ຍສໝ - ຫວ່າງແລ້ວນີ້, ທ່ານ ຟານຈິແທັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳໄທ ໄດ້ເຂົ້າຢ້ຽມຂ່ຳນັບ ແລະ ເຮັດວຽກກັບທ່ານ ສັກສະຢາມ ຊິດຊອບ ລັດຖະມົນຕີກະຊວງຄົມມະນາຄົມໄທ. ທ່ານລັດຖະມົນຕີ ສັກສະຢາມ ໃຫ້ຮູ້ວ່າ: ໄທຈະເພີ່ມທະວີການເຊື່ອມຕໍ່ກັບຫວຽດນາມ ແລະ ສ້າງຄວາມສະດວກໃຫ້ແກ່ການຮ່ວມມືດ້ານຄົມມະນາຄົມລະຫວ່າງ 2 ປະເທດ.
ຕອນຄໍ່າວັນທີ 22 ກຸມພາ, ທີ່ກໍາປູເຈຍ, ທີມຊາດ U.23 ຫວຽດນາມ ໄດ້ຊະນະ ທີມຊາດ U.23 ໄທ 1-0 ທີ່ການແຂ່ງຂັນນັດສຸດທ້າຍຂອງກຸ່ມ C ທີ່ການແຂ່ງຂັນບານເຕະຊາຍ U.23 ຊີງແຊ້ມອາຊຽນ 2022.
ຍສໝ - ທີ່ການຕ້ອນຮັບ ທ່ານ ຣຸ່ງໂຣດ ຣັງສີໂຍພາດ ປະທານ ທັງເປັນອຳນວຍການຝ່າຍບໍລິຫານກຸ່ມບໍລິສັດ SCG (ໄທ) ແລະ ທ່ານນາງ ສົມຫະໄທ ພານິດຊິວະ ຜູ້ອຳນວຍການຝ່າຍບໍລິຫານ Amata ຫວຽດນາມ ໃນຕອນບ່າຍວັນທີ 16 ກຸມພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ SCG ນຳບັນດາເຕັກໂນໂລຢີກ້າວໜ້າທີ່ສຸດເຂົ້າໂຄງການກັ່ນຕອງນ້ຳມັນພາກໃຕ້...
ຍສໝ - ເອື້ອຍ Patthida Bunchavalit (ເກີດປີ 1981 ມາຈາກປະເທດໄທ) ມາ ຫວຽດນາມ ເປັນນັກຄົ້ນຄວ້າ ແລະປ້ອງກັນບົດວິທະຍານິພົນປະລິນຍາເອກ ທີ່ ຄະນະພາສາສາດ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ (ຮ່າໂນ້ຍ), ໃຫ້ຮູ້ວ່າ: ຍ້ອນພະຍາດໂຄວິດ-19, ປີ 2021, ເອື້ອຍໄດ້ຢູ່ຫວຽດນາມ ຕ້ອນຮັບບຸນເຕັດ ແລະ ມີຄວາມຊົງຈຳທີ່ດີງາມຫຼາຍຢ່າງ.
ສິລະປະຟ້ອນແຊ່ຂອງຊົນເຜົ່າ ໄທ ແມ່ນການດຳເນີນຊີວິດວັດທະນະທຳທີ່ເປັນເອກະລັກສະເພາະ, ເປັນສັນຍາລັກໃຫ້ແກ່ຊີວິດທາງດ້ານຈິດໃຈຂອງປະຊາຊົນເຜົ່າ ໄທ ຢູ່ ຫວຽດນາມ.
ຍສໝ - ໄທຫງວຽນມີຊື່ສຽງໂດ່ງດັງກ່ຽວກັບແຫຼ່ງທ່ອງທ່ຽວຂຽວ, ການທ່ອງທ່ຽວແບບ ນິເວດ, ເຊິ່ງເປັນສະຖານທີ່ທີ່ເໝາະສົມສໍາລັບການພັກຜ່ອນໃນທ້າຍອາທິດ.
ຫວ່າງແລ້ວນີ້, ທ່ານພົນຈັດຕະວາ ຫງວຽນຢຸຍຕີ໊ ຜູ້ບັນຊາການທະຫານເຮືອເຂດ 5, ທະຫານເຮືອປະຊາຊົນຫວຽດນາມ ໄດ້ມີການສົນທະນາທາງໄກກັບຜູ້ບັນຊາການທະຫານເຮືອເຂດ 1 ແລະຜູ້ບັນຊາການທະຫານເຮືອເຂດ 2, ທະຫານເຮືອລາດຊະວົງໄທ.
ຍສໝ - ຫວ່າງແລ້ວນີ້, ທິມຊາດບານເຕະ ຫວຽດນາມ ໄດ້ເສຍ 0 – 2 ປະຕູຕໍ່ທິມຊາດບານເຕະໄທ ຢູ່ນັດເຕະຮອບຮອງຊະນະເລີດນັດທີ 1 ຂອງ AFF Cup 2020 ຢູ່ສະໜາມກິລາແຫ່ງຊາດ ສິງກະໂປ. ບັນດາລູກເຂົ້າປະຕູຂອງທິມຊາດບານເຕະ ໄທລ້ວນແຕ່ແມ່ນນັກເຕະ ຈັນນາທິບ ເຕະເຂົ້າໃນຕັ້ງທີ 1 ຂອງນັດເຕະ.
ຍສໝ - ສື່ມວນຊົນບາງປະເທດໃນອາຊີ ໄດ້ປຶກສາຫາລືວິເຄາະຢ່າງຕໍ່ເນື່ອງຮອບຮອງຊະນະເລີດລະຫວ່າງທີມຊາດຫວຽດນາມ ແລະ ໄທ ໃນການແຂ່ງຂັນຮອບຮອງຊະນະເລີດ AFF Cup 2020 (ນັດທີ 1 ໃນວັນທີ 23 ແລະນັດທີ 2 ໃນວັນ 26 ທັນວາ)…
ຍສໝ - ຫວ່າງແລ້ວນີ້, ຮອບຄັດເລືອກບານເຕະຊິງແຊມອາຊີຕາເວັນອອກສ່ຽງໃຕ້ 2020 (AFF 2020) ໄດ້ດຳເນີນສອງນັດສຸດທ້າຍຂອງກຸ່ມ B. ຜົນການແຂ່ງຂັນຂອງທີມຊາດຫວຽດນາມ ເອົາຊະນະທີມຊາດກຳປູເຈຍ ດ້ວຍ 4 – 0. ອິນໂດເນເຊຍ ຊະນະ ມາເລເຊຍ 4 - 1 ໃນນັດອື່ນ.
ຍສໝ - ຫວ່າງແລ້ວນີ້, ຢູ່ສະຖານກົງສຸນໃຫຍ່ລາຊະອານາຈັກໄທ ປະຈຳນະຄອນໂຮ່ຈິມິນ ແລະ ສະຫະພັນບັນດາອົງການມິດຕະພາບ, ສະມາຄົມມິດຕະພາບ ຫວຽດນາມ - ໄທ ປະຈຳນະຄອນ ດາຫນັງ ພ້ອມກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງ ຈັດຕັ້ງກອງປະຊຸມສຳມະນາສາກົນກ່ຽວກັບການເພີ່ມທະວີການພົວພັນມິດຕະພາບ ແລະ ການເຊື່ອມຕໍ່ການຄ້າ - ການລົງທຶນ - ທ່ອງທ່ຽວ ລະຫວ່າງນະຄອນ ດາຫນັງ - ໄທ.
ເອື້ອຍຄູ ຮ່າແອັງເຟື້ອງ - ຄູສອນວິຊາພາສາ ອັງກິດ ຢູ່ໂຮງຮຽນມັດທະຍົມຕອນປາຍ ເຮືອງເກີ່ນ, ແຂວງ ຝຸທໍ້ ຂອງ ຫວຽດນາມ ເປັນກຽດໄດ້ຮັບລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ປີ 2021 ຂອງ ໄທ. ເອື້ອຍຄູຜູ້ນີ້ໄດ້ຮັບການຕີລາຄາວ່າ ມີຫຼາຍຂໍ້ລິເລີ່ມທີ່ໂດດເດັ່ນໃນການສຶກສາ ແລະ ໄດ້ຂຶ້ນຊື່ລືຊາໄປທົ່ວປະຊາຄົມທ້ອງຖິ່ນ ກໍຄື ສາກົນ, ໜຶ່ງໃນນັ້ນແມ່ນຮູບແບບຫ້ອງຮຽນຂ້າມຊາຍແດນ, ປະກອບຄວາມຮູ້ ແລະ ທັກສະໃຫ້ແກ່ນ້ອງນັກຮຽນກາຍເປັນພົນລະເມືອງໂລກ.
ວັນທີ 6 ທັນວາ ເລີ່ມດຳເນີນບັນດານັດແຂ່ງຂັນໃນສາຍ B. ໃນຕອນຄ່ຳຂອງວັນດຽວກັນ, ທິມຊາດ ຫວຽດນາມ ຈະແຂ່ງຂັນກັບ ທິມຊາດ ລາວ.
ແຕ່ປາງກ່ອນ, ຫວດໜຶ້ງເຂົ້າແມ່ນໜຶ່ງໃນບັນດາພາຊະນະທີ່ລື້ງເຄີຍແລະຕິດພັນກັບຊີວິດປະຈຳວັນຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທເຂດເຕິຍບັກໝາຍເຖິງເຂດທາງທິດຕາເວັນຕົກສຽງເໜືອຂອງຫວຽດນາມ ແລະເຄີຍຖືກພໍ່ແມ່ພີ່ນ້ອງໃຊ້ ເພື່ອໜຶ້ງເຂົ້າແລະຂອງກິນຊະນິດຕ່າງໆ. ເຖິງວ່າການດຳລົງຊີວິດມີການປ່ຽນແປງຫຼາຍຢ່າງກໍ່ຕາມແຕ່ໃນເຮືອນຄົວຂອງບັນດາຄອບຄົວຂອງຊາວ ເຜົ່າຜູ້ໄທໃນປັດຈຸບັນ ເບິ່ງຄືວ່າເຮືອນຫຼັງໃດກໍ່ມີຫວດໜຶ້ງເຂົ້າຢ່າງໜ້ອຍສຸດໜື່ງອັນ ແລະພໍ່ແມ່ພີ່ນ້ອງໄດ້ນຳໃຊ້ໃນຊີວິດປະຈຳວັນ.
ຍສໝ - ທຸກໆການເຄື່ອນໄຫວລາດຕະເວນ ແລະ ດຳເນີນການຊ້ອມຮົບທະຫານຂອງ ໄທເປ ຢູ່ເຂດທະເລອ້ອມຂ້າງເກາະບາບິ່ງ ຂຶ້ນກັບໝູ່ເກາະເຈື່ອງຊາ ແມ່ນການລະເມີດອະທິປະໄຕຫວຽດນາມ ຢ່າງຮ້າຍແຮງ. ຫວຽດນາມ ເດັດດ່ຽວຄັດຄ້ານ ແລະ ຮຽກຮ້ອງໃຫ້ ໄທເປ ຢຸດຕິທຸກການເຄື່ອນໄຫວທີ່ຜິດກົດໝາຍນີ້ ແລະ ບໍ່ໃຫ້ເກີດຂຶ້ນຄືນໃນອະນາຄົດ…
ຍສໝ - ຕອນບ່າຍວັນທີ 18 ພະຈິກ, ທ່ານພົນເອກ ຟານວັນຢາງ - ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Nikonrndej Balankura, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ລາຊະອານາຈັກໄທ ປະຈຳ ຫວຽດນາມ.
ຍສໝ - ຕອນບ່າຍວັນທີ 16 ພະຈິກ, ໂດຍໄດ້ຮັບການມອບສິດຈາກສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO), ສະຫະພັນບັນດາອົງການມິດຕະພາບແຂວງ ໄທຫງວຽນ ໄດ້ຈັດຕັ້ງການເຄື່ອນໄຫວກັບຄືນແຫຼ່ງກົກເຄົ້າເຫງົ້າກໍ ຢູ່ຕາແສງດຽມໝັກ, ເມືອງດິງຮວາ. ນີ້ແມ່ນການເຄື່ອນໄຫວສະເຫຼີມສະຫຼອງ 71 ປີແຫ່ງມູນເຊື້ອຂອງ VUFO (17 ພະຈິກ 1950 – 17 ພະຈິກ 2021).
ຍສໝ - ເມື່ອບໍ່ດົນມານິ້, ຢູ່ທີ່ສຳນັກງານກະຊວງການຕ່າງປະເທດໄທ ໄດ້ຈັດພິທີມອບ-ຮັບອຸປະກອນການແພດຕ້ານພະຍາດໂຄວິດ-19 ທີ່ລັດຖະບານໄທມອບໃຫ້ຫວຽດນາມ.
ຫວ່າງແລ້ວນີ້, ຢູ່ບາງກອກ ປະເທດໄທ, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳໄທ ຟານຈີແທ່ງ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ເຈົ້າຊີວິດໄທ ມະຫາ ວະຊີຣາລົງກອນ.
ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ລະຫວ່າງ ໄທ ແລະ ຫວຽດນາມ ພວມນັບມື້ນັບມີການພັດທະນາທີ່ເປັນໜ້າຊື່ນຊົມ. ເພື່ອບັນລຸໄດ້ສິ່ງດັ່ງກ່າວ, ຕ້ອງເວົ້າເຖິງການປະກອບສ່ວນຂອງວິສາຫະກິດຊາວ ຫວຽດນາມ ອາໄສ ຢູ່ ໄທ. ສະມາຄົມນັກທຸລະກິດ ໄທ - ຫວຽດ, ດ້ວຍບົດບາດເປັນບ່ອນອີງອັນໝັ້ນແກ່ນໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ປະຈຳ ໄທ ໄດ້ຈັດການເຄື່ອນໄຫວທີ່ແທດຈິງ, ມີຄວາມໝາຍຫຼາຍຢ່າງ ປະກອບສ່ວນເຂົ້າໃນການຕິດພັນວິສາຫະກິດສອງປະເທດ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ວົງຄະນະຍາດຊຸມຊົນ.