ໄວໜຸ່ມເຊື້ອຊາດຫວຽດນາມ ຢູ່ໄທ ພູມໃຈທີ່ເປັນລູກຫຼານລຸງໂຮ່

07:00 | 20/05/2022

ຍສໝ - ປະຊາຄົມຊາວຫວຽດນາມອາໄສຢູ່ໄທໃນປະຈຸບັນແມ່ນຮຸ່ນໜຸ່ມ, ສ່ວນຫຼາຍບໍ່ຮູ້ ພາສາຫວຽດນາມ ມີສັນຊາດໄທ, ແຕ່ກໍ່ຍັງພູມໃຈທີ່ເປັນຊາວຫວຽດນາມ, ນັບຖືລຸງໂຮ່, ເອກອ້າງທະນົງໃຈທີ່ເປັນຫຼານຂອງລຸງໂຮ່.

ທ່ານນາຍົກລັດຖະມົນຕີເປັນປະທານກອງປະຊຸມທົ່ວປະເທດຍູ້ໄວຄວາມຄືບໜ້າການວາງແຜນກຳນົດແລະກຳນົດທິດການວາງແຜນກຳນົດສັງລວມແຫ່ງຊາດ ທ່ານນາຍົກລັດຖະມົນຕີເປັນປະທານກອງປະຊຸມທົ່ວປະເທດຍູ້ໄວຄວາມຄືບໜ້າການວາງແຜນກຳນົດແລະກຳນົດທິດການວາງແຜນກຳນົດສັງລວມແຫ່ງຊາດ
ນຳ ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ບໍ່​ມີ​ຜູ້​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ​ຍ້ອນ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ​ທີ່​ຕົກຄ້າງໃນ​ປາງ​ສົງ​ຄາມ​ໂດຍ​ໄວ ນຳ ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ບໍ່​ມີ​ຜູ້​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ​ຍ້ອນ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ​ທີ່​ຕົກຄ້າງໃນ​ປາງ​ສົງ​ຄາມ​ໂດຍ​ໄວ

ພາຍຫຼັງ​ການ​ເຄື່ອນ​ໄຫວ​ຢູ່​ບາງກອກ ​ແລະ ບ້ານ​ດອນ​ ໃນເວລາສັ້ນໆ, ​ໃນ​ກາງ​ເດືອນ ກໍລະກົດ 1928, ປະທານ ​ໂຮ່ຈີ​ມິນ ​ແລະ ພະນັກງານ​ອີກ​ຈຳນວນ​ໜຶ່ງ​ໄດ້​ອອກ​ເດີນທາງ​ໄປ​ແຂວງ ອຸດອນ​ ທາ​ນີ ທາງ​​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງ​ໄທ, ​ສະຖານທີ່ທີ່ຂະບວນການ​ຮັກ​ຊາດ​ໃນ​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ ທີ່ມີຄວາມເຂັ້ມແຂງ.

ໄວໜຸ່ມເຊື້ອຊາດຫວຽດນາມ ຢູ່ໄທ ພູມໃຈທີ່ເປັນລູກຫຼານລຸງໂຮ່
ພາຍໃນເຂດຮ່ອງຮອຍປະຫວັດສາດ ປະທານ ໂຮ່ຈິມິນ. ພາບ: TTXVN

​ເຖິງ​ວ່າ​ໄດ້​ມາ​ພັກ​ຢູ່​ແຂວງ​ອຸດອນ​ທາ​ນີ ພຽງ​ເວລາ​ສັ້ນໆ​ກໍ່ຕາມ, ​ແຕ່​ຄວາມ​ຮັກ​ແພງ​ອັນ​ເລິກ​ເຊິ່ງທີ່​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ປະຊາຊົນ​ທ້ອງ​ຖິ່ນ ສະຫງວນໃຫ້ເພິ່ນຍາມໃດກໍ່ໄດ້ຮັບການຮັກສາ.

ປີ 2002, ພາຍຫຼັງ​ການ​ລົງ​ປະຊາ​ມະຕິ, ອໍານາດການປົກຄອງແຂວງ​ອຸ​ດອນ​ທາ​ນີ ​ແລະ ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ແຂວງ ອຸ​ດອນ​ທາ​ນີ ​ໄດ້​ເຫັນ​ດີ​ ​ສ້າງ​ຫໍ​ບູຊາ​ປະທານ ​ໂຮ່ຈີ​ມິນ ​ໃນເຂດຮ່ອງຮອຍປະຫວັດສາດ ປະທານ ໂຮ່ຈິມິນ ດ້ວຍເນື້ອທີ່ກວ້າງ 10.000 m2.

ໄວໜຸ່ມເຊື້ອຊາດຫວຽດນາມ ຢູ່ໄທ ພູມໃຈທີ່ເປັນລູກຫຼານລຸງໂຮ່
ເຂດຮ່ອງຮອຍປະຫວັດສາດ ປະທານ ໂຮ່ຈິມິນ. ພາບ: TTXVN

ເມື່ອແລກປ່ຽນກັບນັກຂ່າວສຳນັກຂ່າວສານຫວຽດນາມ ປະຈໍາ ໄທ ເນື່ອງໃນໂອກາດ ວັນຄ້າຍວັນເກີດປະທານ ໂຮ່ຈີມິນ ຄົບຮອບ 132 ປີ, ທ່ານນາງ ຫງວຽນທິຊວນແອວງ, ພະນັກງານຫຼັກແຫຼ່ງຂອງຄະນະຄຸ້ມຄອງເຂດຮ່ອງຮອຍປະຫວັດສາດ ປະທານ ໂຮ່ຈິມິນ ຢູ່ແຂວງ ອຸດອນທານີ ໃຫ້ຮູ້ວ່າ ແບບຢ່າງ, ຄຸນສົມບັດ ​ແລະ ອຸດົມການຂອງລຸງໂຮ່ ໄດ້​ກວມເອົາທີ່ຕັ້ງ​​ພິ​ເສດ​ໃນ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ໄທ.

ທ່ານນາງ ຫງວຽນທິຊວນແອວງ ໃຫ້ຮູ້ວ່າ “ຮຸ່ນໜຸ່ມບໍ່​ຮູ້​ຈັກ​ຫວຽດ​ນາມ ​ຫຼາຍ​ປານ​ໃດ, ແຕ່​ເຂົາ​ເຈົ້າ​ເອກອ້າງທະນົງ​ໃຈ​ທີ່​ຫວຽດ​ນາມ ມີ​ລຸງ​ໂຮ່. ເອກອ້າງທະນົງໃຈທີ່ໄດ້ເປັນລູກຫລານຂອງລຸງໂຮ່. ​ເມື່ອ​ເຮັດ​ສິ່ງ​ທີ່​ເປັນ​ປະ​ໂຫຍ​ດ​ໃຫ້​ແກ່​ສັງຄົມ, ມີ​ຄົນ​ຍ້ອງຍໍ ​ເຂົາ​ເຈົ້າກໍ​ເວົ້າ​ວ່າ​ ຂ້າພະ​ເຈົ້າ​ແມ່ນ​ຫຼານ​ຂອງ​ລຸງ​ໂຮ່”.

ບູນມີ

ເຫດການ
302 Found

Found

The document has moved here.