ຮອງຫົວໜ້າພະແນກ ຖວທ ນວ ຕ້ອນຮັບຄະນະຜູ້ແທນໜັງສືພິມຮ່າໂນ້ຍເໝີ້ຍ

15:10 | 23/11/2018

ຕົ້ນອາທິດນີ້, ຢູ່​ພະ​ແນກ ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ນະ­ຄອນ­ຫຼວງ​ວຽງ​ຈັນ ເນື່ອງ ໃນ​ໂອ­ກາດ​ທີ່​ມາ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຮ່ວມ​ກັບ​ໜັງ­ສື­ພິມ​ວຽງ​ຈັນ​ໃໝ່ ວັນ​ທີ 19-23 ພະ­ຈິກ​ນີ້ . ທ່ານ ພອນ​ຈັນ ແພງ​ພູ​ວັນ ຮອງ​ຫົວ­ໜ້າ​ພະ​ແນກ​ (ຖວ​ທ ນວ) ໄດ້ໃຫ້ການຕ້ອນ­ຮັບ ​ການ​ເຂົ້າ​ພົບ​ປະ​ຂອງ​ ທ່ານ ເລ ຮ່ວງແອັງ ຮອງ​ຫົວ­ໜ້າ​ບັນ­ນາທິການ​ໃຫຍ່​ໜັງ­ສື­ພິມ​ຮ່າ​ໂນ້ຍ​ເໝີ້ຍ ສສ ຫວຽດ­ນາມ ພ້ອມ​ຄະ­ນະ.

ຮອງຫົວໜ້າພະແນກ ຖວທ ນວ ຕ້ອນຮັບຄະນະຜູ້ແທນໜັງສືພິມຮ່າໂນ້ຍເໝີ້ຍ

ທ່ານ ເລ ຮ່ວງແອັງ ຮອງ​ຫົວ­ໜ້າ​ບັນ­ນາທິການ​ໃຫຍ່​ໜັງ­ສື­ພິມ​ຮ່າ​ໂນ້ຍ​ເໝີ້ຍ ມອບຂອງທີ່ລະນຶກໃຫ້ແກ່່ ທ່ານ ພອນ​ຈັນ ແພງ​ພູ​ວັນ ຮອງ​ຫົວ­ໜ້າ​ພະ​ແນກ​ ຖວ​ທ ນວ. (ພາບ:ວຽງຈັນໃໝ່)

ທ່ານ ພອນ​ຈັນ ແພງ​ພູ​ວັນ ໄດ້​ຕີ​ລາ­ຄາ​ສູງ​ຕໍ່​ການ​ເຂົ້າ​ພົບ​ປະ​ຂອງ​ທ່ານ ເລ ຮ່ວງ ແອັງ ພ້ອມ​ຄະ­ນະ​ຄັ້ງ​ນີ້ ເຊິ່ງ​ເປັນ​ການ​ເສີມ​ຂະ­ຫຍາຍ​ສາຍ​ພົວ­ພັນ ຮັດ​ແໜ້ນ​ຄວາມ​ສາ­ມັກ­ຄີ ລະ­ຫວ່າງ​ສອງ​ພັກ-ສອງ​ລັດ ກໍ່​ຄື ພະ​ແນກ ຖວ​ທ ແລະ ໜັງ­ສື­ພິມ​ຮ່າ​ໂນ້ຍ​ເໝີ້ຍ ໃຫ້​ນັບ​ມື້​ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ ພ້ອມ​ນີ້ ທ່ານ​ຍັງ​ໄດ້​ຕີ​ລາ­ຄາ​ຄືນ​ການ​ຮ່ວມ​ມື​ຊ່ວຍ­ເຫຼືອ​ເຊິ່ງ​ກັນ ແລະ ກັນ ຂອງ​ໜັງ­ສື­ພິມ​ວຽງ​ຈັນ​ໃໝ່ ແລະ ໜັງ­ສື­ພິມ​ຮ່າ​ໂນ້ຍ​ເໝີ້ຍ ໂດຍ​ສະ­ເພາະ ການ​ຮ່ວມ​ມື​ດ້ານ​ວິ­ຊາ​ສະ­ເພາະ​ທີ່​ໜັງ­ສື­ພິມ​ຮ່າ​ໂນ້ຍ​ເໝີ້ຍ ໄດ້​ມີ​ການ​ແລກ­ປ່ຽນ​ບົດ­ຮຽນ​ກັນ​ເປັນ​ປົກ­ກະ­ຕິ ແລະ ຮຽກ­ຮ້ອງ​ໃຫ້​ໜັງ­ສື­ພິມ​ຮ່າ​ໂນ້ຍ​ເໝີ້ຍ ສືບ­ຕໍ່​ຮ່ວມ​ມື​ພົວ­ພັນ​ແລກ­ປ່ຽນ​ບົດ­ຮຽນ​ນຳ​ກັນ ໃຫ້​ນັບ​ມື້​ແຕກ​ດອກ​ອອກ​ຜົນ ແລະ ເປັນ​ຮູບ​ປະ​ທຳ ແນ­ໃສ່​ພັດ­ທະ­ນາ​ສື່​ສິ່ງ​ພິມ​ໃຫ້​ມີ​ຄຸ­ນະ­ພາບ ປະ­ກອບ­ສ່ວນ​ເປັນ​ກະ­ບອກ​ສຽງ​ອັນ​ແຫຼມ​ຄົມ​ຂອງ​ພັກ-ລັດ ໃນ​ການ​ຮັບ​ໃຊ້​ສັງ­ຄົມ ກໍ່​ຄື​ປະ­ເທດ​ຊາດ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ທ່ານອາດຈະມັກ

ເຫດການ