ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຈະ​ຢ້​ຽມ​ຢາມ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ຢ່າງ​ເປັນ​ທາງ​ການ, ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ ​ຄັ້ງ​ທີ 40, 41

07:00 | 04/11/2022

ນີ້ແມ່ນການຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການຄັ້ງທຳອິດ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນຖານະເປັນນາຍົກລັດຖະມົນຕີ ແລະ ເປັນການຢ້ຽມຢາມ ກຳປູເຈຍ ຄັ້ງທຳອິດຂອງການນຳຂັ້ນສູງ ຫວຽດນາມ ໃນປີມິດຕະພາບ ຫວຽດນາມ - ກຳປູເຈຍ 2022.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ປະ​ເທດ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ ຈີນ ຢ່າງ​ເປັນ​ທາງ​ການ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ປະ​ເທດ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ ຈີນ ຢ່າງ​ເປັນ​ທາງ​ການ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິນ​ຈິງ ຕ້ອນ​ຮັບ ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ສ​ປ​ຊ Antonio Guterres ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິນ​ຈິງ ຕ້ອນ​ຮັບ ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ສ​ປ​ຊ Antonio Guterres
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: TTXVN)
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: TTXVN)

ຕາມແຈ້ງການຂອງກະຊວງການຕ່າງປະເທດ ຫວຽດນາມ ແລ້ວ, ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລົດຖະມົນຕີ ລາຊະອານາຈັກ ກຳປູເຈຍ, ປະທານອາຊຽນ 2022 Samdech Techo Hun Sen, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະໄປຢ້ຽມຢາມ ລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການໃນລະຫວ່າງວັນທີ 8 – 9 ພະຈິກປີ 2022, ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40,41 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 10 – 13 ພະຈິກ ປີ 2022. ນີ້ແມ່ນການຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການຄັ້ງທຳອິດ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນຖານະເປັນນາຍົກລັດຖະມົນຕີ ແລະ ເປັນການຢ້ຽມຢາມ ກຳປູເຈຍ ຄັ້ງທຳອິດຂອງການນຳຂັ້ນສູງ ຫວຽດນາມ ໃນປີມິດຕະພາບ ຫວຽດນາມ - ກຳປູເຈຍ 2022.

ນີ້ກໍ່ແມ່ນຄັ້ງທຳອິດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ແລະ ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືແບບໂດຍກົງ. ກອງປະຊຸມຄັ້ງຕ່າງໆນີ້ ໄດ້ສ້າງຂີດໝາຍເຊື່ອມຕໍ່ຄືນການແລກປ່ຽນ, ໂອ້ລົມສົນທະນາລະຫວ່າງບັນດາການນຳໂດຍກົງ ພາຍຫຼັງ 2 ປີຖືກຂາດວັກຂາດຕອນ ຍ້ອນພະຍາດໂຄວິດ - 19.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.