ເວທີ​ປາ​ໄສ​ການ​ເຊື່ອມ​ໂຍງ​ທຸລະ​ກິດ ​ໄທ - ກຽນ​ຢາງ ປີ 2022

08:33 | 11/07/2022

ຍ​ສ​ໝ - ເຂົ້າຮ່ວມເວທີປາໄສມີທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ໄທ ຟານ​ຈີ​ແທັງ; ທ່ານ ຟ້າມ​ວຽດ​ຮຸ່ງ, ຫົວ​ໜ້າ​ກົມພົວພັນ​ເສດ​ຖະ​ກິດ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ, ຄະ​ນະ​ກຳ​ມະ​ການແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ (ກະ​ຊວງ​ການ​ຕ່າງ​ປະ​ເທດ).

ງານສະແດງດົນຕີຂອງຕຳຫຼວດບັນດາປະເທດ ອາຊຽນ+ ປີ 2022 ງານສະແດງດົນຕີຂອງຕຳຫຼວດບັນດາປະເທດ ອາຊຽນ+ ປີ 2022
ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ ປີ 2022 ໄດ້​ດຳ​ເນີນ​ຢູ່​ກາວ​ບັ່ງ ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ ປີ 2022 ໄດ້​ດຳ​ເນີນ​ຢູ່​ກາວ​ບັ່ງ
ເວທີ​ປາ​ໄສ​ການ​ເຊື່ອມ​ໂຍງ​ທຸລະ​ກິດ ​ໄທ - ກຽນ​ຢາງ ປີ 2022
ເວທີ​ປາ​ໄສ​ເຊື່ອມ​ຕໍ່ວິສາຫະ​ກິດ ໄທ - ​ກຽນ​ຢາງ 2022 (ພາບ: baoquocte.vn)

ຕອນ​ເຊົ້າ​ວັນ​ທີ 7 ກໍລະກົດ, ຢູ່​ນະຄອນ ຝຸກວັກ, ແຂວງ ກຽນ​ຢາງ, ສະຖານທູດ​ຫວຽດນາມ ປະຈຳ ​ໄທ, ຄະນະ​ກຳມະການ​ແຫ່ງ​ລັດກ່ຽວກັບຊາວຫວຽດນາມ ຢູ່ຕ່າງປະເທດ (ກະຊວງ​ການ​ຕ່າງປະ​ເທດ) ​ແລະ ຄະນະ​ກຳມະການ​ປະຊາຊົນ​ແຂວງ ກຽນ​ຢາງ ສົມທົບ​ກັນ​ຈັດ​ຕັ້ງ​ເວທີ​ປາ​ໄສ​ເຊື່ອມ​ຕໍ່ວິສາຫະ​ກິດ ໄທ - ​ກຽນ​ຢາງ 2022.

ເຂົ້າຮ່ວມເວທີປາໄສມີທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ໄທ ຟານ​ຈີ​ແທັງ; ທ່ານ ຟ້າມ​ວຽດ​ຮຸ່ງ, ຫົວ​ໜ້າ​ກົມພົວພັນ​ເສດ​ຖະ​ກິດ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ, ຄະ​ນະ​ກຳ​ມະ​ການແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ (ກະ​ຊວງ​ການ​ຕ່າງ​ປະ​ເທດ).

ຝ່າຍ​ແຂວງ​ກຽນ​ຢາງ, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເລ​ກວກ​ແອ​ງ ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ.

ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກຽນ​ຢາງ ເລກວັກ​ແອງ ​ໃຫ້​ຮູ້​ວ່າ: ​ແຂວງກຽນ​ຢາງຮູ້ສຶກ​ດີ​ໃຈ ​ແລະ ​ເປັນ​ກຽດ​ເມື່ອ​ສະຖານທູດ ຫວຽດນາມ ປະຈຳ ​ໄທ ​ແລະ ຄະນະ​ກຳ​ມະ​ການ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ​ເລືອກ​ເອົ​ານະຄອນ ຝຸກວັກ, ​ແຂວງ ກຽນ​ຢາງ ​ເປັນ​ສະຖານ​ທີ່​ຊຸກຍູ້​ການ​ລົງທຶນ, ການ​ຄ້າ ແລະ ການທ່ອງທ່ຽວ.

ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ຄະນະ​ຜູ້​ແທນ​ວິ​ສາ​ຫະກິດຂອງຊາວ​ຫວຽດນາມ ​​ຢູ່ ​ໄທ ພວມ​ດຳ​ເນີນ​ທຸລະ​ກິດ​ໃນ​ຫຼາຍ​ຂົງ​ເຂດ​ຄື: ​​ຕ່ຳ​ແຜ່ນ​ຕັດຫຍິບ, ກະສິກຳ, ອຸດສາຫະກຳ​ການ​ຜະລິດ, ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ, ການທ່ອງທ່ຽວ, ການ​ຄ້າ, ການ​ບໍລິການ.... ມາເຮັດ​ວຽກ​ຢູ່​ແຂວງ ກຽນ​ຢາງ ​ເວົ້າ​ລວມ ​ແລະ ນະຄອນ ​ຝຸກວັກ ​ເວົ້າ​ສະ​ເພາະ.

ແຂວງ ກຽນຢາງ ຫວັງວ່າ ສະຖານທູດ ກໍ່ຄື ສະມາຄົມນັກທຸລະກິດຊາວ​ຫວຽດ​ນາມ ປະຈຳ ໄທ ຈະເສີມຂະຫຍາຍບົດບາດເປັນຂົວຕໍ່ໃຫ້ແກ່ການພົບປະແລກປ່ຽນເສດຖະກິດ ແລະ ການຮ່ວມມືລະຫວ່າງ ແຂວງ ກຽນຢາງ ແລະ ໄທ ຫຼາຍກວ່າອີກ. ​ເວທີ​ປາ​ໄສ​ຈະ​ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ລະຫວ່າງ​ທ້ອງ​ຖິ່ນ ​ແລະ ບັນດາ​ຄູ່​ຮ່ວມ​ມື​ຂອງ​ໄທ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ.

ທ່ານ​ຮອງ​ປະທານ​ແຂວງ​ຫວັງ​ວ່າ, ດ້ວຍ​ຄວາມ​ໝາຍ ​ແລະ ຄວາມ​ສຳຄັນ​ຂອງ​ເວທີ​ປາ​ໄສ​ນີ້, ​ແຂວງ ກຽນ​ຢາງ ຈະ​ສືບ​ຕໍ່​ໄດ້​ຮັບ​ນ້ຳ​ໃຈ​ອັນ​ດີ​ງາມ ​ແລະ ຄວາມ​ເອົາ​ໃຈ​ໃສ່​ຈາກ​ປະຊາ​ຄົມ​ວິ​ສາ​ຫະກິດ​ຢູ່ຂອງຊາວຫວຽດນາມ ຢູ່ ​ໄທ.

ໃນໄລຍະຈະມາເຖິງ, ແຂວງ ປາດຖະໜາຢາກໃຫ້ນັບ​ມື້​ນັບ​ມີຫຼາຍວິສາຫະກິດ, ນັກລົງທືນໄທ ໄວ້ເນື້ອເຊື່ອໃຈ ແລະ ຖືກຽນຢາງ ແມ່ນຈຸດໝາຍສຳຄັນໃນການລົງທຶນ, ການຜະລິດ ແລະ ດຳເນີນທຸລະກິດ; ສ້າງບັນຍາກາດໃໝ່, ແຮງຈູງໃຈໃໝ່ເພື່ອພ້ອມກັນພັດທະນາແບບຍືນຍົງ.

ຕາມ​ຂໍ້ມູນ​ຈາກ​ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ເລກວັກ​ແອງ​ ແລ້ວ, ໃນ​ສະ​ພາບ​ການ​ໂລກ​ພວມ​ບໍ່​ມີ​ສະ​ຖຽນ​ລະ​ພາບ ແລະ ມີ​ການ​ຜັນ​ແປຫຼາຍ​ຢ່າງ, ຫວຽດ​ນາມ​ພົ້​ນ​ເດັ່ນ​ຂຶ້ນ​ຄື​ຈຸດປະກາຍແຈ້ງ​ກ່ຽວ​ກັບ​ການ​ດຶງ​ດູດ​ເງິນ​ລົງ​ທຶນ​ດ້ວຍ​ຈຸດ​ທີ່​ມີ​ຄວາມ​ສະ​ດວກຫຼາຍ​ຢ່າງ. ໃນ​ບໍ​ລິ​ເວນ​ແຂວງ ກຽນ​ຢາງ, ປັດ​ຈຸ​ບັນ​ມີ ໂຄ​ງ​ການ​ຂອງວິ​ສາ​ຫະ​ກິດ ໄທ ​ພວມ​ຜັນ​ຂະ​ຫຍາຍ​ລົງ​ທຶນ​ດ້ວຍ​ເງິນ​ລົງ​ທຶນ​ປະ​ມານ 470 ລ້ານ USD.

ກ່າວ​ຄຳ​ເຫັນ​ທີ່​ເຫດ​ການ, ທ່ານ ຟ້າມ​ວຽດ​ຮຸ່ງ, ຫົວ​ໜ້າ​ກົມ​ພົວ​ພັນ​​ເສດ​ຖະ​ກິດ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ, ຕາງ​ໜ້າ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ (ກະ​ຊວງ​ການ​ຕ່າງ​ປະ​ເທດ) ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ແລະ ເປັນ​ກຽດ​ພ້ອ​ມ​ກັບ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ໄທ ຈັດ​ການ​ນຳ​ຄະ​ນະ​ວິ​ສາ​ຫະ​ກິດ​ຊາວ​ຫວຽດ​ນາມ ປະ​ຈຳ ໄທ​ກັບ​ເມືອ​ນະ​ຄອນ​ຝຸກວັກ, ແຂວງ​ກຽນ​ຢາງ.

ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຫວັງ​ວ່າ ​ຜ່ານ​ເວ​ທີ​ປາ​ໄສ, ບັນ​ດາ​ວິ​ສາ​ຫະ​ກິດ​ສອງ​ຝ່າຍ​ຈ​ະ​ມີ​ການ​ເຊື່ອມ​ຕໍ໋, ພົບ​ປະ​ກັນ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່ແທດ​ຈິງ​ກ່​ວາ​ອີກ​ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ.

ກ່າວ​ຄຳ​ເຫັນ​ໄຂ​ເວ​ທີ​ປາ​ໄສ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟານ​ຈີ​ແທັງ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ການ​ນຳ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ແລະ ບັນ​ດາ​ພະ​ແນກ, ຂະ​ແໜງ​ການ​ແຂວງ ກຽນ​ຢາງ, ການ​ນຳ​ນະ​ຄອນ​ຝຸກວັກ ກ່ຽວ​ກັບ​ການ​ສະ​ໜັບ​ສະ​ໜູນ, ຕອບ​ສະ​ໜອງ​ຢ່າງ​ສຸດ​ໃຈ ແລະ ການ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ ກັບ​ສະ​ຖານ​ທູດ ໃນ​ການ​ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ທີ່​ແທດ​ຈິງ ແລະ ມີ​ຄວາມ​ໝາຍ​ນີ້.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟານ​ຈີ​ແທັງ ສະ​ເໜີ​ໃຫ້​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກຽນຢາງ​ ເອົາ​ໃຈ​ໃສ່ ມີ​ກົນ​ໄກ​, ນະ​ໂຍ​ບາຍ​ລະ​ອ​ຽດ​ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຊາວ​ຫວຽດ​ນາມ ໃນ​ທົ່ວ​ໂລກ ເວົ້າ​ລວມ ແລະ ຢູ່​ໄທ​ເວົ້າ​ສະ​ເພາະ​ ທີ່ຢາກ​ມາ​ລົງ​ທຶນ ແລະ ເຮັດ​ວຽກ​ຢູ່​ທ້ອງ​ຖິ່ນ.

ແຂວງ​ກຽນ​ຢາງ ​ສົມ​ທົບ​ກັນ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ໄທ​ຢ່າງ​ແໜ້ນ​ແຟ້ນ ໃນ​ການ​ຊຸກ​ຍູ້​ລົງ​ທຶນ, ການ​ຄ້າ, ການ​ທ່ອງ​ທ່ຽວ​ກັບ​ໄທ ເວົ້າ​ລວມ ແລະ ກັບ​ວິ​ສາ​ຫະ​ກິດ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ເວົ້າ​ສະ​ເພາະ, ພິ​ຈາ​ລະ​ນາ​ຈັດ​ຕັ້ງ​ຄະ​ນະ​ຂອງ​ແຂວງ​ໄປ​ຍັງ​ໄທ​ໂດຍ​ໄວ​ເພື່ອ​ສົ່ງ​ເສີມ​ການ​ລົງ​ທຶນ, ການ​ຄ້າ, ການ​ທ່ອງ​ທ່ຽວ.

​ໃນ​ຂອບ​ເຂດ​ຂອງ​ເວທີ​ປາ​ໄສ, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ເລກວັກ​ແອັງ ​ໄດ້​ມີ​ການ​ພົບ​ປະ​ສ່ວນ​ຕົວ​ກັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ຟານ​ຈີ​ແທັງ, ປຶກສາ​ຫາລື​ກ່ຽວ​ກັບ​ແຜນການ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຢູ່​ທ້ອງ​ຖິ່ນ​ໃນ​ໄລຍະ​ຈະ​ມາ​ເຖິງ; ຄົ້ນຄວ້າຄວາມເປັນໄປໄດ້ຂອງການຮ່ວມມືດ້ານການທ່ອງທ່ຽວກັບພູເກັດ ແລະ ພິຈາລະນາຈັດຄະ​ນະ​ການ​ນຳ, ວິ​ສາ​ຫະ​ກິດ​ແຂວງ ໄປ​ຍັງ​ບັນ​ດາ​ທ້ອງ​ຖິ່ນແຫຼ່ງທ່ອງ​ທ່ຽວ​ໄທ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ກ່ອນ​ປິດ​ກອງ​ປະຊຸມ​ເວທີ​ປາ​ໄສ, ສະມາຄົມນັກ​ທຸ​ລ​ະ​ກິດ​ໄທ - ຫວຽດນາມ ​ແລະ ສະມາຄົມ​ລົງທຶນ​ພັດທະນາ​ການທ່ອງທ່ຽວ ຝູ໋ກວກ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ.

ນອກ​ຈາກ​ນັ້ນ, ຍັງ​ມີບົດ​ບັນ​ທຶກ​ຊ່​ວຍ​ຈຳການ​ຮ່ວມ​ມື​ລະ​ຫວ່າງວິ​ສ​ຫາ​ກິດຊາວ​ຫວຽດ​ນາມ - ໄທ 11 ສະ​ບັບໄດ້​ຮັບ​ການ​ລົງ​ນາມ​ພາຍ​ໃຕ້​ການ​ເປັນ​ສັກ​ຂີ​ພິ​ຍານ​ຂອງ​ການ​ນຳ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ກຽນ​ຢາງ, ຄະ​ນະ​ກຳ​ມະ​ການແຫ່ງ​ລັດ​ກ່ຽວກັບຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແລະ ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ໄທ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.