ໜັງສືຜ່ານແດນວັກແຊງເອເລັກໂຕຣນິກຂອງຫວຽດນາມ ສາມາດນຳໃຊ້ໄດ້ຢູ່ 81 ປະເທດ ແລະ ເຂດແຄວ້ນ
ຍສໝ - ໃນຕອນບ່າຍວັນທີ 12 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ດວານຄັກຫວຽດ, ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມຂ່າວປະຈໍາ ຂອງກະຊວງການຕ່າງປະເທດຫວຽດນາມ. ມາຮອດປະຈຸບັນ, ຫວຽດນາມ ໄດ້ລົງນາມໃນການຮັບຮູ້ໜັງສືຜ່ານແດນວັກແຊງກັບ 20 ປະເທດ, ໃນນັ້ນມີ: ຍີ່ປຸ່ນ, ອາເມລິກາ, ອັງກິດ, ອົດສະຕາລີ, ອິນເດຍ, ເບລາຣຸດ, ກຳປູເຈຍ, ຟີລິບປິນ, ນິວຊີແລນ, ສີລັງກາ, ສິງກະໂປ, ສ.ເກົາຫຼີ, ມາເລເຊຍ.