ລິເລີ່ມໂຄງການປັບປຸງຄວາມຍືນຍົງ ແລະ ມູນຄ່າຂອງຕົ້ນກາເຟ ແລະ ໝາກພິກໄທ

13:05 | 27/06/2022

ຍ​ສ​ໝ - ​ໂຄງການ​ດັ່ງກ່າວ​ຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​​ຢູ່ 3 ​ແຂວງ​ຄື: ດັກ​ລັກ, ດັກ​ນົງ ​ແລະ ຢາ​ລາຍ ຮອດ​ເດືອນກັນຍາ 2024 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ກະສິກອນປູກ​ກາ​ເຟ ​ແລະ ໝາກ​ພິກ​ໄທ​ເກືອບ 300 ຄົນ.

ຖະ​ໜົນ​ວາງ​ຂາຍ​ຜະ​ລິດ​ຕະ​ພັນ​ກະ​ເສດ​ທີ່​ເຕັມ​ໄປ​ດ້ວຍ​ສີ​ສັນ​ໃນ Festival ໝາກ​ໄມ້, ຜະ​ລິດ​ຕະ​ພັນ OCOP ຫວຽດ​ນາມ ປີ 2022 ຖະ​ໜົນ​ວາງ​ຂາຍ​ຜະ​ລິດ​ຕະ​ພັນ​ກະ​ເສດ​ທີ່​ເຕັມ​ໄປ​ດ້ວຍ​ສີ​ສັນ​ໃນ Festival ໝາກ​ໄມ້, ຜະ​ລິດ​ຕະ​ພັນ OCOP ຫວຽດ​ນາມ ປີ 2022
ຈີນ​ຍູ້​ແຮງ​ການ​ຊື້ຜະ​ລິດ​ຕະ​ພັ​ນ​ກະ​ເສດ​ທາງ​ການ, ​ລາຄາໝາກເຜັດຂີ້ໜູ ເພີ່ມ​ຂຶ້ນ​ສູງ ຈີນ​ຍູ້​ແຮງ​ການ​ຊື້ຜະ​ລິດ​ຕະ​ພັ​ນ​ກະ​ເສດ​ທາງ​ການ, ​ລາຄາໝາກເຜັດຂີ້ໜູ ເພີ່ມ​ຂຶ້ນ​ສູງ
ລິເລີ່ມໂຄງການປັບປຸງຄວາມຍືນຍົງ ແລະ ມູນຄ່າຂອງຕົ້ນກາເຟ ແລະ ໝາກພິກໄທ
ໝາກ​ພິກ​ (ພາບ: TTXVN)

ຫວ່າງແລ້ວນີ້, ຢູ່​ນະຄອນ​ບວນ​ມາ​ທວດ, ​ແຂວງ​ດັກ​ລັກ, ສະ​ຖາ​ບັນ​ວິທະຍາສາດເຕັກ​ນິກກະສິກຳ​ປ່າໄມ້ ໄຕງວຽນ ໄດ້​ຈັດ​ຕັ້ງ​ລິເລີ່ມໂຄງການ​ຍົກ​ສູງ​ຄວາມ​ຍືນ​ຍົງ, ສະມັດຕະພາບ ​ແລະ ມູນ​ຄ່າ​ເສດຖະກິດ​ຂອງ​ລະບົບ​ກະສິກຳປູກຝັງ ​ແລະ ຕ່ອງ​ໂສ້​ລະບົບມູນຄ່າ​ກາ​ເຟ ແລະ ຕົ້ນພິກໄທຢູ່ເຂດ ໄຕງວຽນ (ໂຄງການ V-SCOPE).

​ໂຄງການ​ດັ່ງກ່າວ​ຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​​ຢູ່ 3 ​ແຂວງ​ຄື: ດັກ​ລັກ, ດັກ​ນົງ ​ແລະ ຢາ​ລາຍ ຮອດ​ເດືອນກັນຍາ 2024 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ກະສິກອນປູກ​ກາ​ເຟ ​ແລະ ໝາກ​ພິກ​ໄທ​ເກືອບ 300 ຄົນ.

ໃນໄລຍະປີທໍາອິດຂອງໂຄງການ, ທີມງານຜູ້ຊ່ຽວຊານຈະອອກແບບ ແລະ ທົດລອງວິວັດການຫົດນ້ຳແບບໃຫມ່ເພື່ອປັບປຸງຄຸນນະພາບຂອງດິນ ແລະ ຄວບຄຸມສັດຕູພືດທີ່ເກີດຈາກດິນ; ປັບປຸງ​ການ​ເຮັດ​ກະສິກຳ​ແບບ​ຍືນ​ຍົງ. ໝາກຜົນທີ່ໄດ້ຮັບແມ່ນຈະນຳໃຊ້ເຂົ້າໃນການສ້າງແບບຈຳລອງທີ່ສົມບູນສຳລັບການອອກແບບລະບົບຫົດນ້ຳແບບອັດສະລິຍະທີ່ເໝາະສົມກັບດິນຟ້າອາກາດສຳລັບພືດ 2 ຊະນິດນີ້ຢູ່ເຂດ ໄຕງວຽນ.

ຈຸດປະສົງຂອງໂຄງການ V-SCOPE ແມ່ນເພື່ອຍົກລະດັບຊີວິດການເປັນຢູ່ຂອງຄອບຄົວຊາວກະສິກອນຂະຫນາດນ້ອຍຢູ່ເຂດ ໄຕງວຽນ, ໂດຍສະເພາະກຸ່ມປະຊາກອນທີ່ມີຄວາມສ່ຽງ, ໂດຍຜ່ານການປັບປຸງຄວາມຍືນຍົງ ແລະ ຕ່ອງໂສ້ລະບົບມູນຄ່າໃນການປູກກາເຟ ແລະ ໝາກພິກ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.