ການຊຸກຍູ້ການເຊື່ອມຕໍ່ ແລະ ການຮ່ວມມືເຮັດທຸລະກິດລະຫວ່າງວິສາຫະກິດ ໄທ ແລະ ດາໜັງ

12:10 | 08/07/2022

ຍສໝ-ວັນທີ 4 ກໍລະກົດ, ຄະນະກຳມະການປົກຄອງ ນະຄອນ ດາໜັງ, ຄະ​ນະ​ກຳ​ມະ​ການແຫ່ງ​ລັດ​ກ່ຽວ​ກັບຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ (ກະ​ຊວງ​ການ​ຕ່າງ​ປະ​ເທດ) ແລະ ສະຖານທູດ ຫວຽດນາມ ປະຈຳ ໄທ ໄດ້ສົມທົບກັນຈັດຕັ້ງເວທີປາໄສເຊື່ອມຕໍ່ວິສາຫະກິດ ໄທ - ດາໜັງ ປີ 2022 ຢູ່ນະຄອນ ດາໜັງ.

ຫວຽດນາມ, ລາວ, ໄທ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ ຫວຽດນາມ, ລາວ, ໄທ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ
ເພີ່ມ​ທະ​ວີການ​ເຊື່ອມຕໍ່ວິ​ສາ​ຫະ​ກິດ​ລະ​ຫວ່າງ ຫວຽດ​ນາມ ແລະ ໄທ ເພີ່ມ​ທະ​ວີການ​ເຊື່ອມຕໍ່ວິ​ສາ​ຫະ​ກິດ​ລະ​ຫວ່າງ ຫວຽດ​ນາມ ແລະ ໄທ
ການຊຸກຍູ້ການເຊື່ອມຕໍ່ ແລະ ການຮ່ວມມືເຮັດທຸລະກິດລະຫວ່າງວິສາຫະກິດ ໄທ ແລະ ດາໜັງ
ທີ່ເວທີປາໄສ, ບັນດາວິສາຫະກິດຊາວ​ຫວຽດນາມ ອາ​ໄສ​ຢູ່​ໄທ ​ ຫວັງວ່າຈະມີຫຼາຍການຮ່ວມມືລົງທຶນກັບ ດາຫນັງ(ພາບ: VOV)

ທ່ານ​ນາງ​ຮອງ​ປະທານ​ຄະນະ​ກຳມະການ​ປົກຄອງ ​ນະຄອນ ດາໜັງ ໂງທິກິມອ໋ຽນ ​ໃຫ້​ຮູ້​ວ່າ, ​ເວທີ​ປາ​ໄສໄດ້​ປະກອບສ່ວນ​ເຂົ້າໃນການຊຸກຍູ້​ການ​ພົວພັນ​ມິດຕະພາບການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ລະຫວ່າງ​ ດາ​ໜັງ ​ແລະ ຄູ່ຮ່ວມມື​ໄທ ​ແລະ ເພີ່ມ​ທະວີ​ການ​ພົວພັນສອງຝ່າຍ​ລະຫວ່າງສອງປະເທດ.

ທ່ານ​ນາງ​ຮອງ​ປະທານ​ ໂງທິກິມອ໋ຽນ ຍັງ​ແບ່ງປັນ​ວ່າ ບັນດາຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເວົ້າ​ລວມ ​ແລະ ຊາວ​ໄທ​ເວົ້າ​ສະ​ເພາະ, ຍາມ​ໃດ​ກໍແມ່ນ​ຂົວເຊື່ອມຕໍ່​ທີ່​ໜ້າເຊື່ອ​ຖື​​ເພື່ອ​ເຊື່ອມ​ຕໍ່​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ມຸ່ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງ​ນອນ, ປະກອບສ່ວນເຂົ້າໃນການ​ສ້າງສາ​ປະ​ເທດ​ຊາດ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ ຫວຽດນາມ ປະຈຳ ​ໄທ ຟານ​ຈີ໋ແທັ່ງ, ໃຫ້ຮູ້ວ່າ ນະຄອນ ດາໜັງ ​ແມ່ນ​ຈຸດມາ​ທຳ​ອິດ​ຂອງ​ຄະນະ​ນັກທຸລະກິດຊາວ​ຫວຽດນາມ ອາ​ໄສ​ຢູ່​ໄທ ​ໃນ​ການ​ເດີນທາງ​ຜ່ານ 5 ​ແຂວງ, ນະຄອນ ຄື ດາໜັງ, ກ໊ວາງ​ນາມ, ກຽນ​ຢາງ, ​ນະຄອນ ໂຮ່ຈີ​ມິນ ແລະ ນະຄອນຫຼວງ ຮ່າໂນ້ຍ.

ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ສະຖານທູດ​ຫວຽດນາມ ປະຈຳ ​ໄທ ​ຈັດ​ຕັ້ງ​ຄະນະ​ບັນດາວິສາຫະກິດ ​ໄທ ທີ່ມີເຊື້ອຊາດຫວຽດນາມ ໄດ້ກັບມາ ຫວຽດນາມ, ​ເພື່ອ​ເຊື່ອມ​ຕໍ່​ການ​ລົງທຶນ, ການ​ຄ້າ ​ແລະ ການ​ທ່ອງ​ທ່ຽວ​ກັບ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ, ຜ່ານ​ນັ້ນ ກໍຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຂອງ​ບັນດາ​ທ້ອງ​ຖິ່ນ ຫວຽດນາມ ກັບ ​ໄທ.

ຫອມມາລາ

ເຫດການ
302 Found

Found

The document has moved here.