ເພີ່ມ​ທະ​ວີການ​ເຊື່ອມຕໍ່ວິ​ສາ​ຫະ​ກິດ​ລະ​ຫວ່າງ ຫວຽດ​ນາມ ແລະ ໄທ

13:14 | 27/06/2022

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວໍ​ທິ​ແອັງ​ຊວັນ ​ເນັ້ນ​ໜັກ​ວ່າ: ​ໄທ ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ ຫວຽດນາມ ​ໃນ ອາ​ຊຽນ; ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຄວາມ​ດຸ່ນດ່ຽງ​ດ້ານ​ການ​ລົງທຶນ ​ແລະ ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດຍັງ​ບໍ່​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ແຕ່ລະ​ຝ່າຍ.

ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ​ຫວຽດ​ນາມ - ອົດ​ສະ​ຕາ​ລີ ໃນ​ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ​ສະ​ອາດ, ກະ​ສິ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ​ຫວຽດ​ນາມ - ອົດ​ສະ​ຕາ​ລີ ໃນ​ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ​ສະ​ອາດ, ກະ​ສິ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ
ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ ການ​ຮ່ວມ​ມື​ລະ​ຫວ່າງ ກຳ​ມາ​ທິ​ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ ຂອງ​ສະ​ພາ​ແ​ຫ່ງ​ຊາດ ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ ການ​ຮ່ວມ​ມື​ລະ​ຫວ່າງ ກຳ​ມາ​ທິ​ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ ຂອງ​ສະ​ພາ​ແ​ຫ່ງ​ຊາດ
ເພີ່ມ​ທະ​ວີການ​ເຊື່ອມຕໍ່ວິ​ສາ​ຫະ​ກິດ​ລະ​ຫວ່າງ ຫວຽດ​ນາມ ແລະ ໄທ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ໄທ Don Pramudwinai. (ພາບ​: diendandoanhnghiep.vn)

​ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ແມ່ຍິງ​ໂລກ 2022 ຢູ່​ບາງກອກ (​ໄທ), ວັນ​ທີ 23 ມິຖຸນາ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວູ​ທິ​ແອງ​ຊວນ ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ - ​ໄທ ​ໂດຍ​ກະຊວງ​ແຜນການ ​ແລະ ການ​ລົງທຶນ, ສະຫະພັນ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ສົມທົບ​ກັບ​ຄະນະ​ກຳມະການ​ການ​ຄ້າ​ໄທ ​ແລະ ສະພາ​ວິ​ສາ​ຫະກິດ ​ໄທ - ຫວຽດນາມ ຈັດ​ຕັ້ງ.

ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວໍ​ທິ​ແອັງ​ຊວັນ ​ເນັ້ນ​ໜັກ​ວ່າ: ​ໄທ ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ ຫວຽດນາມ ​ໃນ ອາ​ຊຽນ; ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຄວາມ​ດຸ່ນດ່ຽງ​ດ້ານ​ການ​ລົງທຶນ ​ແລະ ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດຍັງ​ບໍ່​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ແຕ່ລະ​ຝ່າຍ.

ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ໄທ. ຫວຽດນາມ ຊົມ​ເຊີຍ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ໄທ ມາ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ທີ່​ໄທ ມີ​ທ່າ​ແຮງ ​ແລະ ຫວຽດນາມ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ

ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວໍ​ທິ​ແອັງ​ຊວັນ ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ ວິ​ສາ​ຫະ​ກິດ 100 ​ແຫ່ງ​ຂອງ​ທັງ​ສອງ​ຝ່າຍ​ທີ່​ເວ​ທີ​ປາ​ໄສ, ວິ​ສາ​ຫະ​ກິດ ແລະ ນັກ​ທຸ​ລະ​ກິດ​ຂອງ 2 ປະ​ເທດ​ຈະ​ໝູນ​ໃຊ້​ກາ​ລະ​ໂອ​ກາດ​ໃຫ້​ດີ​ທີ່​ສຸດເພື່ອ​ຫັນ “ຄວາມ​ສາ​ມາດບົ່ມຊ້ອນ” ​ກາຍ​ເປັນ “ການ​ປະ​ຕິ​ບັດ”, ປະ​ກອບ​ສ່ວນ​ຊຸກ​ຍູ້ການ​ເສດ​ຖະ​ກິດການ​ຄ້າ, ການ​ລົງ​ທຶນ​ລະ​ຫວ່າງ ຫວຽດ​ນາມ ແລະ ໄທ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ໄທ Don Pramudwinai ໄດ້​ສະ​ເໜີ​ຍຸດ​ທະ​ສາດ​ເຊື່ອມ​ຈອດ 3 ພາກ​ພື້ນ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ລະ​ຫວ່າງ ໄທ ແລະ ຫວຽດນາມ, ຊ່ວຍ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ, ການ​ລົງ​ທຶນ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ທີ່​ເຂັ້ມ​ແຂງ ແລະ ຍືນ​ຍົງ. ສາມ​ຂົງ​ເຂດ​ດັ່ງກ່າວ​ລວມມີ​ການ​ເຊື່ອມ​ຕໍ່​ຕ່ອງ​ໂສ້​ມູນ​ຄ່າ, ການ​ເຊື່ອມ​ຕໍ່​ພື້ນຖານ​ເສດຖະກິດ ​ແລະ ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ. ຍຸດ​ທະ​ສາດ​ການ​ເຊື່ອມ​ຈອດ​ນີ້​ຈະ​ຊ່ວຍ​ໃຫ້​ວິ​ສາ​ຫະກິດ​ຂອງ​ທັງ​ສອງ​ປະ​ເທດ​ນຳ​ໃຊ້​ບັນດາ​ກາລະ​ໂອກາດ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ສອງ​ປະ​ເທດ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ ຫວຽດນາມ ​ແລະ ​ໄທ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວໍ​ທິ​ແອັງ​ຊວັນ ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ​ໄທ Don Pramudwinai ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ (MoU) ລະຫວ່າງ​ວິ​ສາ​ຫະກິດ ຫວຽດນາມ ​ແລະ ​ໄທ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.