ຮອງລັດຖະມົນຕີກະຊວງ ຖວທ ຕ້ອນຮັບຄະນະຜູ້ແທນ ຫວຽດນາມ

20:58 | 01/11/2018

ໃນວັນທີ 1 ພະຈິກ 2018, ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຟ້າມຈິແທ່ງ ຮັກສາການ ຜູ້ອຳນວຍການ-ບັນນາທິການໃຫຍ່ ຂອງສຳນັກພິມການເມືອງແຫ່ງຊາດຊື້ເທິດ ສສ. ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ຮອງລັດຖະມົນຕີກະຊວງ ຖວທ ຕ້ອນຮັບຄະນະຜູ້ແທນ ຫວຽດນາມ

ຮອງລັດຖະມົນຕີກະຊວງ ຖວທ ທ່ານ ບົວເງິນ ຊາພູວົງ ຕ້ອນຮັບຄະນະຜູ້ແທນ ຫວຽດນາມ. (ພາບ: ສິງ​ຄຳ/ຂປລ)

ໃນ​​ໂອ​ກາດ​ນີ້, ທ່ານ ບົວເງິນ ຊາພູວົງ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ, ຊົມ​ເຊີຍ ແລະ ​​ຕີ​ລາຄາ​ສູງຕໍ່​ ທ່ານ ຟ້າມຈິແທ່ງ ທີ່​ໄດ້ນຳພາ​ຄະນະມາມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຮ່ວມກັບສຳນັກພິມ ແລະ ຈໍາໜ່າຍປື້ມແຫ່ງລັດ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນລະຫວ່າງ ວັນທີ 28 ຕຸລາ ຫາ 3 ພະຈິກ 2018, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເພີ່ມທະວີສາຍພົວພັນ ມິດຕະພາບ ທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.

ໃນ​ໂອກາດ​ດຽວກັນ​ ທ່ານ ຟ້າມຈິແທ່ງ ກໍ​ໄດ້​ສະ​ແດງ​ຄວາມ​​ຂອບ​ໃຈຕໍ່​ ທ່ານ ບົວເງິນ ຊາພູວົງ ທີ່ໄດ້ສະຫລະເວລາອັນມີຄ່າ ໃນການ​ຕ້ອນຮັບ​ຢ່າງອັນ​ອົບ​ອຸ່ນໃນຄັ້ງນີ້, ພ້ອມ​ທັງ​​ໄດ້​​ແຈ້ງ​ຈຸ​ດປະສົ​ງ ​ໃນ​ການ​ມາຢ້ຽມຢາມຄັ້ງ​ນີ້​​ ໃຫ້ທ່ານຮອງ​ລັດ​ຖະມົນຕີ​ຊາບ.

(ແຫຼ່ງ​ຂໍ້​ມູນ​: ອ່າຍຄຳ/ຂ​ປ​ລ)

ເຫດການ