ຮອງ​ລັດຖະມົນຕີ​ ກະຊວງ​ການ​ຕ່າງປະ​ເທດ ​ຕ້ອນຮັບ​ການ​ເຂົ້າຢ້ຽມ​ຂ່ຳນັບ ຜູ້ຕາງໜ້າຄົນໃໝ່ ຂອງອົງການ UNDP

18:32 | 06/05/2019

ໃນວັນ​ທີ 6 ພຶດສະພາ 2019, ທີ່ ກະຊວງ​ການ​ຕ່າງປະ​ເທດ,​ ທ່ານ ທອງຜ່ານ ສະຫວັນເພັດ ​ຮອງ​ລັດຖະມົນຕີ​ ກະຊວງ​ ການ​ຕາງປະ​ເທດ ​ໄດ້​ຕ້ອນຮັບ ​ການ​ເຂົ້າຢ້ຽມ​ ຂ່ຳນັບ ​ແລະ ຍື່ນຈົດໝາຍ ​ແຕ່ງ​ຕັ້ງ​ຂອງ​ ທ່ານ ນາງ ຣິຄາດ້າ ຣິເຈີ (Ms. Ricarda Rieger), ເພື່ອມາເປັນຜູ້ ຕາງໜ້າຄົນໃໝ່ ຂອງອົງການ ສະຫະປະຊາຊາດ ເພື່ອການ ພັດທະນາ (UNDP) ປະຈຳ ສປປ ລາວ.​

ຮອງ​ລັດຖະມົນຕີ​ ກະຊວງ​ການ​ຕ່າງປະ​ເທດ ​ຕ້ອນຮັບ​ການ​ເຂົ້າຢ້ຽມ​ຂ່ຳນັບ ຜູ້ຕາງໜ້າຄົນໃໝ່ ຂອງອົງການ UNDP

ທ່ານ ທອງຜ່ານ ສະຫວັນເພັດ ​ຮອງ​ລັດຖະມົນຕີ​ ກະຊວງ​ ການ​ຕາງປະ​ເທດ ​ໄດ້​ຕ້ອນຮັບ ​ການ​ເຂົ້າຢ້ຽມ​ ຂ່ຳນັບ ​ແລະ ຍື່ນຈົດໝາຍ ​ແຕ່ງ​ຕັ້ງ​ຂອງ​ ທ່ານ ນາງ ຣິຄາດ້າ ຣິເຈີ .

​ໂອກາດ​ດັ່ງກ່າວ, ທ່ານຮອງ​ລັດຖະມົນຕີ​ ກະຊວງ​ການ​ຕ່າງປະ​ເທດ​ ​ໄດ້​ສະ​ແດງ​ ຄວາມ​ຍິນ​ດີ​ ຕ້ອນຮັບ​ອັນ​ອົບ​ອຸ່ນ ​ມາ​ຍັງ​ຜູ້ຕາງໜ້າ​ ຂອງ​ອົງການ UNDP ຄົນ​ໃໝ່ ປະຈຳ ສປປ ລາວ ພ້ອມ​ທັງ​ ສະ​ແດງ​ ຄວາມ​ຂອບ​ໃຈ ​ແລະ ຕີ​ລາຄາ​ສູງ​ ຕໍ່ສາຍພົວພັນທີ່ດີ ແລະ ​ການ​ຮ່ວມ​ມື​ ຊ່ວຍ​ເຫລືອເພື່ອການພັດ ທະນາ​ຂອງ​ອົງການ UNDP ຕໍ່ ສປປ ລາວ ​ໃນ​ໄລຍະ​ທີ່​ຜ່ານ​ມາ.​ ໃນນັ້ນ, ທ່ານ ​ທອງຜ່ານ ສະຫວັນເພັດ ​ໄດ້ສະແດງ ຄວາມເຊື່ອໝັ້ນວ່າ ພາຍ​ໃຕ້​ການ​ນຳພາ ​ຂອງ​ຜູ້ຕາງໜ້າ​ຄົນ​ໃໝ່, ອົງການ UN DP ຈະ​ເພີ່ມ​ທະວີ ​ການ​ຮ່ວມ​ມື ​ແລະ ​ສືບຕໍ່​ໃຫ້ການສະໜັບສະໜູນ​ແກ່ ສປປ ລາວ ​ໃນ​ການຈັດ​ຕັ້ງ​ ປະຕິບັດ​​ ແຜນຍຸດທະສາດ ໂດຍສະເພາະ ແມ່ນດ້ານ ການພັດທະນາ ລະຫວ່າງ ສປປ ລາວ ແລະ ອົງການ UNDP, ການຈັດຕັ້ງ ປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ, ການຫລຸດພົ້ນ ຈາກສະຖານະພາບ ປະເທດ ດ້ອຍພັດທະນາ ແລະ ການປະກອບສ່ວນ ເຂົ້າໃນການ ບັນລຸເປົ້າໝາຍ ການພັດ ທະນາແບບຍືນຍົງ (ປພຍ) ເພື່ອໃຫ້ສອດຄ່ອງ ກັບແຜນ ຍຸດທະສາດ ການພັດທະນາ ໃນພາກພື້ນ ແລະ ສາກົນ. ​ນອກຈາກ​ນີ້, ທ່ານ​ຮອງລັດຖະມົນຕີ ຍັງ​ສະ​ແດງ ຄວາມ​ຂອບ​ໃຈ ຕໍ່​ອົງການ​ດັ່ງກ່າວ ພ້ອມ​ທັງ ​ອວຍພອນ​ໃຫ້​ ທ່ານ​ຜູ້ຕາງໜ້າ​ ອົງການ UNDP ຄົນ​ໃໝ່​ ປະສົບ​ຜົນສຳ​ເລັດ ​ໃນ​ການ ມາ​ປະຕິບັດ​ໜ້າ​ທີ່​ ຂອງ​ທ່ານ ຢູ່ ສປປ ລາວ ໃນຄັ້ງນີ້.​

​​ໃນໂອກາດ​ດຽວ​ກັນ​ນີ້,​ ທ່ານ ນາງ ຣີຄາດ້າ ຣິເຈີ ກໍ່​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ ຕໍ່​ການ​ຕ້ອນຮັບ ​ອົບ​ອຸ່ນ​ຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງ​ລັດຖະມົນຕີ​ ກະຊວງ​ການ​ຕ່າງປະ​ເທດ ​ແລະ ສະ​ແດງ ​ຄວາມ​ຂອບ​ໃຈ ​ມາ​ຍັງ​ລັດຖະບານ ​ແຫ່ງ ສປປ ລາວ ທີ່​ໄດ້​ອະນຸມັດ​ໃຫ້​ທ່ານ ມາ​ປະຕິບັດ​ໜ້າ​ທີ່ຢູ່ ສປປ ລາວ. ທ່ານ​ຍັງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ ອົງການ UNDP ຈະ​ສືບ​ຕໍ່ ເພີ່ມ​ທະວີ​ ການ​ຮ່ວມ​ມື​ກັບ​ລັດ ຖະບານ ສປປ ລາວ ​ໃນ​ການຈັດ​ຕັ້ງ​ ປະຕິບັດ​ແຜນງານຕ່າງໆ ທີ່ເປັນບູລິມະສິດຂອງ ສປປ ລາວ ​ໃຫ້​ໄດ້​ຮັບ​ໝາກຜົນ ທີ່​ດີ​ໃນ​ອະນາຄົດ ​ຂ້າງ​ໜ້າ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.