ຫວຽດນາມ ຊຸກຍູ້ການຮ່ວມມືກັບໄທ ໃນດ້ານກິລາ

07:38 | 19/05/2022

ຕອນບ່າຍວັນທີ 16 ພຶດສະພາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Prawit Wongsuwon ຮອງນາຍົກລັດຖະມົນຕີທັງເປັນປະທານຄະນະກຳມະການໂອລິມປິກແຫ່ງຊາດໄທ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ແລະ ເຂົ້າຮ່ວມການເຄື່ອນໄຫວງານມະຫາກຳກິລາ ຊີເກມ ຄັ້ງທີ 31.

ຫວຽດນາມ - ລາວ ແບ່ງປັນບົດຮຽນກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ຫຼັງໂລກລະບາດໂຄວິດ-19 ຫວຽດນາມ - ລາວ ແບ່ງປັນບົດຮຽນກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ຫຼັງໂລກລະບາດໂຄວິດ-19
ເພີ່ມທະວີສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ ເພີ່ມທະວີສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ

ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານຮອງນາຍົກລັດຖະມົນຕີໄທ ທີ່ມາຢ້ຽມຢາມ ແລະ ເຂົ້າຮ່ວມງານມະຫາກຳກິລາ ຊີເກມ ຄັ້ງທີ 31, ຖືວ່ານີ້ແມ່ນການສະໜັບສະໜູນອັນລ້ຳຄ່າໃຫ້ ຫວຽດນາມ - ປະເທດເຈົ້າພາບ ຊີເກມຄັ້ງທີ 31.

ຫວຽດນາມ ຊຸກຍູ້ການຮ່ວມມືກັບໄທ ໃນດ້ານກິລາ
ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີໄທ Prawit Wongsuwon ຖືວ່າ: ໃນໄລຍະຈະມາເຖິງ, ໄທ ຈະສືບຕໍ່ເພີ່ມທະວີການຮ່ວມມືກັບຫວຽດນາມ, ໃນນັ້ນມີການແລກປ່ຽນຄະນະຜູ້ແທນການນໍາ, ກຳມະການ, ຄູຝຶກ, ນັກກິລາ ເພື່ອຮ່ຳຮຽນ, ແລກປ່ຽນບົດຮຽນເຊິ່ງກັນ ແລະກັນໃນຂົງເຂດຄຸ້ມຄອງ, ບໍາລຸງສ້າງ ແລະພັດທະນາການກິລາກາຍະກໍາຂອງແຕ່ລະປະເທດ; ສະໜັບສະໜູນເຊິ່ງກັນ ແລະ ກັນໃນກອງປະຊຸມກິລາສາກົນ; ການຮ່ວມມືດ້ານບໍາລຸງສ້າງ, ການຄຸ້ມຄອງກິລາ ແລະການແພດກິລາ.

ທ່ານ ຫວູດຶກດາມ ໄດ້ແບ່ງປັນວ່າ, ດ້ວຍສານ “ເພື່ອອາຊີຕາເວັນອອກສ່ຽງໃຕ້ເຂັ້ມແຂງກວ່າ”, ຫວຽດນາມ ໄດ້ຈັດຕັ້ງ ແລະເຂົ້າຮ່ວມການແຂ່ງຂັນດ້ວຍຄວາມຕັດສິນໃຈສູງທີ່ສຸດ, ດ້ວຍນ້ຳໃຈນັກກິລາສາມັກຄີ, ຊື່ສັດ, ສູງສົ່ງ, ນ້ຳໃຈສັນຕິພາບ, ເພື່ອການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

la.qdnd.vn

ເຫດການ
302 Found

Found

The document has moved here.