ຫວຽດນາມ ເຂົ້າຮ່ວມ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມສຸດຍອດ ອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ

16:25 | 14/11/2022

ວັນທີ 13 ພະຈິກ, ພາຍຫຼັງກອງປະຊຸມສຸດຍອດອາຊີ (EAS) ຄັ້ງທີ 17, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ການນຳບັນດາປະເທດເຂົ້າຮ່ວມພິທີອັດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ພິທີມອບໜ້າທີ່ປະທານ ອາຊຽນ ຈາກ ກຳປູເຈຍ ໃຫ້ແກ່ ອິນໂດເນເຊຍ.

ຫວຽດນາມ ເຂົ້າຮ່ວມກອງປະຊຸມ AMM-55 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຫວຽດນາມ ເຂົ້າຮ່ວມກອງປະຊຸມ AMM-55 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ
ນັກ​ກິລາປະເທດຕ່າງໆ ເຂົ້າຮ່ວມ ​ຊີ​ເກມ ​ຄັ້ງ​ທີ 31 ​ຢ້ຽມຊົມບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ຫວຽດນາມ ນັກ​ກິລາປະເທດຕ່າງໆ ເຂົ້າຮ່ວມ ​ຊີ​ເກມ ​ຄັ້ງ​ທີ 31 ​ຢ້ຽມຊົມບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ຫວຽດນາມ
ຫວຽດນາມ ເຂົ້າຮ່ວມ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມສຸດຍອດ ອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ
ຫວຽດນາມ ເຂົ້າຮ່ວມ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມສຸດຍອດ ອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ. ພາບ: VGP

ບັນດາກອງປະຊຸມສຸດຍອດໄດ້ປິດລົງພາຍຫຼັງທີ່ເຮັດວຽກມາເປັນເວລາ 4 ວັນ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ນຳໜ້າ ໄດ້ເຂົ້າຮ່ວມຢ່າງຕັ້ງຫນ້າ ແລະ ມີການປະກອບສ່ວນຢ່າງແທດຈິງ, ບັນລຸປະສິດທິຜົນເຂົ້າໃນຜົນງານລວມຂອງກອງປະຊຸມຄັ້ງຕ່າງໆ, ສະແດງໃຫ້ເຫັນການສະໜັບສະໜູນທີ່ສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຕໍ່ປະທານ ອາຊຽນ 2022 ກຳປູເຈຍ ກໍຄືຕັ້ງໜ້າເສີມຂະຫຍາຍຈິດໃຈເປັນເຈົ້າການ, ມີຄວາມຮັບຜິດຊອບຕໍ່ວຽກງານລວມຂອງ ອາຊຽນ.

ຕອນບ່າຍວັນທີ 13 ພະຈິກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພ້ອມກັບຄະນະຜູ້ແທນ ຫວຽດນາມ ເດີນທາງອອກຈາກ ພະນົມເປັນ ກັບຄືນປະເທດ, ສິ້ນສຸດການໄປປະຕິບັດງານ, ການຢ້ຽມຢາມ ກຳປູເຈຍ ເປັນທາງການ, ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັງທີ 40, 41 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢ່າງຈົບງາມ.

ໄຊພອນ

ເຫດການ
302 Found

Found

The document has moved here.