ຍສໝ - ໃນວັນທີ 21 ພຶດສະພາ, ໃນການເຂົ້າຮ່ວມກອງປະຊຸມທາງໄກ ປຶກສາຫາລືບໍ່ເປັນທາງການແບບເປີດກວ້າງ ຂັ້ນລັດຖະມົນຕີຕ່າງປະເທດ ອາຊຽນ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດສະເຫຼີມສະຫຼອງ ອາຊຽນ - ຣັດເຊຍ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ (Lê Hoài Trung) ໄດ້ຢັ້ງຢືນວ່າ ຫວຽດນາມ ຈະເຂົ້າຮ່ວມຢ່າງເປັນເຈົ້າການ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສຳເລັດຂອງກອງປະຊຸມ, ພ້ອມທັງສືບຕໍ່ຊຸກຍູ້ບົດບາດເປັນກາງຂອງ ອາຊຽນ ໃນການຮັກສາການເຈລະຈາ, ການຮ່ວມມື ແລະ ສະຖຽນລະພາບຢູ່ພາກພື້ນ.
ຍສໝ - ທ່ານນາຍົກລັດຖະມົນຕີ ເລມິນຮຶງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ສິ້ນສຸດການໄປເຄື່ອນໄຫວວຽກງານເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 48 ແຕ່ລະຫວ່າງວັນທີ 7 ຫາ 8 ພຶດສະພາ ຢ່າງຈົບງາມ ຕາມຄຳເຊີນຂອງ ທ່ານປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ. ປະຕູຂໍ້ມູນຂ່າວສານເອເລັກໂຕຣນິກຂອງລັດຖະບານ ຂໍສະເໜີບົດຕອບສຳພາດຂອງ ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ກ່ຽວກັບໝາກຜົນຂອງການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ 48 ຂອງທ່ານນາຍົກລັດຖະມົນຕີ ເລມິນຮຶງ.
ຍສໝ - ຕາມລາຍງານຂອງນັກຂ່າວພິເສດສຳນັກຂ່າວສານ ຫວຽດນາມ, ໃນຄືນວັນທີ 8 ພຶດສະພາ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງເຖິງ ຮ່າໂນ້ຍ, ສິ້ນສຸດການໄປເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ (ASEAN) ຄັ້ງທີ 48 ຢູ່ທີ່ Cebu, ຟີລິບປິນ ໃນວັນທີ 7 ແລະ 8 ພຶດສະພາ ຢ່າງມີຜົນສຳເລັດຈົບງາມ.
ຍສໝ - ບັນດາຂໍ້ສະເໜີຂອງ ຫວຽດນາມ ກ່ຽວກັບການເພີ່ມທະວີຄວາມສາມາດໃນການເພິ່ງຕົນເອງ, ຄວາມໝັ້ນຄົງດ້ານພະລັງງານ ແລະ ການຍົກສູງຂີດຄວາມສາມາດໃນການປັບຕົວຂອງພາກພື້ນ ໄດ້ຮັບການຕ້ອນຮັບ ແລະ ຕີລາຄາສູງຈາກບັນດາຜູ້ນຳອາຊຽນ (ASEAN) ທັງທາງດ້ານເນື້ອໃນ ແລະ ຄວາມເໝາະສົມກັບສະພາບການ.
ຍສໝ - ຟີລິບປິນ ຄາດຫວັງວ່າ ຫວຽດນາມ ຈະແບ່ງປັນບົດຮຽນການຮັກສາອັດຕາການເຕີບໂຕທາງເສດຖະກິດທີ່ໜ້າປະທັບໃຈ, ທັດສະນະກ່ຽວກັບການຊຸກຍູ້ລັດທິຫຼາຍຝ່າຍ ແລະ ການເຄົາລົບກົດໝາຍສາກົນ ຢູ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 48.
ຍສໝ - ຕອນເຊົ້າວັນທີ 7/5, ທ່ານນາຍົກລັດຖະມົນຕີ ເລມິງຮືງ ໄດ້ນຳພາຄະນະຜູ້ແທນຂັ້ນສູງ ຫວຽດນາມ ອອກເດີນທາງໄປຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ຢູ່ ຟີລິບປິນ, ສະແດງໃຫ້ເຫັນຄຳໝັ້ນສັນຍາອັນແຂງແຮງຂອງ ຫວຽດນາມ ຕໍ່ກັບການຮ່ວມມືໃນພາກພື້ນ ແລະ ຂະບວນການສ້າງຕັ້ງປະຊາຄົມອາຊຽນ.
ຍສໝ - ເຫດການໄດ້ຮັບຄວາມຫວັງ ຈະເຊື່ອມຕໍ່ ແລະໂຄສະນາລະບົບ startup ນະວັດຕະກຳ ຂອງນະຄອນເຖິງເພື່ອນມິດສາກົນ ແລະບັນດາປະເທດໃນພາກພື້ນ
ຍສໝ - ສືບຕໍ່ດຳເນີນກອງປະຊຸມເຈົ້າໜ້າທີ່ຂັ້ນສູງຂອງສະມາຄົມປະເທດອາຊີຕາເວັນອອກສຽງໃຕ້ (SOM ASEAN), ແຕ່ວັນທີ 7-8 ມິຖຸນານີ້ຢູ່ນະຄອນຫຼວງວຽງຈັນ (ລາວ), ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດ້ຮຸ່ງຫວຽດ, ຫົວໜ້າ SOM ASEAN ຫວຽດນາມ ໄດ້ເຂົ້າຮ່ວມ ASEAN+. 3 ກອງປະຊຸມ SOM, ກອງປະຊຸມສຸດຍອດອາຊີຕາເວັນອອກ (EAS) ແລະ ເວທີປາໄສພາກພື້ນອາຊຽນ (ARF).
ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງອອກຈາກຮ່າໂນ້ຍ ໄປປະຕິບັດງານຢູ່ຍີ່ປຸ່ນ ດ້ວຍສານທີ່ເຂັ້ມແຂງທີ່ປະຊາຊົນທົ່ວປະເທດສົ່ງໄປ.
ຍສໝ - ທີ່ພິທີປິດ, ຕາງໜ້າສະພາແຫ່ງຊາດຫວຽດນາມ, ສະຫາຍປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຮັບໜ້າທີ່ສຳຄັນໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດສະພາແຫ່ງຊາດ ສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 2 ຄາດວ່າຈະຈັດຂຶ້ນໃນປີ 2025 ຈາກສະພາແຫ່ງຊາດລາວ.
ຍສໝ - ຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ, ໃນລະຫວ່າງວັນທີ 4-7 ທັນວາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ (CLV) ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ເປັນຄັ້ງທຳອິດ. ເນື່ອງໃນໂອກາດນີ້, ນັກຂ່າວຫວຽດນາມປະຈຳນະຄອນຫຼວງວຽງຈັນໄດ້ໃຫ້ສຳພາດຕໍ່ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນບ໋າຮຸ່ງ. ນີ້ແມ່ນເນື້ອໃນການສໍາພາດ:
ຍສໝ - ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບຕີລາຄາສູງຕໍ່ເລື່ອງສະພາແຫ່ງຊາດສາມປະເທດໄດ້ປະຕິບັດວຽກງານຕິດຕາມກວດກາ, ຊຸກຍູ້ການປະຕິບັດຂໍ້ຕົກລົງ, ຄໍາໝັ້ນສັນຍາໃນທຸກຂົງເຂດລະຫວ່າງສາມລັດຖະບານ, ປະກອບສ່ວນພັດທະນາເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ (CLV – DTA) ເປັນຢ່າງດີ, ເຮັດໃຫ້ການພົວພັນມິດຕະພາບ, ຄວາມສາມັກຄີລະຫວ່າງສາມປະເທດຢ່າງເລິກເຊິ່ງ ແລະໝັ້ນແກ່ນກວ່າອີກ.
ຍສໝ - ໃນວັນທີ 18-19 ກັນຍາ 2023, ທີ່ນະຄອນ ນິວຢອກ, ສ ອາເມລິກາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນໍາພາຜູ້ແທນ ສປປ ລາວ
ຍສໝ - ຕາມກະຊວງຖະແຫຼງຂ່າວ ແລະ ສື່ສານ ອິນໂດເນເຊຍ ແລ້ວ, ກອງປະຊຸມສຸດຍອດສະມາຄົມປະຊາຊາດ ອາຊີຕາເວັນອອກສຽງໃຕ້ (ອາຊຽນ) ຄັ້ງທີ 43 ແລະ ບັນດາກອງປະຊຸມກ່ຽວຂ້ອງຈະດຳເນີນແຕ່ວັນທີ 5 – 7 ກັນຍາ, ໂດຍສຸມໃສ່ປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງເຖິງອາຊຽນ ແລະ ບັນດາບັນຫາສຳຄັນ, ໃນນັ້ນມີທະເລຕາເວັນອອກ.
ຫວ່າງແລ້ວນີ້, ຢູ່ເກາະ Djerba, ສາທາລະນະລັດ ຕຸຍນີຊີ, ໄດ້ດຳເນີນພິທີໄຂກອງປະຊຸມສຸດຍອດ ຝຣັ່ງໂກໂຟນີ ຄັ້ງທີ 18 ດ້ວຍຫົວຂໍ້ “ເຊື່ອມຕໍ່ໃນຄວາມຫຼາກຫຼາຍ: ເຕັກນິກດີຈີຕອນ-ກໍາລັງໜູນພັດທະນາ ແລະສາມັກຄີໃນຂົງເຂດ ຝຣັ່ງໂກໂຟນີ”.
ວັນທີ 12 ພະຈິກ, ທີ່ພະນົມເປັນ, ລາຊະອານາຈັກກໍາປູເຈຍ, ໂດຍສືບຕໍ່ລາຍການເຮັດວຽກໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40 ແລະ 41 ແລະບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ+3 (ກັບ ຈີນ, ສ.ເກົາຫຼີ ແລະຍີ່ປຸ່ນ) ແລະບັນດາກອງປະຊຸມສຸດຍອດ ອາຊຽນ ກັບ ອິນເດຍ, ອົດສະຕາລີ, ຍີ່ປຸ່ນ, ອາເມລິກາ ແລະການາດາ.
ວັນທີ 13 ພະຈິກ, ພາຍຫຼັງກອງປະຊຸມສຸດຍອດອາຊີ (EAS) ຄັ້ງທີ 17, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ການນຳບັນດາປະເທດເຂົ້າຮ່ວມພິທີອັດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ພິທີມອບໜ້າທີ່ປະທານ ອາຊຽນ ຈາກ ກຳປູເຈຍ ໃຫ້ແກ່ ອິນໂດເນເຊຍ.
ໂດຍໄດ້ຮັບຄໍາເຊີນຂອງທ່ານ Yoon Suk-yeol ປະທານາທິບໍດີ ສ.ເກົາຫຼີ, ວັນທີ 25 ຕຸລາ, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມ ແລະກ່າວປາໄສຕາມຮູບການຖ່າຍຄຼິບວີດີໂອສົ່ງເຖິງກອງປະຊຸມສຸດຍອດຊີວະວິທະຍາໂລກ ປີ 2022 ດ້ວຍຫົວຂໍ້ “ອະນາຄົດຂອງວັກຊິນ ແລະຊີວະການແພດ”.
ຍສໝ - ກອງປະຊຸມແມ່ນໂອກາດເພື່ອເຜີຍແຜ່ຂໍ້ມູນພື້ນຖານກ່ຽວກັບເຕັກໂນໂລຊີ blockchain ກັບຊຸມຊົນ, ເປັນເວທີປາໄສເພື່ອໃຫ້ຜູ້ຊ່ຽວຊານເພື່ອປຶກສາຫາລືດ້ານເຕັກໂນໂລຊີ, ການນໍາໃຊ້ ແລະ ພັດທະນາເຕັກໂນໂລຊີຮັບໃຊ້ການເຄື່ອນໄຫວຂອງວິສາຫະກິດ, ຄວາມຕ້ອງການຂອງປະຊາຊົນ.
ວັນທີ 20 ທັນວາ, ເວທີປາໄສເສດຖະກິດໂລກ(WEF) ໄດ້ປະກາດຈະເລື່ອນວັນເວລາຈັດກອງປະຊຸມປະຈຳປີຊື່ງຄາດວ່າຈະດຳເນີນໃນເດືອນມັງກອນປີ 2022 ຢູ່ Davos ປະເທດສະວິດ ຍ້ອນສະພາບການຜັນແປ່ຂອງໂລກລະບາດໂຄວິດ 19 ທີ່ກ່ຽວຂ້ອງເຖິງການພັນ Omicron ຍາກທີ່ຄາດຄະເນໄດ້.