ໄທເພີ່ມທະວີການຮ່ວມມືກັບຫວຽດນາມ ໂດຍຜ່ານຫຼາຍໂຄງການເຊື່ອມຕໍ່

15:41 | 24/03/2022

ຍສໝ - ຫວ່າງແລ້ວນີ້, ທ່ານ ​ຟານຈິແທັງ ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳໄທ ​ໄດ້​ເຂົ້າຢ້ຽມຂ່ຳນັບ ​ແລະ ​ເຮັດ​ວຽກ​ກັບ​ທ່ານ ສັກສະຢາມ ຊິດຊອບ ລັດຖະມົນຕີ​ກະຊວງ​ຄົມມະນາຄົມໄທ. ທ່ານ​ລັດຖະມົນຕີ ສັກສະຢາມ ໃຫ້ຮູ້ວ່າ: ​ໄທ​ຈະ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ກັບ​ຫວຽດນາມ ​ແລະ ສ້າງຄວາມ​ສະດວກ​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ຄົມມະນາຄົມ​ລະຫວ່າງ 2 ປະ​ເທດ.

ການເຊື່ອມຕໍ່ທຸລະກິດ ແລະ ການແລກປ່ຽນວັດທະນະທຳ ຫວຽດນາມ ແລະ ໄອແລນ ການເຊື່ອມຕໍ່ທຸລະກິດ ແລະ ການແລກປ່ຽນວັດທະນະທຳ ຫວຽດນາມ ແລະ ໄອແລນ
ສະຖານທູດຫວຽດນາມປະຈຳເຢຍລະມັນຕັ້ງໜ້າຊ່ວຍເຫຼືອຄົນຫວຽດນາມອົບພະຍົບຈາກຢູເຄຣນ ສະຖານທູດຫວຽດນາມປະຈຳເຢຍລະມັນຕັ້ງໜ້າຊ່ວຍເຫຼືອຄົນຫວຽດນາມອົບພະຍົບຈາກຢູເຄຣນ
ໄທເພີ່ມທະວີການຮ່ວມມືກັບຫວຽດນາມ ໂດຍຜ່ານຫຼາຍໂຄງການເຊື່ອມຕໍ່

ໄທ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຫວຽດນາມ ​ໂດຍ​ຜ່ານ​ຫຼາຍ​ໂຄງການ​ເຊື່ອມ​ຕໍ່. ພາບ: baoquocte

ໃນມື້ເຮັດວຽກ, ທ່ານ​ເອກ​ອັກຄະ​ລັດຖະທູດ ຟານຈິແທັງ ​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ການ​ພັດທະນາ​ອັນ​ດີງາມ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ​ໄທ. ໄທສືບ​ຕໍ່​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມໃນອາ​ຊຽນ ແລະ ເປັນ​ນັກ​ລົງ​ທຶນ​ໃຫຍ່​ອັນ​ດັບ 8 ຂອງ​ຫວຽດ​ນາມ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ຢືນຢັນ​ວ່າ ການ​ເປີດ​ປະເທດໃນທຸກດ້ານ​ຂອງຫວຽດນາມ ຈະ​ຕັ້ງໜ້າ​ໜູນ​ຊ່ວຍ​ການ​ຟື້ນ​ຟູ​ສາຍພົວພັນການ​ຮ່ວມ​ມື​ດ້ານ​ຄົມມະນາຄົມ​ຂົນ​ສົ່ງ​ລະຫວ່າງ 2 ປະ​ເທດ​ພາຍຫຼັງ 2 ປີ​ຂອງ​ການ​ຢຸດ​ສະ​ງັກ​ເພາະ​ໂລກລະບາດ​ໂຄ​ວິດ-19, ປະກອບສ່ວນ​ໜູນ​ຊ່ວຍ​ການ​ຟື້ນ​ຟູ​ເສດຖະກິດ​ຂອງ 2 ປະ​ເທດ. ​ການເຊື່ອມ​ຕໍ່ເສັ້ນທາງ​ລະຫວ່າງ​ຫວຽດນາມ, ລາວ ​ແລະ ​ໄທ ຈະ​ປະກອບສ່ວນ​ເຂົ້າໃນການຊຸກຍູ້​ເຊື່ອມຕໍ່​​ເຂດ​ອີ​ສານ​ພາກ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງ​ໄທ, ບັນດາ​ແຂວງ​ພາກ​ກາງ​ຂອງ​ລາວ ກັບ ຫວຽດນາມ ​ມາເຖິງ​ບັນດາ​ຕະຫຼາດ​ໃຫຍ່​ຄື ອາ​ເມ​ລິ​ກາ, ຈີນ, ​ເກົາຫຼີ, ຍີ່​ປຸ່ນ...

ທ່ານ​ເອກ​ອັກຄະ​ລັດຖະທູດ​ ສະ​ເໜີ​ໃຫ້​ທ່ານ​ລັດຖະມົນຕີ ສັກສະຢາມ ຊິດຊອບ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ການຄົມມະນະຄົມ ແລະ ຂົນ​ສົ່ງ​ຫວຽດນາມ ເຄື່ອນໄຫວ​ຢູ່​ໄທ ເພື່ອ ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ດ້ານ​ການບິນ​ລະຫວ່າງ 2 ປະ​ເທດ ​ແລະ ຊຸກຍູ້​ການ​ລົງທຶນ​, ​ການ​ຄ້າ, ການທ່ອງທ່ຽວ 2 ຝ່າຍ.

ທ່ານ​ລັດຖະມົນຕີ ສັກສະຢາມ ຊິດຊອບ ໄດ້ສະແດງຄວາມ​ຊົມ​ເຊີຍຫວຽດນາມ ​ທີ່​ມີຫຼາຍມາດຕະການ​ເພື່ອ​ຄວບ​ຄຸມ​ໂລກ​ລະບາດ, ປະຕິບັດ​ແຜນການ​ເປີດ​ປະເທດ, ຟື້ນ​ຟູ​ເສດຖະກິດ, ໂດຍສະເພາະ​ແມ່ນຫວ່າງແລ້ວນີ້ ໄດ້​ຕັດສິນ​​ເປີດ​ຖ້ຽວ​ບິນ​ສາກົນ​ຄືນ​ໃໝ່​ກັບ 20 ກວ່າ​ປະ​ເທດ ​ໃນ​ນັ້ນ​ມີປະເທດ​ໄທ.

ທ່ານ​ລັດຖະມົນຕີ ສັກສະຢາມ ຊິດຊອບ ​ໃຫ້​ຮູ້​ວ່າ ປະຈຸ​ບັນໄທພວມ​ຜັນ​ຂະຫຍາຍ​ຫຼາຍ​ໂຄງການ​ເຊື່ອມ​ຕໍ່ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ​ຄື ຂົວ​ທາງ, ທາງ​ດ່ວນ​, ຜ່ານ​ນັ້ນ​ ກໍປະກອບສ່ວນ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ກັບຫວຽດນາມ, ຊຸກຍູ້ ​ແລະ ສ້າງຄວາມສະດວກໃຫ້ແກ່ບໍລິການ logisticsລະຫວ່າງ 2 ປະ​ເທດ. ພ້ອມ​ທັງ​ສະໜັບສະໜູນ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂົນ​ສົ່ງ​ຫວຽດນາມ ຢູ່​ໄທ, ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ, ການ​ຄ້າ ​ແລະ ການ​ທ່ອງ​ທ່ຽວ​ລະຫວ່າງ 2 ປະ​ເທດ.

ໄຊພອນ

ເຫດການ
302 Found

Found

The document has moved here.