ຜູ້ນໍາຫຼາຍວິສາຫະກິດທົ່ວໂລກຈະເຂົ້າຮ່ວມກອງປະຊຸມ ABAC ຢູ່ ຫວຽດນາມ

13:46 | 14/07/2022

ຍສໝ - ກອງປະຊຸມຂອງສະພາທີ່ປືກສາທຸລະກິດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີພີກ - APEC (ABAC III) ຈະດຳເນີນພິທີເປີດໃນວັນທີ 27 ກໍລະກົດ ຢູ່ນະຄອນຫ້າລອງ ແຂວງກວາງນີງ.

ເຫັນດີຜັນຂະຫຍາຍປະສິດທິຜົນການຮ່ວມມື 2 ຝ່າຍ ຫວຽດນາມ - ຈີນ ເຫັນດີຜັນຂະຫຍາຍປະສິດທິຜົນການຮ່ວມມື 2 ຝ່າຍ ຫວຽດນາມ - ຈີນ
Central Group ຄາດຄະເນວ່າຈະລົງທຶນຕື່ມ 800 ລ້ານໂດລາສະຫະລັດເຂົ້າຫວຽດນາມ Central Group ຄາດຄະເນວ່າຈະລົງທຶນຕື່ມ 800 ລ້ານໂດລາສະຫະລັດເຂົ້າຫວຽດນາມ
ຜູ້ນໍາຫຼາຍວິສາຫະກິດທົ່ວໂລກຈະເຂົ້າຮ່ວມກອງປະຊຸມ ABAC ຢູ່ ຫວຽດນາມ
ຜູ້ນໍາຫຼາຍວິສາຫະກິດທົ່ວໂລກຈະເຂົ້າຮ່ວມກອງປະຊຸມ ABAC ຢູ່ ຫວຽດນາມ. ພາບ: baodautu.vn

ກັບຫົວຂໍ້ທີ່ວ່າ“ກໍາໄດ້, ເຂົ້າຮ່ວມ, ສ້າງຂຶ້ນ” ກອງປະຊຸມຄັ້ງທີ III ຂອງສະພາທີ່ປືກສາທຸລະກິດເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີພີກ - APEC (ABAC III) ຈະດຳເນີນພິທີເປີດໃນວັນທີ 27 ກໍລະກົດ ນະຄອນຫ້າລອງ ແຂວງກວາງນີງ .

ABAC III ເປັນເຫດການໃຫຍ່ ແລະ ມີຄວາມໝາຍສໍາຄັນດ້ານເສດຖະກິດ-ການຄ້າສໍາລັບປະຊາຄົມວິສາຫະກິດໃນພາກພື້ນ. ຕາມນັ້ນແລ້ວ, ພ້ອມກັນກັບການປືກສາຫາລືຫຼາຍເນື້ອໃນທີ່ສໍາຄັນ, ກອງປະຊຸມຄັ້ງນີ້ຍັງຈະສ້າງບົດລາຍງານສະເໜີຂອງບັນດາວິສາຫະກິດເພື່ອສົ່ງໃຫ້ລັດຖະມົນຕີຜູ້ຮັບຜິດຊອບດ້ານການເງິນ, ລັດຖະມົນຕີຜູ້ຮັບຜິດຊອບດ້ານການນຄ້າ, ບັນດາຜູ້ວ່າການທະນາຄານ ແລະ ບົດລາຍງານປະຈໍາປີຂອງ ABAC ສົ່ງໃຫ້ບັນດາຜູ້ນໍາຂອງ APEC.ນອກຈາກນັ້ນ, ກອງປະຊຸມຄັ້ງນີ້ກໍ່ໄດ້ກະກຽມເນື້ອໃນໃຫ້ກອງປະຊຸມໂອ້ລົມສົນທະນາລະຫວ່າງບັນດາຜູ້ນໍາ APEC ແລະ ABAC ເຊິ່ງຈະໄດ້ຈັດຂຶ້ນໃນ ສັບປະດາຂັ້ນສູງ APEC 2022 ໃນເດືອນ ພະຈິກ ປີ 2022 ຢູ່ ປະເທດໄທ.

ຄາດວ່າ, ທ່ານປະທານປະເທດ ຫງວຽນຊວນຟຸກ ຈະກ່າວຄໍາປາໄສໃນວາລະໄຂກອງປະຊຸມ. ທ່ານ ຝ້າມ ເຕີ້ນ ກົງ,ປະທານສະຫະພັນການຄ້າ ແລະ ອຸດສາຫະກໍາຫວຽດນາມ, ປະທານ ABAC, ໃຫ້ຮູ້ວ່າ: "ນີ້ເປັນໂອກາດທີ່ດີໃຫ້ຫວຽດນາມຢັ້ງຢືນຄວາມເຊື່ອຖືຂອງຕົນໃນປະຊາຄົມສາກົນ. ໃນກອງປະຊຸມຄັ້ງນີ້, ບັນດາຜູ້ແທນຈະສຸມໃສ່ປືກສາຫາລືກ່ຽວກັບການຟື້ນຟູ ແລະ ພັດທະນາເສດຖະກິດໃນເງື່ອນໄຂທີ່ພະຍາດ COVID-19 ໄດ້ຮັບການຄວບຄຸມ. ບັນດາວິສາຫະກິດໃນພາກພື້ນທີ່ເຂົ້າຮ່ວມຈະໄດ້ຜ່ານຕົວຈິງ, ຜ່ານບັນຍາກາດທີ່ປອດໄພ ແລະ ສະພາບແວດລ້ອມດຳເນີນທຸລະກິດທີ່ຫນ້າດຶງດູດຢູ່ຫວຽດນາມ".

ABAC III ຄາດຄະເນວ່າ ຈະມີການເຂົ້າຮ່ວມຂອງຜູ້ແທນ ເກືອບ 200 ທ່ານ (ເຂົ້າຮ່ວມໂດຍຮູບແບບທາງໄກ ແລະ ເຊິ່ງໜ້າ), ໃນນັ້ນມີຜູ້ນໍາຂອງບັນດາກຸ່ມບໍລິສັດສາກົນຄື ກຸ່ມບໍລິສັດ NEC, Marubeni, UPS, Acer, ການນໍາຂອງບັນດາອົງການສົ່ງເສີມການຄ້າ ແລະ ການລົງທຶນທີ່ຫນ້າເຊື່ອຖື ແລະ ມີອິດທິຜົນໃນພາກພື້ນ. ຮອດປະຈຸບັນ ໄດ້ມີຜູ້ແທນ ຫຼາຍກວ່າ 130 ທ່ານ ໄດ້ລົງທະບຽນມາຫ້າລອງ ເຂົ້າຮ່ວມກອງປະຊຸມແບບໂດຍກົງ.

ໄຊພອນ

ເຫດການ
302 Found

Found

The document has moved here.