ຍສໝ - ນີ້ແມ່ນຂໍ້ຄວາມແບ່ງປັນໂດຍທ່ານ ດົ່ງຮຸຍເກື່ອງ, ຮອງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ກັບບັນດາຜູ້ແທນທີ່ເຂົ້າຮ່ວມການໂອ້ລົມສົນທະນາທາງອອນໄລດ້ວຍຫົວຂໍ້ “ແບ່ງປັນມໍລະດົກ, ມຸ່ງໄປເຖິງອະນາຄົດ” ລະຫວ່າງຊາວໜຸ່ມ, ນັກສຶກສາອາເມລິກາ ແລະ ຊາວໜຸ່ ຫວຽດນາມ, ລາວ, ກຳປູເຈຍ ແລະ ໄທ ໄດ້ດຳເນີນໃນວັນທີ 28 ມີນາ.
ຍສໝ - ໃນວັນທີ 17 ສິງຫາ 2019, ກອງປະຊຸມຄັ້ງທີ 7 ກໍາມາທິການການຕ່າງປະເທດຂອງສະພາແຫ່ງຊາດສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ ດ້ວຍຫົວຂໍ້ວ່າ “ບົດບາດຂອງສະພາແຫ່ງຊາດໃນການປະຕິບັດບັນດາຂໍ້ຕົກລົງຮ່ວມມືລະຫວ່າງ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ໃນເຂດສາມຫຼ່ຽມພັດທະນາ” ໄດ້ໄຂຂຶ້ນຢູ່ນະຄອນຮ້າລອງ, ແຂວງກ໋ວາງນິງ.
ຍສໝ - ທ່ານ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ສະເໜີວ່າ: ຍິ່ງກ່າວເວລາໃດໝົດ, 3 ປະເທດພວກເຮົາຄວນສືບຕໍ່ຮ່ວມແຮງຮ່ວມໃຈ, ຮ່ວມມືຢ່າງແໜ້ນແຟ້ນ, ລະດົມແຫຼ່ງກຳລັງພາຍໃນຢູ່ໃນລະດັບສູງ, ຍາດແຍ່ງແຫຼ່ງກຳລັງພາຍນອກໃຫ້ດີທີ່ສຸດເພື່ອໜູນຊ່ວຍໃຫ້ແກ່ວຽກງານຕໍ່ສູ້, ປາບປາມ, ຕ້ານຢາເສບຕິດ.
ຍສໝ - ພາຍຫຼັງເວລາທີ່ຢຸດຕິການເຄື່ອນໄຫວຍ້ອນຜົນກະທົບຈາກພະຍາດໂຄວິດ-19, ພະນັກງານ, ນັກຮົບ ກອງ K73 (ກອງບັນຊາການທະຫານລອງອານ) 50 ຄົນ ໄດ້ສືບຕໍ່ອອກເດີນທາງໄປປະຕິບັດໜ້າທີ່ຊອກຫາ ແລະ ທ້ອນໂຮມອັດຖິທະຫານທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ກຳປູເຈຍ ກັບຄືນປະເທດ.
ຍສໝ - ທ່ານ ນາຍົກລັດຖະມົນຕີ ກຳປູເຈຍ Hun Sen ໄດ້ຕັ້ງຄຳຖາມວ່າ: "ຂ້າພະເຈົ້າຢາກຖາມ ທ່ານ ນາຍົກລັດຖະມົນຕີ ຫຼີ ຊຽນ ຫຼົງ ວ່າ: ຄັນຊັ້ນທ່ານກໍ່ຖືວ່າວາລະປະຊຸມສານພິພາກສາໂທດກຳຂອງບັນດາການນຳພວກ ຂະແມແດງ ແມ່ນຖືກຕ້ອງ ຫຼື ບໍ່?".
ຍສໝ - ທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ຫວູກວາງມິງໄດ້ສົ່ງຄຳຢຶ້ຢາມຖາມຂ່າວຢ່າງສຸດໃຈໄປຍັງ ສະພາບໍລິຫານງານພຸດທະສາສະໜາ ຫວຽດນາມ ແລະ ສະມາຄົມພຸດທະສາສະໜາ ລາຊະອານາຈັກ ກຳປູເຈຍ, ພ້ອມທັງມອບເງິນເປັນຈຳນວນ 250 ລ້ານດົ່ງ ຂອງສະມາຄົມພຸດທະສາສະໜາ ຫວຽດນາມໃຫ້ແກ່ ສະມາຄົມພຸດທະສາສະໜາ ລາຊະອານາຈັກ ກຳປູເຈຍ.
ຍສໝ - ຕອນເຊົ້າວັນທີ 21 ທັນວາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປຢ້ຽມຢາມທາງລັດຖະກິດປະເທດ ກຳປູເຈຍ ຕາມຄຳເຊື້ອເຊີນຂອງພະບາດສົມເດັດພະບໍລົມມະນຽດ Norodom Sihamoni ແຫ່ງລາຊະອານາຈັກ ກຳປູເຈຍ ໃນລະຫວ່າງວັນທີ 21 – 22 ທັນວາ.