ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ບັນ​ດາ​ປະ​ເທດ ກຳ​ປູ​ເຈຍ - ລາວ - ມຽນ​ມາ - ຫວຽດ​ນ​າມ ​ຄັ້ງ​ທີ 12

16:51 | 25/08/2020

ຍສໝ - ວັນທີ 24 ສິງຫາ, ກອງປະຊຸມລັດຖະມົນຕີເສດຖະກິດ ບັນດາປະເທດ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 12 (CLMV EMM 12) ໄດ້ຈັດຂຶ້ນຕາມຮູບການທາງອອນລາຍ.

ກອງ ປະ ຊ ມ ລ ດ ຖະ ມ ນ ຕ ເສດ ຖະ ກ ດ ບ ນ ດາ ປະ ເທດ ກຳ ປ ເຈຍ ລາວ ມຽນ ມາ ຫວຽດ ນ າມ ຄ ງ ທ 12 ຫວຽດນາມ ຢັ້ງຢືນຄວາມສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານກັບລັດເຊຍ
ກອງ ປະ ຊ ມ ລ ດ ຖະ ມ ນ ຕ ເສດ ຖະ ກ ດ ບ ນ ດາ ປະ ເທດ ກຳ ປ ເຈຍ ລາວ ມຽນ ມາ ຫວຽດ ນ າມ ຄ ງ ທ 12 ຫວຽດນາມ ເຂົ້າຮ່ວມ Army Games 2020 ຢູ່ ລັດເຊຍ

ນີ້ແມ່ນເຫດການສຳຄັນໃນຂອບເຂດກອງປະຊຸມບັນດາລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 52 (AEM 52) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງໄດ້ຈັດຕັ້ງແຕ່ວັນທີ 22 – 30 ສິງຫາຢູ່ນະຄອນຫລວງຮ່າໂນ້ຍ.

ທີ່ກອງປະຊຸມ, ບັນດາປະເທດໄດ້ສຸມໃສ່ປຶກສາຫາລືຫຼາຍບັນຫາສຳຄັນ, ລວມມີ: ກວດກາຄືນ ແລະ ຕີລາຄາການປະຕິບັດແຜນການດຳເນີນງານການຮ່ວມມືເສດຖະກິດຂອງ 4 ປະເທດ: ກຳປູເຈຍ, ລາວ, ມຽນມາ, ຫວຽດນາມ ໃນໄລຍະ 2019 - 2020; ອະນຸມັດແຜນດຳເນີນງານການຮ່ວມມືດ້ານເສດຖະກິດຂອງ 4 ປະເທດ ໄລຍະ 2021-2022, ແຜນການຕອບໂຕ້ ແລະ ຟື້ນຟູເສດຖະກິດຫຼັງການລະບາດຂອງພະຍາດ COVID-19.

ກອງ ປະ ຊ ມ ລ ດ ຖະ ມ ນ ຕ ເສດ ຖະ ກ ດ ບ ນ ດາ ປະ ເທດ ກຳ ປ ເຈຍ ລາວ ມຽນ ມາ ຫວຽດ ນ າມ ຄ ງ ທ 12
ຫວຽດນາມ ເປັນປະທານກອງປະຊຸມບັນດາລັດຖະມົນຕີເສດຖະກິດ CLMV ຄັ້ງທີ 12. (ພາບ: qdnd)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເຈີ່ນຕວນແອງ - ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ເນັ້ນໜັກວ່າ: ປີ 2020 ແມ່ນປີທີ່ມີຄວາມໝາຍພິເສດ, ລັດທິປົກປ້ອງສືບຕໍ່ເພີ່ມຂື້ນດ້ວຍການລະບາດຂອງພະຍາດ Covid-19, ເຊິ່ງກໍ່ໃຫ້ເກີດການຂາດຕິດຂາດຕອນລະບົບຕ່ອງໂສ້ການສະໜອງ, ບັນດາກິດຈະກຳທາງເສດຖະກິດ, ການຄ້າ, ການລົງທືນ, ການທ່ອງທ່ຽວ... ຂອງບັນດາປະເທດທີ່ຖືກກະທົບຢ່າງໜັກໜ່ວງ, ວິສາຫະກິດຫຼາຍແຫ່ງປະສົບກັບຄວາມຫຍຸ້ງຍາກ, ຢຸດການຜະລິດ ແລະກິດຈະການເຮັດທຸລະກິດ. ທ່ານ ເຈີ່ນຕວນແອງ ກ່າວວ່າ ບັນດາຂໍ້ຫຍຸ້ງຍາກທີ່ກ່າວມາຂ້າງເທິງນັ້ນ ແມ່ນສິ່ງທ້າທາຍຫຼາຍຢ່າງສຳລັບບັນດາປະເທດ CLMV ໃນການຮັບປະກັນການປ້ອງກັນການລະບາດ ແລະ ການພັດທະນາເສດຖະກິດ...

ທີ່ກອງປະຊຸມ, ບັນດາທ່ານລັດຖະມົນຕີ ໄດ້ເຫັນດີຮັບຮອງເອົາແຜນປະຕິບັດງານການຮ່ວມມືເສດຖະກິດ CLMV ໄລຍະ 2019 - 2020 ດ້ວຍ 5 ຂົງເຂດຕົ້ນຕໍ, ຄື: ການຮ່ວມມືດ້ານການຄ້າ ແລະ ການລົງທຶນ; ປະຕິບັດບັນດາຄຳໝັ້ນສັນຍາໃນພາກພື້ນ; ແຜນການຟື້ນຟູຫຼັງຈາກການລະບາດຂອງພະຍາດ Covid-19; ຂອບການພັດທະນາ CLMV; ການພັດທະນາຊັບພະຍາກອນມະນຸດ.

ສິ້ນສຸດກອງປະຊຸມ, ທ່ານເຈີ່ນຕວນແອງ - ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໄດ້ສະແດງຄວາມຂອບອົກຂອບໃຈ ບັນດາລັດຖະມົນຕີເສດຖະກິດຂອງປະເທດຕ່າງໆທີ່ໄດ້ປະສານງານ ແລະ ສະໜັບສະໜູນຫວຽດນາມຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດວຽກງານຂອງປະທານອາຊຽນປີ 2020; ສະແດງຄວາມເຊື່ອໝັ້ນວ່າ, ດ້ວຍການຮ່ວມມືຢ່າງແໜ້ນແຟ້ນ ແລະ ຄວາມຕັດສິນໃຈດ້ານການເມືອງສູງ, ການຮ່ວມມືດ້ານເສດຖະກິດ CLMV ຈະບັນລຸໄດ້ບັນດາຜົນງານໃໝ່ໃນໄລຍະຈະມາເຖິງ, ປະກອບສ່ວນຫລຸດຜ່ອນໄລຍະຫ່າງພັດທະນາລະຫວ່າງບັນດາປະເທດອາຊຽນ.

ກອງ ປະ ຊ ມ ລ ດ ຖະ ມ ນ ຕ ເສດ ຖະ ກ ດ ບ ນ ດາ ປະ ເທດ ກຳ ປ ເຈຍ ລາວ ມຽນ ມາ ຫວຽດ ນ າມ ຄ ງ ທ 12 ຫວຽດນາມ - ຈີນ ສະເຫຼີມສະຫຼອງ 20 ປີ​ແຫ່ງ​ການ​ຮ່ວມມື​ຊາຍ​ແດນ​ທາງ​ບົກ​ຫວຽດ​ນາມ-ຈີນ

ຍສໝ - ວັນທີ 23 ສິງຫາ, ຢູ່ນະຄອນມອງກາຍ, ແຂວງກວາງນິງ, ທ່ານ ຟ້າມບິ່ງບິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ແລະທ່ານ ຫວາງອີ້ ລັດຖະມົນຕີການຕ່າງປະເທດຈີນ ຈະປະທານຮ່ວມ “ການເຄື່ອນໄຫວສະເຫຼີມສະຫຼອງ 20 ປີແຫ່ງວັນເຊັນສົນທິສັນຍາຊາຍແດນ ແລະ 10 ປີແຫ່ງການຜັນຂະຫຍາຍ 3 ເອກະສານນິຕິກຳກ່ຽວກັບຊາຍແດນດິນຕໍ່ແຜ່ນ ຫວຽດນາມ-ຈີນ”.

ກອງ ປະ ຊ ມ ລ ດ ຖະ ມ ນ ຕ ເສດ ຖະ ກ ດ ບ ນ ດາ ປະ ເທດ ກຳ ປ ເຈຍ ລາວ ມຽນ ມາ ຫວຽດ ນ າມ ຄ ງ ທ 12 ສ້າງ​ເຂດ​ເສດ​ຖະ​ກິດ CLMV ພັດ​ທະ​ນາ ແລ​ະ ແກ້ງ​ແຍ້ງ​ ​ຮອດ​ປີ 2030

ຕອນເຊົ້າວັນທີ 12 ມັງກອນ, ຢູ່ ຮ່າໂນ້ຍ, ກອງປະຊຸມ ເຈົ້າໜ້າທີ່ເສດຖະກິດຂັ້ນສູງ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ (CLMV SEOM ) ຄັ້ງທີ 18 ຖືກຈັດຂຶ້ນ ພາຍໃຕ້ການເປັນປະທານຂອງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ.

ກອງ ປະ ຊ ມ ລ ດ ຖະ ມ ນ ຕ ເສດ ຖະ ກ ດ ບ ນ ດາ ປະ ເທດ ກຳ ປ ເຈຍ ລາວ ມຽນ ມາ ຫວຽດ ນ າມ ຄ ງ ທ 12 ກອງປະຊຸມລັດຖະມົນຕີຮ່ວມມືແມ່ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 12

ຍສໝ - ວັນທີ 3 ສິງຫາ 2019, ກອງປະຊຸມລັດຖະມົນຕີຮ່ວມມືແມ່ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 12 ໄດ້ໄຂຂຶ້ນ ຢູ່ ບາງກອກ ປະເທດ ໄທ.

ຄຳຮຸ່ງ

302 Found

Found

The document has moved here.