ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ທີ່ກອງປະຊຸມສຸດຍອດ ອາຊຽນ

08:05 | 15/11/2022

ວັນທີ 12 ພະຈິກ, ທີ່ພະນົມເປັນ, ລາຊະອານາຈັກກໍາປູເຈຍ, ໂດຍສືບຕໍ່ລາຍການເຮັດວຽກໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40 ແລະ 41 ແລະບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ+3 (ກັບ ຈີນ, ສ.ເກົາຫຼີ ແລະຍີ່ປຸ່ນ) ແລະບັນດາກອງປະຊຸມສຸດຍອດ ອາຊຽນ ກັບ ອິນເດຍ, ອົດສະຕາລີ, ຍີ່ປຸ່ນ, ອາເມລິກາ ແລະການາດາ.

ນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ພົບປະເຈລະຈາກັບນາຍົກລັດຖະມົນຕີ ກໍາປູເຈຍ ນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ພົບປະເຈລະຈາກັບນາຍົກລັດຖະມົນຕີ ກໍາປູເຈຍ
ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ຕາງໜ້າການນໍາຂັ້ນສູງຫວຽດນາມ ຂຽນປື້ມໄວ້ອາໄລ ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ຕາງໜ້າການນໍາຂັ້ນສູງຫວຽດນາມ ຂຽນປື້ມໄວ້ອາໄລ ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo

ອາຊຽນ+3 ຄວນຢຶດໝັ້ນຕໍ່ລັດທິຫຼາຍຝ່າຍ, ຫັນການຄ້າເປັນເສລີ

ທີ່ກອງປະຊຸມສຸດຍອດ ອາຊຽນ+3 ຄັ້ງທີ 25, ບັນດາການນໍາ ຕີລາຄາສູງຄວາມສໍາຄັນຂອງການຮ່ວມມື ອາຊຽນ+3 ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງ ໃນປີ 2022, ປະກອບສ່ວນຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາ ຢູ່ ອາຊີຕາເວັນອອກ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ+3 ຄັ້ງທີ 25. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຢັ້ງຢືນວ່າ ນັບແຕ່ປີ 1997 ເປັນຕົ້ນມາ, ອາຊຽນ+3 ກາຍເປັນກໍາລັງໜູນໃນການຮ່ວມມືຂອງອາຊຽນ ກັບບັນດາຄູ່ຮ່ວມມື ເທື່ອລະກ້າວ, ມຸ່ງໄປເຖິງອາຊີຕາເວັນອອກ ແຫ່ງສັນຕິພາບ, ສະຖຽນລະພາບ, ພັດທະນາແບບຍືນຍົງ ແລະວັດທະນາຖາວອນ. ໃນສະພາບການປັດຈຸບັນ, ອາຊຽນ+3 ຄວນນໍາໜ້າ, ຢຶດໝັ້ນຕໍ່ລັດທິຫຼາຍຝ່າຍ, ຫັນການຄ້າເປັນເສລີ, ເປີດປະຕູຮັບເອົາທຸກໆໂອກາດ, ເຊື່ອມຕໍ່ໃນທຸກແງ່ມູມ ແລະດຸ່ນດ່ຽງໃນທຸກຂົງເຂດ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ພ້ອມດ້ວຍຜູ້ນໍາບັນດາປະເທດອາຊຽນ, ຈີນ, ສ.ເກົາຫຼີ ແລະຍີ່ປຸ່ນ ຖ່າຍຮູບລວມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາປະເທດ ອາຊຽນ+3 ໜູນຊ່ວຍຢ່າງຕັ້ງໜ້າ ແລະມີປະສິດທິຜົນກວ່າອີກ ເພື່ອໃຫ້ອາຊຽນ ຟືນຟູໄວ ແລະພັດທະນາແບບຍືນຍົງ. ສ່ວນຝ່າຍຫວຽດນາມ, ທ່ານນາຍົກລັດຖະມົນຕີ ໃຫ້ຄໍາໝັ້ນສັນຍາວ່າຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອໃຫ້ບັນດາປະເທດ ອາຊຽນ+3 ມີສະຖຽນລະພາບ, ສັນຕິພາບ ແລະວັດທະນາຖາວອນ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາປະເທດ ອາຊຽນ+3 ຄວນສືບຕໍ່ເສີມຂະຫຍາຍຈິດໃຈເຈລະຈາຢ່າງກົງໄປກົງມາ, ຮ່ວມມືຢ່າງຈິງໃຈ, ບ້ານໃກ້ເຮືອນຄຽງມິດຕະພາບ, ມີຜົນປະໂຫຍດທີ່ກົມກຽວ, ແບງປັນຄວາມສ່ຽງ, ປະກອບສ່ວນສ້າງການແກ່ງແຍ້ງທີ່ປອດໃສ, ໂດຍອີງໃສ່ກົດໝາຍ, ຫຼຸດຜ່ອນການຂັດແຍ້ງກັນ, ສະກັດກັ້ນການປະທະກັນ.

ຖືເປັນສໍາຄັນການຊຸກຍູ້ການພົວພັນກັບອິນເດຍ

ກ່າວຄໍາເຫັນທີ່ກອງປະຊຸມສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 19, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ເນັ້ນໜັກວ່າ ໂດຍແມ່ນປະເທດບ້ານໃກ້ເຮືອນຄຽງ, ຄູ່ຮ່ວມມືໄວ້ເນື້ອເຊື່ອໃຈຂອງກັນ, ອາຊຽນ ຍາມໃດກໍຖືເປັນສໍາຄັນຕໍ່ການຊຸກຍູ້ການພົວພັນກັບອິນເດຍ ໃນທຸກຂົງເຂດ, ຊົມເຊີຍ ເລື່ອງອິນເດຍ ຕັ້ງໜ້າຜັນຂະຫຍາຍນະໂຍບາຍການກະທໍາມຸ່ງໄປສູ່ທິດຕາເວັນອອກ ແລະຍູ້ແຮງການຮ່ວມມືກັບອາຊຽນ ແລະພາກພື້ນ.

ຫົວໜ້າຄະນະບັນດາປະເທດອາຊຽນ ແລະທ່ານ Jagdeep Dhankhar ຮອງປະທານາທິບໍດີ ອິນເດຍ ຖ່າຍຮູບລວມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ອາຊຽນ ແລະອິນເດຍ ຄວນສົມທົບກັນປະກອບສ່ວນຢ່າງມີຄວາມຮັບຜິດຊອບ ແລະມີປະສິດທິຜົນກວ່າອີກໃຫ້ແກ່ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະວັດທະນາຖາວອນ ຢູ່ພາກພື້ນ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍຢູ່ພາກພື້ນ, ເຄົາລົບກົດໝາຍ, ປະພຶດຢ່າງສະເໝີພາບ, ເຄົາລົບເຊິ່ງກັນ ແລະກັນ ແລະຮ່ວມມືພ້ອມກັນພັດທະນາ.

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ອາຊຽນ ແລະອິນເດຍ ຄວນສົມທົບກັນຂຸດຄົ້ນ ແລະເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະທ່າແຮງ ອັນໃຫຍ່ຫຼວງຢ່າງສຸດຂີດ, ຍູ້ແຮງການປະກອບສ່ວນຢ່າງຕັ້ງໜ້າ ແລະມີປະສິດທິຜົນກວ່າອີກໃຫ້ແກ່ວິວັດການຟື້ນຟູ, ມຸ່ງໄປສູ່ການພັດທະນາແບບຍືນຍົງ. ຕາມນັ້ນແລ້ວ, ສອງຝ່າຍຄວນໝູນໃຊ້ທີ່ຕັ້ງພູມສາດຍຸດທະສາດທີ່ສໍາຄັນທີ່ນອນໃນຝັ່ງມະຫາສະໝຸດອິນເດຍ ແລະປາຊີຟິກຢ່າງມີປະສິດທິຜົນ, ສະຫງວນບຸລິມະສິດສູງສຸດໃຫ້ແກ່ການຮ່ວມມືທາງທະເລແບບຍືນຍົງ; ສົມທົບກັນຜັນຂະຫຍາຍຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານການຄ້າ, ການລົງທຶນ, ຍັງເປີດກວ້າງການເຊື່ອມຕໍ່, ຫັນຕ່ອງໂສ້ການສະໜອງ ແລະຜະລິດໃຫ້ເປັນຫຼາຍຮູບຫຼາຍແບບ.

ອາຊຽນ-ອົດສະຕາລີ ເພີ່ມທະວີການຮ່ວມມື

ກ່າວຄໍາເຫັນທີ່ກອງປະຊຸມສຸດຍອດ ອາຊຽນ-ອົດສະຕາລີ ຄັ້ງທີ 2, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຕີລາຄາສູງຕໍ່ການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງ ອາຊຽນ-ອົດສະຕາລີ ພັດທະນາຢ່າງໝັ້ນຄົງເຂັ້ມແຂງ, ຮອບດ້ານ ແລະບັນລຸໄດ້ໝາກຜົນຫຼາຍຢ່າງໃນທຸກຂົງເຂດ, ນໍາອົດສະຕາລີ ກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານທໍາອິດຂອງອາຊຽນ, ພ້ອມທັງຂອບໃຈ ອົດສະຕາລີ ທີ່ໄດ້ຮ່ວມມື, ໜູນຊ່ວຍບັນດາປະເທດອາຊຽນ ໃນການຮັບມືກັບພະຍາດໂຄວິດ-19 ໃນໄລຍະຜ່ານມາ ຢ່າງມີປະສິດທິຜົນ.

ເພື່ອໃຫ້ການພົວພັນ ອາຊຽນ-ອົດສະຕາລີ ພັດທະນາໃຫ້ສົມກັບລະດັບຄູ່ຮ່ວມມືຍຸດທະສາດຮອບດ້ານ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຄວນສົມທົບກັນຢ່າງແໜ້ນແຟ້ນ, ຟື້ນຟູຢ່າງສົມບູນໂດຍໄວ ແລະຍູ້ແຮງການແລກປ່ຽນການຄ້າ, ການລົງທຶນ. ຄຽງຂ້າງນັ້ນ, ສອງຝ່າຍຄວນເພີ່ມທະວີການຮ່ວມມື, ໜູນຊ່ວຍຍົກສູງກໍາລັງຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງດ້ານສາທາລະນະສຸກ. ທ່ານນາຍົກລັດຖະມົນຕີ ຊົມເຊີຍຂໍ້ສະເໜີຂອງອົດສະຕາລີ ກ່ຽວກັບການຈັດຕັ້ງເວທີປາໄສສົນທະນາຂັ້ນສູງ ອາຊຽນ-ອົດສະຕາລີ ກ່ຽວກັບ ການປ່ຽນແປງຂອງດິນຟ້າອາກາດ ແລະການຫັນປ່ຽນພະລັງງານ; ພ້ອມແລ້ວທີ່ຈະສົມທົບກັບ ລາວ ແລະອົດສະຕາລີ ຈັດຕັ້ງການເຄື່ອນໄຫວນີ້ຢູ່ ຫວຽດນາມ ໃນປີ 2023.

ສິ້ນສຸດກອງປະຊຸມ, ບັນດາຜູ້ນໍາອາຊຽນ ແລະອົດສະຕາລີ ໄດ້ຮັບຮອງເອົາຖະແຫຼງການຮ່ວມມືບົນພື້ນຖານເອກະສານທັດສະນະອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ-ປາຊີຟິກ (AOIP).

ຕົວແບບການຮ່ວມມືລະຫວ່າງ ອາຊຽນ ແລະບັນດາຄູ່ຮ່ວມມື

ກ່າວຄໍາເຫັນທີ່ກອງປະຊຸມສຸດຍອດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 25, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຕີລາຄາສູງຄວາມສໍາຄັນຂອງການພົວພັນລະຫວ່າງ ອາຊຽນ ກັບຍີ່ປຸ່ນ, ຄູ່ຮ່ວມມືທໍາອິດຂອງອາຊຽນ, ເຂົ້າໃຈກັນຢ່າງຈະແຈ້ງ, ການພົວພັນສະໜິດແໜ້ນ, ຮ່ວມມືຢ່າງມີປະສິດທິຜົນ ໃນຕະຫຼອດເຄິ່ງສະຕະວັດ ຜ່ານມາ, ກາຍເປັນຕົວແບບຂອງການຮ່ວມມືລະຫວ່າງອາຊຽນ ແລະບັນດາຄູ່ຮ່ວມມື, ປະກອບສ່ວນຕັ້ງໜ້າໃຫ້ແກ່ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະການພັດທະນາວັດທະນາຖາວອນຂອງແຕ່ລະຝ່າຍ ແລະທັງພາກພື້ນ.

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງຝ່າຍ ເພີ່ມທະວີການພັດທະນາເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ ແລະຫວັງວ່າ ຍີ່ປຸ່ນ ຈະໜູນຊ່ວຍອາຊຽນ ຊຸກຍູ້ການຫັນປ່ຽນພະລັງງານໃຫ້ມີຄວາມສະເໝີພາບ, ຍຸຕິທໍາ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໃຫ້ບຸລິມະສິດແກ່ການພັດທະນາໂຄງລ່າງຍຸດທະສາດຢູ່ບັນດາປະເທດອາຊຽນ.

ສະເໜີ ອາເມລິກາ ເພີ່ມທະວີການໜູນຊ່ວຍບັນດາປະເທດອາຊຽນ

ທີ່ກອງປະຊຸມສຸດຍອດ ອາຊຽນ-ອາເມລິກາ ຄັ້ງທີ 10, ຜູ້ນໍາບັນດາປະເທດອາຊຽນ ພ້ອມກັບທ່ານປະທານາທິບໍດີ ອາເມລິກາ Joe Biden ຕີລາຄາສູງຄວາມສໍາຄັນຂອງການພົວພັນຄູ່ຮ່ວມມືກັບສັນຕິພາບ, ຄວາມໝັ້ນຄົງ, ການພັດທະນາວັດທະນາຖາວອນຢູ່ພາກພື້ນ ແລະໃນໂລກ. ເນື່ອງໃນໂອກາດນີ້, ຜູ້ນໍາອາຊຽນ ແລະອາເມລິກາ ໄດ້ຮັບຮອງເອົາຖະແຫຼງການຮ່ວມວ່າດ້ວຍການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງຝ່າຍ.

ຜູ້ນໍາອາຊຽນ ແລະທ່ານປະທານາທິບໍດີ ອາເມລິກາ Joe Biden ຖ່າຍຮູບ ລວມທີ່ກອງປະຊຸມສຸດຍອດ ອາຊຽນ-ອາເມລິກາ ຄັ້ງທີ 10. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຕີລາຄາສູງຄໍາໝັ້ນສັນຍາຂອງອາເມລິກາ ທີ່ໃຫ້ກັບອາຊຽນ ຢ່າງແຂງແຮງ ແລະຄວາມມານະພະຍາຍາມຍົກລະດັບການຮ່ວມມືປະກອບສ່ວນຕັ້ງໜ້າກວ່າອີກໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນລວມ. ທ່ານນາຍົກລັດຖະມົນຕີ ເຫັນດີຕໍ່ການຮັບຮອງເອົາຖະແຫຼງການວ່າດ້ວຍການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງອາຊຽນ-ອາເມລິກາ, ປະກອບສ່ວນເຂົ້າໃນການສ້າງການພົວພັນຢ່າງແໜ້ນແຟ້ນ ເພື່ອຮັບມືກັບສິ່ງທ້າທາຍທົ່ວໂລກໃຫ້ມີປະສິດທິຜົນ, ເພື່ອໃຫ້ອາຊຽນ ກຸ້ມຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຄວາມຈະເລີນຮຸ່ງເຮືອງ ແລະວັດທະນາຖາວອນ.

ເຖິງວ່າຢູ່ໄກ, ແຕ່ໃຈຢູ່ໃກ້

ກ່າວຄໍາເຫັນທີ່ກອງປະຊຸມສຸດຍອດ ສະເຫຼີມສະຫຼອງການພົວພັນ ອາຊຽນ-ການາດາ ຄົບຮອບ 45 ປີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ເນັ້ນໜັກວ່າ ອາຊຽນ ແລະການາດາ ເຖິງວ່າຢູ່ໄກ ແຕ່ໃຈຢູ່ໃກ້, ມີຈຸດປະສົງອັນດຽວກັນ ນັ້ນແມ່ນສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາແບບຍືນຍົງ ເພື່ອຄວາມວັດທະນາຖາວອນລວມ. ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ສະໜັບສະໜູນຫຼັກການຕໍ່ກັບການຍົກລະດັບການພົວພັນ ອາຊຽນ-ການາດາ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ, ພ້ອມທັງສະເໜີປະຕິບັດບັນດາຂັ້ນຕອນຕາມຂໍ້ກໍານົດຂອງອາຊຽນ ກ່ຽວກັບບັນຫານີ້.

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ອາຊຽນ ແລະການາດາ ຄວນເພີ່ມທະວີການປຶກສາຫາລືຢ່າງແໜ້ນແຟ້ນ, ສົມທົບຫຼັກໝັ້ນໃນຫຼາຍບັນຫາສໍາຄັນ, ປະກອບສ່ວນຢ່າງມີຄວາມຮັບຜິດຊອບກວ່າອີກຕໍ່ກັບການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ບັນດາການພົບປະສອງຝ່າຍ

ໃນວັນດຽວກັນ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41 ແລະບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ໄດ້ມີການພົບປະສອງຝ່າຍກັບການນໍາບັນດາປະເທດ ແລະທ່ານເລຂາທິການໃຫຍ່ ສປຊ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ແລະທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ. ນາຍົກລັດຖະມົນຕີ ສອງທ່ານ ໄດ້ເຫັນດີເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ໃນທຸກຊ່ອງທາງ; ຜັນຂະຫຍາຍບັນດາບົດບັນທຶກຊ່ວຍຈໍາທີ່ບັນລຸໄດ້ໃນການຢ້ຽມຢາມຂັ້ນສູງໃນປີ 2022 ໃນທຸກຂົງເຂດເສດຖະກິດດີຈີຕອນ, ສິ່ງແວດລ້ອມ, ພະລັງງານຢ່າງມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ສະເໜີໃຫ້ສິງກະໂປ ໜູນຊ່ວຍຫວຽດນາມ ໃນການສ້າງພື້ນຖານດີຈີຕອນ, ຊຸກຍູ້ການຫັນປ່ຽນດີຈີຕອນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ສະເໜີໃຫ້ສິງກະໂປ ທະວີຄູນຮູບແບບເຂດອຸດສາຫະກໍາ VSIP; ຫວັງວ່າບັນດາວິສາຫະກິດຂອງສິງກະໂປ ຈະໝູນໃຊ້ເຕັກໂນໂລຢີ 4.0, ທີ່ມີລັກສະນະສີຂຽວ ແລະຍືນຍົງເຂົ້າໃນບັນດາໂຄງການລົງທຶນຢູ່ຫວຽດນາມ ໃນອະນາຄົດ.

ສອງຝ່າຍເຫັນດີສົມທົບກັນຢ່າງແໜ້ນແຟ້ນກວ່າອີກ ທີ່ເວທີສາກົນ ແລະພາກພື້ນ, ໂດຍສະເພາະແມ່ນ ອາຊຽນ ແລະ ສປຊ, ປະກອບສ່ວນເຂົ້າໃນການປັບປຸງຄວາມສາມັກຄີ ແລະບົດບາດໃຈກາງຂອງອາຊຽນ ກໍຄື ຮັກສາສັນຕິພາບ, ສະຖຽນລະພາບ ແລະພັດທະນາ, ວັດທະນາຖາວອນຢູ່ພາກພື້ນ.

ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຢັ້ງຢືນວ່າ ອົດສະຕາລີ ແມ່ນຄູ່ຮ່ວມມືຍຸດທະສາດແຖວໜ້າຂອງຫວຽດນາມ ຢູ່ພາກພື້ນ. ສ່ວນທ່ານນາຍົກລັດຖະມົນຕີ Anthony Albanes ຢັ້ງຢືນວ່າ ອົດສະຕາລີ ຖືເປັນສໍາຄັນການເພີ່ມທະວີການພົວພັນກັບຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ສະເໜີໃຫ້ສອງຝ່າຍ ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ກໍຄື ລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ສະເພາະໜ້າແມ່ນການສົມທົບກັນກະກຽມໃຫ້ແກ່ການຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການຂອງທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ; ສືບຕໍ່ຜັນຂະຫຍາຍຍຸດທະສາດ ເພີ່ມທະວີການຮ່ວມມືເສດຖະກິດ ຫວຽດນາມ-ອົດສະຕາລີ ຢ່າງມີປະສິດທິຜົນ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຊົມເຊີຍທ່ານນາຍົກລັດຖະມົນຕີ ອົດສະຕາລີ ມາຢ້ຽມຢາມຫວຽດນາມ ໃນໂອກາດທີ່ເໝາະສົມ ໃນປີ 2023.

ທີ່ການພົບປະກັບທ່ານ Yoon Suk-yeol ປະທານາທິບໍດີ ສ.ເກົາຫຼີ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ສະເໜີໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການລົງທຶນ, ການຄ້າ, ອຸປະຖຳການພັດທະນາທາງການ (ODA); ລັດຖະບານ ສ.ເກົາຫຼີ ໜູນຊ່ວຍຫວຽດນາມ ໃນພາລະກິດຫັນເປັນປະເທດອຸດສາຫະກໍາ ແລະທັນສະໄໝ, ພັດທະນາອຸດສາຫະກໍາວັດທະນະທໍາ; ສືບຕໍ່ອໍານວຍຄວາມສະດວກໃຫ້ແກ່ພົນລະເມືອງຫວຽດນາມ ແລະຄົນເຊື້ອຊາດຫວຽດນາມ ຢູ່ ສ.ເກົາຫຼີ ມີການດຳລົງຊີວິດທີ່ເປັນປົກກະຕິ, ປອດໄພ ແລະສືບຕໍ່ມີໂອກາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງທັງ ສ.ເກົາຫຼີ ແລະ ຫວຽດນາມ.

ສ່ວນທ່ານປະທານາທິບໍດີ Yoon Suk-yeol ຢັ້ງຢືນວ່າ ສ.ເກົາຫຼີ ຖືເປັນສໍາຄັນໃນການພົວພັນກັບອາຊຽນ, ໃນນັ້ນມີການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ ໃນຍຸດທະສາດສັງລວມມະຫາສະໝຸດອິນເດຍ-ປາຊີຟິກ ຂອງ ສ.ເກົາຫຼີ; ພ້ອມແລ້ວທີ່ຈະຮ່ວມມືກັບຫວຽດນາມ ໃນບັນດາຂົງເຂດ ທີ່ ສ.ເກົາຫຼີ ມີທ່າແຮງ ແລະຫວຽດນາມ ມີຄວາມຕ້ອງການ.

ທີ່ການພົບປະກັບທ່ານ Jagdeep Dhankhar ຮອງປະທານາທິບໍດີ ອິນເດຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຢັ້ງຢືນວ່າ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ອິນເດຍ ມີພື້ນຖານອັນໝັ້ນແກ່ນເພື່ອພັດທະນາກວ່ານີ້ອີກ.

ການນໍາສອງທ່ານ ເຫັນດີຮັກສາການເຄື່ອນໄຫວພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ພົບປະແລກປ່ຽນປະຊາຊົນ, ໃນທຸກຊ່ອງທາງ; ສົມທົບກັນຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຄົບຮອບ 50 ປີ ໃຫ້ສຳເລັດ ແລະຕັ້ງໜ້າຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ລົງນາມ ໃຫ້ມີປະສິດທິຜົນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ສະເໜີໃຫ້ສອງຝ່າຍ ເພີ່ມທະວີການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ, ສະເໜີໃຫ້ ອິນເດຍ ເປີດປະຕູຕະຫຼາດໃຫ້ແກ່ສິນຄ້າຫວຽດນາມ ຫຼາຍກວ່າອີກ.

ສ່ວນທ່ານຮອງປະທານາທິບໍດີ ອິນເດຍ ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສໍາຄັນໃນນະໂຍບາຍມຸ່ງໄປສູ່ທິດຕາເວັນອອກ ແລະມະຫາສະໝຸດອິນເດຍ ແລະປາຊີຟິກຂອງອິນເດຍ; ເຫັນດີກັບຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ກ່ຽວກັບເລື່ອງສອງປະເທດ ຈັດຕັ້ງກອງປະຊຸມຄະນະກໍາມະການປະສົມ ຫວຽດນາມ-ອິນເດຍ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ, ວິທະຍາສາດ ແລະເຕັກໂນໂລຢີໃນຕົ້ນປີໜ້າ ເພື່ອກວດກາຄືນຄວາມຄືບໜ້າໃນການຮ່ວມມືລະຫວ່າງສອງປະເທດ ໃນທຸກຂົງເຂດ.

ກ່ອນໜ້ານັ້ນ, ຕອນບ່າຍວັນທີ 11 ພະຈິກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ໄດ້ມີການພົບປະກັບທ່ານ Antonio Guterres ເລຂາທິການໃຫຍ່ ສປຊ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ໃຫ້ຮູ້ວ່າ ຫວຽດນາມ ຈະສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ ເນື່ອງໃນໂອກາດການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ Antonio Guterres ເມື່ອເດືອນຕຸລາ ຜ່ານມາ, ພ້ອມທັງປາດຖະໜາຢາກສືບຕໍ່ໄດ້ຮັບການຊ່ວຍເຫຼືອຈາກ ສປຊ ໃນວິວັດການວາງແຜນນະໂຍບາຍເງິນຕາ, ການເງິນ.

ສ່ວນທ່ານເລຂາທິການໃຫຍ່ Antonio Guterres ສະແດງຄວາມເພິ່ງພໍໃຈກ່ຽວກັບການປະກອບສ່ວນຂອງຫວຽດນາມ ຕໍ່ກັບ ສປຊ, ກໍຄື ຜົນການຢ້ຽມຢາມທີ່ຜ່ານມາ; ທ່ານ ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງຫວຽດນາມ ໃນການຟື້ນຟູເສດຖະກິດຫຼັງໂລກລະບາດ. ທ່ານ Antonio Guterres ຍັງສະແດງຄວາມເຊື່ອໝັ້ນຕໍ່ອະນາຄົດອັນສົດໃສຂອງປະເທດຫວຽດນາມ ທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ ເຊິ່ງປະຊາຊົນ ມີຄວາມຮັກແຂກແພງຄົນ ແລະຂະຫຍັນຂັນແຂງ.

ວັນທີ 12 ພະຈິກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ໄດ້ຕ້ອນຮັບທ່ານ ພົນເອກ Hun Manet ຮອງຜູ້ບັນຊາການສູງສຸດ ທັງເປັນຜູ້ບັນຊາການທະຫານບົກ ກອງທັບ ແຫ່ງລາຊະອານາຈັກ ກໍາປູເຈຍ ເຂົ້າຢ້ຽມຂໍ່ານັບ ເນື່ອງໃນໂອກາດ ທ່ານນາຍົກລັດຖະມົນຕີ ຢ້ຽມຢາມ ກໍາປູເຈຍ ຢ່າງເປັນທາງການ ແລະເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຕ້ອນຮັບທ່ານ ພົນເອກ Hun Manet ຮອງຜູ້ບັນຊາການສູງສຸດ ທັງເປັນຜູ້ບັນຊາການທະຫານບົກກອງທັບ ແຫ່ງລາຊະອານາຈັກ ກໍາປູເຈຍ. ພາບ: ເຍິດບັກ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ແລະທ່ານພົນເອກ Hun Manet ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນມິດຕະພາບ ແລະການຮ່ວມມືຮອບດ້ານ ຫວຽດນາມ-ກໍາປູເຈຍ ໃນໄລຍະຜ່ານມາ, ໃນນັ້ນ ການຮ່ວມມືດ້ານປ້ອງກັນຊາດ ສືບຕໍ່ແມ່ນເສົາຄໍ້າໃນການພົວພັນສອງຝ່າຍ, ພັດທະນານັບມື້ມີປະສິດທິຜົນ, ແທດຈິງ, ປະກອບສ່ວນຮັກສາເອກະລາດ, ອະທິປະໄຕ, ສ້າງສະພາບແວດລ້ອມແຫ່ງ ສັນຕິພາບ, ສະຖຽນລະພາບໃຫ້ແກ່ການພັດທະນາຂອງແຕ່ລະປະເທດ.

ໂດຍເນັ້ນໜັກວ່າ ຫວຽດນາມ ແລະກໍາປູເຈຍ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອທີ່ສະໜິດຕິດພັນ, ທະຫານ ແລະປະຊາຊົນສອງປະເທດ ໄດ້ຄຽງບ່າຄຽງໄຫຼ່ໃນພາລະກິດແຫ່ງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ, ຈັກກະພັດ, ໂຄ່ນລົ້ມລະບອບດັບສູນເຊື້ອຊາດ, ນໍາເອົາເອກະລາດ, ອິດສະຫຼະພາບ, ຄວາມຜາສຸກມາໃຫ້ປະຊາຊົນແຕ່ລະປະເທດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ສະເໜີໃຫ້ທ່ານພົນເອກ Hun Manet ສືບຕໍ່ປະກອບສ່ວນຕັ້ງໜ້າແກ່ການປັບປຸງ, ພັດທະນາການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດ.

ທ່ານພົນເອກ Hun Manet ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອຂອງພັກ, ລັດ, ກອງທັບ ແລະປະຊາຊົນ ຫວຽດນາມ ທີ່ສະຫງວນໃຫ້ແກ່ກໍາປູເຈຍ ໃນພາລະກິດຕໍ່ສູ້, ໂຄ່ນລົ້ມລະບອບດັບສູນເຊື້ອຊາດ ໃນເມື່ອກ່ອນ ກໍຄືໃນພາລະກິດສ້າງສາ ແລະພັດທະນາປະເທດ ໃນປັດຈຸບັນ; ທ່ານ ເນັ້ນໜັກວ່າ ຄວນສືບຕໍ່ຮັກສາ, ປັບປຸງ ແລະເພີ່ມທະວີການພົວພັນ ກໍາປູເຈຍ-ຫວຽດນາມໃຫ້ຍິ່ງໆຂຶ້ນ.

ຕອນຄໍ່າຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ພ້ອມກັບຜູ້ນໍາອາຊຽນ ແລະຄູ່ຮ່ວມມື ໄດ້ເຂົ້າຮ່ວມງານລ້ຽງ ໂດຍທ່ານນາຍົກລັດຖະມົນຕີ ກໍາປູເຈຍ ສົມເດັດ ເຕໂຈ ຮຸນແຊນ ເປັນເຈົ້າພາບ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.