ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ຍີ່ປຸ່ນ: ສານສົ່ງມາຈາກຮ່າໂນ້ຍ

00:00 | 14/12/2023

ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ຍີ່ປຸ່ນ: ສານສົ່ງມາຈາກຮ່າໂນ້ຍ

50 ປີແຫ່ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ: ມຸ່ງໄປເຖິງອະນາຄົດ, ຕົວ​ຂຶ້ນ​ອອກ​ສູ່​ໂລກ 50 ປີແຫ່ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ: ມຸ່ງໄປເຖິງອະນາຄົດ, ຕົວ​ຂຶ້ນ​ອອກ​ສູ່​ໂລກ
ເລຂາທິການໃຫຍ່ ອາຊຽນ: ຫວຽດນາມ ຮ່ວມແຮງຮ່ວມໃຈປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ຜົນງານໃນຕະຫຼອດ 56 ປີຜ່ານມາຂອງ ອາຊຽນ ເລຂາທິການໃຫຍ່ ອາຊຽນ: ຫວຽດນາມ ຮ່ວມແຮງຮ່ວມໃຈປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ຜົນງານໃນຕະຫຼອດ 56 ປີຜ່ານມາຂອງ ອາຊຽນ

ວັນທີ 15 ທັນວານີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ຍີ່ປຸ່ນ ແລະດຳເນີນບັນດາກິດຈະກຳເຄື່ອນໄຫວສອງຝ່າຍຢູ່ຍີ່ປຸ່ນ ໃນລະຫວ່າງວັນທີ 15-18 ທັນວາ ຕາມຄໍາເຊີນຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Kishida Fumio.

ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ຍີ່ປຸ່ນ: ສານສົ່ງມາຈາກຮ່າໂນ້ຍ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ອອກເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ຍີ່ປຸ່ນ. ພາບ: baochinhphu.vn

ອາຊຽນ ແລະ ຍີ່ປຸ່ນ ໄດ້ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນໃນສະພາບທີ່ການພົວພັນລະຫວ່າງສອງຝ່າຍມີບັນດາບາດກ້າວພັດທະນາຮອບດ້ານ, ຂະຫຍັນຂັນເຄື່ອນໃນທຸກຂົງເຂດ, ນັບທັງດ້ານການເມືອງ, ການຄວາມໝັ້ນຄົງ, ເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ສັງຄົມ ແລະການຮ່ວມມືພັດທະນາ. ເຄິ່ງສະຕະວັດທີ່ຜ່ານມາໄດ້ພິສູດໃຫ້ເຫັນວ່າ, ຍີ່ປຸ່ນ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ແທດຈິງ ແລະມີປະສິດທິຜົນຂອງອາຊຽນ, ຕັ້ງໜ້າເຂົ້າຮ່ວມ ແລະປະກອບສ່ວນເຂົ້າໃນທຸກກົນໄກ, ເວທີປາໄສຂອງອາຊຽນ, ສະໜັບສະໜູນຄວາມສາມັກຄີ, ເປັນເອກະພາບ ກໍ່ຄືບົດບາດໃຈກາງຂອງອາຊຽນ, ມີຫຼາຍກິດຈະກຳເຄື່ອນໄຫວທີ່ແທດຈິງໜູນຊ່ວຍການສ້າງປະຊາຄົມອາຊຽນ. ໃນສະພາບການໂລກ ແລະຫຼາຍພາກພື້ນ ພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ທີ່ສົ່ງກະທົບຢ່າງຫຍໍ້ທໍ້ເຖິງສະຖຽນລະພາບ ແລະການພັດທະນາຄືໃນປະຈຸບັນ, ອາຊຽນ ແລະ ຍີ່ປຸ່ນ ພ້ອມກັນມີຄວາມປາດຖະໜາລວມ, ນັ້ນແມ່ນເພີ່ມທະວີການຮ່ວມມື, ເຊື່ອມຕໍ່ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍລວມ ແລະພ້ອມກັນພັດທະນາ.

ໂດຍໄດ້ຮັບການຈັດຕັ້ງພາຍຫຼັງທີ່ອາຊຽນ ແລະ ຍີ່ປຸ່ນ ສ້າງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນບໍ່ດົນ, ກອງປະຊຸມສຸດຍອດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນອາຊຽນ - ຍີ່ປຸ່ນ ແມ່ນໂອກາດເພື່ອໃຫ້ການນຳຂັ້ນສູງສອງຝ່າຍພ້ອມກັນກວດຄືນໝາກຜົນແຫ່ງການຮ່ວມມື, ຈາກນັ້ນ ກໍ່ກຳນົດທິດທາງພັດທະນາການພົວພັນໃນໄລຍະໃໝ່. ຫວັງວ່າເຫດການນີ້ຈະຊ່ວຍໃຫ້ສອງຝ່າຍຮັບຮູ້ແຈ້ງກວ່າກ່ຽວກັບຄວາມໝາຍ, ຄວາມສຳຄັນຂອງການພົວພັນສອງຝ່າຍ, ຈາກນັ້ນ ກໍ່ຍົກສູງຄຸນນະພາບ ແລະປະສິດທິຜົນການຮ່ວມມື, ຊອກຫາບັນດາຂົງເຂດຮ່ວມມືໃໝ່ ແລະເສົາຄໍ້າໃໝ່ໃນການຮ່ວມມືດ້ານເສດຖະກິດອາຊຽນ - ຍີ່ປຸ່ນ ໃນອະນາຄົດ. ສຳລັບຫວຽດນາມ, ກອງປະຊຸມແມ່ນໂອກາດເພື່ອໃຫ້ພວກເຮົາຍູ້ແຮງການຮ່ວມມືກັບບັນດາຄູ່ຮ່ວມມືສືບຕໍ່ເຂົ້າສູ່ລວງເລິກ ແລະມີປະສິດທິຜົນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ເຂົ້າຮ່ວມ ແລະດຳເນີນບັນດາການເຄື່ອນໄຫວຢູ່ຍີ່ປຸ່ນ ໃນສະພາບທີ່ສອງປະເທດຫາກໍ່ຍົກລະດັບການພົວພັນຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ ແລະຄວາມວັດທະນາຖາວອນຢູ່ອາຊີ ແລະໃນໂລກ” ແລະພວມມີຫຼາຍກິດຈະກຳສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ໃນຊຸມປີມໍ່ໆມານີ້, ການພົວພັນຫວຽດນາມ - ຍີ່ປຸ່ນ ສືບຕໍ່ພັດທະນາຢ່າງແຮງ ແລະຮອບດ້ານໃນທຸກຂົງເຂດ ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ, ການພົບປະແລກປ່ຽນຂັ້ນສູງ ແລະທຸກຂັ້ນ ໄດ້ດໍາເນີນຢ່າງສະໜິດສະໜົມ; ການຮ່ວມມືດ້ານເສດຖະກິດສືບຕໍ່ແມ່ນເສົາຄ້ຳຕົ້ນຕໍ; ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍຄື: ສະຫະປະຊາຊາດ, ອາຊຽນ... ບັນດາການເຄື່ອນໄຫວພົບປະສອງຝ່າຍຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກັບຝ່າຍຍີ່ປຸ່ນ ໃນການຢ້ຽມຢາມຄັ້ງນີ້ ຈະປະກອບສ່ວນຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ທີ່ຖືການພົວພັນກັບຍີ່ປຸ່ນ ເປັນສໍາຄັນ, ບັນດາຄວາມມານະພະຍາຍາມປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືອັນດີງາມລະຫວ່າງສອງປະເທດນັບມື້ນັບພັດທະນາຢ່າງແທດຈິງ, ມີປະສິດທິຜົນໃນທຸກດ້ານ.

ໃນໄລຍະຢູ່ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຈະເຂົ້າຮ່ວມກອງປະຊຸມສຸດຍອດ AZEC (Asia Zero Emission Community) ໂດຍທ່ານນາຍົກລັດຖະມົນຕີຍີ່ປຸ່ນ Kishida Fumio ເປັນປະທານ. ຜ່ານນັ້ນ, ກໍ່ສືບຕໍ່ຢືນຢັນຈິດໃຈເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງຫວຽດນາມ ໃນການເຂົ້າຮ່ວມການຮັບມືກັບບັນດາສິ່ງທ້າທາຍລວມໃຫຍ່ທີ່ສຸດຢູ່ໂລກ ແລະໄດ້ຮັບຄວາມເອົາໃຈໃສ່ທີ່ສຸດໃນປະຈຸບັນ, ນັ້ນແມ່ນການປ່ຽນແປງຂອງດິນຟ້າອາກາດ, ພ້ອມທັງຢັ້ງຢືນບົດບາດ, ທີ່ຕັ້ງຂອງຫວຽດນາມ ໃນບັນດາຂອບເຂດການຮ່ວມມືໃນພາກພື້ນ ແລະສາກົນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງອອກຈາກຮ່າໂນ້ຍ ໄປປະຕິບັດງານຢູ່ຍີ່ປຸ່ນ ດ້ວຍສານທີ່ເຂັ້ມແຂງທີ່ປະຊາຊົນທົ່ວປະເທດສົ່ງໄປ. ນັ້ນແມ່ນຫວຽດນາມ ສັນຕິພາບ, ສະໜິດສະໜົມ, ຈິງໃຈ, ໄວ້ເນື້ອເຊື່ອໃຈ, ພ້ອມແລ້ວທີ່ຈະເພີ່ມທະວີການພົວພັນມິດຕະພາບ, ການເຈລະຈາ ແລະການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສ້າງສະພາບແວດລ້ອມພາກພື້ນ ແລະສາກົນທີ່ມີສັນຕິພາບ, ສະຖຽນລະພາບກັບປະເທດຕ່າງໆ. ນັ້ນແມ່ນຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບບັນດາປະເທດອາຊຽນ ແລະຍີ່ປຸ່ນ ປະກອບສ່ວນ, ສ້າງອະນາຄົດອັນສົດໃສໃຫ້ແກ່ການພົວພັນສອງຝ່າຍ. ນັ້ນແມ່ນ ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບຍີ່ປຸ່ນ ຫັນເປັນລະອຽດ, ຜັນຂະຫຍາຍບັນດາຂໍ້ຕົກລົງ, ຄຳໝັ້ນສັນຍາລະຫວ່າງການນຳຂັ້ນສູງສອງປະເທດ, ເປີດອອກໄລຍະຮ່ວມມືໃໝ່ໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.