ຫວຽດນາມ ຢືນຢັນເຖິງຈິດໃຈເປັນເຈົ້າການ, ຄວາມຮັບຜິດຊອບ ແລະ ການສ້າງສັນ

23:46 | 09/05/2026

ຍສໝ - ຕາມລາຍງານຂອງນັກຂ່າວພິເສດສຳນັກຂ່າວສານ ຫວຽດນາມ, ໃນຄືນວັນທີ 8 ພຶດສະພາ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງເຖິງ ຮ່າໂນ້ຍ, ສິ້ນສຸດການໄປເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ (ASEAN) ຄັ້ງທີ 48 ຢູ່ທີ່ Cebu, ຟີລິບປິນ ໃນວັນທີ 7 ແລະ 8 ພຶດສະພາ ຢ່າງມີຜົນສຳເລັດຈົບງາມ.

ຫວຽດນາມ ສະເໜີບັນດາບຸລິມະສິດໃນການຮັບມືກັບວິກິດການ ຢູ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48
ຂໍ້ມູນກ່ຽວກັບໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ແລະ ການເລືອກຕັ້ງສະພາແຫ່ງຊາດ ຊຸດທີ XVI ຢູ່ ລາວ
ຫວຽດນາມ ຢືນຢັນເຖິງຈິດໃຈເປັນເຈົ້າການ, ຄວາມຮັບຜິດຊອບ ແລະ ການສ້າງສັນ
ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) ພ້ອມດ້ວຍຫົວໜ້າຄະນະຜູ້ແທນບັນດາປະເທດອາຊຽນ (ASEAN) ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48. ພາບ: Dương Giang/TTXVN

ນີ້ແມ່ນການໄປປະຕິບັດວຽກງານຢູ່ຕ່າງປະເທດຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) ໃນຖານະເປັນຫົວໜ້າລັດຖະບານຊຸດໃໝ່, ເຊິ່ງຜ່ານນັ້ນໄດ້ສືບຕໍ່ຢືນຢັນຢ່າງແຂງແຮງເຖິງບົດບາດ, ທີ່ຕັ້ງ ແລະ ຈິດໃຈເປັນເຈົ້າການ, ຄວາມຮັບຜິດຊອບຂອງ ຫວຽດນາມ ໃນວິວັດທະນາການສ້າງສາປະຊາຄົມອາຊຽນ (ASEAN).

ໃນສະພາບການທີ່ສະຖານະການໂລກ ແລະ ພາກພື້ນສືບຕໍ່ຜັນແປຢ່າງໄວວາ, ສັບສົນ ແລະ ຄາດເດົາໄດ້ຍາກ; ການແກ່ງແຍ້ງທາງດ້ານຍຸດທະສາດລະຫວ່າງບັນດາປະເທດມະຫາອຳນາດເພີ່ມຂຶ້ນ; ບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງທີ່ບໍ່ແມ່ນແບບດັ້ງເດີມ, ການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງດ້ານພະລັງງານ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານນັບມື້ນັບປາກົດໃຫ້ເຫັນຢ່າງຈະແຈ້ງ, ການໄປປະຕິບັດວຽກງານຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ ບໍ່ພຽງແຕ່ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມເທົ່ານັ້ນ ແຕ່ຍັງສ້າງຂີດໝາຍອັນພົ້ນເດັ່ນຂອງ ຫວຽດນາມ ໃນນາມເປັນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຂອງອາຊຽນ.

ນີ້ນັບວ່າເປັນໂອກາດເພື່ອໃຫ້ ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນກັບບັນດາປະເທດໃນພາກພື້ນ ຜ່ານບັນດາການເຄື່ອນໄຫວເຂົ້າຫາສອງຝ່າຍຢູ່ຂ້າງນອກກອງປະຊຸມຂອງຫົວໜ້າລັດຖະບານ; ຜ່ານນັ້ນກໍເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການເຊື່ອມຕໍ່ໂຄງລ່າງພື້ນຖານ, ການຫັນເປັນດິຈິຕອນ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ໄດ້ຈັດຂຶ້ນໃນສະພາບການທີ່ພາກພື້ນ ອາຊີ - ປາຊີຟິກ ແລະ ໂລກ ພວມຢືນຢູ່ຕໍ່ໜ້າການຫັນປ່ຽນອັນໃຫຍ່ຫຼວງ. ການເຕີບໂຕຂອງເສດຖະກິດໂລກຟື້ນຕົວຊ້າ; ທ່າອ່ຽງການປົກປ້ອງການຄ້າເພີ່ມຂຶ້ນ; ການປະທະກັນ ແລະ ການແກ່ງແຍ້ງທາງດ້ານຍຸດທະສາດລະຫວ່າງບັນດາປະເທດມະຫາອຳນາດສືບຕໍ່ສົ່ງຜົນກະທົບຢ່າງແຮງຕໍ່ສະພາບແວດລ້ອມແຫ່ງຄວາມໝັ້ນຄົງ ແລະ ການພັດທະນາຂອງພາກພື້ນ. ນີ້ແມ່ນກອງປະຊຸມທີ່ໄດ້ຮັບການຕີລາຄາວ່າທັນການທີ່ສຸດຂອງອາຊຽນ ໃນທ່າມກາງທີ່ໂລກ ແລະ ພາກພື້ນມີການຜັນແປຢ່າງສັບສົນ, ໂດຍສະເພາະແມ່ນວິກິດການຢູ່ ຕາເວັນອອກກາງ ໃນໄລຍະຜ່ານມາ.

ໃນສະພາບການດັ່ງກ່າວ, ບັນດາຜູ້ນຳອາຊຽນໄດ້ສຸມໃສ່ແລກປ່ຽນຫຼາຍເນື້ອໃນຈຸດສຸມທີ່ກ່ຽວຂ້ອງກັບການຮັດແໜ້ນຄວາມສາມັກຄີພາຍໃນກຸ່ມ, ຍົກສູງຄວາມສາມາດໃນການເພິ່ງຕົນເອງ, ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ແລະ ສະບຽງອາຫານ, ຊຸກຍູ້ການເຊື່ອມໂຍງເສດຖະກິດ, ເພີ່ມທະວີການຫັນເປັນດິຈິຕອນ ແລະ ຮັກສາບົດບາດສູນກາງຂອງອາຊຽນ ໃນໂຄງສ້າງພາກພື້ນທີ່ພວມກໍ່ຕົວຂຶ້ນ.

ພາຍໃຕ້ຫົວຂໍ້ “ຮ່ວມກັນຂັບເຄື່ອນອະນາຄົດລວມ” ແລະ ບັນດາບຸລິມະສິດທີ່ ຟີລິບປິນ ສະເໜີໃນປີປະທານອາຊຽນ 2026, ກອງປະຊຸມໄດ້ສືບຕໍ່ຢືນຢັນເຖິງຄວາມມຸ່ງໝັ້ນໃນການສ້າງອາຊຽນໃຫ້ມີຄວາມສາມັກຄີ, ກວມລວມ, ເພິ່ງຕົນເອງ ແລະ ປັບຕົວໄດ້ຢ່າງມີປະສິດທິຜົນ ຕໍ່ໜ້າການຜັນແປຂອງສະຖານະການພາກພື້ນ ແລະ ສາກົນ.

ໜຶ່ງໃນບັນດາຈຸດເດັ່ນຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແມ່ນບັນດາເນື້ອໃນກ່ຽວກັບການຟື້ນຕົວ ແລະ ການເຕີບໂຕເສດຖະກິດທີ່ຍືນຍົງ. ໃນສະພາບການທີ່ເສດຖະກິດໂລກຜະເຊີນກັບຄວາມສ່ຽງຫຼາຍດ້ານ, ອາຊຽນສືບຕໍ່ໄດ້ຮັບການຕີລາຄາວ່າເປັນໜຶ່ງໃນພາກພື້ນທີ່ມີການເຕີບໂຕຂະຫຍາຍຕົວຢ່າງຕັ້ງໜ້າທີ່ສຸດໃນໂລກ. ເຖິງຢ່າງໃດກໍຕາມ, ເພື່ອຮັກສາກຳລັງຊຸກດັນແຫ່ງການພັດທະນາ, ອາຊຽນຕ້ອງສືບຕໍ່ຮັດແໜ້ນການເຊື່ອມໂຍງພາຍໃນກຸ່ມ, ເຮັດໃຫ້ຕະຫຼາດມີຄວາມຫຼາກຫຼາຍ ແລະ ຍົກສູງຂີດຄວາມສາມາດໃນການແຂ່ງຂັນ.

ໃນການເຂົ້າຮ່ວມບັນດາວາລະກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ຍົກອອກຫຼາຍຂໍ້ສະເໜີ ແລະ ຂໍ້ລິເລີ່ມຂອງ ຫວຽດນາມ ເພື່ອປະກອບສ່ວນເຂົ້າໃນບັນດາທາງອອກລວມຂອງອາຊຽນ ໃນການຮັບມືກັບສະຖານະການປັດຈຸບັນ ກໍຄືບັນດາທາງອອກໃນອະນາຄົດ. ໃນນັ້ນ, ສິ່ງທີ່ສຳຄັນທີ່ສຸດ ແລະ ເປັນບຸລິມະສິດສູງສຸດແມ່ນການຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ເພື່ອຊຸກຍູ້ ແລະ ສ້າງເງື່ອນໄຂໃຫ້ອາຊຽນສືບຕໍ່ພັດທະນາຢ່າງຍືນຍົງ, ສ້າງໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ອີ່ມໜຳສຳລານ ແລະ ມີຄວາມສຸກໃນຕໍ່ໜ້າ.

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ໃນສະພາບການທີ່ສະຖານະການພາກພື້ນ ແລະ ໂລກມີການຜັນແປຫຼາຍຢ່າງ, ຄວາມສາມັກຄີແມ່ນກຳລັງແຮງຫຼັກແຫຼ່ງທີ່ຊ່ວຍໃຫ້ອາຊຽນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສືບຕໍ່ຢືນຢັນບົດບາດສູນກາງໃນໂຄງສ້າງພາກພື້ນ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ອາຊຽນຕ້ອງຮັກສາສຽງເວົ້າລວມ, ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈທາງດ້ານຍຸດທະສາດ ແລະ ເສີມຂະຫຍາຍຈິດໃຈແຫ່ງຄວາມເປັນເອກະພາບ ເພື່ອຮັບມືກັບສິ່ງທ້າທາຍທີ່ເກີດຂຶ້ນໃໝ່ຢ່າງມີປະສິດທິຜົນ.

ໂດຍເນັ້ນໜັກວ່າ ຕໍ່ໜ້າສິ່ງທ້າທາຍທີ່ມີລັກສະນະເຊື່ອມໂຍງ ແລະ ຫຼາຍມິຕິ, ຄຳຖາມທີ່ຕັ້ງຂຶ້ນສຳລັບອາຊຽນບໍ່ແມ່ນ “ຈະໄດ້ຮັບຜົນກະທົບຫຼືບໍ່?” ແຕ່ແມ່ນອາຊຽນຈະ “ຮັບມືແນວໃດ ແລະ ຮ່ວມກັນຮັບມືຄືແນວໃດ?”, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ຍົກ 3 ຂໍ້ສະເໜີໃຫຍ່ຄື: ສຸມໃສ່ແຫຼ່ງທຶນເພື່ອຮັບປະກັນຄວາມຕ້ອງການດ້ານຄວາມໝັ້ນຄົງທີ່ຈຳເປັນ ລວມມີ ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຄວາມໝັ້ນຄົງຂອງມະນຸດ; ຊຸກຍູ້ການຮ່ວມມືຕົວຈິງເພື່ອແນໃສ່ເພີ່ມທະວີຂີດຄວາມສາມາດພາຍໃນ ແລະ ຄວາມສາມາດໃນການປັບຕົວຂອງອາຊຽນ; ແລະ ເພີ່ມທະວີການປະສານສົມທົບ ກໍຄືຄວາມສາມັກຄີອາຊຽນ.

ຫວຽດນາມ ຢືນຢັນເຖິງຈິດໃຈເປັນເຈົ້າການ, ຄວາມຮັບຜິດຊອບ ແລະ ການສ້າງສັນ
ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) ເຂົ້າຮ່ວມກອງປະຊຸມວາລະເຕັມຄະນະ ຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48, ໃນຕອນເຊົ້າວັນທີ 8 ພຶດສະພາ 2026. ພາບ: Dương Giang/TTXVN

ໃນບັນດາການສົນທະນາ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) ໄດ້ເນັ້ນໜັກເຖິງຄວາມຕ້ອງການໃນການຊຸກຍູ້ການເຊື່ອມໂຍງເສດຖະກິດພາຍໃນກຸ່ມ, ໂດຍຖືວ່ານີ້ແມ່ນກຳລັງຊຸກດັນທີ່ສຳຄັນເພື່ອໃຫ້ອາຊຽນ (ASEAN) ຮັກສາການເຕີບໂຕໃນສະພາບການທີ່ເສດຖະກິດໂລກພວມຜະເຊີນກັບຄວາມຫຍຸ້ງຍາກຫຼາຍຢ່າງ. ຫວຽດນາມ ໄດ້ສະເໜີໃຫ້ອາຊຽນຊຸກຍູ້ການຮ່ວມມືດ້ານການຫັນເປັນດິຈິຕອນ, ການພັດທະນາເສດຖະກິດດິຈິຕອນ ແລະ ສ້າງບັນດາຂອບການຮ່ວມມືໃໝ່ກ່ຽວກັບຂໍ້ມູນ, ປັນຍາປະດິດ (AI), ການປະດິດສ້າງໃໝ່ ແລະ ການບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແຂງແຮງກວ່າເກົ່າ. ທີ່ໜ້າສົນໃຈແມ່ນ ຫວຽດນາມ ໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການສ້າງຕ່ອງໂສ້ການສະໜອງທີ່ມີຄວາມສາມາດໃນການປັບຕົວສູງຕໍ່ກັບການກະທົບຈາກພາຍນອກ, ຊຸກຍູ້ການຮ່ວມມືດ້ານພະລັງງານທົດແທນ, ໂຄງລ່າງພື້ນຖານດິຈິຕອນ ແລະ ໂລຈິສຕິກ (logistics) ເພື່ອຍົກສູງການເຊື່ອມຕໍ່ຂອງອາຊຽນ.

ສານຂອງ ຫວຽດນາມ ຢູ່ກອງປະຊຸມຍັງໄດ້ສະແດງໃຫ້ເຫັນແຈ້ງທັດສະນະທີ່ສະເໝີຕົ້ນສະເໝີປາຍກ່ຽວກັບການຊຸກຍູ້ການພັດທະນາແບບກວມລວມ, ຍືນຍົງ ແລະ ຖືເອົາປະຊາຊົນເປັນສູນກາງ; ພ້ອມທັງເພີ່ມທະວີການເຊື່ອມໂຍງເສດຖະກິດພາຍໃນກຸ່ມ, ຊຸກຍູ້ການປະດິດສ້າງໃໝ່, ການຫັນເປັນດິຈິຕອນ ແລະ ການພັດທະນາສີຂຽວ. ບັນດາຂໍ້ສະເໜີຂອງ ຫວຽດນາມ ໄດ້ຮັບການຕີລາຄາໃນທາງບວກຈາກຫຼາຍປະເທດສະມາຊິກອາຊຽນ ຍ້ອນມີລັກສະນະຕົວຈິງ, ສາມາດຈັດຕັ້ງປະຕິບັດໄດ້ ແລະ ສອດຄ່ອງກັບຄວາມຕ້ອງການພັດທະນາຂອງພາກພື້ນໃນໄລຍະໃໝ່.

ແລກປ່ຽນຢູ່ນອກກອງປະຊຸມກັບບັນດານັກຂ່າວທີ່ຕິດຕາມຄະນະ, ທ່ານ ດັ້ງຮວ່າງຢາງ (Đặng Hoàng Giang), ຮອງລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ຮູ້ວ່າ: “ບັນດາມາດຕະການທີ່ ຫວຽດນາມ ຍົກອອກມານັ້ນແມ່ນມີຄວາມຮອບດ້ານໃນບັນດາເສົາຄ້ຳກ່ຽວກັບສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ, ເພີ່ມທະວີການເຊື່ອມຕໍ່ເສດຖະກິດທັງພາຍໃນກຸ່ມ ກໍຄືການຂະຫຍາຍຂອບເຂດຂອງອາຊຽນ ຜ່ານການເຊື່ອມຕໍ່ ແລະ ເຊັນບັນດາຂໍ້ຕົກລົງດ້ານເສດຖະກິດກັບບັນດາຄູ່ຮ່ວມມືພາຍນອກ. ພ້ອມກັນນັ້ນ ກໍໄດ້ສະເໜີບັນດາມາດຕະການທີ່ທັນການໃນການເຊື່ອມຕໍ່ກັບອາຊຽນກ່ຽວກັບພະລັງງານ ແລະ ສະບຽງອາຫານ. ພິເສດ, ບັນດາປະເທດແມ່ນມີຄວາມເຫັນດີເຫັນພ້ອມສູງຕໍ່ກັບຂໍ້ສະເໜີຂອງ ຫວຽດນາມ ທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດຄຳໝັ້ນສັນຍາກ່ຽວກັບຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານນ້ຳມັນເຊື້ອໄຟ ແລະ ນ້ຳມັນແອັດຊັງ; ການຈັດຕັ້ງປະຕິບັດຄຳໝັ້ນສັນຍາກ່ຽວກັບການຊຸກຍູ້ການຄ້າພາຍໃນກຸ່ມ, ການຍົກເລີກຮົ້ວກີດຂວາງທາງດ້ານການຄ້າໃນອາຊຽນ ກໍຄືການຂະຫຍາຍການພົວພັນຕ່າງປະເທດຂອງອາຊຽນກັບບັນດາຄູ່ຮ່ວມມື. ຈຸດສຳຄັນແມ່ນເຮັດແນວໃດເພື່ອໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດຈາກບັນດາຜົນສຳເລັດຂອງອາຊຽນ, ພ້ອມທັງຍົກສູງຂີດຄວາມສາມາດໃນການປັບຕົວ ແລະ ຄວາມສາມາດໃນການເພິ່ງຕົນເອງຂອງອາຊຽນ ຕໍ່ກັບສິ່ງທ້າທາຍໃນປັດຈຸບັນ”.

ບັນດາຂໍ້ສະເໜີຂອງ ຫວຽດນາມ ໄດ້ຮັບການຕ້ອນຮັບ ແລະ ຕີລາຄາສູງຈາກບັນດາຜູ້ນຳອາຊຽນ ທັງທາງດ້ານເນື້ອໃນ ແລະ ຄວາມເໝາະສົມກັບສະພາບການ. ບົນພື້ນຖານຂໍ້ສະເໜີຂອງ ຫວຽດນາມ, ກອງປະຊຸມໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບອອກ ຖະແຫຼງການຜູ້ນຳອາຊຽນ ກ່ຽວກັບບັນດາການເຄື່ອນໄຫວບຸລິມະສິດ ເພື່ອຮັດແໜ້ນຄວາມສາມາດໃນການເພິ່ງຕົນເອງຂອງພາກພື້ນ ເພື່ອຮັບມືກັບຜົນກະທົບຈາກສະຖານະການຢູ່ ຕາເວັນອອກກາງ; ສະແດງໃຫ້ເຫັນທັດສະນະທາງການເມືອງຂອງອາຊຽນ ຕໍ່ກັບຜົນກະທົບຈາກສະຖານະການຢູ່ ຕາເວັນອອກກາງ, ວິໄສທັດຂອງບັນດາຜູ້ນຳໃນການກຳນົດທີ່ຕັ້ງຂອງອາຊຽນ ຢູ່ໃນໂຄງສ້າງພາກພື້ນ ແລະ ຍຸດທະສາດ ກໍຄືມາດຕະການຮັບມືລວມທີ່ມີລັກສະນະການເຄື່ອນໄຫວ ແລະ ມີການຈັດຕັ້ງປະຕິບັດຕົວຈິງສູງ.

ການເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າຂອງ ຫວຽດນາມ ຢູ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ໄດ້ສືບຕໍ່ຢືນຢັນບົດບາດ ແລະ ທີ່ຕັ້ງທີ່ນັບມື້ນັບສູງຂຶ້ນຂອງປະເທດຊາດໃນພາກພື້ນ. ໃນຫຼາຍປີຜ່ານມາ, ຫວຽດນາມ ຍາມໃດກໍໄດ້ຮັບການຕີລາຄາວ່າເປັນໜຶ່ງໃນສະມາຊິກທີ່ຕັ້ງໜ້າທີ່ສຸດໃນອາຊຽນ, ມີການປະກອບສ່ວນຕົວຈິງເຂົ້າໃນວິວັດທະນາການສ້າງສາປະຊາຄົມອາຊຽນ ກໍຄືການຊຸກຍູ້ການຮ່ວມມືໃນພາກພື້ນ.

ຜ່ານບັນດາວາລະກອງປະຊຸມ, ຫວຽດນາມ ໄດ້ສະແດງໃຫ້ເຫັນແຈ້ງທັດສະນະທີ່ສະເໝີຕົ້ນສະເໝີປາຍກ່ຽວກັບການສ້າງອາຊຽນໃຫ້ມີຄວາມສາມັກຄີ, ເພິ່ງຕົນເອງ ແລະ ປັບຕົວໄດ້ຢ່າງຄ່ອງຕົວ; ພ້ອມທັງຊຸກຍູ້ຄວາມສົມດຸນລະຫວ່າງການເຕີບໂຕເສດຖະກິດ ກັບ ການພັດທະນາທີ່ຍືນຍົງ, ລະຫວ່າງການຫັນເປັນດິຈິຕອນ ກັບ ການຮັບປະກັນສະຫວັດດີການສັງຄົມ. ພາບພົດຂອງຄະນະຜູ້ແທນ ຫວຽດນາມ ທີ່ເຂົ້າຮ່ວມຢ່າງຕັ້ງໜ້າໃນບັນດາການເຄື່ອນໄຫວຂອງກອງປະຊຸມ ຍັງໄດ້ສືບຕໍ່ເຜີຍແຜ່ສານກ່ຽວກັບ ຫວຽດນາມ ທີ່ມີຄວາມຂະຫຍາຍຕົວ, ເຊື່ອມໂຍງເຂົ້າກັບສາກົນຢ່າງກວ້າງຂວາງ ແລະ ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນບັນດາບັນຫາລວມຂອງພາກພື້ນ.

ການທີ່ທ່ານນາຍົກລັດຖະມົນຕີ ເລມິງຮຶງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມໃນທັນທີ ຫຼັງຈາກລັດຖະບານ ຊຸດທີ XVI ເລີ່ມຕົ້ນອາຍຸການ ກໍຍັງສະແດງໃຫ້ເຫັນເຖິງຄວາມສະເໝີຕົ້ນສະເໝີປາຍໃນແນວທາງການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ພຫຸພາຄີ ແລະ ຫັນເປັນຫຼາຍທິດໃນການພົວພັນສາກົນຂອງ ຫວຽດນາມ. ນີ້ກໍແມ່ນຫຼັກຖານທີ່ຊັດເຈນໃຫ້ແກ່ການທີ່ ຫວຽດນາມ ຍັງຄົງຖືອາຊຽນເປັນບຸລິມະສິດທາງດ້ານຍຸດທະສາດອັນດັບໜຶ່ງ ໃນນະໂຍບາຍການຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນ.

ຫວຽດນາມ ຢືນຢັນເຖິງຈິດໃຈເປັນເຈົ້າການ, ຄວາມຮັບຜິດຊອບ ແລະ ການສ້າງສັນ
ທ່ານປະທານາທິບໍດີ ຟີລິບປິນ Ferdinand Romualdez Marcos Jr, ປະທານອາຊຽນ ປີ 2026 ຕ້ອນຮັບທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48. ພາບ: Dương Giang/TTXVN

ຢູ່ຂ້າງນອກກອງປະຊຸມສຸດຍອດອາຊຽນ (ASEAN) ຄັ້ງທີ 48, ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) ໄດ້ມີຫຼາຍການພົບປະ ແລະ ເຂົ້າຫາສອງຝ່າຍກັບບັນດາຜູ້ນຳປະເທດອາຊຽນ ແລະ ອົງການຈັດຕັ້ງສາກົນ. ບັນດາການພົບປະໄດ້ດຳເນີນໄປໃນບັນຍາກາດອັນຈິງໃຈ ແລະ ເປີດກວ້າງ, ສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງທີ່ນັບມື້ນັບສູງຂຶ້ນ ລະຫວ່າງ ຫວຽດນາມ ກັບ ບັນດາປະເທດໃນພາກພື້ນ.

ໃນບັນດາການພົບປະ ແລະ ເຂົ້າຫາສອງຝ່າຍກັບບັນດາຜູ້ນຳປະເທດ ແລະ ອົງການຈັດຕັ້ງສາກົນ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກເຖິງບຸລິມະສິດໃນການເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ແລະ ຜັນຂະຫຍາຍບັນດາຂອບການຮ່ວມມືທີ່ມີຢູ່ແລ້ວໃຫ້ມີປະສິດທິຜົນ; ເຊີດຊູຈິດໃຈມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືກັບບັນດາປະເທດ; ປາດຖະໜາຢາກຂຸດຄົ້ນບັນດາທ່າແຮງການຮ່ວມມືໃໝ່ໃນສາຍພົວພັນການຄ້າຢ່າງມີປະສິດທິຜົນ, ຊຸກຍູ້ການຮ່ວມມືເສດຖະກິດພາຍໃນກຸ່ມອາຊຽນ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ຄວາມໝັ້ນຄົງດ້ານພະລັງງານ, ພັດທະນາຕ່ອງໂສ້ການສະໜອງ ແລະ ເພີ່ມທະວີການເຊື່ອມຕໍ່ໂຄງລ່າງພື້ນຖານຂອງພາກພື້ນ.

ບັນດາຜູ້ນຳປະເທດຕ່າງໆ ໄດ້ຕີລາຄາສູງຕໍ່ບົດບາດ ແລະ ການປະກອບສ່ວນຂອງ ຫວຽດນາມ ທີ່ມີຕໍ່ອາຊຽນ ກໍຄືການພັດທະນາຂອງພາກພື້ນ. ທຸກຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການແລກປ່ຽນລະຫວ່າງປະຊາຊົນ. ໃນສະພາບການທີ່ອາຊຽນພວມຊຸກຍູ້ການເຊື່ອມໂຍງພາຍໃນກຸ່ມຢ່າງແຂງແຮງ, ຫວຽດນາມ ໄດ້ຮັບການຕີລາຄາວ່າເປັນພື້ນຖານເສດຖະກິດທີ່ຂະຫຍາຍຕົວຢ່າງຕັ້ງໜ້າ, ມີຄວາມສາມາດເຊື່ອມຕໍ່ຢ່າງມີປະສິດທິຜົນ ລະຫວ່າງ ພາກພື້ນອາຊີຕາເວັນອອກສຽງໃຕ້ ກັບ ຕ່ອງໂສ້ການສະໜອງທົ່ວໂລກ. ຜ່ານບັນດາການພົບປະສອງຝ່າຍ, ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມພາກພື້ນ.

ສາມາດເວົ້າໄດ້ວ່າ, ການໄປປະຕິບັດວຽກງານຢູ່ຕ່າງປະເທດຄັ້ງທຳອິດຂອງ ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ປະສົບຜົນສຳເລັດຢ່າງຈົບງາມ ທັງໃນດ້ານພຫຸພາຄີ ແລະ ສອງຝ່າຍ, ສ້າງຂີດໝາຍອັນດີງາມກ່ຽວກັບຈິດໃຈເປັນເຈົ້າການ, ຕັ້ງໜ້າ, ຄວາມຮັບຜິດຊອບ ແລະ ການປະກອບສ່ວນຕົວຈິງ, ມີປະສິດທິຜົນເຂົ້າໃນວຽກງານລວມຂອງອາຊຽນ, ກໍຄືການຊຸກຍູ້ສາຍພົວພັນກັບບັນດາປະເທດສະມາຊິກ ເພື່ອປະກອບສ່ວນໃຫ້ແກ່ສັນຕິພາບ ແລະ ການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

ຊຸກຍູ້ການແລກປ່ຽນລະຫວ່າງປະຊາຊົນ ຫວຽດນາມ - ຕວກກີ ຊຸກຍູ້ການແລກປ່ຽນລະຫວ່າງປະຊາຊົນ ຫວຽດນາມ - ຕວກກີ

ຍສໝ - ນີ້ແມ່ນການແບ່ງປັນຂອງທ່ານ Numan Kurtulmus, ປະທານສະພາແຫ່ງຊາດ ຕວກກີ ໃນພິທີພົບປະກັບທ່ານນາງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ຕວກກີ ດັ້ງທິທູຮ່າ (Đặng Thị Thu Hà) ເຊິ່ງຈັດຂຶ້ນໃນວັນທີ 7 ພຶດສະພາ ຢູ່ທີ່ນະຄອນຫຼວງ Ankara.

ປ່ຽນ ປ່ຽນ "ຄວາມໃກ້ຊິດທາງດ້ານພູມສາດ" ໃຫ້ກາຍເປັນ "ທ່າແຮງແຫ່ງການຮັດແໜ້ນຍຸດທະສາດ" ລະຫວ່າງ 3 ປະເທດ ຫວຽດນາມ, ກຳປູເຈຍ ແລະ ລາວ

ຍສໝ - ວັນທີ 08 ພຶດສະພາ, ໃນໂຄງການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ (ASEAN) ຄັ້ງທີ 48 ຢູ່ ເຊບູ (Cebu), ຟີລິບປິນ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) ໄດ້ມີການຮ່ວມຮັບປະທານອາຫານເຊົ້າ ແລະ ເຮັດວຽກກັບ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ...

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ