ນາຍົກລັດຖະມົນຕີຫວຽດນາມ ກ່າວປາໄສທີ່ກອງປະຊຸມສຸດຍອດຊີວະວິທະຍາໂລກ ປີ 2022

15:34 | 27/10/2022

ໂດຍໄດ້ຮັບຄໍາເຊີນຂອງທ່ານ Yoon Suk-yeol ປະທານາທິບໍດີ ສ.ເກົາຫຼີ, ວັນທີ 25 ຕຸລາ, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມ ແລະກ່າວປາໄສຕາມຮູບການຖ່າຍຄຼິບວີດີໂອສົ່ງເຖິງກອງປະຊຸມສຸດຍອດຊີວະວິທະຍາໂລກ ປີ 2022 ດ້ວຍຫົວຂໍ້ “ອະນາຄົດຂອງວັກຊິນ ແລະຊີວະການແພດ”.

ມອບຫຼຽນ​ໄຊ​ມິດ​ຕະ​ພາບຂອງ​ລັດ ລາວ ໃຫ້​ແກ່​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ​ສ້າງ​ຄູ - ມະ​ຫາ​ວິ​ທະ​ຍາ​ໄລ​ທ໊າຍງວຽນ ມອບຫຼຽນ​ໄຊ​ມິດ​ຕະ​ພາບຂອງ​ລັດ ລາວ ໃຫ້​ແກ່​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ​ສ້າງ​ຄູ - ມະ​ຫາ​ວິ​ທະ​ຍາ​ໄລ​ທ໊າຍງວຽນ
ຫວຽດນາມ ແລະ ລາວ ຊຸກຍູ້ການຮ່ວມມືຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ແລະ ລາວ ຊຸກຍູ້ການຮ່ວມມືຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ນາຍົກລັດຖະມົນຕີຫວຽດນາມ ກ່າວປາໄສທີ່ກອງປະຊຸມສຸດຍອດຊີວະວິທະຍາໂລກ ປີ 2022
ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ. ພາບ: ເຢືອງຢາງ

ກອງປະຊຸມໄດ້ດຳເນີນໃນລະຫວ່າງວັນທີ 25-26 ຕຸລາ ຢູ່ເຊອູນ, ໂດຍກະຊວງສາທາລະນະສຸກ ແລະສະຫວັດດີການ ສ.ເກົາຫຼີ ສົມທົບກັບອົງການອະນາໄມໂລກ (WHO) ຈັດຕັ້ງ. ມີເຈົ້າໜ້າທີ່ລັດຖະບານ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະບໍລິສັດການຢານາໆຊາດ ປະມານ 300 ຄົນ ໄດ້ເຂົ້າຮ່ວມເພື່ອຕີລາຄາບົດຮຽນ, ປະສົບການໃນການຕ້ານພະຍາດໂຄວິດ-19, ພ້ອມທັງປຶກສາຫາລືແບບວິທີໃໝ່ແນໃສ່ຍູ້ໄວການຄົ້ນຄວ້າ ແລະເພີ່ມທະວີຄວາມໝັ້ນຄົງດ້ານສາທາລະນະສຸກໃນທົ່ວໂລກ.

ໃນບົດກ່າວປາໄສ, ທ່ານ ຟ້າມມິງຈີ໊ງ ໃຫ້ຮູ້ວ່າ ພະຍາດໂຄວິດ-19 ເກີດຂຶ້ນ ແລະລະບາດໄດ້ສົ່ງຜົນສະທ້ອນຢ່າງໜັກໜ່ວງ, ຮອບດ້ານໃຫ້ທຸກປະເທດ. ໃນການຕໍ່ສູ້ຕ້ານພະຍາດໂຄວິດ-19 ຜ່ານມາ, ຍິ່ງເຫັນຄວາມສໍາຄັນເປັນພິເສດຂອງວັກຊິນ. ຫວຽດນາມ ໄດ້ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19 ດ້ວຍວິທີເຂົ້າເຖິງທັງມີລັກສະນະທົ່ວໂລກ, ເພີ່ມທະວີຄວາມສາມັກຄີສາກົນ, ເຊີດຊູລັດທິຫຼາຍຝ່າຍ, ທັງມີລັກສະນະທົ່ວປວງຊົນ, ຖືເອົາປະຊາຊົນເປັນໃຈກາງ, ເປັນເຈົ້າກຳ. ໃນນັ້ນຜັນຂະຫຍາຍດ້ານການທູດດ້ານວັກຊິນໄດ້ຢ່າງສໍາເລັດຜົນ ແລະຂະບວນການສັກຢາກັນພະຍາດໂດຍບໍ່ເສຍຄ່າຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ.

ຍ້ອນເຫດນັ້ນ, ມາຮອດປະຈຸບັນ, ພະຍາດໂຄວິດ-19 ຈຶ່ງໄດ້ຮັບການຄວບຄຸມໂດຍພື້ນຖານ, ສ້າງພື້ນຖານເພື່ອພັດທະນາເສດຖະກິດ-ສັງຄົມ, ຟື້ນຟູຢ່າງວ່ອງໄວ ແລະພັດທະນາແບບຍືນຍົງ. ຕາມທ່ານ ຟ້າມມິງຈີ໊ງ ແລ້ວ, ຈາກພະຍາດ ໂຄວິດ-19 ແລະວິກິດການສາທາລະນະສຸກຜ່ານມາ, ສະແດງໃຫ້ເຫັນຄວາມສຳຄັນຂອງການຕ້ອງຍູ້ແຮງການຄົ້ນຄວ້າ ແລະພັດທະນາວັກຊິນ, ເຕັກໂນໂລຢີຊີວະການແພດເພື່ອປະກອບສ່ວນສົ່ງເສີມສຸຂະພາບ ແລະປົກປ້ອງຊີວິດຂອງປະຊາຊົນ, ຍົກສູງຄວາມສາມາດຮັບມືກັບພະຍາດໂຄວິດ-19 ທີ່ອາດຈະເກີດໂດຍບັງເອີນ ແລະຜັນແປຢ່າງສັບສົນດ້ວຍການມອງເຫັນລ່ວງໜ້າເພື່ອໂລກພັດທະນາກວມລວມຢ່າງດີງາມກວ່າ.

ທ່ານ ຟ້າມມິງຈີ໊ງ ຮຽກຮ້ອງໃຫ້ມີຄວາມສາມັກຄີ, ຮ່ວມແຮງຮ່ວມໃຈປັບປຸງ, ພັດທະນາ, ແບ່ງປັນແຫຼ່ງກໍາລັງເພື່ອຄົ້ນຄວ້າ, ຜະລິດວັກຊິນ, ກໍ່ສ້າງຂະແໜງອຸດສາຫະກຳຊີວະການແພດທີ່ກ້າວໜ້າ; ພັດທະນາພື້ນຖານການແພດໃຫ້ທັນສະໄໝເພື່ອຮັບມືກັບພະຍາດທຸກຊະນິດຢ່າງມີປະສິດທິຜົນ; ພ້ອມທັງຮັບປະກັນວິທີເຂົ້າເຖິງວັກຊິນ ແລະຜະລິດຕະພັນຮັບໃຊ້ການເບິ່ງແຍງດູແລ, ປົກປ້ອງສຸຂະພາບຂອງປະຊາຊົນໃນທົ່ວໂລກຢ່າງຍຸຕິທຳ.

ທ່ານ ຟ້າມມິງຈີ໊ງ ເນັ້ນໜັກວ່າ: “ໂດຍເປັນສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບກັບປະຊາຄົມສາກົນ, ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າຈະສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນໃນການຄົ້ນຄວ້າ, ຜະລິດ, ຖ່າຍທອດເຕັກໂນໂລຢີ, ປະກອບສ່ວນຮັກສາສະຖຽນລະພາບລະບົບຕ່ອງໂສ້ການສະໜອງວັກຊິນ ແລະບັນດາຜະລິດຕະພັນຊີວະການແພດໃນທົ່ວໂລກ”.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.