ໃຫ້​ບຸ​ລິມ​ະ​ສິດ​ຢ່າງ​ສູງ​ສຸ​ດ, ເພີ່​ມ​ພູນ​ຄູນ​ສ້າງ​ໃຫ້​ສາຍ​ພົວ​ພັນ ຫ​ວຽດ​ນາມ - ກ​ຳ​ປູ​ເຈຍ

15:26 | 23/12/2021

ຍສໝ - ຕອນເຊົ້າວັນທີ 21 ທັນວາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປຢ້ຽມຢາມທາງລັດຖະກິດປະເທດ ກຳປູເຈຍ ຕາມຄຳເຊື້ອເຊີນຂອງພະບາດສົມເດັດພະບໍລົມມະນຽດ Norodom Sihamoni ແຫ່ງລາຊະອານາຈັກ ກຳປູເຈຍ ໃນລະຫວ່າງວັນທີ 21 – 22 ທັນວາ.

ຫ​ວຽດ​ນາ​ມ - ກຳ​ປູ​ເຈຍ ສືບ​ຕໍ່​ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ການ​ທູ​ດ​ປະ​ຊາ​ຊົ​ນ ຫ​ວຽດ​ນາ​ມ - ກຳ​ປູ​ເຈຍ ສືບ​ຕໍ່​ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ການ​ທູ​ດ​ປະ​ຊາ​ຊົ​ນ
ນຳ​ການ​ພົວ​ພັນ​ ຫວ​ຽດ​ນາມ - ກຳ​ປູ​ເຈຍ ນັບ​ມື້​ນັບ​ເຂົ້​າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ ນຳ​ການ​ພົວ​ພັນ​ ຫວ​ຽດ​ນາມ - ກຳ​ປູ​ເຈຍ ນັບ​ມື້​ນັບ​ເຂົ້​າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພົບປະກັບກະສັດ ກຳປູເຈຍ Norodom Sihamoni (ພາບ: TTXVN)

ນີ້​ແມ່ນ​ການ​ຢ້ຽມ​ຢາມ​ກຳ​ປູ​ເຈຍ​ຄັ້ງ​ທຳ​ອິດ​ຂອງ​ ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ໃນຖະນະເປັນປະທານປະເທດ ທັງ​ເປັນ​ການ​ນຳ​ຂັ້ນ​ສູງ​ຫວຽດ​ນາມ​ຄົນທຳ​ອິດ​ທີ່ໄປ​ຢ້ຽມ​ຢາມ​ກຳ​ປູ​ເຈຍ​ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ເກີດ​ໂລກ​ລະ​ບາດ Covid-19 (ປີ 2020).

ການຢ້ຽມຢາມເພື່ອແນໃສ່ປະຕິບັດນະໂຍບາຍການຕ່າງປະເທດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ; ສະ​ແດງ​ຄວາມຖືເປັນສຳຄັນ ແລະ ພັດທະນາ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ. ການ​ຢ້ຽມ​ຢາມ​ດຳ​ເນີນ​ໄປ​ໃນ​ສະ​ພາບ​ການ​ທີ່​ສາຍ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ, ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ກຳ​ປູ​ເຈຍ ສືບ​ຕໍ່​ພັດ​ທະ​ນາ​ເປັນ​ຢ່າງ​ດີ. ສອງ​ປະ​ເທດ​ມີ​ການ​ຕິດ​ຕໍ່​ພົວ​ພັນ​ລະ​ດັບ​ສູງ​ ແລະ ​ບັນດາຂັ້ນເປັນ​ປົກ​ກະ​ຕິ.

ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ແລະ  ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen
ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen. ພາບ: TTXVN

​ເຖິງ​ແມ່ນ​ໃນ​ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ການນຳ​ຂອງ​ສອງ​ປະ​ເທດ​ຍັງ​ຮັກສາ​ການ​ຕິດ​ຕໍ່​ພົວພັນ​ທາງ​ອອນລາຍ. ການຢ້ຽມຢາມທາງລັດຖະກິດປະເທດ ກຳປູເຈຍ ຄັ້ງນີ້ ກໍ່ແມ່ນໜຶ່ງໃນບັນດາເຫດການເປີດສາກບັນດາການເຄື່ອນໄຫວຂ່ຳນັບຊົມເຊີຍ “ປີມິດຕະພາບ ຫວຽດນາມ - ກຳປູເຈຍ, ກຳປູເຈຍ - ຫວຽດນາມ” ແລະ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ (24 ມິຖຸນາ 1967 – 24 ມິຖຸນາ 2022).

ນີ້ກໍ່ແມ່ນໂອກາດເພື່ອໃຫ້ການນຳຂອງ 2 ປະເທດຕີລາຄາໝາກຜົນການຮ່ວມມື 2 ຝ່າຍໃນໄລຍະຜ່ານມາ; ແລກປ່ຽນ, ປຶກສາຫາລືຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ; ປຶກສາຫາລືກ່ຽວກັບສະພາບການຢູ່ພາກພື້ນ ແລະ ສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.