ກະຊວງ ຍຸດຕິທຳ ລາວ ຢ້ຽມຢາມ ແລະ ເຮັດວຽກກັບ ສະຖາບັນ ຍຸດຕິທຳ ຫວຽດນາມ

06:03 | 11/12/2018

ຍສໝ - ວັນທີ 10 ທັນວາ , ລັດຖະມົນຕີ ກະຊວງ ຍຸດຕິທຳ ແຫ່ງ ສປປ ລາວ ໄຊສີ ສັນຕິວົງ ພ້ອມຄະນະ ໄດ້ ຢ້ຽມຢາມ ແລະ ເຮັດວຽ ກັບ ສະຖາບັນ ຍຸດຕິທຳ ຫວຽດນາມ.

ກະຊວງ ຍຸດຕິທຳ ລາວ ຢ້ຽມຢາມ ແລະ ເຮັດວຽກກັບ  ສະຖາບັນ ຍຸດຕິທຳ ຫວຽດນາມ

ບັນຍາກາດກອງປະຊຸມ ປືກສາຫາລື ຂອງກະຊວງຍຸດຕິທຳລາວ ແລະ ສະຖາບັນ ຍຸດຕິທຳ ຫວຽດນາມ.

ທີ່ກອງປະຊຸມ, ປອ ດວ່ານ ຈຸງກຽນ ອຳນວຍການ ສະຖາບັນ ຍຸດຕິທຳ ຫວຽດນາມ ໄດ້ຂື້ນກ່າວລາຍງານ ກ່ຽວກັບສະພາບການລວມ ຂອງ ສະຖາບັນ, ຜົນສຳເລັດຂອງການຜັນຂະຫຍາຍການເຄື່ອນໄຫວ ປີ 2018 ແລະ ວາງແຜນການການຈັດຕັ້ງປະຕິບັດໃນປີ 2019 ຂອງ ໂຄງການ ການຊ່ວຍເຫຼືອ ສະຖາບັນຍຸດຕິທຳ ລາວ.

ໃນນັ້ນ ທ່ານ ດວ່ານ ຈຸງກຽນ ໄດ້ແບ່ງປັນເລື່ອງຄວາມຫຍຸ້ງຍາກ ແລະ ຂໍ້ຄົງຄ້າງ ໃນຂະບວນການຈັດຕັ້ງປະຕິບັດໂຄງການ, ທ່ານໄດ້ສະເໜີ ລັດຖະມົນຕີ ກະຊວງ ຍຸດຕິທຳ ລາວ ພິຈາລະນາ ແລະ ເຊັນຂໍ້ຕົກລົງ ໃນ 6 ແຜນງານ ການກໍ່ສ້າງ ແລະ ອົບຮົມ ໃຫ້ແກ່ ພະນັກງານ ຍຸດຕິທຳ, ພະນັກງານ ກົດໝາຍ ແລະ ຍຸດຕິທຳ ຂອງລາວ. ເອົາໃຈໃສ່, ຊີ້ນຳ ບັນດາຫົວໜ່ວຍທີ່ກ່ຽວຂ້ອງ ແລະ ຂື້ນກັບ ກະຊວງ ຍຸດຕິທຳ ລາວ ເສນາທິການໃຫ້ການນຳ ຂອງກະຊວງ ມີເອກກະສານ ປະກອບຄຳເຫັນ, ເພື່ອເຮັດສຳເລັດ ຮ່າງແຜນການ ການເຄື່ອນໄຫວ ປີ 2019 ຂອງ ໂຄງການ ຢ່າງຮີບດ່ວນ ເພື່ອໃຫ້ສະຖາບັນ ຍຸດຕິທຳຫວຽດນາມ ນຳສະເໜີ ການນຳຂອງກະຊວງ ຍຸດຕິທຳ ຫວຽດນາມ ອະນຸມັດ ຢ່າງເປັນທາງການ.

ກະຊວງ ຍຸດຕິທຳ ລາວ ຢ້ຽມຢາມ ແລະ ເຮັດວຽກກັບ  ສະຖາບັນ ຍຸດຕິທຳ ຫວຽດນາມ

ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງ ຍຸດຕິທຳ ລາວ ມອບຂອງທີ່ ລະນຶກໃຫ້ ສະຖາບັນ ຍຸດຕິທຳ ຫວຽດນາມ.

ພ້ອມກັນນັ້ນກໍ່ໃຫ້ຊີ້ນຳ ຄະນະກຳມາະການຄຸ້ມຄອງ ໂຄງການຂອງລາວ ເພີ່ມພະນັກງານ ທີ່ເກັ່ງພາສາຫວຽດ ແລະ ຮູ້ກົດໝາຍ ລາວ ຢ່າງເລິກເຊິ່ງໃນແຕ່ລະຂົງເຂດ ທີ່ລະບຸໄວ້ໃນ ດຳລັດວ່າດ້ວຍ ໂຄງການ ການປະສານສົມທົບກັບ ບັນດານັກຄົ້ນຄວ້າ ຂອງ ສະຖາບັນ ຍຸຕິທຳ ຫວຽດນາມ ເພື່ອຊຸກຍູ້ວຽກງານການກໍ່ສ້າງໂຄງການ, ປື້ມຄູ່ມື ໃຫ້ແກ່ ສະຖາບັນ ຍຸດຕິທຳ ລາວ ໃຫ້ປະສົບຜົນສຳເລັດສູງ ແລະ ກົງກັບເວລາຂອງແຜນການກຳນົດໄວ...

ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີ ກະຊວງ ຍຸດຕິທຳລາວ ໄດ້ຝາກຄຳຂອບອົກຂອບໃຈມາຍັງ ການນຳຂອງ ກະຊວງ ຍຸດຕິທຳ ແລະ ສະຖາບັນ ຍຸດຕິທຳ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອຍູ້ໜູນ ກໍ່ສ້າງ ຊັບພະຍາກອນມະນຸດ ກໍ່ຄື ບຸກຄະລາກອນດ້ານກົດໝາຍ ແລະ ຍຸດຕິທຳ ໃຫ້ແກ່ ສປປ ລາວ. ທ່ານເຊື່ອໝັ້ນວ່າບັນດາພະນັກງານທີ່ໄດ້ຮັບການກໍ່ສ້າງ, ຝຶກອົບຮົມ ຈາກ ສະຖາບັນ ຍຸດຕິທຳຫວຽດນາມ ຈະມີຮັບອຸດົມການດ້ານການເມືອງ, ວິຊາສະເພາະ ອັນໜັກແໜ້ນ, ເຮັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ.

(​ຫັດ​ທະ​ບູນ)

ເຫດການ