ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງເຂດຊຸມຊົນ ຄະນະປະຕິບັດງານພາກຕາເວັນຕົກ ເລກທີ 79 – 81 ຖະໜົນ ຫຼີນາມເດ໊

12:15 | 28/10/2019

ຍສໝ - ຕອນຄ່ຳວັນທີ 26 ຕຸລາ, ທີ່ຮ່າໂນ້ຍ, ເຂດຊຸມຊົນຄະນະປະຕິບັດງານພາກຕາເວັນຕົກເລກທີ 79 – 81 ຖະໜົນ ຫຼີນາມເດ໊ ໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງຄະນະປະຕິບັດງານພາກຕາເວັນຕົກ (1959 - 2019).

ໃນວັນທີ 26 ຕຸລາ, ທີ່ຮ່າໂນ້ຍ, ເຂດຊຸມຊົນຄະນະປະຕິບັດງານພາກຕາເວັນຕົກເລກທີ 79 – 81 ຖະໜົນ ຫຼີນາມເດ໊ ໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງຄະນະປະຕິບັດງານພາກຕາເວັນຕົກ (1959 - 2019). ຄະນະປະຕິບັດງານພາກໃຕ້ເປັນອົງການລັບໂດຍພັນເອກ ຫວໍງວຽນຢ໊າບ ເປັນຫົວໜ້າຄະນະ ແນໃສ່ຕິດຕາມ, ຄົ້ນຄວ້າ, ຊີ້ນຳການຊ່ວຍໜູນໃຫ້ການປະຕິວັດ ລາວ.

ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງເຂດຊຸມຊົນ ຄະນະປະຕິບັດງານພາກຕາເວັນຕົກ ເລກທີ 79 – 81 ຖະໜົນ ຫຼີນາມເດ໊

ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດທູດ ລາວ ປະຈຳ ຫວຽດນາມ. (ພາບ: vov.vn)

ເຂົ້າຮ່ວມພິທີສະເຫຼີມສະຫຼອງມີທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ; ທ່ານ ເຈິ່ນວັນຕີ໊ວ, ປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ; ທ່ານພົນຈັດຕະວາ ຮີ່ງດັກເຮືອງ, ຫົວໜ້າຄະນະຕິດຕໍ່ທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານ ຫວຽດນາມ ຊ່ວຍ ລາວ ພ້ອມດ້ວຍພໍ່ແມ່ປະຊາຊົນເຂດຊຸມຊົນ 79 – 81 ຫຼີນາມເດ໊ ທຸກຖ້ວນໜ້າ.

ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງເຂດຊຸມຊົນ ຄະນະປະຕິບັດງານພາກຕາເວັນຕົກ ເລກທີ 79 – 81 ຖະໜົນ ຫຼີນາມເດ໊

ລາຍການສະແດງສິລະປະຂອງນັກສຶກສາລາວຮຽນຢູ່ ຫວຽດນາມ. (ພາບ: vov.vn)

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ເນັ້ນໜັກວ່າ ສາຍພົວພັນແບບພິເສດ ລາວ - ຫວຽດນາມ ແມ່ນສາຍພົວພັນທີ່ຫາຍາກໃນການພົວພັນສາກົນ, ອາດເວົ້າໄດ້ວ່າ ໃນໂລກນີ້ ມີພຽງແຕ່ການພົວພັນ ລາວ ແລະ ຫວຽດນາມ ແມ່ນການພົວພັນທີ່ໄດ້ຮັບການເພິ່ມພູນຄູນສ້າງດ້ວຍເລືອດເນື້ອຂອງປະຊາຊົນ, ນັກຮົບປະຕິວັດຂອງ 2 ປະເທດ. ບັນດາສະຫາຍໃນເຂດຊຸມຊົນແມ່ນໜຶ່ງໃນບັນດານັບຮົບທະຫານອາສາສະໝັກ, ຜູ້ຊ່ຽວຊານການທະຫານໄດ້ຮຽງບ່າຮຽງໄລ່, ພ້ອມກັບທະຫານ ແລະ ປະຊາຊົນ ລາວ ຕໍ່ສູ້ຢ່າງພິລາອາດຫານຕ້ານພວກຈັກກະພັດເຂົ້າມາຮຸກຮານ ເພື່ອພາລະກິດການປະຕິວັດລາວ.

ນອກຈາກບັນດາລາຍການສິລະປະສະແດງຂ່ຳນັບຮັບຕ້ອນພິທີສະເຫຼີມສະຫຼອງແລ້ວ, ບັນດາແຂກຖືກເຊີນຍັງໄດ້ຮັບປະທານອາຫານພື້ນເມືອງຂອງ ຫວຽດນາມ ກໍ່ຄືຂອງ ລາວ ອີກດ້ວຍ.

(ຄຳຮຸ່ງ)

ທ່ານອາດຈະມັກ

302 Found

Found

The document has moved here.