້​ແຈ້ງ​ໃຫ້​ຄະ​ນະ​ຜູ້​ແທນ​ສະ​ມາພັນນັກ​ຂ່າວ​ອາ​ຊຽນ​ຮັບ​ຊາບ​ກ່ຽວ​ກັບ​ການ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ຂອງ​ຂະ​ແໜງ​ສື່ມວນ​ຊົນ​ ກໍ່​ຄື​ສະ​ມາ​ຄົມ​ນັກ​ຂ່າວ​ແຫ່ງ​ປະ​ເທດ​ລາວ​ໃນ​ໄລ​ຍະ​ຜ່ານ​ມາ ລວມເຖິງການພົວພັນຮ່ວມມືລະຫວ່າງ​ສື່ມວນ​ຊົນ​ລາວ ແລະ ສາກົນ ໂດຍສະເພາະ ບັນດາປະເທດສະມາຊິກອາຊຽນ ຊຶ່ງປະກອບສ່ວນສຳຄັນຊຸກຍູ້ຂົງເຂດສື່ມວນຊົນລາວໃຫ້ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ.​

ລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຕ້ອນຮັບ ຄະນະຜູ້ແທນສະມາພັນນັກຂ່າວອາຊຽນ

ບັນຍາກາດການຕ້ອນຮັບ.

ທ່ານ ເທບ​ໄຊ ຢ໋ອງ,ປະ​ທານ​ສະ​ມາ​ພັນ​ນັກ​ຂ່າວ​ອາ​ຊຽນ ໄດ້ສະແດງຄວາມຊົມເຊີຍຕໍ່ການເປັນເຈົ້າພາບຈັດກອງປະຊຸມຄະນະບໍລິຫານງານສະມາພັນນັກຂ່າວອາຊຽນ​ຄັ້ງທຳອິດຂອງລາວທີ່ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ ແລະ ຢັ້ງຢືນ​ວ່າສະມາພັນນັກຂ່າວອາຊຽນຈະ​ສືບ​ຕໍ່​ໃຫ້ການຮ່ວມມື, ​ສະໜັບ ສະຫນູນ ແລະ ປະສານສົມທົບກັບ ສະມາຄົມນັກຂ່າວແຫ່ງປະເທດລາວກໍ່ຄື ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ເປັນປົກກະຕິ ເພື່ອສ້າງຄວາມເຂັ້ມແຂງໃຫ້ຂົງເຂດສື່ມວນຊົນລາວ ລວມເຖິງການໂຄສະນາເຜີຍແຜ່ສະຖານທີ່ທ່ອງທ່ຽວ, ວັດທະນະທຳ ແລະ ຮີດຄອງປະເພນີລາວໃຫ້ບັນດາປະເທດໃນພາກພື້ນຮູ້ຈັກປະເທດລາວ ຫລາຍຂື້ນ.

(ແຫຼ່ງ​ຂໍ້​ມູນ​: ວສລ)

ທ່ານອາດຈະມັກ

ເຫດການ