ວັກຊິນກັນພະຍາດໂຄວິດ - 19 ຂອງ Pfizer/BioNtech ກວ່າ 97.000 ໂດສ ງວດທຳອິດໄດ້ສົ່ງມາຮອດ ຫວຽດນາມ
ຕອນເຊົ້າວັນທີ 7 ກໍລະກົດ, ຢູ່ສະໜາມບິນສາກົນ ໂນ້ຍບາຍ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເຈືອງກວັກເກື່ອງ ໄດ້ຮັບວັກຊິນກັນພະຍາດໂຄວິດ - 19 Commirnaty ຂອງ Pfizer/BioNtech ລວມທັງໝົດ 97.110 ໂດສ. ນີ້ແມ່ນວັກຊິນງວດທຳອິດ ໃນຍອດຈຳນວນວັກຊິນ Pfizer/BioNtech 31 ລ້ານໂດສ ເຊິ່ງ Pfizer ໄດ້ໃຫ້ຄຳໝັ້ນສັນຍາສະໜອງ ໃຫ້ແກ່ ຫວຽດນາມ ໃນປີ 2021.